![]() |
ຄື: ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ຖິ້ມຂີ້ເຫຍື້ອທີ່ບໍ່ຖືກຈຸດ (ຖິ້ມຊະຊາຍ) ທີ່ລະບຸໄວ້ໃນມາດຕາ 30 ຂອງຂໍ້ຕົກລົງສະບັບນີ້ ຈະຖືກປັບໃໝສອງເທົ່າ ຂອງຂໍ້ຕົກລົງວ່າດ້ວຍການສ້າງ ນວ ສະອາດ ແລະ ພ້ອມທັງຮັບຜິດຊອບເຮັດອະນາໄມເອົາຂີ້ເຫຍື້ອໄປຖິ້ມຢູ່ສະໜາມບຳບັດຂີ້ເຫຍື້ອທີ່ທາງການໄດ້ກຳນົດລາຍລະອຽດຄື: ກໍລະນີຖີ້ມຂີ້ເຫຍື້ອທີ່ມີປະລິ ມານຕໍ່າກວ່າ 1 ກິໂລລົງມາ ຈະຖືກປັບໃໝ 100.000 ກີບຕໍ່ຄັ້ງ, ກໍລະນີຖິ້ມຂີ້ເຫຍື້ອທີ່ມີປະລິມານເກີນ 1 ກິໂລ ຫາ 10 ກິໂລ ຈະຖືກປັບໃໝ 600.000 ກີບຕໍ່ຄັ້ງ, ກໍລະນີຖິ້ມຂີ້ເຫຍື້ອມີປະລິມານເກີນ 10 ກິໂລ ຫາ 50 ກິໂລ ຈະຖືກປັບໃໝ 1 ລ້ານກີບຕໍ່ຄັ້ງ, ກໍລະນີຖິ້ມຂີ້ເຫຍື້ອທີ່ມີປະລິມານເກີນ 50 ກິໂລ ຫາ 100 ກິໂລ ຈະຖືກປັບໃໝ 2 ລ້ານກີບຕໍ່ຄັ້ງ, ກໍລະນີຖິ້ມຂີ້ເຫຍື້ອທີ່ມີປະລິມານເກີນ 100 ກິໂລ ຫາ 1.000 ກິໂລ ຈະຖືກປັບໃໝ 20 ລ້ານກີບຕໍ່ຄັ້ງ, ກໍລະນີຖິ້ມຂີ້ເຫຍື້ອທີ່ມີປະລິມານເກີນ 1.000 ກິໂລຂຶ້ນໄປ ຈະຖືກປັບໃໝ 100 ລ້ານກີບຕໍ່ຄັ້ງ, ໃນນີ້ ບໍ່ລວມຄ່າໃຊ້ຈ່າຍສໍາລັບການເກັບມ້ຽນ ແລະ ຂົນສົ່ງຂີ້ເຫຍື້ອເພື່ອນໍາໄປກຳຈັດຂີ້ເຫຍື້ອຢ່າງຖືກວິທີຢູ່ສະໜາມກຳຈັດຂີ້ເຫຍື້ອ ທີ່ລັດໄດ້ກຳນົດໄວ້ ຊຶ່ງຜູ້ລະເມີດຈະຕ້ອງຮັບຜິດຊອບຈ່າຍທັງໝົດ ຖ້າບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ທີ່ມີເຈດຕະນານໍາເອົາຂີ້ເຫຍື້ອຂອງຕົນມາຖິ້ມໃສ່ຖັງຂີ້ເຫຍື້ອ ຕາມສະຖານທີ່ສາທາລະນະຈະຖືກປັບໃໝ, ຖ້າບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ຈູດຂີ້ເຫຍື້ອ, ຈູດປ່າ, ຈູດທົ່ງນາ-ຮົ້ວສວນຢ່າງຊະຊາຍ ຈະຖືກປັບໃໝ 1 ລ້ານ -10 ລ້ານກີບຕໍ່ຄັ້ງ.
ຄໍາເຫັນ