ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງຄະນະບໍລິຫານງານພັກແຂວງອັດຕະປື

ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງຄະນະບໍລິຫານງານພັກແຂວງອັດຕະປື

ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງຄະນະບໍລິຫານງານພັກແຂວງອັດຕະປື
ກອງປະຊຸມທາບທາມບຸກຄະລາກອນ ອອກຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງອັດຕະປື ສະໄໝທີ XII ຮອບທີ III ຈັດຂຶ້ນໃນວັນທີ 11 ກັນຍາ ຜ່ານມານີ້ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ສອນໄຊ ສີພັນດອນ ກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ, ມີ ສະຫາຍ ພົນໂທ ວັນທອງ ກອງມະນີ ກຳມະການສູນກາງພັກ ເລຂາພັກແຂວງອັດຕະປື, ມີບັນດາສະຫາຍຄະນະປະຈໍາພັກ, ກໍາມະການພັກ, ຄະນະບໍລິຫານງານພັກເມືອງ, ຄະນະພັກຮາກຖານ ແລະ ສະມາຊິກພັກສົມບູນເຂົ້າຮ່ວມ.
ທາບທາມບກຄະລາກອນ ສະໝກເລອກຕງຄະນະບລຫານງານພກແຂວງອດຕະປ - image 1
 
ໃນກອງປະຊຸມ, ສະຫາຍ ສອນໄຊ ສີພັນດອນ ໄດ້ມີຄໍາເຫັນວ່າ: ບັ້ນດຳເນີນຊີວິດການເມືອງທາບທາມ 2 ຮອບຜ່ານມາ ໄດ້ສ່ອງແສງໃຫ້ເຫັນຄວາມເປັນຫ່ວງເປັນໃຍຂອງສັງຄົມ ທີ່ມີຕໍ່ພະນັກງານນຳພາຂອງພວກເຮົາ ເປັນຕົ້ນແບບແຜນວິທີເຮັດວຽກ, ຄວາມຊື່ສັດໂປ່ງໃສ, ຄວາມທ່ຽງທຳ, ການຟຸ່ມເຟືອຍ, ການແກ້ໄຂປະກົດການຫຍໍ້ທໍ້ ແລະ ອື່ນໆ. ທັງໝົດເຫຼົ່ານັ້ນ ຖ້າພວກເຮົາບໍ່ພ້ອມກັນຕັດສິນໃຈ, ຄົ້ນຄວ້າຊອກຫຼາຍວິທີການແກ້ໄຂຢ່າງເຂັ້ມງວດ, ເດັດຂາດນຳກັນ ກໍຈະແກ້ໄຂໄດ້ຍາກ ໂດຍສະເພາະບັນຫາທີ່ຕ້ອງເອົາໃຈໃສ່ໃນການເລືອກເຟັ້ນຜູ້ຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ແຕ່ລະຂັ້ນຕ້ອງຮັບປະກັນ, ຖືກຕ້ອງຕາມມາດຕະຖານ, ເງື່ອນໄຂທີ່ກຳນົດໄວ້ໃນກົດລະບຽບຂອງພັກ, ນິຕິກຳຂອງພັກ, ເອົາໃຈໃສ່ດ້ານໂຄງປະກອບຮັບປະກັນທັງ 3 ຮຸ່ນ (ອາວຸໂສ, ກາງ, ໜຸ່ມ) ເພດ, ເຜົ່າ. ພ້ອມ ນີ້, ທ່ານຍັງໄດ້ຮຽກຮ້ອງໃຫ້ບັນດາສະຫາຍຜູ້ແທນສົມບູນຈົ່ງໄດ້ຄົ້ນຄ້ວາ, ຄິດຫງຳຢ່າງຮອບຄອບເລິກເຊິ່ງ ເພື່ອເລືອກເອົາຄະນະບໍລິຫານງານພັກແຂວງຄັ້ງທີ XII ໃຫ້ໄດ້ຕາມມາດຖານ, ເງື່ອນໄຂທີ່ລະບຸໄວ້ໃນກົດລະບຽບຂອງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI ແລະ ມະຕິຂອງກົມການເມືອງສູນກາງພັກ, ເງື່ອນໄຂທີ່ລະບຸໃນຄຳສັ່ງ ເລກທີ 411 ຂອງຄະນະເລຂາທິການສູນກາງພັກ, ຄຳແນະນຳເລກທີ 211 ຂອງຄະນະຈັດຕັ້ງສູນກາງພັກ.

ທາບທາມບກຄະລາກອນ ສະໝກເລອກຕງຄະນະບລຫານງານພກແຂວງອດຕະປ - image 2
 
ໂອກາດດຽວກັນ, ສະຫາຍ ດາວບົວລະພາ ບາວົງເພັດ ຮອງປະທານຄະນະກວດກາສູນກາງພັກ ກໍໄດ້ຂຶ້ນຜ່ານ ເນື້ອໃນມາດຖານ, ເງື່ອນໄຂຂອງຜູ້ທີ່ຈະລົງສະໝັກທາບທາມ ຮອບທີ III ຄັ້ງນີ້ ຊຶ່ງມີຜູ້ສະໝັກທັງໝົດ 47 ສະຫາຍ ຍິງ 7 ສະຫາຍ. ພ້ອມນີ້, ຜູ້ແທນສົມບູນ ກໍໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດທາບທາມເອົາບຸກຄະລາກອນປະກອບເຂົ້າໃນໂຄງປະກອບຄະນະບໍລິຫານງານພັກແຂວງ ສະໄໝທີ XII ຢ່າງເປັນທາງການ.

ແຫຼ່ງຂ່າວ: ຂປລ

ຄໍາເຫັນ

ຂ່າວເດັ່ນ

ມາດຕະຖານເລືອກຕັ້ງເປັນສະມາຊິກສະພາຜູ້ພິພາກສາຂອງ ສປສສ

ມາດຕະຖານເລືອກຕັ້ງເປັນສະມາຊິກສະພາຜູ້ພິພາກສາຂອງ ສປສສ

ໃນວາລະກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 24 ມີນານີ້, ພາຍໃຕ້ການເປັນປະທານຂອງທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ. ທ່ານນາງ ທຸມມາລີ ວົງພະຈັນ ປະທານກໍາມາທິການກົດໝາຍ ແລະ ຍຸຕິທໍາ ໄດ້ຕາງໜ້າຄະນະປະຈຳສະພາແຫ່ງຊາດ ອ່ານໜັງສືສະເໜີຂອງສານປະຊາຊົນສູງສຸດ (ສປສສ) ກ່ຽວກັບມາດຕະຖານເງື່ອນໄຂ ແລະ ເປົ້າໝາຍທີ່ຈະເລືອກຕັ້ງເປັນສະມາ ຊິກສະພາຜູ້ພິພາກສາຂອງ ສປສສ.
5 ປີຜ່ານມາ ການດໍາເນີນຄະດີຂອງ ສປສສ ໄດ້ຮັບການປັບປຸງຢ່າງຕໍ່ເນື່ອງ

5 ປີຜ່ານມາ ການດໍາເນີນຄະດີຂອງ ສປສສ ໄດ້ຮັບການປັບປຸງຢ່າງຕໍ່ເນື່ອງ

ທ່ານ ໄພວີ ສີບົວລິພາ ປະທານສານປະຊາຊົນສູງສຸດ (ສປສສ) ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງ ສປສສ ຕໍ່ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 24 ມີນານີ້, ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ອອ​ປ​ສ ຈະສັ່ງຟ້ອງຜູ້ຖືກຫາຂຶ້ນສານໃຫ້ບັນລຸ 95% ຂອງ​ການ​ຄົ້ນ​ຄວ້າ​ແກ້​ໄຂ​ຄະ​ດີ

ອອ​ປ​ສ ຈະສັ່ງຟ້ອງຜູ້ຖືກຫາຂຶ້ນສານໃຫ້ບັນລຸ 95% ຂອງ​ການ​ຄົ້ນ​ຄວ້າ​ແກ້​ໄຂ​ຄະ​ດີ

ໃນແຜນການເຄື່ອນໄຫວວຽກງານ 5 ປີ ຂອງອົງການໄອຍະການ ປະຊາຊົນສູງສຸດ (ອອ​ປ​ສ) ຈະສືບຕໍ່ຫັນວຽກງານໄອຍະການປະຊາຊົນລົງສູ່ຮາກຖານ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ເລິກເຊິ່ງ ຕາມທິດກ້າວໜ້າ ແລະ ທັນສະໄໝເທື່ອລະກ້າວ, ແນໃສ່ພັດທະນາວຽກງານໄອຍະການປະຊາຊົນ ໃຫ້ເຕີບໃຫຍ່ເຂັ້ມແຂງ. ໃນຂະນະດຽວກັນ ຈະຍົກສູງຄຸນນະພາບການຕິດຕາມກວດກາ ການເຄົາລົບ, ປະຕິບັດກົດໝາຍ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານໃຫ້ບັນລຸ 95% ຂຶ້ນໄປ ຂອງການຄົ້ນຄ້ວາແກ້ໄຂຄະດີ ແລະ ໃຫ້ບັນລຸ 95% ທີ່ສານຕັດສິນເອົາຕາມຄໍາຖະແຫຼງຂອງໄອຍະການ.
ລັດຖະບານ ກຳນົດ 6 ເປົ້າໝາຍ 230 ໂຄງການບູລິມະສິດ ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ

ລັດຖະບານ ກຳນົດ 6 ເປົ້າໝາຍ 230 ໂຄງການບູລິມະສິດ ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ

ໃນແຜນພັດທະນານາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ X (2026-2030) ລັດຖະບານ ໄດ້​ວາງ​ເປົ້າ​ໝາຍ​ໄວ້​ວ່າ ຈະ​ສູ້​ຊົນ​ເຮັດ​ໃຫ້ GDP ຂະ​ຫຍາຍ​ຕົວ​ສະ​ເລ່ຍ 6% ຂຶ້ນ​ໄປ, ລາຍ​ຮັບ​ສະ​ເລ່ຍ (GDP) ຕໍ່​ຫົວ​ຄົນ 3,104 ໂດ​ລາ​ ແລະ GNI ຕໍ່​ຫົວ​ຄົນ​ໃຫ້​ໄດ້ 2,914 ໂດ​ລາ ໃນ​ປີ 2030; ລັດ​ຖະ​ບານ​ ໄດ້ກຳນົດ 6 ເປົ້າໝາຍໃຫຍ່, ບັນດາວຽກຈຸດສຸມ ແລະ ໂຄງການບູລິມະສິດທັງໝົດ 230 ໂຄງການ.
ຄະນະປະຈໍາສະພາແຫ່ງຊາດ ປະກອບຄໍາເຫັນຕໍ່ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຫວຽດ

ຄະນະປະຈໍາສະພາແຫ່ງຊາດ ປະກອບຄໍາເຫັນຕໍ່ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຫວຽດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ​ຊຸດ​ທີ X ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ປະກອບຄໍາເຫັນ ກ່ຽວກັບ ການພິຈາລະນາ, ຮັບຮອງ ດ້ານຫຼັກການ “ໂຄງການລົງທຶນກໍ່ສ້າງເສັ້ນທາງລົດໄຟ ຈາກຕົວເມືອງທ່າແຂກ ແຂວງຄໍາມ່ວນ ຫາ ມູຢ່າ ຊາຍແດນ ລາວ-ຫວຽດນາມ ດ້ວຍຮູບແບບ BOT”, ໃນກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ X ໃນ​ວັນ​ທີ 24 ມີ​ນາ​ນີ້ ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ ທ່ານ ນາງ​ສູນ​ທອນ ໄຊ​ຍະ​ຈັກ ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ.
ສະພາແຫ່ງຊາດ ພິຈາລະນາ ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຫວຽດນາມ

ສະພາແຫ່ງຊາດ ພິຈາລະນາ ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຫວຽດນາມ

ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ໃນນາມຄະນະປະທານກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ທັງເປັນປະທານຄະນະກຳມະການຊີ້ນໍາລະດັບຊາດ ໂຄງການກໍ່ສ້າງທາງລົດໄຟລາວ-ຫວຽດນາມ ໄດ້ຕາງໜ້າລັດຖະບານລາຍງານ ກ່ຽວກັບໂຄງການພັດທະນາເສັ້ນທາງລົດໄຟລາວ-ຫວຽດນາມ ຊ່ວງທີ 1 ແຕ່ຕົວເມືອງທ່າແຂກ ແຂວງຄໍາມ່ວນ ຫາ ມູຢ່າ (ຊາຍແດນລາວ-ຫວຽດນາມ) ໄລຍະທາງ 147 ກິໂລ ແມັດ (ກມ) ໃນຮູບແບບ BOT ຕໍ່ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 24 ມີນານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ປະທານກອງປະຊຸມເຈາະຈີ້ມຫຼາຍບັນຫາໃຫ້ ສສຊ ປະກອບຄຳເຫັນໃສ່ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຫວຽດນາມ

ປະທານກອງປະຊຸມເຈາະຈີ້ມຫຼາຍບັນຫາໃຫ້ ສສຊ ປະກອບຄຳເຫັນໃສ່ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຫວຽດນາມ

ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ໄດ້ລາຍງານ ກ່ຽວກັບໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຫວຽດນາມ ຕໍ່ກອງປະຊຸມ ຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ x ໃນວັນທີ 24 ມີນານີ້, ທີ່ສະພາແຫ່ງຊາດ, ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ ທ່ານ ນາງ ສູນ​ທອນ ໄຊ​ຍະ​ຈັກ ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ.
ຜົນສໍາເລັດການເລືອກຕັ້ງ ແລະ ຢັ້ງຢືນຄຸນລັກສະນະຂອງ ສສຊ ຊຸດທີ X

ຜົນສໍາເລັດການເລືອກຕັ້ງ ແລະ ຢັ້ງຢືນຄຸນລັກສະນະຂອງ ສສຊ ຊຸດທີ X

ທ່ານ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຮອງປະທານຄະນະກຳມະການເລືອກຕັ້ງລະດັບຊາດ, ຫົວໜ້າອະນຸກຳມະການໂຄງປະກອບ ແລະ ບຸກຄະລາກອນ ໄດ້ລາຍງານຜົນສໍາເລັດການເລືອກຕັ້ງ ແລະ ຢັ້ງຢືນຄຸນລັກສະນະຂອງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ຕໍ່ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 23 ມີນານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ພ້ອມດ້ວຍ ສສຊ, ແຂກຖຶກເຊີນເຂົ້າຮ່ວມ.
ທ່ານ ສອນໄຊ ສີພັນດອນ ໄດ້​ຮັບ​ການ​ເລືອກ​ຕັ້ງ ເປັນນາຍົກລັດຖະມົນຕີ ອີກ​ໜຶ່ງ​ສະ​ໄໝ

ທ່ານ ສອນໄຊ ສີພັນດອນ ໄດ້​ຮັບ​ການ​ເລືອກ​ຕັ້ງ ເປັນນາຍົກລັດຖະມົນຕີ ອີກ​ໜຶ່ງ​ສະ​ໄໝ

ໃນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 23 ມີນາ 2026 ນີ້, ບັນດາສະມາຊິກສະພາແຫ່ງຊາດ ຊຸດທີ X ໄດ້ເຫັນດີເປັນເອກະພາບລົງຄະແນນສຽງ ເລືອກເອົາ ທ່ານ ສອນໄຊ ສີພັນດອນ ເປັນນາຍົກລັດຖະມົນຕີ ອີກໜຶ່ງສະໄໝ, ພ້ອມທັງລົງຄະແນນສຽງຮັບຮອງເອົາ ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈຳ​ນວນ 6 ທ່ານ ດ້ວຍຄະແນນສຽງເຫັນດີເປັນສ່ວນຫຼາຍ. ພ້ອມນີ້, ຍັງໄດ້ເຫັນດີເປັນເອກະພາບ ຮັບຮອງເອົາກົງຈັກການຈັດຕັ້ງຂອງຄະນະລັດຖະບານ ຊຸດທີ X ຊຶ່ງປະກອບມີ 13 ກະຊວງ ແລະ 2 ອົງການທຽບເທົ່າກະຊວງ ຕື່ມອີກ.

ເພີ່ມເຕີມ