ປະທານປະເທດ ຕ້ອນຮັບ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ

ປະທານປະເທດ ຕ້ອນຮັບ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ
ໃນຕອນເຊົ້າຂອງວັນທີ 7 ເມສານີ້ ທີ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ໄດ້ຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຟ້າມ ມິງ ຈິງ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ, ລັດ ສສ ຫວຽດນາມ ໃນໂອກາດເດີນທາງມາວາງພວງມາລາໄວ້ອາໄລສະແດງຄວາມເສົ້າສະຫຼົດໃຈ ແລະ ຮ່ວມພິທີຊາປະນະກິດສົບລະດັບຊາດ ຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ ອະດີດປະທານປະເທດ ແຫ່ງ ສປປ ລາວ, ນັກປະຕິວັດອາວຸໂສ ຂອງ ພັກປະຊາຊົນ ປະຕິວັດລາວ ທີ່ໄດ້ມໍລະນະກໍາໃນວັນທີ 2 ເມສາ 2025.

ສະຫາຍເລຂາທິການໃຫຍ່ ປະທານປະເທດ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສປປ ລາວ, ສູນກາງແນວລາວສ້າງຊາດ ແລະ ຄອບຄົວ ສີພັນດອນ ສະແດງຄວາມຊາບຊຶ້ງ ແລະ ຂອບໃຈຕໍ່ ສະຫາຍນາຍົກລັດຖະມົນຕີ ຟ້າມມິງຈິງ ທີ່ໄດ້ນໍາພາຄະນະຜູ້ແທນຂັ້ນສູງ ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ເດີນທາງມາຮ່ວມວາງພວງມາລາໄວ້ອາໄລ ແລະ ຮ່ວມພິທີຊາປະນະກິດສົບລະດັບຊາດຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ຊຶ່ງເປັນການໃຫ້ຄວາມສຳຄັນຢ່າງສູງ ແລະ ການບິແບ່ງຄວາມເສົ້າໂສກເສຍດາຍ ຈາກພັກ, ລັດ ແລະ ປະຊາຊົນ ຫວຽດນາມ ທີ່ມີຕໍ່ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ, ທັງເປັນການສະແດງໃຫ້ເຫັນນໍ້າໃຈແຫ່ງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ລາວ-ຫວຽດນາມ ຊຶ່ງຍາມໃດການນໍາຂອງສອງພັກ, ສອງລັດ ກໍໄດ້ຢັ້ງຢືນໃຫ້ການສະໜັບສະໜູນຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ຄຽງບ່າຄຽງໄຫຼ່ກັນຕະຫຼອດມາ.

ປະທານປະເທດ ຕອນຮບ ນາຍກລດຖະມນຕແຫງ ສສ ຫວຽດນາມ - image 1
 

ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໄດ້ຕີລາຄາວ່າ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ເປັນໜຶ່ງໃນບັນດາສະຫາຍການນໍາຮຸ່ນທໍາອິດ ຂອງ ພັກປະຊາຊົນ ປະຕິວັດລາວ ທີ່ໄດ້ເປັນຫຼັກແຫຼ່ງ ແລະ ແກນນໍາຂອງສູນກາງພັກ ນໍາພາ-ຊີ້ນໍາ ການປະຕິວັດຊາດ ປະຊາທິປະໄຕ ໃນເມື່ອກ່ອນ ແລະ ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດໃນປັດຈຸບັນ, ຕະຫຼອດຊີວິດຂອງສະຫາຍ ໄດ້ອຸທິດສະຕິປັນຍາ, ກໍາລັງວັງຊາເພື່ອພາລະກິດປະຕິວັດ, ເພື່ອການພັດທະນາປະເທດຊາດ ແລະ ຄວາມຢູ່ດີກິນດີໃຫ້ແກ່ປະຊາຊົນລາວບັນດາເຜົ່າ. ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ເປັນການນຳຜູ້ໜຶ່ງທີ່ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ລາວ-ຫວຽດນາມ, ສະຫາຍໄດ້ມີຄວາມຮັກແພງສະໜິດສະໜົມໃກ້ຊິດຕິດແທດກັບບັນດາສະຫາຍການນໍາຂອງ ພັກ, ລັດ ຫວຽດນາມ; ການທີ່ສະຫາຍ ນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງພັກ, ລັດ ຫວຽດນາມ ເດີນທາງມາວາງພວງມາລາໄວ້ອາໄລ ແລະ ເຂົ້າຮ່ວມພິທີຊາປະນະກິດສົບຂອງສະຫາຍ ພົນເອກ ຄຳໄຕ ສີພັນດອນ ເປັນການໃຫ້ກຳລັງໃຈອັນແຮງກ້າ ແລະ ເປັນການບິແບ່ງຄວາມທຸກໂສກຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງທີ່ມີຕໍ່ກັບພັກ, ລັດ, ປະຊາຊົນລາວບັນດາເຜົ່າ ແລະ ຄອບຄົວ ສີພັນດອນ.

ປະທານປະເທດ ຕອນຮບ ນາຍກລດຖະມນຕແຫງ ສສ ຫວຽດນາມ - image 2
 

ສະຫາຍ ຟ້າມມິງຈິງ ໄດ້ຕາງໜ້າ ສູນກາງພັກ, ລັດຖະບານ, ສະພາແຫ່ງຊາດ ແລະ ແນວໂຮມປະເທດຊາດຫວຽດນາມ ສະແດງຄວາມເສົ້າສະຫຼົດໃຈ ແລະ ອາໄລອາວອນຢ່າງສຸດຊຶ້ງ ຕໍ່ການມໍລະນະກຳຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ. ການຈາກໄປຂອງ ສະຫາຍ ບໍ່ພຽງແຕ່ເປັນການສູນເສຍອັນໃຫຍ່ຫຼວງ ສຳລັບ ພັກ, ລັດ, ປະຊາຊົນລາວ ແລະ ຄອບຄົວຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ, ແຕ່ຍັງເປັນການສູນເສຍຜູ້ເປັນເພື່ອນມິດທີ່ຍິ່ງໃຫຍ່, ສະຫາຍອ້າຍນ້ອງທີ່ສະໜິດສະໜົມທີ່ສຸດ ຂອງ ພັກ, ລັດ, ກອງທັບ ແລະ ປະຊາຊົນຫວຽດ. ສະຫາຍ ພົນເອກ ຄຳໄຕ ສີພັນດອນ ເປັນນັກຮົບປະຕິວັດຂອງລາວ ຜູ້ທີ່ເຄີຍຄຽງບ່າຄຽງໄຫຼ່ຮ່ວມກັບບັນດານັກຮົບປະຕິວັດ ຂອງຫວຽດນາມ ຕໍ່ສູ້ອັນຍືດເຍື້ອຍາວນານ ໃນພາລະກິດແຫ່ງການຕໍ່ສູ້ກູ້ຊາດຂອງສອງປະເທດໃນເມື່ອກ່ອນ. ສະຫາຍຍາມໃດກໍໄດ້ໃຫ້ການສະໜັບສະໜູນຕໍ່ ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງປະຊາຊົນຫວຽດນາມ ແລະ ໄດ້ປະກອບສ່ວນສຳຄັນຫຼວງຫຼາຍເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ; ຕີລາຄາສູງຕໍ່ການອຸທິດອັນໃຫຍ່ຫຼວງຂອງ ສະຫາຍ ຄຳໄຕ ສີພັນດອນ ໃນພາລະກິດຕໍ່ສູ້ຍາດເອົາເອກະລາດແຫ່ງຊາດຂອງປະຊາຊົນລາວ ໃນເມື່ອກ່ອນ ກໍຄືໃນພາລະກິດປ່ຽນແປງໃໝ່, ປົກປັກຮັກສາ, ສ້າງສາ ແລະ ພັດທະນາຊາດຂອງ ສປປ ລາວ ໃນປັດຈຸບັນ. ພັກ, ລັດ ແລະ ປະຊາຊົນຫວຽດນາມ ຂໍແບ່ງເບົາຄວາມເສົ້າສະຫຼົດໃຈອັນສຸດຊຶ້ງ ແລະ ແບ່ງປັນຄວາມທຸກໂສກທີ່ສຸດ ມາຍັງ ພັກ, ລັດ, ຄະນະກຳມະການສູນກາງແນວລາວສ້າງຊາດ, ປະຊາຊົນລາວ ແລະ ຄອບຄົວຂອງ ສະຫາຍ ຄຳໄຕ ສີພັນດອນ ແລະ ເຊື່ອໝັ້ນວ່າ ພັກ, ລັດ, ປະຊາຊົນລາວ ອ້າຍນ້ອງ ແລະ ຄອບຄົວຂອງ ສະຫາຍ ຄຳໄຕ ສີພັນດອນ ຈະຜ່ານຜ່າຄວາມທຸກໂສກເສຍດາຍອັນໃຫຍ່ຫຼວງນີ້ໂດຍໄວ.

ປະທານປະເທດ ຕອນຮບ ນາຍກລດຖະມນຕແຫງ ສສ ຫວຽດນາມ - image 3
 

ສອງຝ່າຍຍັງໄດ້ຂອບໃຈຢ່າງສູງ ຕໍ່ການສະໜັບສະໜູນ, ຊ່ວຍເຫຼືອຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄືໃນພາລະກິດ ປົກປັກຮັກສາ ແລະ ພັດທະນາຂອງແຕ່ລະປະເທດ ໃນປັດຈຸບັນ; ຕ່າງກໍຕີລາຄາສູງ ຕໍ່ໝາກຜົນຂອງການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ໃນໄລຍະຜ່ານມາ, ຢືນຢັ້ນວ່າ ຈະສືບຕໍ່ຊີ້ນຳບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງຂອງສອງປະເທດ ຈັດຕັ້ງຜັນຂະຫຍາຍບົດບັນທຶກຂໍ້ຕົກລົງຂອງການນຳຂັ້ນສູງຂອງສອງພັກ ໃຫ້ມີປະສິດທິພາບຍິ່ງໆຂຶ້ນ; ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ໃຫ້ນັບມື້ສວຍສົດງົດງາມຍິ່ງຂຶ້ນ.

(ຂ່າວ: ຕປທ, ພາບ: ເກດສະໜາ)

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

- ນ້ອມນະມັດສະການ ພະອາຈານໃຫຍ່ ອິນ ຊຸນ ປະທານຜູ້ກໍ່ຕັ້ງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ. - ນ້ອມນະມັດສະການ ພະອາຈານໃຫຍ່ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ. - ນ້ອມນະມັດສະການ ແລະ ເຄົາລົບນັບຖືມາຍັງບັນດາຜູ້ນຳທາງພຸດທະສາສະໜາ, ການນຳພັກ-ລັດ, ຜູ້ຊ່ຽວຊານ, ນັກວິຊາການ ແລະ ເພື່ອນມິດພຸດທະສາສະນິກະຊົນ ຈາກບັນດາປະເທດ ແລະ ເຂດແຄວ້ນ ຈາກພາກພື້ນ ແລະ ສາກົນ,ພະເຖຣານຸເຖຣະ ແລະ ບັນດາຜູ້ແທນ ທີ່ນັບຖື ແລະ ຮັກແພງ.
ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ  ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ໃນຕອນເຊົ້າວັນທີ 22 ຕຸລານີ້ ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດແຕ່ງຕັ້ງຕ່າງປະເທດ ຈໍານວນ 9 ທ່ານ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:
ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ເປີດຂຶ້ນໃນວັນທີ 22 ຕຸລາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ; ປະທານ, ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2026.
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພາຍຫຼັງດໍາເນີນມາແຕ່ວັນທີ 5 ຕຸລາ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ສະມາຊິກລັດຖະບານ, ສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ໃນວັນທີ 19 ຕຸລານີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນ ສ ເກົາຫຼີ ທີ່ນຳໂດຍທ່ານ ຊອຍ ຊຶງແຈ (CHOI SEUNGJAE) ຮອງລັດຖະມົນຕີກະຊວງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທຸລະກິດສະຕາດອັບ ແຫ່ງ ສ ເກົາຫຼີ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມພົບປະນັກທຸລະກິດ ລາວ-ເກົາຫຼີ ຄັ້ງທີ 2.
ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ໃນໂອກາດທີ່ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມທາງການ ທີ່ ສອາແຊັກໄບຊານ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ກະຊວງເສດຖະກິດ ແຫ່ງ ອາແຊັກໄບຊານ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ອາແຊັກໄບຊານຂຶ້ນ ທີ່ ນະຄອນຫຼວງບາກູ ໃນວັນທີ 14 ຕຸລາ 2026ເພື່ອເປັນການຊອກຫາໂອກາດໃນການເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ແລະ ທັງເປັນເວທີໃນການພົບປະແລກປ່ຽນລະຫວ່າງວິສາຫະກິດຂອງສອງປະເທດ, ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ວິສາຫະກິດເອກະຊົນທັງໝົດ 80 ທ່ານຈາກຫຼາຍຂະແໜງການ ເປັນຕົ້ນ ພະລັງງານ, ທ່ອງທ່ຽວ, ການເງິນ, ໂລຈີສຕິກ, ອຸດສາຫະກໍາ, ການບໍລິການທີ່ປຶກສາ ແລະ ກໍ່ສ້າງ.
ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ໃນວັນທີ 16 ຕຸລານີ້ ທີ່ ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີີແຫ່ງ ສປປ ລາວໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ເພື່ອອວຍພອນ ແລະ ສະແດງຄວາມຊົມເຊີຍໃນໂອກາດທີ່ທ່ານ ສະເຫຼີມໄຊ ກົມມະສິດໄດ້ຮັບການເລືອກຕັ້ງດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ປະທານປະເທດສໍາເລັດການຢ້ຽມຢາມສ ອາແຊັກໄບຊານ ຢ່າງເປັນທາງການ

ປະທານປະເທດສໍາເລັດການຢ້ຽມຢາມສ ອາແຊັກໄບຊານ ຢ່າງເປັນທາງການ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເດີນທາງຢ້ຽມຢາມ ສາທາລະນະລັດອາແຊັກໄບຊານ ຢ່າງເປັນທາງການ ໃນວັນທີ 13-15 ຕຸລາ 2026ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ພະນະທ່ານ ອີວຮາມ ອາລີເຢບ (Ilham Aliyev) ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາແຊັກໄບຊານ.
ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ໃນວັນທີ 13 ຕຸລານີ້ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລົງເຄື່ອນໄຫວ, ຢ້ຽມຢາມ ແລະ ພົບປະ ພະນັກງານການນໍາຫຼັກແຫຼ່ງກະຊວງ ຍທຂ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ.
ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ຕາງໜ້າທ່ານ ນາຍົກລັດຖະມົນຕີ ກໍຄືລັດຖະບານ ແຫ່ງ ສປ ຈີນ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນ ມາຍັງທ່ານ ສະເຫຼີມໄຊ ກົມມະສິດ.
ເພີ່ມເຕີມ