ສຸກຈະເລີນຟາມ ຜະລິດໄຂ່ໄກ່ຄຸນນະພາບຮັບປະກັນການບໍລິໂພກພາຍໃນປະເທດ

ສຸກຈະເລີນຟາມ ຜະລິດໄຂ່ໄກ່ຄຸນນະພາບຮັບປະກັນການບໍລິໂພກພາຍໃນປະເທດ

ສຸກຈະເລີນຟາມ ຜະລິດໄຂ່ໄກ່ຄຸນນະພາບຮັບປະກັນການບໍລິໂພກພາຍໃນປະເທດ
ບໍລິສັດ ສຸກຈະເລີນຟາມ ໄດ້ຂະຫຍາຍການຜະລິດໄຂ່ໄກ່ຄຸນນະພາບ ເພື່ອຮອງຮັບຄວາມຕ້ອງ ການຂອງສັງຄົມ ແລະ ຮັບປະກັນການບໍລິໂພກພາຍໃນປະເທດ ແລະ ສົ່ງເສີມການພັດທະນາອຸດສາຫະກໍາການຜະລິດສິນຄ້າໃນທ້ອງຖິ່ນໃຫ້ມີຄວາມເຂັ້ມແຂງ.

 

 

ສກຈະເລນຟາມ ຜະລດໄຂໄກຄນນະພາບຮບປະກນການບລໂພກພາຍໃນປະເທດ - image 1
 

ສະຫາຍ ບຸນຍະລິດ ສຸກຈະເລີນ ຜູ້ອຳນວຍການ ບໍລິສັດສຸກຈະເລີນຟາມ ໄດ້ຂຶ້ນປະກອບຄໍາເຫັນ ຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງກະສິກຳ ແລະ ສິ່ງແວດລ້ອມ ຄັ້ງທີ VII ທີ່ຫ້ອງວ່າການສູນກາງພັກ ເມື່ອບໍ່ດົນມານີ້ວ່າ: ບໍລິສັດສຸກຈະເລີນຟາມ ເລີ່ມລົງທຶນສ້າງຟາມລ້ຽງໄກ່ພັນໄຂ່ຢູ່ແຂວງຈຳປາສັກ ປີ 2008, ມີໄກ່ພັນໄຂ່ ຈໍານວນ 3 ແສນໂຕ. ມາຮອດປີ 2022 ໂດຍໄດ້ຮັບຄໍາປຶກສາ ແລະ ແນະນໍາດ້ານວິຊາການ ຈາກກົມລ້ຽງສັດ ແລະ ການປະມົງ ໃນການຈັດຕັ້ງປະຕິບັດແຜນງານການຄໍ້າປະກັນສະບຽງອາຫານ ແລະ ແຜນງານການຜະລິດກະສິກຳເປັນສິນຄ້າ ຂອງກະຊວງກະສິກຳ ແລະ ສິ່ງ ແວດລ້ອມ, ບໍລິສັດ ສຸກຈະເລີນຟາມ ໄດ້ຮ່ວມກັບ ທະນາຄານພັດທະນາລາວ ລົງທຶນກໍ່ສ້າງຟາມໄກ່ພັນໄຂ ແຫ່ງທີ 2 ຢູ່ບ້ານອີ່ໄລນາຂ່າ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ເນື້ອທີ່ດິນທັງໝົດ 44 ເຮັກຕາ ເພື່ອລ້ຽງໄກ່ພັນໄຂ່ ຈໍານວນ 1 ລ້ານໂຕ. ການກໍ່ສ້າງໄດ້ແບ່ງອອກເປັນ 2 ໄລຍະ ຄື: ໄລຍະທີ 1 ໄດ້ກໍ່ສ້າງ ແລະ ລ້ຽງໄກ່ພັນໄຂ່ ໃນປີ 2023 ຈໍານວນ 5 ແສນໂຕ ແລະ ໄລຍະທີ 2 ຈະກໍ່ສ້າງ ແລະ ລ້ຽງໄກ່ພັນໄຂ່ເພີ່ມຕື່ມ ຈໍານວນ 5 ແສນໂຕ ໃນປີ 2026 ແລະ ຈະກາຍເປັນຟາມລ້ຽງໄກ່ພັນໄຂ່ແບບລະບົບປິດ ຫຼື EVAP (Evaporative Cooling System) ທີ່ໃຫຍ່ທີ່ສຸດໃນ ສປປ ລາວ.

ສກຈະເລນຟາມ ຜະລດໄຂໄກຄນນະພາບຮບປະກນການບລໂພກພາຍໃນປະເທດ - image 2
 

ປັດຈຸບັນ, ຟາມລ້ຽງໄກ່ພັນໄຂ່ ຂອງບໍລິສັດ ຢູ່ນະຄອນຫຼວງວຽງຈັນ ມີໂຮງເຮືອນລ້ຽງໄກ່ພັນໄຂ່ ຈໍານວນ 8 ຫຼັງ, ລ້ຽງໄກ່ພັນໄຂ່ ຈໍານວນ 5 ແສນໂຕ ແລະ ມີໂຮງເຮືອນອະນຸບານໄກ່ ຈໍານວນ 2 ຫຼັງ, ອະນຸບານໄກ່ 130 ພັນໂຕ. ລະບົບການລ້ຽງ ແລະ ການຈັດການຟາມທັງໝົດ ແມ່ນແບບອຸດສາຫະກຳ ແລະ ນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ນັບແຕ່ການຈັດລະບົບແຜນຜັງຟາມ, ການອອກແບບໂຮງເຮືອນ, ລະບົບການໃຫ້ອາຫານ, ການຈັດການສິ່ງເສດເຫຼືອ, ການຄວບຄຸມອຸນຫະພູມໃນໂຮງເຮືອນ, ລະບົບການປ້ອງກັນພະຍາດ, ການເກັບໄຂ່, ການຄັດແຍກໄຂ່ ແລະ ອື່ນໆ. ຊຶ່ງເຮັດໃຫ້ຫຼຸດຜ່ອນຕົ້ນທຶນ ແລະ ການ ນໍາໃຊ້ແຮງງານຄົນ, ທັງໃຫ້ຜົນຜະລິດຫຼາຍມີຄຸນນະພາບສູງ. ສໍາລັບແນວພັນໄກ່ທີ່ນໍາມາລ້ຽງ ແມ່ນນໍາເຂົ້າມາຈາກ ສສ ຫວຽດນາມ ມີ 2 ສາຍພັນ ຄື: ສາຍພັນ Isa ແລະ ສາຍພັນ Hy-Line brown; ສ່ວນຫົວອາຫານ ແມ່ນນໍາໃຊ້ຫົວອາຫານ ຂອງໂຮງງານຜະລິດຫົວອາຫານສັດທີ່ຜະລິດຢູ່ພາຍໃນປະເທດ.

ສກຈະເລນຟາມ ຜະລດໄຂໄກຄນນະພາບຮບປະກນການບລໂພກພາຍໃນປະເທດ - image 3
 

ສ່ວນຜົນຜະລິດ ໄລຍະ 3 ປີ (2023-2025) ສາມາດຜະລິດໄຂ່ໄດ້ 8 ລ້ານກວ່າແຕະ ຫຼື 263 ລ້ານກວ່າໜ່ວຍ, ໄຂ່ໄກ່ທີ່ຜະລິດ ມີ 5 ເບີ (ໄຂ່ເບີ 0-ເບີ 4), ໄຂ່ທີ່ຜະລິດໄດ້ຫຼາຍ ແມ່ນໄຂ່ໄກ່ ເບີ 3 ແລະ ເບີ 2 ກວມຫຼາຍກວ່າ 60%. ຕະຫຼາດຈໍາໜ່າຍໄຂ່ໄກ່ ແມ່ນສະໜອງໃຫ້ບັນດາແຂວງພາກກາງ ແລະ ພາກໃຕ້ ເປັນຕົ້ນນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ໄຊສົມບູນ, ບໍລິຄໍາໄຊ, ຄໍາມ່ວນ, ສະ ຫວັນນະເຂດ, ສາລະວັນ, ຈໍາປາສັກ, ເຊກອງ ແລະ ແຂວງອັດຕະປື. ລາຍຮັບຈາກການຂາຍໄຂ່ໄກ່ ແຕ່ປີ 2023 ຮອດເດືອນ 8 ປີ 2025 ທັງໝົດ 621 ຕື້ກວ່າກີບ, ສາມາດຊຳລະຕົ້ນທຶນເງິນກູ້ໃຫ້ແກ່ທະນາ ຄານ ໄດ້ແລ້ວ ຈໍານວນ 58 ຕື້ກີບ.

ສະຫາຍ ບຸນຍະລິດ ສຸກຈະເລີນ ກ່າວຕື່ມວ່າ: ຄຽງຄູ່ກັບຂໍ້ສະດວກ ແລະ ຜົນໄດ້ຮັບທີ່ກ່າວມານັ້ນ ບໍລິສັດສຸກຈະເລີນຟາມ ຍັງມີສິ່ງທ້າທາຍຈໍານວນໜຶ່ງ ເປັນຕົ້ນ: 1) ບັນຫາການເພີ່ມຂຶ້ນ ຂອງອັດຕາແລກ ປ່ຽນ, ເງິນເຟີ້, ລາຄາສິນຄ້າ, ຄ່າຄອງຊີບ ເຮັດໃຫ້ຕົ້ນທຶນການຜະລິດສູງຂຶ້ນ; 2) ວັດຖຸອຸປະກອນ ແລະ ເຄື່ອງອາໄຫຼ່ ເພື່ອບໍາລຸງ ຮັກສາຈໍານວນໜຶ່ງມີຄວາມຈໍາເປັນຕ້ອງນໍາເຂົ້າຈາກຕ່າງປະເທດ; 3) ແຮງງານກະສິກຳ ທີ່ເປັນມືອາຊີບ ດ້ານການລ້ຽງ ຢູ່ພາຍໃນປະເທດ ມີຈຳກັດ; 4) ມີການລັກລອບນໍາເຂົ້າໄຂ່ໄກ່ແບບບໍ່ຖືກຕ້ອງຕາມລະບຽບກົດໝາຍ ຢູ່ຕາມທ້ອງຖິ່ນຕ່າງໆລຽງຕາມຊາຍແດນ ຊຶ່ງພາໃຫ້ມີຜົນກະທົບຕໍ່ລາຄາ ແລະ ຕະຫຼາດຈໍາໜ່າຍ.

ແຜນການພັດທະນາຟາມໃນຕໍ່ໜ້າ ບໍລິສັດ ສຸກຈະເລີນຟາມ ຈະສືບຕໍ່ກໍ່ສ້າງໂຮງເຮືອນລ້ຽງໄກ່ພັນໄຂ່ເພີ່ມຕື່ມ ຈໍານວນ 5 ແສນໂຕ ຕາມແຜນການທີ່ກຳນົດໄວ້ ເພື່ອໃຫ້ກາຍເປັນຟາມລ້ຽງໄກ່ພັນໄຂ່ແບບລະບົບປິດ ຫຼື EVAP ທີ່ ໃຫຍ່ທີ່ສຸດໃນ ສປປ ລາວ, ສືບຕໍ່ປຶກສາຫາລືກັບໂຮງງານຜະລິດຫົວອາຫານສັດ ຢູ່ພາຍໃນປະເທດ ເພື່ອຮ່ວມກັນພັດທະນາສູດຫົວອາຫານສັດທີ່ເໝາະສົມ ແລະ ເງື່ອນໄຂການລົງ ທຶນຮ່ວມກັນ; ຄົ້ນຄວ້າຂະຫຍາຍ ພໍ່ພັນ-ແມ່ພັນໄກ່ພັນໄຂ່ໃຫ້ສາມາດກຸ້ມຕົນເອງ; ຂະຫຍາຍຕະຫຼາດຈໍາໜ່າຍໄຂ່ໄກ່ ໄປສູ່ບັນດາແຂວງໃນທົ່ວປະເທດ ຕິດພັນກັບການສ້າງໂຮງງານປຸງແຕ່ງຜະລິດຕະພັນໄຂ່ໄກ່ສໍາເລັດຮູບ ເພື່ອເພີ່ມມູນຄ່າ.

ເພື່ອບັນລຸຕາມແຜນການດັ່ງກ່າວນັ້ນ, ສະຫາຍ ບຸນຍະລິດ ສຸກຈະເລີນ ໄດ້ສະເໜີໃຫ້ພາກສ່ວນກ່ຽວຂ້ອງ ເພີ່ມທະວີປະຕິບັດມາດຕະການເກືອດຫ້າມນໍາເຂົ້າສິນຄ້າທີ່ສາມາດຜະລິດໄດ້ຢູ່ພາຍໃນປະເທດ ແລະ ປະຕິບັດມາດຕະການປ້ອງກັນ, ສະກັດກັ້ນການລັກລອບນໍາເຂົ້າແບບບໍ່ຖືກຕ້ອງຕາມລະບຽບກົດໝາຍຢ່າງເຂັ້ມງວດ ເພື່ອປົກປ້ອງສິດຜົນປະໂຫຍດ ຂອງຜູ້ຜະລິດພາຍໃນ, ພ້ອມທັງໃຫ້ການສະໜັບສະໜູນແຫຼ່ງທຶນອັດຕາດອກເບ້ຍຕໍ່າທີ່ມີປະສິດທິຜົນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ວັດຊ້າງຄູ້ສຸຂະຣາມ ຈັດງານບຸນກະຖິນ ໄຊມຸງຄຸນສາມັກຄີ

ວັດຊ້າງຄູ້ສຸຂະຣາມ ຈັດງານບຸນກະຖິນ ໄຊມຸງຄຸນສາມັກຄີ

ວັດຊ້າງຄູ້ສຸຂະຣາມ ເມືອງໄຊທານີ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດງານບຸນກະຖິນ ໄຊມຸງຄຸນສາມັກຄີ ຂຶ້ນໃນວັນທີ 1 ພະຈິກ ຜ່ານມານີ້ ທີ່ວັດດັ່ງກ່າວ ໂດຍມີຍາທ່ານໃຫຍ່ ຄໍາສຸກ ທອງຈໍາປາ ຮອງປະທານອົງການພຸດທະສາສະໜາສໍາພັນລາວ (ອພສ) ນະຄອນຫຼວງວຽງຈັນ ແລະ ເປັນເຈົ້າສັດທາກະຖິນ (ເຈົ້າພາບກະຖິນ) ໂດຍແມ່ຕູ້ໃຫຍ່ ອາຈິນ ແສງສຸລິວົງ ພ້ອມດ້ວຍລູກ-ຫຼານ, ມີອົງ ການປົກຄອງບ້ານ, ເຖົ້າແກ່ແນວໂຮມບ້ານ, ພ້ອມດ້ວຍຊາວພຸດທະສາສະນິກະຊົນທຸກທົ່ວໜ້າເຂົ້າຮ່ວມຢ່າງເປັນຂະບວນຄຶກຄື້ນ.
ເຊກອງ ເຜີຍແຜ່ນິຕິກຳວຽກງານຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ

ເຊກອງ ເຜີຍແຜ່ນິຕິກຳວຽກງານຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ

ວັນທີ 3 ພະຈິກນີ້ ທີ່ສະໂມສອນແຂວງເຊກອງ, ຄະນະຈັດຕັ້ງແຂວງ ເຜີຍແຜ່ນິຕິກຳກ່ຽວກັບວຽກງານຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ແລະ ຊຸກຍູ້ໃຫ້ຄັດເລືອກການຍ້ອງຍໍຜົນງານ 5 ປີ (2021-2025) ໂດຍການເປັນປະທານຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງເລຂາພັກແຂວງ, ມີພະແນກການກ່ຽວຂ້ອງເຂົ້າຮ່ວມ.
ເລີ່ມຖ່າຍທຳເລື່ອງທີ່ສາມ ຂອງແຜນໂຄສະນາສົ່ງເສີມການສຶກສາແຫ່ງຊາດ

ເລີ່ມຖ່າຍທຳເລື່ອງທີ່ສາມ ຂອງແຜນໂຄສະນາສົ່ງເສີມການສຶກສາແຫ່ງຊາດ

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ກະຊວງສຶກສາທິການ ແລະ ກິລາ (ສສກ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ) ໄດ້ເລີ່ມຖ່າຍທຳເລື່ອງທີ່ສາມຂອງແຜນໂຄສະນາສົ່ງເສີມການສຶກສາແຫ່ງຊາດຄັ້ງໃໝ່ ເມື່ອບໍ່ດົນມານີ້ ເພື່ອສ້າງແຮງບັນດານໃຈໃຫ້ຊຸມຊົນ ແລະ ປ່ຽນແປງທັດສະນະຄະຕິຕໍ່ການສຶກສາ ໃນທົ່ວປະເທດລາວ.
ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍຄະນະ ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງໄຊສົມບູນ

ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍຄະນະ ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງໄຊສົມບູນ

ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍຄະນະ ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງໄຊສົມບູນ ໃນເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການຕ້ອນຮັບຂອງທ່ານ ວັນຄຳເກັ່ງ ຢ່າຊົງກົວ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີພາກສ່ວນກ່ຽວຂ້ອງພາຍໃນແຂວງ ເຂົ້າຮ່ວມ.
ເຂົ້າຫຼາມ-ປີ້ງໄກ່​ ອາຫານພື້ນເມືອງລາວເອກະລັກໃນງານບຸນພະທາດຫຼວງ

ເຂົ້າຫຼາມ-ປີ້ງໄກ່​ ອາຫານພື້ນເມືອງລາວເອກະລັກໃນງານບຸນພະທາດຫຼວງ

ໃນງານບຸນນະມັດສະການພະທາດຫຼວງວຽງຈັນ ໜຶ່ງໃນອາຫານພື້ນເມືອງຂອງລາວທີ່ເປັນເອກະລັກຂອງງານບຸນທີ່ຂາດບໍ່ໄດ້ແມ່ນເຂົ້າຫຼາມ-ປີ້ງໄກ່ໄດ້ກາຍເປັນວັດທະນະທຳອັນດີງາມຂອງຊາດລາວ ແລະ ໄດ້ຮັບຄວາມນິຍົມຊົມຊອບຂອງປະຊາຊົນລາວເປັນຢ່າງດີ.
ຮ່ວມກັນອະນຸລັກວັດທະນະທຳອັນດີງາມ ໃນງານບຸນພະທາດຫຼວງວຽງຈັນ

ຮ່ວມກັນອະນຸລັກວັດທະນະທຳອັນດີງາມ ໃນງານບຸນພະທາດຫຼວງວຽງຈັນ

ພໍຮອດເດືອນ 11 ຂອງທຸກໆປີ ແມ່ນງານບຸນພະທາດຫຼວງວຽງຈັນ ຊຶ່ງເປັນໜຶ່ງປາງບຸນໃຫຍ່ລະດັບຊາດຂອງລາວເຮົາ ທີ່ນອນຢູ່ໃນຮີດ 12 ຄອງ 14 ປະເພນີລາວ ທີ່ເຄີຍສືບທອດມາແຕ່ບູຮານນະການຈົນມາຮອດປັດຈຸບັນ. ປີນີ້ແມ່ນກົງກັບວັນທີ 1-5 ພະຈິກ 2025 ເປັນເວລາ 5 ວັນ.
ເປີດງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ຢ່າງເປັນທາງການ

ເປີດງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ຢ່າງເປັນທາງການ

ພິທີເປີດງານບຸນນະມັດສະການພະທາດຫຼວງວຽງຈັນ, ວາງສະແດງຮູບພາບ ແລະ ວາງສະແດງສິນຄ້າ ປະຈຳປີ 2025 ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 1 ພະຈິກ 2025 ທີ່ເດີນພະທາດຫຼວງວຽງຈັນ, ໂດຍການເປັນກຽດເຂົ້າຮ່ວມ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນສິລິມຸງຄຸນໂດຍ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ມີພະເຖລານຸເຖລະ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາການນໍາພັກ-ລັດ, ບັນດາທ່ານທູຕານຸທູດ ແລະ ອົງການຈັດຕັ້ງສາກົນ ແຂກຖືກເຊີນ ພ້ອມດ້ວຍມວນຊົນ ເຂົ້າຮ່ວມ.
ສໍາມະນາພິເສດ ສົ່ງເສີມທຸລະກິດກະສິກໍາລາວ ສູ່ຕະຫຼາດໂລກ

ສໍາມະນາພິເສດ ສົ່ງເສີມທຸລະກິດກະສິກໍາລາວ ສູ່ຕະຫຼາດໂລກ

ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ) ຮ່ວມກັບ ສະມາຄົມທຸລະກິດກະສິກໍາລາວ ໄດ້ຈັດກອງປະຊຸມສໍາມະນາພິເສດ “ການສົ່ງເສີມທຸລະກິດກະສິກໍາລາວ” ເພື່ອສ້າງຄວາມເຂົ້າໃຈອັນດຽວກັນໃຫ້ທຸກພາກ, ຮ່ວມກັນຫັນກະສິກໍາ ໃຫ້ກາຍເປັນສິນຄ້າທີ່ມີມາດຕະຖານສູງ ແລະ ສາມາດແຂ່ງຂັນໄດ້ໃນຕະຫຼາດພາຍໃນ ແລະ ສາກົນ; ສ້າງການເຊື່ອມຕໍ່ລະຫວ່າງການຜະລິດ ແລະ ຕະຫຼາດ ເພື່ອຫາວິທີແກ້ໄຂບັນຫາຄົງຄ້າງ, ຍົກລະດັບຄຸນນະພາບການຜະລິດ, ການເຂົ້າເຖິງແຫຼ່ງທຶນ ແລະ ລະບົບການຈັດສົ່ງທີ່ມີປະສິດທິພາບ ໃຫ້ສິນຄ້າກະສິກໍາລາວສູ່ຕະຫຼາດໂລກ.
ສະມໍລບີ ມີຄວາມພ້ອມຮອບດ້ານ ເກັບມ້ຽນຂີ້ເຫຍື້ອ ງານບຸນນະມັັດສະການພະທາດຫຼວງ

ສະມໍລບີ ມີຄວາມພ້ອມຮອບດ້ານ ເກັບມ້ຽນຂີ້ເຫຍື້ອ ງານບຸນນະມັັດສະການພະທາດຫຼວງ

ໃນແຕ່ລະປີງານບຸນນະມັດສະການພະທາດຫຼວງວຽງຈັນ ບໍລິສັດ ສະມໍລບີ ທີ່ປຶກສາດ້ານການລົງທຶນ ຈຳກັດ (Small-b Vientiane Waste Co-Dev) ຫຼື ບໍລິສັດສະມໍລບີ ກໍໄດ້ຮ່ວມກັບໂຄງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ໄດ້ເອົາໃຈໃສ່ໃນການມີສ່ວນຮ່ວມເກັບມ້ຽນຂີ້ເຫຍື້ອ ໄລຍະງານບຸນດັ່ງກ່າວ, ເພື່ອເຮັດໃຫ້ງານບຸນມີຄວາມເປັນລະບຽບຮຽບຮ້ອຍ ແລະ ສະອາດງາມຕາ. ປັດຈຸບັນບໍລິສັດ ສະມໍລບີ ມີຄວາມພ້ອມຮອບດ້ານໃນການເກັບມ້ຽນຂີ້ເຫຍື້ອ ໃນໄລຍະງານບຸນນະມັດສະການພະທາດຫຼວງ ປະຈໍາປີ 2025.
ບຸນນະມັດສະການພະທາດຫຼວງ ມີຫຼາຍສິນຄ້າມາວາງສະແດງ ແລະ ຈໍາໜ່າຍ

ບຸນນະມັດສະການພະທາດຫຼວງ ມີຫຼາຍສິນຄ້າມາວາງສະແດງ ແລະ ຈໍາໜ່າຍ

ເພື່ອສ້າງໂອກາດ ແລະ ຊຸກຍູ້ສົ່ງເສີມສິນຄ້າ ODOP ຂອງນະຄອນຫຼວງວຽງຈັນ ແລະ ສິນຄ້າຄອບຄົວຕົວແບບທີ່ຈະກ້າວເປັນສິນຄ້າທີ່ໄດ້ຮັບກາໝາຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ, ບັນດາວິສາຫະກິດຂະໜາດນ້ອຍ-ກາງ.
ເພີ່ມເຕີມ