![]() |
ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງ ຕໍ່ຜົນສໍາເລັດໃນການຝຶກອົບຮົມຫົວຂໍ້ສະເພາະ ສຳລັບພະນັກງານການນໍາໜຸ່ມ 3 ພັກ ລາວ-ຫວຽດນາມ-ກຳປູເຈຍ ທີ່ຈັດຂຶ້ນເປັນຄັ້ງທີ III ຊຶ່ງຄັ້ງນີ້ແມ່ນ ພັກ ປປ ລາວ ເປັນເຈົ້າພາບ, ເປັນການຈັດຕັ້ງປະຕິບັດຕາມເນື້ອໃນຈິດໃຈຜົນການພົບປະຜູ້ນໍາ 3 ພັກ ລາວ-ຫວຽດນາມ-ກໍາປູເຈຍ, ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ ນັກສໍາມະນາກອນທັງ 3 ປະເທດ ທີ່ໄດ້ເອົາໃຈໃສ່ແລກປ່ຽນປະກອບຄໍາຄິດເຫັນຢ່າງສ້າງສັນ ແລະ ກົງໄປກົງມາ, ໂດຍສະເພາະແລກປ່ຽນບົດຮຽນໃນການພັດທະນາເສດຖະກິດ-ສັງຄົມ, ການທ່ອງທ່ຽວ, ວັດທະນະທໍາ ແລະ ອື່ນໆ ຂອງແຕ່ລະພັກ, ແຕ່ລະປະເທດ ຊຶ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດ ກໍຄືການຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການພົວພັນຮ່ວມມືຮອບດ້ານຂອງ 3 ພັກ ແລະ ປະຊາຊົນ 3 ຊາດ ລາວ-ຫວຽດນາມ-ກໍາປູເຈຍ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ຕີລາຄາສູງ ການພົວພັນຮ່ວມມືຂອງ 3 ພັກ, 3 ລັດ ແລະ ປະຊາຊົນ 3 ຊາດ ລາວ-ຫວຽດນາມ-ກໍາປູເຈຍ ຊຶ່ງເປັນການພົວພັນທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້ຄືກັບ ຄຽງ 3 ຂາ, ມີມູນເຊື້ອຄວາມສາມັກຄີສະໜິດແໜ້ນ, ມີການຊ່ວຍເຫຼືອຊຶ່ງກັນ ແລະ ກັນ ຊຶ່ງກາຍເປັນຊັບສົມບັດອັນລໍ້າຄ່າ, ເປັນປັດໄຈສໍາຄັນ ແລະ ເປັນກໍາລັງແຮງອັນໃຫຍ່ຫຼວງທີ່ສຸດ ໃຫ້ແກ່ພາລະກິດຕໍ່ສູ້ປົດປ່ອຍປະເທດຊາດໃນເມື່ອກ່ອນ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງແຕ່ລະປະເທດ ໃນປັດຈຸບັນ ແລະ ຕໍ່ໜ້າ. ພ້ອມດຽວກັນນັ້ນ, ກໍໄດ້ຊີ້ນຳໃຫ້ບັນດາການນຳໜຸ່ມຂອງ 3 ປະເທດ ສືບຕໍ່ຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການພົວພັນຮ່ວມມືທີ່ເປັນມູນເຊື້ອອັນດີງາມດັ່ງກ່າວໃຫ້ຂະຫຍາຍຕົວຍິ່ງໆຂຶ້ນໄປຢ່າງບໍ່ຢຸດຢັ້ງ ໂດຍໄດ້ເນັ້ນໜັກຕ້ອງເພີ່ມທະວີການປະສານງານກັນຢ່າງໃກ້ຊິດ, ການໄປມາຫາສູ່, ໂດຍສະເພາະຮ່ວມກັນໂຄສະນາເຜີຍແຜ່ມູນເຊື້ອສາຍພົວພັນອັນດີງາມດັ່ງກ່າວ ດ້ວຍຫຼາຍເນື້ອໃນ, ຮູບການ ແລະ ໂອກາດ ເພື່ອເຮັດໃຫ້ຄົນຮຸ່ນຫຼັງຢູ່ 3 ປະເທດ ລາວ-ຫວຽດນາມ-ກຳປູເຈຍ ໄດ້ມີຄວາມເຂົ້າໃຈຢ່າງຖືກຕ້ອງ ແລະ ເລິກເຊິ່ງແທ້ໆ. ພ້ອມກັນນີ້, ຍັງໄດ້ຊີ້ນຳໃຫ້ການນຳແຕ່ລະແຂວງທີ່ມີຊາຍແດນຕິດຈອດກັນ ເພີ່ມທະວີການຮ່ວມມືທາງດ້ານເສດຖະກິດໃຫ້ແຂງແຮງກວ່າເກົ່າ ໂດຍອີງໃສ່ທ່າແຮງບົ່ມຊ້ອນຂອງແຕ່ລະແຂວງທີ່ເຫັນວ່າຍັງມີຢ່າງຫຼວງຫຼາຍ. ສຳຄັນແມ່ນພ້ອມກັນປົກປັກຮັກສາເສັ້ນຊາຍແດນ ລະຫວ່າງ 3 ປະເທດຂອງພວກເຮົາ ໃຫ້ເປັນເສັ້ນຊາຍແດນແຫ່ງ ສັນຕິພາບ, ມິດຕະພາບ ແລະ ການພັດທະນາທີ່ຍືນຍົງຕໍ່ໄປໃນອະນາຄົດ.
ໃນໂອກາດນີ້, ຕາງໜ້ານັກສໍາມະນາກອນຂອງ 3 ປະເທດ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ການໃຫ້ກຽດຕ້ອນຮັບອັນອົບອຸ່ນ, ສະໜິດສະໜົມ ເຕັມໄປດ້ວຍໄມຕີຈິດມິດຕະພາບອັນດູດດື່ມ ແລະ ການໃຫ້ທິດຊີ້ນຳ ຂອງ ສະຫາຍເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຊຶ່ງສະແດງເຖິງການໃຫ້ຄວາມສຳຄັນ ແລະ ເປັນຫ່ວງເປັນໃຍທີ່ມີຕໍ່ຄະນະ, ພ້ອມທັງຈະນໍາເອົາທິດຊີ້ນໍາ ທີ່ເປັນດັ່ງເຂັມທິດເຍືອງທາງ ນໍາໄປຈັດຕັ້ງປະຕິບັດເຂົ້າສູ່ວຽກງານຕົວຈິງຂອງຕົນໃຫ້ເກີດດອກອອກຜົນ, ປະກອບສ່ວນສໍາຄັນເຂົ້າໃນການພົວພັນຮ່ວມມືຂອງ 3 ພັກ, 3 ລັດ ແລະ ປະຊາຊົນ 3 ຊາດ, ພ້ອມທັງຢືນຢັນຈະເຮັດສຸດຄວາມສາມາດຂອງຕົນ ຮ່ວມກັນໃນການປົກປົກຮັກສາ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ດີງາມດັ່ງກ່າວ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ, ປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືເພື່ອການພັດທະນາ ໃນພາກພື້ນ ແລະ ໃນໂລກ.
ໃນຕອນທ້າຍ, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວ ແລະ ອວຍພອນໄຊອັນປະເສີດໄປຍັງ ສະຫາຍ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະ ສົມເດັດ ເຕໂຈ ຮຸນແຊນ ປະທານພັກປະຊາຊົນ ກໍາປູເຈຍ ປະທານສະພາສູງ ກໍາປູເຈຍຈົງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານອັນສູງສົ່ງ, ສືບຕໍ່ນຳພາປະເທດຊາດຫວຽດນາມ ແລະ ກໍາປູເຈຍ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ຂ່າວ-ພາບ:ຄຕພ
ຄໍາເຫັນ