ປະທານປະເທດ ສຳເລັດເຂົ້າຮ່ວມກອງປະຊຸມ ໜຶ່ງແລວ ໜຶ່ງເສັ້ນທາງ ເພື່ອການຮ່ວມມືສາກົນ ຄັ້ງທີ 3 

ປະທານປະເທດ ສຳເລັດເຂົ້າຮ່ວມກອງປະຊຸມ ໜຶ່ງແລວ ໜຶ່ງເສັ້ນທາງ ເພື່ອການຮ່ວມມືສາກົນ ຄັ້ງທີ 3 
ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມ ໜຶ່ງແລວໜຶ່ງເສັ້ນທາງ ເພື່ອການຮ່ວມມືສາກົນ ຄັ້ງທີ 3 ທີ່ ນະຄອນຫຼວງປັກກິ່ງ ສປ ຈີນ ທີ່ເປີດຂຶ້ນ ໃນລະຫວ່າງທີ 17-18 ຕຸລາ ນີ້, ພາຍໃຕ້ຫົວຂໍ້: “ການຮ່ວມມື ທີ່ມີຄຸນນະພາບສູງ ຂອບໜຶ່ງແລວ ໜຶ່ງເສັ້ນທາງ: ຮ່ວມກັນເພື່ອພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງ      ຮ່ວມກັນ (High-Quality Belt and Road Cooperation: Together for common Development and Prosperity)”, ຊຶ່ງກອງປະຊຸມຄັ້ງນີ້ ໄດ້ຈັດຂຶ້ນໃນໂອກາດຄົບຮອບ 10 ປີ (2013-2023) ຂອງຂໍ້ລິເລີ່ມດັ່ງກ່າວນີ້ ໂດຍມີບັນດາຄະນະຜູ້ແທນຂັ້ນສູງຈາກບັນດາປະເທດ ແລະ ອົງການຈັດຕັ້ງສາກົນ ທີ່ເປັນຄູ່ຮ່ວມມືຂອງຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ ຫຼາຍກວ່າ 150 ປະເທດ ແລະ 30 ອົງການຈັດຕັ້ງສາກົນ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນ ຮ່ວມກັນເພື່ອຊອກຫາຊ່ອງທາງ ແລະ ກາລະໂອກາດໃນການສົ່ງເສີມການຮ່ວມມື ເພື່ອຟື້ນຟູເສດຖະກິດ ຂອງແຕ່ລະປະເທດ ກໍຄືຟື້ນຟູເສດຖະກິດໂລກ ພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຜ່ອນຄາຍລົງ, ໂດຍໄດ້ປຶກສາຫາລືກັນ ໃນ 3 ຫົວຂໍ້ສຳຄັນ ຄື: 1/. ການເຊື່ອມຈອດໃນເສດຖະກິດໂລກແບບເປີດກ້ວາງ (Connectivity in an Open Global Economy), 2/. ເສັ້ນທາງສາຍໄໝສີຂຽວ ເພື່ອຄວາມກົມກຽວກັບທຳມະຊາດ (Green Silk Road for Harmony with Nature), ແລະ 3/. ເສດຖະກິດດີຈີຕອນ ເປັນແຫຼ່ງຂອງການຂະຫຍາຍຕົວໃໝ່ (Digital Economy as a New Source of Growth). ໃນກອງປະຊຸມຄັ້ງນີ້ ໄດ້ມີຄະນະຜູ້ແທນ ຈາກບັນດາກະຊວງ/ຂະແໜງການທີ່ກ່ຽວຂ້ອງ ຂອງ ສປປ ລາວ ເຂົ້າຮ່ວມບັນດາກອງປະຊຸມປິ່ນອ້ອມຕ່າງໆ ທີ່ຕິດພັນກັບຂະແໜງການຂອງຕົນ ທີ່ໄດ້ຈັດຂຶ້ນຄຽງຄູ່ກອງປະຊຸມ. ໃນພິທີເປີດ ທ່ານ ປະທານ ສີ ຈິ້ນຜິງ ໄດ້ກ່າວຄໍາເຫັນ ໂດຍໄດ້ເນັ້ນການກໍ່ສ້າງ ໜຶ່ງແລວ ໜຶ່ງເສັ້ນທາງ ແມ່ນເປັນໄປຕາມ 3 ຫຼັກການ ຄື: ການປຶກສາຫາລືຢ່າງກວ້າງຂວາງ, ການປະກອບສ່ວນຮ່ວມ ແລະ ມີຜົນປະໂຫຍດຮ່ວມກັນ. ພ້ອມດຽວກັນນີ້, ທ່ານປະທານ ຍັງໄດ້ປະກາດ 8 ແຜນປະຕິບັດງານຮ່ວມມືກັບປະເທດຕ່າງໆໃນຕໍ່ໜ້າ ເພື່ອຊຸກຍູ້ການຮ່ວມມື ໜຶ່ງແລວ ໜຶ່ງເສັ້ນທາງ ໃຫ້ມີຄຸນນະພາບສູງຂຶ້ນ ຄື: 1) ການສ້າງເຄືອຂ່າຍການເຊື່ອມຈອດຫຼາຍມິຕິ ຂອງໜຶ່ງແລວ ໜຶ່ງເສັ້ນທາງ, 2) ການສ້າງເສດຖະກິດໂລກແບບເປີດກວ້າງ, 3) ສ້າງກົນໄກການຮ່ວມມືທີ່ເປັນຮູບປະທໍາ ໃນການສະໜັບສະໜູນ ສ້າງໜຶ່ງແລວ ໜຶ່ງເສັ້ນທາງທີ່ມີຄຸນນະພາບສູງ, 4) ສົ່ງເສີມການພັດທະນາສີຂຽວ, 5) ຊຸກຍູ້ວິທະຍາສາດ ແລະ ເຕັກໂນໂລຊີນະວັດຕະກໍາ, 6) ສົ່ງເສີມການແລກປ່ຽນລະຫວ່າງປະຊາຊົນກັບປະຊາຊົນ, 7) ສ້າງຂອບການຮ່ວມມື ໜຶ່ງແລວ ໜຶ່ງເສັ້ນທາງ ທີ່ມີຄວາມເຊື່ອຖື ແລະ 8) ສ້າງຄວາມເຂັ້ມແຂງໃນການສ້າງສະຖາບັນ ເພື່ອການຮ່ວມມືສາກົນ ໜຶ່ງແລວ ໜຶ່ງເສັ້ນທາງ.
ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້,  ທ່ານ ປະທານປະເທດ ໄດ້ປະກອບຄຳເຫັນຕໍ່ກອງປະຊຸມດັ່ງກ່າວ     ໃນພາກເວທີປຶກສາຫາລືລະດັບສູງ ພາຍໃຕ້ຫົວຂໍ້: “ການເຊື່ອມຈອດ ໃນເສດຖະກິດໂລກແບບເປີດ ກວ້າງ (Connectivity in an Open Global Economy)” ໂດຍໄດ້ເນັ້ນໃສ່ຄວາມສໍາຄັນ ແລະ ຜົນສໍາເລັດຂອງການຮ່ວມມື ພາຍໃຕ້ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ໃນໄລຍະ 10 ປີຜ່ານມາ ຊຶ່ງເຫັນວ່າ ຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ ໄດ້ມີບົດບາດສຳຄັນ ໃນການສົ່ງເສີມການຮ່ວມມືດ້ານການພັດທະນາ, ສົ່ງເສີມກົນໄກການຮ່ວມມືຫຼາຍຝ່າຍ ໃນລະດັບສາກົນ ແລະ ພາກພື້ນຢ່າງມີປະສິດທິຜົນ. ຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ ໄດ້ສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ແກ່ການພັດທະນາໃນຫຼາຍດ້ານ, ອັນພົ້ນເດັ່ນ ກໍແມ່ນການພັດທະນາພື້ນຖານໂຄງລ່າງເຊື່ອມໂຍງ-ເຊື່ອມຈອດໃຫ້ເຫັນຢ່າງເປັນຮູບປະທຳ ທີ່ປະເທດກຳລັງພັດທະນາ ລວມທັງ ສປປ ລາວ,  ໂດຍສະເພາະ ສປປ ລາວ ໄດ້ປະຕິບັດໂຄງການດັ່ງກ່າວຢ່າງເປັນຮູບປະທໍາ ເຊັ່ນ: ໂຄງການທາງລົດໄຟ ລາວ-ຈີນ, ໂຄງການທາງດ່ວນໃນປະເທດ, ໂຄງການພັດທະນາແລວເສດຖະກິດ ລາວ-ຈີນ, ການຄ້າໃນຂົງ ເຂດກະສິກຳ, ພະລັງງານສະອາດ ແລະ ອື່ນໆ ຊຶ່ງເຫັນວ່າ ເປັນການຊຸກຍູ້, ສົ່ງເສີມ ແລະ ຂະຫຍາຍການຮ່ວມມື ດ້ານເສດຖະກິດ, ການຄ້າ, ການລົງທຶນຕະຫຼອດຮອດການຖ່າຍທອດເຕັກໂນໂລຊີ ທີ່ກ້າວໜ້າ, ການແລກປ່ຽນວັດທະນະທຳ-ສັງຄົມ ກໍຄື ການໄປມາ ຫາສູ່ກັນ ລະຫວ່າງ ປະຊາຊົນ ກັບ ປະຊາຊົນ, ອັນເປັນການສົ່ງເສີມອຸດສາຫະກຳທ່ອງທ່ຽວ, ການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຊື່ອໝັ້ນຊຶ່ງກັນ ແລະ ກັນໃຫ້ນັບມື້ນັບເລິກເຊິ່ງຍິ່ງຂຶ້ນ. ສປປ ລາວ ຕີລາຄາສູງຕໍ່ຄວາມສຳຄັນ ແລະ ສະໜັບສະໜູນຍຸດທະສາດ ໜຶ່ງແລວທາງໜຶ່ງເສັ້ນທາງ ໃນການເພີ່ມທະວີການເຊື່ອມຈອດ ລວມທັງ 8 ແຜນປະຕິບັດງານ ທີ່ ປະທານ ສີ ຈິ້ນຜິງ ໄດ້ປະກາດໃນພິທີເປີດດັ່ງກ່າວ. ສປປ ລາວ ພ້ອມແລ້ວທີ່ຈະຮ່ວມມືກັບປະເທດເພື່ອນມິດ ໃນການປະຕິບັດ ໂຄງການຕ່າງໆ ຕາມຄວາມສາມາດຂອງຕົນ.
ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ (BRI) ແມ່ນຖືກນໍາສະເໜີຂຶ້ນໃນປີ 2013 ໂດຍທ່ານ ປະທານ ສີ ຈິນຜີງ ດ້ວຍວິໄສທັດໃນການສານຕໍ່ເນື້ອໃນຈິດໃຈ ຂອງເສັ້ນທາງສາຍໄໝບູຮານ. ໂດຍກໍານົດເອົາການເສີມຂະຫຍາຍການເຊື່ອມຈອດໃຫ້ເປັນຫົວຂໍ້ ຂອງຂໍ້ລິເລີ່ມດັ່ງກ່າວ, ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ມີເປົ້າໝາຍແນ່ໃສ່ຊຸກຍູ້ສົ່ງເສີມການເຊື່ອມຈອດລະຫວ່າງບັນດາປະເທດໃນດ້ານນະໂຍບາຍ, ພື້ນຖານໂຄງລ່າງ, ການຄ້າ, ການເງິນ ແລະ ການແລກປ່ຽນລະຫວ່າງຄົນກັບຄົນ ໃຫ້ດີຂຶ້ນກວ່າເກົ່າ. ຂໍ້ລິເລີ່ມດັ່ງກ່າວ ເປັນສ່ວນໜຶ່ງຂອງຄວາມພະຍາຍາມຮ່ວມກັນ ຂອງບັນດາປະເທດຄູ່ຮ່ວມມືເພື່ອສ້າງພື້ນຖານໃໝ່ ໃຫ້ແກ່ການເຕີບໂຕຂອງເສດຖະກິດໂລກ, ເພີ່ມກຳລັງແຮງໃໝ່ ໃຫ້ແກ່ການຮ່ວມມືດ້ານເສດຖະກິດສາກົນ ແລະ ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງຂອງໂລກ. ຂ່າວ: ກະຊວງການຕ່າງປະເທດ

ຄໍາເຫັນ

ຂ່າວເດັ່ນ

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດສະໄໝທີ IX ອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 23 ທັນວານີ້ ທີ່ ຫໍປະຊຸມແຫ່ງຊາດ. ໂດຍການເປັນປະທານຂອງ ພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ), ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນໍາພັກ-ລັດ, ອົງການຈັດຕັ້ງທີ່ຢູ່ອ້ອມຂ້າງ ພັກ-ລັດ, ຜູ້ແທນພະສົງ, ແນວລາວສ້າງຊາດແຂວງ, ນະຄອນຫຼວງ, ເມືອງ, ທ່ານຜູ້ຊົງຄຸນວຸດທິ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ເພີ່ມເຕີມ