ນາຍົກລັດຖະມົນຕີ ເຂົ້າຮ່ວມ​ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ປະຊາຊົນທີ່ຖືກນໍ້າຖ້ວມ ຢູ່ 8 ບ້ານ​ ຂອງ​ເມືອງຊະນະສົມບູນ​ ​

ວັນທີ​ 7 ຕຸລາຜ່ານມານີ້,​ ທ່ານ​ ສອນໄຊ​ ສີພັນດອນ​ ນາຍົກ​ລັດຖະມົນຕີ​​ ພ້ອມພັນລະຍາ ໄດ້ໃຫ້ກຽດເຂົ້າຮ່ວມ​ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ປະຊາຊົນທີ່ຖືກນໍ້າຖ້ວມ ຢູ່ 8 ບ້ານ​ ຂອງ​ເມືອງຊະນະສົມບູນ​ ແຂວງຈໍາປາສັກ., ມີທ່ານ​​ອາລຸນໄຊ​ ສູນນະລາດ​ ເຈົ້າແຂວງ​ຈໍາປາສັກ​ ພ້ອມດ້ວຍ​ ພາກສ່ວນກ່ຽວຂ້ອງຂອງແຂວງ ແລະ ເມືອງຊະນະສົມບູນ​ເຂົ້າຮ່ວມ.​ ພິທີມອບເຄື່ອງຈັດຂຶ້ນຢູ່ສາລາໂຮງທໍາວັດບ້ານຄີລີ​,.
ນາຍກລດຖະມນຕ ເຂາຮວມ​ມອບເຄອງຊວຍເຫອບນເທາທກ ປະຊາຊນທຖກນາຖວມ ຢ 8 ບານ​ ຂອງ​ເມອງຊະນະສມບນ​ ​ - image 1
 
ໃນພິທີ, ທ່ານ ນາງ ພູໄພທອງ ພິມມະວົງສາ ເລຂາຄະນະບໍລິຫານງານພັກເມືອງຊະນະສົມບູນ ລາຍງານວ່າ: ປີ 2025 ຢູ່ເມືອງຊະນະສົມບູນ ໄດ້ເກີດມີສະພາບນໍ້າຖ້ວມ3 ຄັ້ງ ເຮັດໃຫ້ເນື້ອທີ່ນາດໍາ ແລະ ນາຫວ່ານຂອງຊາວກະສິກອນ ຖືກຖ້ວມລວມມີ 26 ບ້ານ, ມີ 1,062 ຄອບຄົວ, ມີ 3,849 ຄົນຍິງ 2,481 ຄົນ, ເນື້ອທີ່ນາຖືກຖ້ວມທັງໝົດ 1,043 ກວ່າເຮັກຕາ. ສະເພາະບ້ານຄີລີ ມີ 2 ຄຸ້ມບ້ານ ຄື: ຄຸ້ມຄີລີ ແລະ ຄຸ້ມຄໍາຢາດມີ 392 ຄອບຄົວ, ມີ1,867 ຄົນຍິງ 375 ຄົນ.ໃນນັ້ນ, ຄອບຄົວທີ່ຖືກຜົນກະທົບມີ 30 ຄອບຄົວ, ມີ125 ຄົນຍິງ 89 ຄົນ, ເນື້ອທີ່ນາຖືກ ຖ້ວມ 48.73 ເຮັກຕາ, ເນື້ອທີ່ນາຖືກເສຍຫາຍ 23.8 ເຮັກຕາ. ສ່ວນພາຫະນະ ແລະ ສັດລ້ຽງຕ່າງໆ ແມ່ນໄດ້ເຄື່ອນຍ້າຍໄປໄວ້ຢຸ່ບ່ອນທີ່ມີຄວາມປອດໄພ. ເສັ້ນທາງເຂົ້າບ້ານທີ່ຖືກນໍ້າຖ້ວມ ມີ 4 ບ້ານຄື: ບ້ານຄີລີ, ບ້ານນາຂາມ, ບ້ານເລົ່າ (ຄຸ້ມແກ້ງໄມ້ເຮີ້ຍ) ແລະ ບ້ານໂສໂລນ້ອຍ. ນອກຈາກນໍ້າຖ້ວມທາງແລ້ວ, ຍັງມີເສົາໄຟຟ້າຫັກຢູ່ຈຸດບ້ານໜອງໂນ ແລະ ຕາຝັ່ງເຈື່ອນ ຢູ່ບ້ານໂສໂລນ້ອຍ.

ສໍາລັບການຊ່ວຍເຫຼືອເບື້ອງຕົ້ນ, ການນໍາຂອງແຂວງ ແລະ ການນໍາເມືອງ ໄດ້ໃຫ້ການຊ່ວຍເຫຼືອສຸກເສີນແກ່ບ້ານທີ່ໄດ້ຮັບຜົນກະທົບ ຄື: ບ້ານຄີລີ ແລະ ບ້ານນາຂາມ ໃນ 4 ຄຸ້ມບ້ານ ຈຳນວນ 101 ລ້ານກວ່າກີບ. ນອກນີ້, ຍັງໄດ້ຮັບການຊ່ວຍຈາກໂຄງການ ຢູເອັນດີພີ ແລະ ໂຄງການອັອກຟາມ ເປັນຕົ້ນແມ່ນການສ້າງສູນຫຼົບໄພ, ເສື້ອຊູຊີບ ແລະ ອື່ນໆ ໃຫ້ແກ່ປະຊາຊົນບ້ານຄີລີ ແລະ ບ້ານໂສໂລນ້ອຍ. ຕອນທ້າຍ ຍັງໄດ້ສະເໜີໃຫ້ການຈັດຕັ້ງພັກ - ລັດ, ຂັ້ນເທິງຊ່ວຍເຫຼືອສ້ອມແປງທາງ ພາຍຫຼັງນໍ້າບົກ ເພື່ອເຮັດໃຫ້ການສັນຈອນໄປມາມີຄວາມສະດວກ ແລະ ຖ້າເປັນໄປໄດ້ ຢາກໃຫ້ຊ່ວຍກໍ່ສ້າງທາງເຂົ້າບ້ານທີ່ໄດ້ມາດຕະຖານ ແບບນໍ້າບໍ່ສາມາດຖ້ວມໄດ້.

ນາຍກລດຖະມນຕ ເຂາຮວມ​ມອບເຄອງຊວຍເຫອບນເທາທກ ປະຊາຊນທຖກນາຖວມ ຢ 8 ບານ​ ຂອງ​ເມອງຊະນະສມບນ​ ​ - image 2
 
ທ່ານນາຍົກລັດຖະມົນຕີ ໂອ້ລົມຕໍ່ຄະນະພັກ-ອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ 8 ບ້ານ ທີ່ໄດ້ຮັບຜົນຈາກນໍ້າຖ້ວມຄັ້ງນີ້, ກ່ອນອື່ນທ່ານໄດ້ຍົກໃຫ້ເຫັນຄວາມເປັນຫ່ວງເປັນໄຍຂອງພັກ ແລະ ລັດຖະບານທີ່ມີຕໍ່ພໍ່ແມ່ປະຊາຊົນລາວບັນດາເຜົ່າທຸກຖ້ວນໜ້າ, ຍົກໃຫ້ເຫັນສະພາບຜົນກະທົບຈາກນໍ້າຖ້ວມຢູ່ບັນດາແຂວງພາກເໜືອ. ຈາກນັ້ນ, ທ່ານກໍຮຽກຮ້ອງພໍ່ແມ່ປະຊາຊົນມີແນວຄິດທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ ເພາະວ່າຍາມໃດ ພັກ-ລັດ ກໍເອົາໃຈໃສ່ດູແລເບິ່ງແຍງປະຊາຊົນສະເໝີ. ພ້ອມນີ້ ທ່ານກໍມີຄໍາເຫັນຊີ້ນຳ ໃຫ້ທຸກພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ດູແລເບິ່ງແຍງຊ່ວຍເຫຼືອປະຊາຊົນ ພ້ອມທັງແນະນໍາໃຫ້ພໍ່ແມ່ປະຊາຊົນມີຄວາມສາມັກຄີ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ມອບໃຫ້ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ແລະ ເມືອງ ເອົາໃຈໃສ່ເກັບກຳຂໍ້ມູນຜົນເສຍຫາຍລະອຽດ ເພື່ອລາຍງານ ແລະ ລົງເລິກຄົ້ນຄວ້າສະເໜີແກ້ໄຂສ້ອມແປງທາງ ທັງໃນໄລຍະສັ້ນ, ສະເພາະໜ້າ ແລະ ຍາວນານ, ຄົ້ນຄວ້າຊອກຫາແນວພັນ, ຊຸກຍູ້ສົ່ງເສີມໃຫ້ແກ່ປະຊາຊົນສຸມໃສ່ການຜະລິດ ໂດຍປູກພືດທົດແທນຜົນຜະລິດທີ່ໄດ້ຮັບຜົນກະທົບ ເພື່ອພັດທະນາຄຸນນະພາບຊີວິດ ຕາມທິດສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ເພື່ອເຮັດໃຫ້ປະຊາຊົນມີຢູ່ມີກິນ ແລະ ປະກອບສ່ວນໃນການນໍາພາປະເທດຊາດຫຼຸດພົ້ນອອກຈາກສະພາບດ້ອຍພັດທະນາ. ຈາກນັ້ນ, ກໍໄດ້ມອບເຂົ້າສານ, ນໍ້າດື່ມ ແລະ ໝີ່ ລວມມູນຄ່າ 397 ລ້ານກວ່າກີບ ໃຫ້ປະຊາຊົນທີ່ຖືກນໍ້າຖ້ວມ ຢູ່ 8 ບ້ານຂອງເມືອງຊະນະສົມບູນ.

(ຂ່າວ-ພາບ: ທູນທອງໃຈ)

ຄໍາເຫັນ

ຂ່າວເດັ່ນ

ເພີ່ມທະວີສາຍພົວພັນສາມັກຄີພິເສດ ລາວ-ຫວຽດນາມກ້າວຂຶ້ນສູ່ລະດັບສູງໃໝ່

ເພີ່ມທະວີສາຍພົວພັນສາມັກຄີພິເສດ ລາວ-ຫວຽດນາມກ້າວຂຶ້ນສູ່ລະດັບສູງໃໝ່

ໃນວັນທີ 2 ທັນວາ 2025, ທີ່ນະຄອນຫຼວງວຽງຈັນ, ໄດ້ມີການພົບປະຂັ້ນສູງ ລະຫວ່າງ ພັກປະ ຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ໂດຍການເປັນປະທານຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ແລະ ສະຫາຍ ໂຕເລິມ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ.
ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງພັກກອມມູນິດກູບາ ເຂົ້າຢ້ຽມຂໍ່ານັບ

ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງພັກກອມມູນິດກູບາ ເຂົ້າຢ້ຽມຂໍ່ານັບ

ໃນວັນທີ 3 ​ທັນວາ 2025, ທີ່ສໍານັກງານສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ນາງ ມາຣຕາ ອາຢາລາ ອາວີລາ(Marta Ayala Ávila), ກໍາມະການກົມການເມືອງສູນກາງພັກ, ອໍານວຍການໃຫຍ່ສູນວິສາວະກໍາກຳມະພັນ ແລະ ເຕັກໂນໂລຊີຊີວະພາບ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ-ລັດແຫ່ງ ສ.ກູບາ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 1-3 ທັນວາ 2025.
ປະທານປະເທດຕ້ອນຮັບຮອງປະທານສະພາສູງແຫ່ງ ສ ຣັດເຊຍ

ປະທານປະເທດຕ້ອນຮັບຮອງປະທານສະພາສູງແຫ່ງ ສ ຣັດເຊຍ

ໃນວັນທີ 2 ທັນວາຜ່ານມາ ທີ່ຫໍປະຊຸມແຫ່ງຊາດ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງສປປ ລາວ ໄດ້ຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນິໂກລາຍ ຊູຣາວະໂລບ ຮອງປະທານສະພາສູງແຫ່ງສະຫະພັນ ຣັດເຊຍ ປະທານສະມາຄົມມິດຕະພາບລັດຖະສະພາຣັດເຊຍ-ລາວພ້ອມດ້ວຍຄະນະ ໃນໂອກາດເດີນທາງມາເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາສປປ ລາວ ຄົບຮອບ 50 ປີ.
ປະທານປະເທດ ຕ້ອນຮັບ ນາຍົກລັດຖະມົນຕີຫວຽດນາມ

ປະທານປະເທດ ຕ້ອນຮັບ ນາຍົກລັດຖະມົນຕີຫວຽດນາມ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ແລະ ເປັນປະທານຮ່ວມກອງປະຊຸມ ຄັ້ງທີ 48 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ.
ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບສົມເດັດປີໄຈ ເສນາ ເຕຍບັນ

ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບສົມເດັດປີໄຈ ເສນາ ເຕຍບັນ

ໃນວັນທີ 2 ທັນວານີ້, ທີ່ສໍານັກງານຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ປີໄຈ ເສນາ ເຕຍບັນ ຮອງປະທານພັກປະຊາຊົນ ກໍາປູເຈຍ ແລະ ຄະນະຜູ້ແທນຂັ້ນສູງ ພັກ, ລັດ ກຳປູເຈຍ ໃນໂອກາດເດີນທາງມາຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ.
ເປີດການນຳໃຊ້ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ

ເປີດການນຳໃຊ້ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ

ພິທີເປີດການນຳໃຊ້ສວນສາທາລະນະມິດຕະພາບລາວ-ຫວຽດນາມ ຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 2 ທັນວານີ້ ທີ່ ບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ,ປະທານປະເທດ ແຫ່ງ ສປປ ລາວ,ສະຫາຍ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ມີບັນດາສະຫາຍກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ກຳມະການສູນກາງພັກປະຊາຊົນປະຕິວັດລາວ ແລະພັກກອມມູນິດ ຫວຽດນາມ,ບັນດາກະຊວງ, ອົງການຂອງລາວ ແລະ ຫວຽດນາມ ແລະ ຊາວໜຸ່ມເຍົາວະຊົນເຂົ້າຮ່ວມ.
ສູນທອນພົດຂອງສະຫາຍທອງລຸນ ສີສຸລິດ  ເລຂາທິການໃຫຍ່ປະທານປະເທດແຫ່ງສປປລາວ  ກ່າວໃນພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50ປີ  (ທີ່ສະໜາມຫຼວງ, ວັນທີ 2 ທັນວາ 2025)

ສູນທອນພົດຂອງສະຫາຍທອງລຸນ ສີສຸລິດ ເລຂາທິການໃຫຍ່ປະທານປະເທດແຫ່ງສປປລາວ ກ່າວໃນພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50ປີ (ທີ່ສະໜາມຫຼວງ, ວັນທີ 2 ທັນວາ 2025)

- ບັນດາສະຫາຍການນໍາ, ອະດີດການນໍາພັກ-ລັດ ທີ່ນັບຖື, - ບັນດາສະຫາຍສະມາຊິກພັກ, ພະນັກງານອາວຸໂສ ໃນທົ່ວປະເທດ, - ແຂກຕ່າງປະເທດ, ບັນດາທູຕານຸທູດ, ຕາງໜ້າອົງການຈັດຕັ້ງສາກົນ,ທ່ານຍິງ, ທ່ານຊາຍທີ່ມີກຽດ, - ພີ່ນ້ອງຮ່ວມຊາດ, ເພື່ອນມິດທີ່ຮັກແພງທັງຫຼາຍ. ມື້ນີ້, ຄະນະບໍລິຫານງານສູນກາງພັກ, ລັດຖະບານ, ສະພາແຫ່ງຊາດ, ແນວລາວສ້າງຊາດ, ກໍາລັງປະກອບອາວຸດ ແລະ ປວງຊົນລາວ ໄດ້ຮ່ວມເປັນຈິດໜຶ່ງໃຈດຽວ ຈັດຕັ້ງພິທີໂຮມຊຸມນຸມໃຫຍ່ຂຶ້ນ ໃນສະຖານທີ່ອັນສັກກາລະບູຊາ ແລະ ທີ່ຕິດພັນກັບບັນດາເຫດການປະຫວັດສາດດ້ານການເມືອງ, ວັດທະນະທໍາ, ສັງຄົມຂອງຊາດລາວເຮົາແຫ່ງນີ້ ເພື່ອສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ.
ສະຫຼອງຢ່າງ​ຍິ່ງ​ໃຫຍ່ວັນສະຖາປະນາ ສປປ ລາວຄົບ​ຮອບ 50 ປີ

ສະຫຼອງຢ່າງ​ຍິ່ງ​ໃຫຍ່ວັນສະຖາປະນາ ສປປ ລາວຄົບ​ຮອບ 50 ປີ

ພິທີໂຮມຊຸມນຸມໃຫຍ່ ແລະ ການສວນສະໜາມ ເພື່ອສະເຫຼີມສະຫຼອງ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ຄົບຮອບ 50 ປີ (ວັນທີ 2 ທັນວາ 1975 – 2 ທັນວາ 2025) ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ ໃນຕອນເຊົ້າວັນທີ 2 ທັນວານີ້ ທີ່ສະໜາມຫຼວງ (ເດີ່ນພະທາດຫຼວງວຽງຈັນ), ໂດຍການເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ມີບັນດາການນໍາພັກ-ລັດ, ພະນັກງານປະຕິວັດອາວຸໂສ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ຕົວແທນຂອງນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ, ຕົວແທນນັກຮົບເກົ່າປະຕິວັດ, ຜູ້ຊົງຄຸນນະວຸດທິ, ຕົວແທນບັນດາເຜົ່າ, ຕົວແທນຄົນເຊື້ອຊາດລາວຢູ່ຕ່າງປະເທດ ແລະ ມວນຊົນຊາວນະຄອນຫຼວງ ກໍຄືປະຊາຊົນລາວບັນດາເຜົ່າ.
ວາງພວງມາລາ ແລະ ກະຕ່າດອກໄມ້ ໃນໂອກາດ50 ປີວັນສະຖາປະນາ ສປປ ລາວ

ວາງພວງມາລາ ແລະ ກະຕ່າດອກໄມ້ ໃນໂອກາດ50 ປີວັນສະຖາປະນາ ສປປ ລາວ

ການນໍາຂັ້ນສູງຂອງພັກ-ລັດ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ນໍາໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ໄດ້ເຂົ້າວາງພວງມາລາ ຢູ່ອານຸສາວະລີນັກຮົບນິລະນາມແລະ ເຂົ້າວາງກະຕ່າດອກໄມ້ ຢູ່ໜ້າຮູບປັ້ນຫຼໍ່ຂອງ ປະທານ ໄກສອນ ພົມວິຫານ ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ໃນຕອນເຊົ້າວັນທີ 1 ທັນວານີ້ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສາຖາປະນາ ສປປ ລາວຄົບຮອບ 50 ປີ (2ທັນວາ 1975 – 2 ທັນວາ 2025) ແລະວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920 – 13 ທັນວາ 2025).

ເພີ່ມເຕີມ