ສປປ ລາວ ແລະ ສປປ ເກົາຫຼີ ສືບຕໍ່ເພີ່ມທະວີຮັດແໜ້ນການພົວພັນຮ່ວມມື

ສປປ ລາວ ແລະ ສປປ ເກົາຫຼີ ສືບຕໍ່ເພີ່ມທະວີຮັດແໜ້ນການພົວພັນຮ່ວມມື

ສປປ ລາວ ແລະ ສປປ ເກົາຫຼີ ສືບຕໍ່ເພີ່ມທະວີຮັດແໜ້ນການພົວພັນຮ່ວມມື
ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ກິມ ເຈິງ ອຸນ ເລຂາທິການໃຫຍ່ພັກແຮງງານເກົາຫຼີ ປະທານກິດຈະການແຫ່ງລັດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ,​ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງ ຂອງ ພັກ ແລະ ລັດ ແຫ່ງ ສປປ ລາວ ເດີນທາງໄປຢ້ຽມຢາມລັດຖະກິດ ຢູ່ ສປປ ເກົາຫຼີ ໃນລະຫວ່າງວັນທີ 7-8 ຕຸລາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອ ມາແຕ່ດົນນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ສປປ ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ.
ສປປ ລາວ ແລະ ສປປ ເກາຫ ສບຕເພມທະວຮດແໜນການພວພນຮວມມ - image 1
 

 

ການຢ້ຽມຢາມລັດຖະກິດ ຢູ່ ສປປ ເກົາຫຼີ ຂອງ ສະຫາຍ ທອງລຸນ ສີສຸລິດ ໄດ້ມີຂຶ້ນໃນທ່າມກາງທີ່ສອງປະເທດ ສປປ ລາວ ແລະ ສປປ ເກົາຫຼີ ພວມສະເຫຼີມສະຫຼອງ ແລະ ຂໍ່ານັບຮັບຕ້ອນວັນຄົບຮອບ 60 ປີ ແຫ່ງການພົບປະສຸດຍອດຄັ້ງທໍາອິດ ທີ່ ນະຄອນຫຼວງພຽງຢາງ ຂອງ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປະຊາຊົນລາວ ແລະ ປະທານ ກິມ ອິນ ຊຸງ ຜູ້ນໍາທີ່ຍິ່ງໃຫຍ່ ແລະ ອຳມະຕະຂອງປະຊາຊົນເກົາຫຼີ ໃນວັນທີ 28 ຕຸລາ 2025 ແລະ ຂໍ່ານັບຊົມເຊີຍວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ ໃນວັນທີ 10 ຕຸລາ 2025 ທີ່ຈະມາເຖິງນີ້, ພ້ອມທັງໄດ້ເປັນການສະເຫຼີມສະຫຼອງສາຍພົວພັນທາງການທູດ ລະຫວ່າງ ສປປ ລາວ ແລະ ສປປ ເກົາຫຼີ ຄົບຮອບ 50 ປີ.

ສປປ ລາວ ແລະ ສປປ ເກາຫ ສບຕເພມທະວຮດແໜນການພວພນຮວມມ - image 2
 

ໃນຕອນບ່າຍຂອງວັນທີ 7 ຕຸລາ 2025 ທີ່ ຫໍປະຊຸມສະໜາມກິລານະຄອນຫຼວງພຽງຢາງ ໄດ້ມີພິທີຕ້ອນຮັບທາງການຢ່າງຍິ່ງໃຫຍ່ ແລະ ສົມກຽດ ໃຫ້ແກ່ ຄະນະຜູ້ແທນຂັ້ນສູງຂອງ ພັກ ແລະ ລັດ ແຫ່ງ ສປປ ລາວ ນໍາໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ໂດຍໄດ້ມີການກວດແຖວກອງກຽດຕິຍົດ ແລະ ຍິງປືນໃຫຍ່ 21 ນັດ. ໃນພິທີຕ້ອນຮັບຢ່າງເປັນທາງການ ໄດ້ມີສະມາຊິກພັກ, ພະນັກງານ, ກໍາລັງປະກອບອາວຸດ, ນ້ອງນ້ອຍເຍົາວະຊົນ ແລະ ປະຊາຊົນນະຄອນຫຼວງພຽງຢາງ ຫຼາຍກວ່າ 1,000 ຄົນ ໃຫ້ການຕ້ອນຮັບຢ່າງຟົດຟື້ນ ແລະ ສົມກຽດ. ຫຼັງຈາກນັ້ນ, ທີ່ ສໍານັກງານຫ້ອງວ່າການສູນກາງພັກແຮງງານເກົາຫຼີ ໄດ້ມີການພົບປະ ລະຫວ່າງສອງເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ ແລະ ພັກແຮງງານເກົາຫຼີ ຊຶ່ງ ສະຫາຍ ກິມ ເຈິງ ອຸນ ໄດ້ຕີລາຄາສູງຕໍ່ການຢ້ຽມຢາມຄັ້ງນີ້ຂອງ ສະຫາຍ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ຊຶ່ງໄດ້ເປັນຂີດໝາຍທີ່ສໍາຄັນຍິ່ງອີກຄັ້ງໜຶ່ງທາງປະຫວັດສາດສໍາລັບການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດ ໃນການຊຸກຍູ້ສົ່ງເສີມ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ສປປ ເກົາຫຼີ ແລະ ສປປ ລາວ ໃຫ້ພັດທະນາຂຶ້ນສູ່ບາດກ້າວໃໝ່ ໃນຊຸມປີຕໍ່ໜ້າ. ສະຫາຍ ກິມ ເຈິງ ອຸນ ໄດ້ອວຍພອນໃຫ້ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ສະໄໝທີ XI ຂອງ ພັກປະຊາຊົນປະຕິວັດລາວ ໄລຍະທ້າຍສະໄໝ ແລະ ການດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກປະຊາຊົນປະຕິວັດລາວ ສະ ໄໝທີ XII ໃນຕົ້ນປີ 2026 ທີ່ຈະມາເຖິງນີ້ປະສົບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.

ສປປ ລາວ ແລະ ສປປ ເກາຫ ສບຕເພມທະວຮດແໜນການພວພນຮວມມ - image 3
 

ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ການຕ້ອນຮັບອັນອົບອຸ່ນ, ສະໜິດສະໜົມ ຖານສະຫາຍອ້າຍນ້ອງຂອງ ສະຫາຍ ກິມ ເຈິງ ອຸນ, ກໍຄື ພັກ, ລັດ ແລະ ປະຊາຊົນເກົາຫຼີອ້າຍນ້ອງ ອັນໄດ້ສະແດງເຖິງໄມຕີຈິດ ແລະ ມິດຕະພາບອັນດູດດື່ມທີ່ເປັນມູນເຊື້ອອັນດີງາມ ທີ່ມີມາແຕ່ດົນນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ສປປ ລາວ ແລະ ສປປ ເກົາຫຼີ, ພ້ອມທັງໄດ້ສະແດງຄວາມຊົມເຊີຍ ການສ້າງຕັ້ງພັກແຮງງານເກົາຫຼີ ທີ່ຈະໝູນວຽນຄົບຮອບ 80 ປີ ໃນວັນທີ 10 ຕຸລາ 2025 ນີ້ ແລະ ສະແດງຄວາມຂອບໃຈ ຕໍ່ພັກ, ລັດ ແລະ ປະຊາຊົນເກົາຫຼີ ອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນແກ່ພາລະກິດການປົດປ່ອຍຊາດໃນເມື່ອກ່ອນ ກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາ ສປປ ລາວ ໃນປັດຈຸບັນ. ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ອວຍພອນໃຫ້ ພັກແຮງງານເກົາຫຼີ ທີ່ມີ ສະຫາຍ ກິມ ເຈິງ ອຸນ ເປັນຜູ້ນໍາສູງສຸດນັ້ນ, ຈົ່ງມີຜົນສຳເລັດໃໝ່ ໃຫຍ່ຫຼວງກວ່າເກົ່າ ແລະ ຈັດຕັ້ງຜັນຂະຫຍາຍບັນດາມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ແລະ ກະກຽມກອງປະຊຸມໃຫຍ່ ຄັ້ງທີ IX ຂອງ ພັກແຮງງານເກົາຫຼີ ໄດ້ຢ່າງມີໄຊ.

ສປປ ລາວ ແລະ ສປປ ເກາຫ ສບຕເພມທະວຮດແໜນການພວພນຮວມມ - image 4
 

ສອງຝ່າຍ ໄດ້ແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ ດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບ ເພື່ອພ້ອມກັນສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອມາແຕ່ດົນນານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ສປປ ລາວ ແລະ ສປປ ເກົາຫຼີ, ສືບຕໍ່ແລກປ່ຽນການຢ້ຽມຢາມຊຶ່ງກັນ ແລະ ກັນຂອງການນໍາຂັ້ນສູງ ແລະ ຂັ້ນຕ່າງໆຂອງສອງຝ່າຍ ໃຫ້ເປັນປົກກະຕິ, ຊຸກຍູ້ສົ່ງເສີມການພົວພັນຮ່ວມມືສອງຝ່າຍ ໃນຂົງເຂດວັດທະນະທຳ-ສັງຄົມ, ການສຶກສາ, ການຮ່ວມມືທາງດ້ານການກໍ່ສ້າງພັກ ແລະ ດ້ານອື່ນໆນໍາກັນ ໃນຫຼາຍຮູບແບບທີ່ເໝາະສົມ. ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນຈໍານວນໜຶ່ງທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

ສປປ ລາວ ແລະ ສປປ ເກາຫ ສບຕເພມທະວຮດແໜນການພວພນຮວມມ - image 5
 

ໃນຕອນຄໍ່າຂອງວັນດຽວກັນ ສະຫາຍ ກິມ ເຈິງ ອຸນ ຍັງໄດ້ເປັນເຈົ້າພາບຈັດງານລ້ຽງຮັບຮອງ ເປັນກຽດໃຫ້ແກ່ ສະຫາຍ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ. ພ້ອມນີ້, ໃນໂອກາດຢ້ຽມຢາມລັດຖະກິດ ຢູ່ ສປປ ເກົາຫຼີ ຄັ້ງນີ້, ຄະນະຜູ້ແທນຂັ້ນສູງຂອງ ພັກ ແລະ ລັດ ແຫ່ງ ສປປ ລາວ ຍັງມີແຜນທີ່ຈະຢ້ຽມຢາມ ວັງພະອາທິດ ກຶມສຸສານ, ໂຮງຮຽນທິດສະດີກໍ່ສ້າງພະນັກງານສູນກາງພັກແຮງງານເກົາຫຼີ, ຫ້ອງວາງສະແດງອາວຸດຍຸດໂທປະກອນປ້ອງກັນປະເທດ ແລະ ສູນວິຈິດຕະກໍາ ມານຊູແດ ອີກດ້ວຍ.

(ຂ່າວ: ກຕທ)

ຄໍາເຫັນ

ຂ່າວເດັ່ນ

ເພີ່ມທະວີສາຍພົວພັນສາມັກຄີພິເສດ ລາວ-ຫວຽດນາມກ້າວຂຶ້ນສູ່ລະດັບສູງໃໝ່

ເພີ່ມທະວີສາຍພົວພັນສາມັກຄີພິເສດ ລາວ-ຫວຽດນາມກ້າວຂຶ້ນສູ່ລະດັບສູງໃໝ່

ໃນວັນທີ 2 ທັນວາ 2025, ທີ່ນະຄອນຫຼວງວຽງຈັນ, ໄດ້ມີການພົບປະຂັ້ນສູງ ລະຫວ່າງ ພັກປະ ຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ໂດຍການເປັນປະທານຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ແລະ ສະຫາຍ ໂຕເລິມ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ.
ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງພັກກອມມູນິດກູບາ ເຂົ້າຢ້ຽມຂໍ່ານັບ

ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງພັກກອມມູນິດກູບາ ເຂົ້າຢ້ຽມຂໍ່ານັບ

ໃນວັນທີ 3 ​ທັນວາ 2025, ທີ່ສໍານັກງານສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ນາງ ມາຣຕາ ອາຢາລາ ອາວີລາ(Marta Ayala Ávila), ກໍາມະການກົມການເມືອງສູນກາງພັກ, ອໍານວຍການໃຫຍ່ສູນວິສາວະກໍາກຳມະພັນ ແລະ ເຕັກໂນໂລຊີຊີວະພາບ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ-ລັດແຫ່ງ ສ.ກູບາ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 1-3 ທັນວາ 2025.
ປະທານປະເທດຕ້ອນຮັບຮອງປະທານສະພາສູງແຫ່ງ ສ ຣັດເຊຍ

ປະທານປະເທດຕ້ອນຮັບຮອງປະທານສະພາສູງແຫ່ງ ສ ຣັດເຊຍ

ໃນວັນທີ 2 ທັນວາຜ່ານມາ ທີ່ຫໍປະຊຸມແຫ່ງຊາດ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງສປປ ລາວ ໄດ້ຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນິໂກລາຍ ຊູຣາວະໂລບ ຮອງປະທານສະພາສູງແຫ່ງສະຫະພັນ ຣັດເຊຍ ປະທານສະມາຄົມມິດຕະພາບລັດຖະສະພາຣັດເຊຍ-ລາວພ້ອມດ້ວຍຄະນະ ໃນໂອກາດເດີນທາງມາເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາສປປ ລາວ ຄົບຮອບ 50 ປີ.
ປະທານປະເທດ ຕ້ອນຮັບ ນາຍົກລັດຖະມົນຕີຫວຽດນາມ

ປະທານປະເທດ ຕ້ອນຮັບ ນາຍົກລັດຖະມົນຕີຫວຽດນາມ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ແລະ ເປັນປະທານຮ່ວມກອງປະຊຸມ ຄັ້ງທີ 48 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ.
ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບສົມເດັດປີໄຈ ເສນາ ເຕຍບັນ

ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບສົມເດັດປີໄຈ ເສນາ ເຕຍບັນ

ໃນວັນທີ 2 ທັນວານີ້, ທີ່ສໍານັກງານຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ປີໄຈ ເສນາ ເຕຍບັນ ຮອງປະທານພັກປະຊາຊົນ ກໍາປູເຈຍ ແລະ ຄະນະຜູ້ແທນຂັ້ນສູງ ພັກ, ລັດ ກຳປູເຈຍ ໃນໂອກາດເດີນທາງມາຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ.
ເປີດການນຳໃຊ້ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ

ເປີດການນຳໃຊ້ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ

ພິທີເປີດການນຳໃຊ້ສວນສາທາລະນະມິດຕະພາບລາວ-ຫວຽດນາມ ຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 2 ທັນວານີ້ ທີ່ ບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ,ປະທານປະເທດ ແຫ່ງ ສປປ ລາວ,ສະຫາຍ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ມີບັນດາສະຫາຍກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ກຳມະການສູນກາງພັກປະຊາຊົນປະຕິວັດລາວ ແລະພັກກອມມູນິດ ຫວຽດນາມ,ບັນດາກະຊວງ, ອົງການຂອງລາວ ແລະ ຫວຽດນາມ ແລະ ຊາວໜຸ່ມເຍົາວະຊົນເຂົ້າຮ່ວມ.
ສູນທອນພົດຂອງສະຫາຍທອງລຸນ ສີສຸລິດ  ເລຂາທິການໃຫຍ່ປະທານປະເທດແຫ່ງສປປລາວ  ກ່າວໃນພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50ປີ  (ທີ່ສະໜາມຫຼວງ, ວັນທີ 2 ທັນວາ 2025)

ສູນທອນພົດຂອງສະຫາຍທອງລຸນ ສີສຸລິດ ເລຂາທິການໃຫຍ່ປະທານປະເທດແຫ່ງສປປລາວ ກ່າວໃນພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50ປີ (ທີ່ສະໜາມຫຼວງ, ວັນທີ 2 ທັນວາ 2025)

- ບັນດາສະຫາຍການນໍາ, ອະດີດການນໍາພັກ-ລັດ ທີ່ນັບຖື, - ບັນດາສະຫາຍສະມາຊິກພັກ, ພະນັກງານອາວຸໂສ ໃນທົ່ວປະເທດ, - ແຂກຕ່າງປະເທດ, ບັນດາທູຕານຸທູດ, ຕາງໜ້າອົງການຈັດຕັ້ງສາກົນ,ທ່ານຍິງ, ທ່ານຊາຍທີ່ມີກຽດ, - ພີ່ນ້ອງຮ່ວມຊາດ, ເພື່ອນມິດທີ່ຮັກແພງທັງຫຼາຍ. ມື້ນີ້, ຄະນະບໍລິຫານງານສູນກາງພັກ, ລັດຖະບານ, ສະພາແຫ່ງຊາດ, ແນວລາວສ້າງຊາດ, ກໍາລັງປະກອບອາວຸດ ແລະ ປວງຊົນລາວ ໄດ້ຮ່ວມເປັນຈິດໜຶ່ງໃຈດຽວ ຈັດຕັ້ງພິທີໂຮມຊຸມນຸມໃຫຍ່ຂຶ້ນ ໃນສະຖານທີ່ອັນສັກກາລະບູຊາ ແລະ ທີ່ຕິດພັນກັບບັນດາເຫດການປະຫວັດສາດດ້ານການເມືອງ, ວັດທະນະທໍາ, ສັງຄົມຂອງຊາດລາວເຮົາແຫ່ງນີ້ ເພື່ອສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ.
ສະຫຼອງຢ່າງ​ຍິ່ງ​ໃຫຍ່ວັນສະຖາປະນາ ສປປ ລາວຄົບ​ຮອບ 50 ປີ

ສະຫຼອງຢ່າງ​ຍິ່ງ​ໃຫຍ່ວັນສະຖາປະນາ ສປປ ລາວຄົບ​ຮອບ 50 ປີ

ພິທີໂຮມຊຸມນຸມໃຫຍ່ ແລະ ການສວນສະໜາມ ເພື່ອສະເຫຼີມສະຫຼອງ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ຄົບຮອບ 50 ປີ (ວັນທີ 2 ທັນວາ 1975 – 2 ທັນວາ 2025) ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ ໃນຕອນເຊົ້າວັນທີ 2 ທັນວານີ້ ທີ່ສະໜາມຫຼວງ (ເດີ່ນພະທາດຫຼວງວຽງຈັນ), ໂດຍການເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ມີບັນດາການນໍາພັກ-ລັດ, ພະນັກງານປະຕິວັດອາວຸໂສ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ຕົວແທນຂອງນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ, ຕົວແທນນັກຮົບເກົ່າປະຕິວັດ, ຜູ້ຊົງຄຸນນະວຸດທິ, ຕົວແທນບັນດາເຜົ່າ, ຕົວແທນຄົນເຊື້ອຊາດລາວຢູ່ຕ່າງປະເທດ ແລະ ມວນຊົນຊາວນະຄອນຫຼວງ ກໍຄືປະຊາຊົນລາວບັນດາເຜົ່າ.
ວາງພວງມາລາ ແລະ ກະຕ່າດອກໄມ້ ໃນໂອກາດ50 ປີວັນສະຖາປະນາ ສປປ ລາວ

ວາງພວງມາລາ ແລະ ກະຕ່າດອກໄມ້ ໃນໂອກາດ50 ປີວັນສະຖາປະນາ ສປປ ລາວ

ການນໍາຂັ້ນສູງຂອງພັກ-ລັດ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ນໍາໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ໄດ້ເຂົ້າວາງພວງມາລາ ຢູ່ອານຸສາວະລີນັກຮົບນິລະນາມແລະ ເຂົ້າວາງກະຕ່າດອກໄມ້ ຢູ່ໜ້າຮູບປັ້ນຫຼໍ່ຂອງ ປະທານ ໄກສອນ ພົມວິຫານ ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ໃນຕອນເຊົ້າວັນທີ 1 ທັນວານີ້ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສາຖາປະນາ ສປປ ລາວຄົບຮອບ 50 ປີ (2ທັນວາ 1975 – 2 ທັນວາ 2025) ແລະວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920 – 13 ທັນວາ 2025).
ວາງພວງມາລາ ແລະ ກະຕ່າດອກໄມ້ ໃນໂອກາດ50 ປີວັນສະຖາປະນາ ສປປ ລາວ

ວາງພວງມາລາ ແລະ ກະຕ່າດອກໄມ້ ໃນໂອກາດ50 ປີວັນສະຖາປະນາ ສປປ ລາວ

ການນໍາຂັ້ນສູງຂອງພັກ-ລັດ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ນໍາໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ໄດ້ເຂົ້າວາງພວງມາລາ ຢູ່ອານຸສາວະລີນັກຮົບນິລະນາມແລະ ເຂົ້າວາງກະຕ່າດອກໄມ້ ຢູ່ໜ້າຮູບປັ້ນຫຼໍ່ຂອງ ປະທານ ໄກສອນ ພົມວິຫານ ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ໃນຕອນເຊົ້າວັນທີ 1 ທັນວານີ້ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສາຖາປະນາ ສປປ ລາວຄົບຮອບ 50 ປີ (2ທັນວາ 1975 – 2 ທັນວາ 2025) ແລະວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920 – 13 ທັນວາ 2025).
ເພີ່ມເຕີມ