ກອງປະຊຸມໃຫຍ່ສະມາຊິກສະຫະພັນແມ່ຍິງ ສຊປລ ຄັັ້ງທີ XIII

ກອງປະຊຸມໃຫຍ່ສະມາຊິກສະຫະພັນແມ່ຍິງ ສຊປລ ຄັັ້ງທີ XIII

ກອງປະຊຸມໃຫຍ່ສະມາຊິກສະຫະພັນແມ່ຍິງ ສຊປລ ຄັັ້ງທີ XIII
ສະຫະພັນແມ່ຍິງສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ໄດ້ຈັດກອງປະຊຸມໃຫຍ່ສະມາ ຊິກສະຫະພັນແມ່ຍິງ ສຊປລ ຄັັ້ງທີ XIII ຂຶ້ນໃນວັນທີ 14 ກໍລະກົດນີ້ ທີ່ ສຊປລ ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍນາງ ອາລີ ວົງໜໍ່ບຸນທໍາ ກໍາມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ (ສສຍລ), ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ ເລຂາຄະນະບໍລິຫານງານພັກ ເລຂາຄະນະບໍລິຫານງານ ສຊປລ ໂດຍການເປັນປະທານຂອງທ່ານນາງ ແກ້ວອຸດອນ ແສງມະນີ ປະທານສະຫະພັນແມ່ຍິງ ສຊປລ, ມີພະນັກງານບຳນານແມ່ຍິງຂອງ ສຊປລ, ສະມາຊິກສະຫະພັນແມ່ຍິງພາຍໃນ ສຊປລ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

 

ກອງປະຊມໃຫຍສະມາຊກສະຫະພນແມຍງ ສຊປລ ຄງທ XIII - image 1
 

ສະຫາຍນາງ ວັນເພັງ ຂຸນບໍໄລ ຮອງປະທານສະຫະພັນແມ່ຍິງ ສຊປລ ໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ສະມາຊິກສະຫະພັນແມ່ຍິງ ສຊປລ ຄັ້ງທີ XII ໃນ 5 ປີຜ່ານມາ (2021-2025) ວ່າ: ຄະນະບໍລິຫານງານສະຫະພັນແມ່ຍິງ ສຊປລ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກສະຫະພັນແມ່ຍິງພາຍໃນ ສຊປລ ດ້ວຍການປຸກລະດົມເຂົ້າຮ່ວມຄົ້ນຄວ້າເຊື່ອມຊຶມແນວທາງ, ນະໂຍບາຍຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ສຊປລ, ລັດຖະທໍາມະນູນ, ກົດໝາຍ, ມູນເຊື້ອຂອງຊາດ, ຂອງພັກ, ວັນສໍາຄັນຕ່າງໆທາງປະຫວັດ ສາດ, ສະພາບການທີ່ພົ້ນເດັ່ນທັງພາຍໃນ ແລະ ຕ່າງປະເທດທີ່ຄະນະບໍລິຫານງານພັກ, ຄະນະນໍາ ສຊປລ ຈັດຂຶ້ນໄດ້ 22 ຄັ້ງ, ມີຜູ້ເຂົ້າຮ່ວມ 2,400 ເທື່ອຄົນ ຍິງ 1,600 ເທື່ອຄົນ, ຊາຍ 359 ເທື່ອຄົນ; ໄດ້ໂຄສະ ນາເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VIII, ມູນເຊື້ອວັດທະນະທໍາອັນດີງາມຂອງຊາດ, ຄຸນລັກສະນະທີ່ເປັນມູນເຊຶ້ອຂອງແມ່ຍິງລາວ, ການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ການສົ່ງເສີມຄວາມສະເໝີພາບຍິງ-ຊາຍ, ຈັດປາຖະກະຖາເລົ່າມູນເຊື້ອວັນແມ່ຍິງລາວ, ວັນແມ່ຍິງສາກົນ, ເຂົ້າຮ່ວມໂຮມຊຸມນຸມ ແລະ ຂະບວນການອື່ນໆ. ຜ່ານການສຶກສາອົບຮົມການເມືອງ-ແນວຄິດດ້ວຍຫຼາຍວິທີ ເຮັດໃຫ້ສະມາຊິກສະຫະພັນແມ່ຍິງ ສຊປລ ມີຄວາມຮັບຮູ້ເຖິງມູນເຊື້ອອັນສະຫງ່າລາສີຂອງແມ່ຍິງທີ່ຍາມໃດກໍໄດ້ຄຽງບ່າຄຽງໄຫຼ່ກັບເພດຊາຍໃນການຕໍ່ສູ້ກູ້ຊາດຍາດເອົາເອກະລາດ ອໍານາດອະທິປະໄຕ ແລະ ປະກອບສ່ວນສ້າງໜ້າປະຫວັດສາດອັນສະຫວ່າງສະໄຫວຂອງຊາດລາວນັບແຕ່ຫົວທີ ທີ່ພັກປະຊາຊົນລາວໄດ້ຮັບການສ້າງ ຕັ້ງຂຶ້ນ ເຮັດໃຫ້ເອື້ອຍນ້ອງແມ່ຍິງມີແນວຄິດອຸ່ນອ່ຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນຳພາຂອງພັກ ແລະ ລັດ ສືບຕໍ່ປະຕິບັດໜ້າທີ່ ທີ່ໄດ້ຮັບການມອບໝາຍເປັນຢ່າງດີ. ພ້ອມນັ້ນ, ຍັງຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງວຽກງານສະຫະພັນແມ່ຍິງ ສຊປລ ໃນ 5 ປີ ຕໍ່ໜ້າ (2025-2030).

ກອງປະຊມໃຫຍສະມາຊກສະຫະພນແມຍງ ສຊປລ ຄງທ XIII - image 2
 

ສະຫະພັນແມ່ຍິງ ສຊປລ ໄດ້ນໍາເອົາມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VIII, ຄູ່ມືແນະນຳການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ 2016-2020 ມາເຜີຍແຜ່ ແລະ ເຊື່ອມຊຶມໃຫ້ແກ່ສະມາຊິກສະຫະພັນແມ່ຍິງ ສຊປລ ພ້ອມກັນຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໂດຍການເປີດຂະບວນການແຂ່ງຂັນຢ່າງຟົດຟື້ນ. ຜ່ານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ, 5 ປີ (2021-2025) ເປັນຕົ້ນ ປີ 2021 ສະມາຊິກສະຫະພັນແມ່ຍິງ ສຊປລ ມີທັງໝົດ 79 ສະຫາຍ, ເຂົ້າຮ່ວມແຂ່ງຂັນມີ 76 ສະຫາຍ, ຄັດເລືອກແມ່ຍິງ 3 ດີໄດ້ຈໍານວນ 76 ສະຫາຍ ກວມເອົາ 96.2 %; ປີ 2022 ທັງໝົດ 82 ສະຫາຍ, ເຂົ້າຮ່ວມແຂ່ງຂັນມີ 80 ສະຫາຍ, ຄັດເລືອກແມ່ຍິງ 3 ດີໄດ້ຈໍານວນ 80 ສະຫາຍ, ກວມເອົາ 97.5%; ປີ 2023 ມີທັງໝົດ 128 ສະຫາຍ, ເຂົ້າຮ່ວມແຂ່ງຂັນມີ 99 ສະຫາຍ, ຄັດເລືອກແມ່ຍິງ 3 ດີໄດ້ຈໍານວນ 99 ສະຫາຍ, ກວມເອົາ 77.3%; ປີ 2024 ມີທັງໝົດ 121 ສະຫາຍ, ເຂົ້າຮ່ວມແຂ່ງຂັນມີ 117 ສະຫາຍ, ຄັດເລືອກແມ່ຍິງ 3 ດີໄດ້ຈໍານວນ 117 ສະຫາຍ, ກວມເອົາ 91.4% ຂອງຈໍານວນຜູ້ເຂົ້າຮ່ວມແຂ່ງຂັນ; ສະຫະພັນແມ່ຍິງ ສຊປລ ປະກອບມີທັງໝົດ 5 ຮາກຖານ, 4 ໜ່ວຍ ສາມາດຄັດເລືອກເປັນສະຫະພັນແມ່ຍິງ 3 ດີ ທຸກຮາກຖານ/ໜ່ວຍຕະຫຼອດໄລຍະເວລາ 4 ປີຊ້ອນ. ຈາກນັ້ນ, ສະຫາຍ ມອນໄຊ ລາວມົວຊົ່ງ ໄດ້ສະແດງຄວາມຍ້ອງຍໍ ແລະ ຊົມເຊີຍຜົນງານຂອງແມ່ຍິງ ສຊປລ ຍາດມາໄດ້ໃນໄລຍະຜ່ານມາ ພ້ອມມີຄໍາເຫັນເນັ້ນໃຫ້ສະມາຊິກສະຫະພັນແມ່ຍິງໃນການປ່ອນບັດຄັດເລືອກເອົາຄະນະບໍລິຫານງານສະຫະພັນແມ່ຍິງ ສຊປລ ຊຸດໃໝ່.

ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານສະຫະພັນແມ່ຍິງ ສຊປລ ຊຸດໃໝ່ ຊຶ່ງມີຜູ້ ສະໝັກຮັບເລືອກຕັ້ງ 11 ສະຫາຍ, ເລືອກເອົາ 9 ສະຫາຍ. ກອງປະຊຸມຄັ້ງປະຖົມມະລືກໄດ້ເປັນເອກະພາບເລືອກເອົາສະຫາຍນາງ ມີນາ ສີວິໄລ ເປັນປະທານ, ສະຫາຍນາງ ວິໄລວັນ ວົງພັກດີ ເປັນຮອງປະທານ ທັງເປັນປະທານກວດກາ, ສະຫາຍນາງ ສີໄຄເພັດ ແສງມະນີ ເປັນຮອງປະທານ, ສະຫາຍນາງ ພິດສະໄໝ ອວນສີຊົມພູ ເປັນຮອງປະທານກວດກາ. ໃນນັ້ນ, ໄດ້ເປັນເອກະພາບເລືອກເອົາຜູ້ແທນສົມບູນໄປຮ່ວມກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ຈຳນວນ 3 ສະຫາຍ, ຜູ້ແທນສຳຮອງ 1 ສະຫາຍ.

ໂອກາດນີ້, ສະຫາຍນາງ ອາລີ ວົງໜໍ່ບຸນທໍາ ໄດ້ໃຫ້ກຽດໂອ້ລົມກ່ອນອື່ນໄດ້ສະແດງຄວາມຍ້ອງຍໍ ແລະ ຊົມເຊີຍຜົນງານຂອງແມ່ຍິງ ສຊປລ ຍາດມາໄດ້ໃນໄລຍະຜ່ານມາ ແລະ ສະເໜີສະຫະພັນແມ່ຍິງ ສຊປລ ເພີ່ມທະວີການສຶກສາອົບຮົມການເມືອງແນວຄິດ, ຊຸກຍູ້, ລະດົມໃຫ້ສະມາຊິກແມ່ຍິງເຂົ້າຮ່ວມຟັງປາຖະ ກະຖາມູນເຊື້ອວັນສຳຄັນຂອງຊາດ, ຂອງພັກ, ມູນເຊື້ອຂອງແມ່ຍິງລາວ ແລະ ຂອງຄະນະຊາວໜຸ່ມໂດຍຜ່ານການຈັດສຳມະນາ, ຝຶກອົບຮົມຈັດເວທີແລກປ່ຽນຄໍາຄິດຄໍາເຫັນຂອງ 3 ອົງການຈັດຕັ້ງມະຫາຊົນ ກໍຄືແມ່ຍິງ, ກໍາມະບານ ແລະ ຊາວໜຸ່ມໃຫ້ຫຼາຍຂຶ້ນ; ເພີ່ມທະວີຄວາມເປັນແບບຢ່າງນຳໜ້າ, ຄວາມສາມັກຄີພາຍໃນໝູ່ຄະນະໃຫ້ແໜ້ນແຟ້ນ, ເປັນເຈົ້າການປະຕິບັດລະບຽບ, ກົດໝາຍ, ມະຕິ, ຄຳສັ່ງຂອງພັກ-ຂອງລັດ ມີແບບ ແຜນການປະຊຸມ, ຮ່ວມຊີວິດການເມືອງເປັນປົກກະຕິ ແລະ ຕໍ່ເນື່ອງ; ເພື່ອຮັດແໜ້ນຄວາມສາມັກຄີກັບພາຍນອກ ຕ້ອງໄດ້ເພີ່ມທະວີການພົວພັນປະສານງານ ແລກປ່ຽນບົດຮຽນກັບພາກສ່ວນຕ່າງໆເພື່ອເຄື່ອນໄຫວກິດ ຈະກຳຮ່ວມກັນໃຫ້ເປັນຂະບວນຟົດຟື້ນ. ພ້ອມນັ້ນ, ສະເໜີໃຫ້ຄະນະບໍລິຫານງານພັກ ສຊປລ ຊຸກຍູ້ສົ່ງເສີມ, ກໍ່ສ້າງໃຫ້ໂອກາດ ແລະ ອຳນວຍຄວາມສະດວກໃຫ້ແກ່ເອື້ອຍນ້ອງສະຫະພັນແມ່ຍິງ ສຊປລ ໄດ້ໄປຍົກລະດັບທິດສະດີການເມືອງ, ຍົກລະດັບວິຊາສະເພາະ, ວຸດທິການສຶກສາ, ເຄື່ອນໄຫວທັງພາຍໃນ ແລະ ຕ່າງປະເທດເພື່ອນຳມາພັດທະນາການຈັດຕັ້ງ, ສະມາຊິກແມ່ຍິງໃຫ້ມີການເຕີບໃຫຍ່ໃຫ້ໄດ້ຕິດໃນຄະນະພັກ ເພື່ອເປັນກໍາລັງແຮງທີ່ເຂັ້ມແຂງໃຫ້ແກ່ຄະນະບໍລິຫານງານພັກ ສຊປລ.

(ຂ່າວ-ພາບ: ວັນເພັງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ