ນາຍົກລັດຖະມົນຕີ ຂຶ້ນກ່າວຄໍາປາໄສຕໍ່ກອງປະຊຸມພາກອະພິປາຍທົ່ວໄປສະມັດຊາໃຫຍ່ອົງການ ສປຊ ສະໄໝທີ 80 ຢ່າງເປັນທາງການ ເນັ້ນໜັກການສົ່ງເສີມຫຼັກການພົວພັນຫຼາຍຝ່າຍ ແລະ ຮຽກຮ້ອງການສະໜັບສະໜູນປະເທດທີ່ຢູ່ໃນສະຖານະພາບພິເສດ

ນາຍົກລັດຖະມົນຕີ ຂຶ້ນກ່າວຄໍາປາໄສຕໍ່ກອງປະຊຸມພາກອະພິປາຍທົ່ວໄປສະມັດຊາໃຫຍ່ອົງການ ສປຊ ສະໄໝທີ 80 ຢ່າງເປັນທາງການ ເນັ້ນໜັກການສົ່ງເສີມຫຼັກການພົວພັນຫຼາຍຝ່າຍ ແລະ ຮຽກຮ້ອງການສະໜັບສະໜູນປະເທດທີ່ຢູ່ໃນສະຖານະພາບພິເສດ

ນາຍົກລັດຖະມົນຕີ ຂຶ້ນກ່າວຄໍາປາໄສຕໍ່ກອງປະຊຸມພາກອະພິປາຍທົ່ວໄປສະມັດຊາໃຫຍ່ອົງການ ສປຊ ສະໄໝທີ 80 ຢ່າງເປັນທາງການ ເນັ້ນໜັກການສົ່ງເສີມຫຼັກການພົວພັນຫຼາຍຝ່າຍ ແລະ ຮຽກຮ້ອງການສະໜັບສະໜູນປະເທດທີ່ຢູ່ໃນສະຖານະພາບພິເສດ
ວັນທີ 27 ກັນຍາ ຜ່ານມາ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ໄດ້ນຳພາຄະນະຜູ້ແທນເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ (ສປຊ) ສະໄໝທີ 80 ແລະ ໄດ້ກ່າວຄໍາປາໄສຢ່າງເປັນທາງການ ໃນພາກອະພິປາຍທົ່ວໄປ ພາຍໃຕ້ຄໍາຂວັນ: “ຮ່ວມກັນເພື່ອອະນາຄົດທີ່ດີ: 80 ປີ ແລະ ໃນຕໍ່ໜ້າເພື່ອສັນຕິພາບ, ການພັດທະນາ ແລະ ສິດທິມະນຸດທີ່ ຫ້ອງການໃຫຍ່ ອົງການ ສປຊ, ນະຄອນນິວຢອກ ສະຫະລັດ ອາເມຣິກາ.

 

ນາຍກລດຖະມນຕ ຂນກາວຄາປາໄສຕກອງປະຊມພາກອະພປາຍທວໄປສະມດຊາໃຫຍອງການ ສປຊ ສະໄໝທ 80 ຢາງເປນທາງການ ເນນໜກການສງເສມຫກການພວພນຫາຍຝາຍ ແລະ ຮຽກຮອງການສະໜບສະໜນປະເທດທຢໃນສະຖານະພາບພເສດ - image 1
 

ການສະເໜີທັດສະນະຂອງ ສປປ ລາວ; ໃນບົດປາໄສ, ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງ ຕໍ່ວາລະຄົບຮອບ 80 ປີ ຂອງການສ້າງຕັ້ງອົງການສະຫະປະຊາຊາດ ຊຶ່ງຖືເປັນຂີດໝາຍອັນສໍາຄັນດ້ານປະຫວັດສາດ ແລະ ຍັງເປັນໂອກາດອັນດີໃຫ້ແກ່ບັນດາປະເທດສະມາຊິກ ສະຫະປະຊາຊາດ ໄດ້ລະນຶກເຖິງຄວາມມຸ່ງມາດປາຖະໜາອັນແຮງກ້າຂອງວົງຄະນາຍາດສາກົນ ໃນການຊອກສະແຫວງຫາເສັ້ນທາງ ໃໝ່ໃນການປົກປັກຮັກສາສັນຕິພາບໂລກ ໂດຍຜ່ານການຮັບຮອງເອົາກົດບັດ ສປຊ ໃນປີ 1945 ຊຶ່ງໄດ້ກາຍເປັນຄໍາພີຊີ້ນໍາທາງໃຫ້ແກ່ວົງຄະນາຍາດສາກົນ ໃນການພົວພັນ ແລະ ຮ່ວມມືຫຼາຍຝ່າຍ. ທ່ານຍັງໄດ້ຢໍ້າຄືນຄວາມສໍາຄັນໃນການຢຶດໝັ້ນຕໍ່ບັນດາຫຼັກການພື້ນຖານຂອງ ກົດບັດສະຫະປະຊາຊາດເພື່ອສົ່ງເສີມສັນຕິພາບ, ສະຖຽນລະພາບ, ການພັດທະນາທີ່ມີຄວາມໝັ້ນຄົງ ແລະ ຍືນຍົງ. ສໍາຄັນ, ທ່ານໄດ້ເນັ້ນໜັກເຖິງຄວາມຈໍາເປັນໃນການແກ້ໄຂສິ່ງທ້າທາຍຂອງໂລກໂດຍສັນຕິ ເປັນຕົ້ນແມ່ນຂໍ້ຂັດແຍ່ງ ແລະ ການປະທະກັນດ້ວຍກໍາລັງ, ຄວາມບໍ່ເທົ່າທຽມກັນ ແລະ ການປ່ຽນແປງດິນຟ້າອາກາດ ຜ່ານການຮ່ວມມືຢ່າງແໜ້ນແຟ້ນ ໂດຍມີ ສະຫະປະຊາຊາດ ເປັນແກນກາງ.

ນາຍກລດຖະມນຕ ຂນກາວຄາປາໄສຕກອງປະຊມພາກອະພປາຍທວໄປສະມດຊາໃຫຍອງການ ສປຊ ສະໄໝທ 80 ຢາງເປນທາງການ ເນນໜກການສງເສມຫກການພວພນຫາຍຝາຍ ແລະ ຮຽກຮອງການສະໜບສະໜນປະເທດທຢໃນສະຖານະພາບພເສດ - image 2
 

ທ່ານ ສອນໄຊ ສີພັນດອນ ໄດ້ສະແດງການສະໜັບສະໜູນ ຕໍ່ ຂໍ້ລິເລີ່ມເພື່ອການປະຕິຮູບພາຍຫຼັງ 80 ປີ ຂອງການສ້າງຕັ້ງອົງການ ສປຊ (UN80 Initiative) ຂອງ ທ່ານເລຂາທິການໃຫຍ່ ເພື່ອຮັດແໜ້ນບົດບາດຂອງ ອົງການສະຫະປະຊາຊາດ ໃຫ້ມີປະສິດພາບສູງຂຶ້ນ ແລະ ສາມາດຮັບມືກັບສິ່ງທ້າທາຍ, ລວມທັງຕອບສະໜອງຄວາມຮຽກຮ້ອງຕ້ອງການທາງດ້ານການພັດທະນາໃນຍຸກສະໄໝໃໝ່.

ການຮຽກຮ້ອງໃຫ້ສະໜັບສະໜູນປະເທດທີ່ມີຄວາມອ່ອນໄຫວ; ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ປະຊາຄົມໂລກ ເພີ່ມທະວີການຊ່ວຍເຫຼືອແກ່ປະເທດທີ່ຢູ່ໃນສະຖານະພາບພິເສດ, ລວມທັງປະເທດດ້ອຍພັດທະນາ (LDCs), ປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ (LLDCs) ແລະ ປະເທດເກາະດອນນ້ອຍທີ່ກຳລັງພັດທະນາ (SIDS). ທ່ານໄດ້ຢໍ້າຄວາມໝາຍໝັ້ນຂອງ ສປປ ລາວ ໃນການສືບຕໍ່ສຸມໃສ່ການຈັດຕັ້ງປະຕິບັນດາເປົ້າໝາຍການພັດທະນາແບບຍືນຍົງ (SDGs), ລວມທັງຍຸດທະສາດ ວ່າດ້ວຍການຂ້າມຜ່ານຢ່າງໂລ່ງລ່ຽນ (Smooth TransitionStrategy) ເພື່ອກ້າວໄປສູ່ການຫຼຸດພົ້ນອອກຈາກສະຖານະພາບ LDC ໃນປີ 2026.

ນອກຈາກນີ້, ທ່ານ ສອນໄຊ ສີພັນດອນ ໄດ້ຢໍ້າຄືນທັດສະນະຂອງ ສປປ ລາວ ຕໍ່ບັນຫາປາແລັດສະຕິນ-ອິດສະຣາແອນ ໂດຍຮຽກຮ້ອງໃຫ້ທັງສອງຝ່າຍ ຫັນເຂົ້າສູ່ຂະບວນການແກ້ໄຂຂໍ້ຂັດແຍ່ງ ໂດຍສັນຕິວິທີ ກໍຄືການແກ້ໄຂບັນຫາແບບສອງລັດ. ພ້ອມດຽວກັນ, ສປປ ລາວ ຍັງໄດ້ຮຽກຮ້ອງໃຫ້ຍົກເລີກການຂວໍ້າບາດທາງດ້ານເສດຖະກິດ ແລະ ການເງິນ ຕໍ່ສາທາລະນະລັດ ກູບາ ພ້ອມທັງ ລຶບລາຍຊື່ປະເທດ ກູບາ ອອກຈາກບັນຊີ “ປະເທດທີ່ສະໜັບສະໜູນການກໍ່ການຮ້າຍ” ແລະ ຍົກເລີກບັນດາມາດຕະການບີບບັງຄັບຝ່າຍດຽວທັງໝົດ ຕໍ່ບັນດາປະເທດເອກະລາດ.

ນາຍກລດຖະມນຕ ຂນກາວຄາປາໄສຕກອງປະຊມພາກອະພປາຍທວໄປສະມດຊາໃຫຍອງການ ສປຊ ສະໄໝທ 80 ຢາງເປນທາງການ ເນນໜກການສງເສມຫກການພວພນຫາຍຝາຍ ແລະ ຮຽກຮອງການສະໜບສະໜນປະເທດທຢໃນສະຖານະພາບພເສດ - image 3
 

ການພົບປະກັບເລຂາທິການໃຫຍ່ ອົງການສະຫະປະຊາຊາດ; ໃນວັນດຽວກັນ, ທ່ານ ນາຍົກລັດຖະມົນຕີ ໄດ້ສືບຕໍ່ນໍາພາຄະນະ ເຂົ້າພົບປະກັບ ທ່ານ ອັນໂຕນີໂອ ກູເຕີເຣສ (António Guterres), ເລຂາທິການໃຫຍ່ ອົງການສະຫະປະຊາຊາດ. ໃນໂອກາດດັ່ງກ່າວ, ທັງສອງຝ່າຍ ໄດ້ຕີລາຄາສູງຕໍ່ການຮ່ວມມືທີ່ຍາວນານ ແລະ ເປັນຮູບປະທໍາ ລະຫວ່າງ ສປປ ລາວ ແລະ ສະຫະປະຊາຊາດ ໃນຂົງເຂດບູລິມະສິດ ເປັນຕົ້ນແມ່ນ: ການຈັດຕັ້ງຜັນຂະຫຍາຍວາລະ 2030 ເພື່ອການພັດທະນາແບບຍືນຍົງ ໂດຍສະເພາະແມ່ນ ເປົ້າໝາຍ ທີ 18 ຄື: ການແກ້ໄຂບັນຫາລະເບີດທີ່ບໍ່ທັນແຕກ (UXO), ແຜນງານສະເພາະສໍາລັບກຸ່ມປະເທດດ້ອຍພັດທະນາ ແລະ ປະເທດກໍາລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ ເຂົ້າໃນແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ເພື່ອບັນລຸເປົ້າໝາຍຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ກາຍເປັນປະເທດເຊື່ອມໂຍງເຊື່ອມຈອດໃນພາກພື້ນ. ພິເສດ, ທ່ານ ນາຍົກລັດຖະມົນຕີ ໄດ້ຢໍ້າຄືນຄວາມໝາຍໝັ້ນໃນການສືບຕໍ່ສະໜັບສະໜູນບົດບາດສໍາຄັນຂອງອົງການ ສປຊ ເພື່ອແກ້ໄຂບັນຫາສິ່ງທ້າທາຍ ແລະ ວິກິດການຕ່າງໆ ທີ່ວົງຄະນາຍາດສາກົນພວມປະເຊີນໜ້າຢູ່ໃນປັດຈຸບັນ.

ທ່ານເລຂາທິການໃຫຍ່ ໄດ້ຊົມເຊີຍຜົນສຳເລັດຂອງ ສປປ ລາວ ທີ່ ຍາດແຍ່ງມາໄດ້ໃນໄລຍະຜ່ານມາ ເປັນຕົ້ນແມ່ນການຜ່ານເກນມາດຕະຖານໃນການອອກຈາກສະຖານະພາບປະເທດດ້ອຍພັດທະນາ ທັງ 3 ເງື່ອນໄຂ ເຖິງ 2 ຄັ້ງ, ພ້ອມທັງ ບົດບາດຂອງ ສປປ ລາວ ໃນ ອາຊຽນ. ທ່ານເລຂາທິການໃຫຍ່ ຍັງໄດ້ຊົມເຊີຍຄວາມພະຍາມຂອງ ສປປ ລາວ ໃນການຊ່ວຍເສີມຂະຫຍາຍສັນຕິພາບໃນໂລກ ໂດຍການຮັບເປັນປະທານກອງປະຊຸມທົບທວນຄືນຄັ້ງທີ 3 ສົນທິສັນຍາເກືອດຫ້າມລະເບີດລູກຫວ່ານ ທີ່ຈະຈັດຂຶ້ນໃນປີ 2026 ນີ້ ແລະ ການມີສ່ວນຮ່ວມຂອງ ສປປ ລາວ ໃນເວທີຂອງອົງການຮ່ວມມືຊຽງໄຮ້ (SCO) ທີ່ ສປປ ລາວ ໄດ້ເຂົ້າເປັນຄູ່ຮ່ວມເຈລະຈາຂອງອົງການ ໃນປີນີ້. ນອກນີ້, ອົງການ ສປຊ ໄດ້ໃຫ້ຄໍາໝາຍໝັ້ນວ່າຈະສືບຕໍ່ສະໜັບສະໜູນ ສປປ ລາວ ໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ກໍຄື ໃນເສັ້ນທາງການອອກຈາກສະຖານະພາບປະເທດດ້ອຍພັດທະນາຂອງ ສປປ ລາວ.

(ຂ່າວ: ກຕທ)

ຄໍາເຫັນ

ຂ່າວເດັ່ນ

ເພີ່ມທະວີສາຍພົວພັນສາມັກຄີພິເສດ ລາວ-ຫວຽດນາມກ້າວຂຶ້ນສູ່ລະດັບສູງໃໝ່

ເພີ່ມທະວີສາຍພົວພັນສາມັກຄີພິເສດ ລາວ-ຫວຽດນາມກ້າວຂຶ້ນສູ່ລະດັບສູງໃໝ່

ໃນວັນທີ 2 ທັນວາ 2025, ທີ່ນະຄອນຫຼວງວຽງຈັນ, ໄດ້ມີການພົບປະຂັ້ນສູງ ລະຫວ່າງ ພັກປະ ຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ໂດຍການເປັນປະທານຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ແລະ ສະຫາຍ ໂຕເລິມ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ.
ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງພັກກອມມູນິດກູບາ ເຂົ້າຢ້ຽມຂໍ່ານັບ

ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງພັກກອມມູນິດກູບາ ເຂົ້າຢ້ຽມຂໍ່ານັບ

ໃນວັນທີ 3 ​ທັນວາ 2025, ທີ່ສໍານັກງານສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ນາງ ມາຣຕາ ອາຢາລາ ອາວີລາ(Marta Ayala Ávila), ກໍາມະການກົມການເມືອງສູນກາງພັກ, ອໍານວຍການໃຫຍ່ສູນວິສາວະກໍາກຳມະພັນ ແລະ ເຕັກໂນໂລຊີຊີວະພາບ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ-ລັດແຫ່ງ ສ.ກູບາ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 1-3 ທັນວາ 2025.
ປະທານປະເທດຕ້ອນຮັບຮອງປະທານສະພາສູງແຫ່ງ ສ ຣັດເຊຍ

ປະທານປະເທດຕ້ອນຮັບຮອງປະທານສະພາສູງແຫ່ງ ສ ຣັດເຊຍ

ໃນວັນທີ 2 ທັນວາຜ່ານມາ ທີ່ຫໍປະຊຸມແຫ່ງຊາດ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງສປປ ລາວ ໄດ້ຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນິໂກລາຍ ຊູຣາວະໂລບ ຮອງປະທານສະພາສູງແຫ່ງສະຫະພັນ ຣັດເຊຍ ປະທານສະມາຄົມມິດຕະພາບລັດຖະສະພາຣັດເຊຍ-ລາວພ້ອມດ້ວຍຄະນະ ໃນໂອກາດເດີນທາງມາເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາສປປ ລາວ ຄົບຮອບ 50 ປີ.
ປະທານປະເທດ ຕ້ອນຮັບ ນາຍົກລັດຖະມົນຕີຫວຽດນາມ

ປະທານປະເທດ ຕ້ອນຮັບ ນາຍົກລັດຖະມົນຕີຫວຽດນາມ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ແລະ ເປັນປະທານຮ່ວມກອງປະຊຸມ ຄັ້ງທີ 48 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ.
ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບສົມເດັດປີໄຈ ເສນາ ເຕຍບັນ

ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບສົມເດັດປີໄຈ ເສນາ ເຕຍບັນ

ໃນວັນທີ 2 ທັນວານີ້, ທີ່ສໍານັກງານຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ປີໄຈ ເສນາ ເຕຍບັນ ຮອງປະທານພັກປະຊາຊົນ ກໍາປູເຈຍ ແລະ ຄະນະຜູ້ແທນຂັ້ນສູງ ພັກ, ລັດ ກຳປູເຈຍ ໃນໂອກາດເດີນທາງມາຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ.
ເປີດການນຳໃຊ້ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ

ເປີດການນຳໃຊ້ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ

ພິທີເປີດການນຳໃຊ້ສວນສາທາລະນະມິດຕະພາບລາວ-ຫວຽດນາມ ຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 2 ທັນວານີ້ ທີ່ ບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ,ປະທານປະເທດ ແຫ່ງ ສປປ ລາວ,ສະຫາຍ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ມີບັນດາສະຫາຍກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ກຳມະການສູນກາງພັກປະຊາຊົນປະຕິວັດລາວ ແລະພັກກອມມູນິດ ຫວຽດນາມ,ບັນດາກະຊວງ, ອົງການຂອງລາວ ແລະ ຫວຽດນາມ ແລະ ຊາວໜຸ່ມເຍົາວະຊົນເຂົ້າຮ່ວມ.
ສູນທອນພົດຂອງສະຫາຍທອງລຸນ ສີສຸລິດ  ເລຂາທິການໃຫຍ່ປະທານປະເທດແຫ່ງສປປລາວ  ກ່າວໃນພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50ປີ  (ທີ່ສະໜາມຫຼວງ, ວັນທີ 2 ທັນວາ 2025)

ສູນທອນພົດຂອງສະຫາຍທອງລຸນ ສີສຸລິດ ເລຂາທິການໃຫຍ່ປະທານປະເທດແຫ່ງສປປລາວ ກ່າວໃນພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50ປີ (ທີ່ສະໜາມຫຼວງ, ວັນທີ 2 ທັນວາ 2025)

- ບັນດາສະຫາຍການນໍາ, ອະດີດການນໍາພັກ-ລັດ ທີ່ນັບຖື, - ບັນດາສະຫາຍສະມາຊິກພັກ, ພະນັກງານອາວຸໂສ ໃນທົ່ວປະເທດ, - ແຂກຕ່າງປະເທດ, ບັນດາທູຕານຸທູດ, ຕາງໜ້າອົງການຈັດຕັ້ງສາກົນ,ທ່ານຍິງ, ທ່ານຊາຍທີ່ມີກຽດ, - ພີ່ນ້ອງຮ່ວມຊາດ, ເພື່ອນມິດທີ່ຮັກແພງທັງຫຼາຍ. ມື້ນີ້, ຄະນະບໍລິຫານງານສູນກາງພັກ, ລັດຖະບານ, ສະພາແຫ່ງຊາດ, ແນວລາວສ້າງຊາດ, ກໍາລັງປະກອບອາວຸດ ແລະ ປວງຊົນລາວ ໄດ້ຮ່ວມເປັນຈິດໜຶ່ງໃຈດຽວ ຈັດຕັ້ງພິທີໂຮມຊຸມນຸມໃຫຍ່ຂຶ້ນ ໃນສະຖານທີ່ອັນສັກກາລະບູຊາ ແລະ ທີ່ຕິດພັນກັບບັນດາເຫດການປະຫວັດສາດດ້ານການເມືອງ, ວັດທະນະທໍາ, ສັງຄົມຂອງຊາດລາວເຮົາແຫ່ງນີ້ ເພື່ອສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ.
ສະຫຼອງຢ່າງ​ຍິ່ງ​ໃຫຍ່ວັນສະຖາປະນາ ສປປ ລາວຄົບ​ຮອບ 50 ປີ

ສະຫຼອງຢ່າງ​ຍິ່ງ​ໃຫຍ່ວັນສະຖາປະນາ ສປປ ລາວຄົບ​ຮອບ 50 ປີ

ພິທີໂຮມຊຸມນຸມໃຫຍ່ ແລະ ການສວນສະໜາມ ເພື່ອສະເຫຼີມສະຫຼອງ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ຄົບຮອບ 50 ປີ (ວັນທີ 2 ທັນວາ 1975 – 2 ທັນວາ 2025) ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ ໃນຕອນເຊົ້າວັນທີ 2 ທັນວານີ້ ທີ່ສະໜາມຫຼວງ (ເດີ່ນພະທາດຫຼວງວຽງຈັນ), ໂດຍການເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ມີບັນດາການນໍາພັກ-ລັດ, ພະນັກງານປະຕິວັດອາວຸໂສ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ຕົວແທນຂອງນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ, ຕົວແທນນັກຮົບເກົ່າປະຕິວັດ, ຜູ້ຊົງຄຸນນະວຸດທິ, ຕົວແທນບັນດາເຜົ່າ, ຕົວແທນຄົນເຊື້ອຊາດລາວຢູ່ຕ່າງປະເທດ ແລະ ມວນຊົນຊາວນະຄອນຫຼວງ ກໍຄືປະຊາຊົນລາວບັນດາເຜົ່າ.
ວາງພວງມາລາ ແລະ ກະຕ່າດອກໄມ້ ໃນໂອກາດ50 ປີວັນສະຖາປະນາ ສປປ ລາວ

ວາງພວງມາລາ ແລະ ກະຕ່າດອກໄມ້ ໃນໂອກາດ50 ປີວັນສະຖາປະນາ ສປປ ລາວ

ການນໍາຂັ້ນສູງຂອງພັກ-ລັດ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ນໍາໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ໄດ້ເຂົ້າວາງພວງມາລາ ຢູ່ອານຸສາວະລີນັກຮົບນິລະນາມແລະ ເຂົ້າວາງກະຕ່າດອກໄມ້ ຢູ່ໜ້າຮູບປັ້ນຫຼໍ່ຂອງ ປະທານ ໄກສອນ ພົມວິຫານ ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ໃນຕອນເຊົ້າວັນທີ 1 ທັນວານີ້ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສາຖາປະນາ ສປປ ລາວຄົບຮອບ 50 ປີ (2ທັນວາ 1975 – 2 ທັນວາ 2025) ແລະວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920 – 13 ທັນວາ 2025).
ວາງພວງມາລາ ແລະ ກະຕ່າດອກໄມ້ ໃນໂອກາດ50 ປີວັນສະຖາປະນາ ສປປ ລາວ

ວາງພວງມາລາ ແລະ ກະຕ່າດອກໄມ້ ໃນໂອກາດ50 ປີວັນສະຖາປະນາ ສປປ ລາວ

ການນໍາຂັ້ນສູງຂອງພັກ-ລັດ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ນໍາໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ໄດ້ເຂົ້າວາງພວງມາລາ ຢູ່ອານຸສາວະລີນັກຮົບນິລະນາມແລະ ເຂົ້າວາງກະຕ່າດອກໄມ້ ຢູ່ໜ້າຮູບປັ້ນຫຼໍ່ຂອງ ປະທານ ໄກສອນ ພົມວິຫານ ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ໃນຕອນເຊົ້າວັນທີ 1 ທັນວານີ້ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສາຖາປະນາ ສປປ ລາວຄົບຮອບ 50 ປີ (2ທັນວາ 1975 – 2 ທັນວາ 2025) ແລະວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920 – 13 ທັນວາ 2025).
ເພີ່ມເຕີມ