ວັດຊ້າງຄູ້ສຸຂະຣາມ ຈັດງານບຸນກະຖິນ ໄຊມຸງຄຸນສາມັກຄີ

ວັດຊ້າງຄູ້ສຸຂະຣາມ ຈັດງານບຸນກະຖິນ ໄຊມຸງຄຸນສາມັກຄີ

ວັດຊ້າງຄູ້ສຸຂະຣາມ ຈັດງານບຸນກະຖິນ ໄຊມຸງຄຸນສາມັກຄີ
ວັດຊ້າງຄູ້ສຸຂະຣາມ ເມືອງໄຊທານີ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດງານບຸນກະຖິນ ໄຊມຸງຄຸນສາມັກຄີ ຂຶ້ນໃນວັນທີ 1 ພະຈິກ ຜ່ານມານີ້ ທີ່ວັດດັ່ງກ່າວ ໂດຍມີຍາທ່ານໃຫຍ່ ຄໍາສຸກ ທອງຈໍາປາ ຮອງປະທານອົງການພຸດທະສາສະໜາສໍາພັນລາວ (ອພສ) ນະຄອນຫຼວງວຽງຈັນ ແລະ ເປັນເຈົ້າສັດທາກະຖິນ (ເຈົ້າພາບກະຖິນ) ໂດຍແມ່ຕູ້ໃຫຍ່ ອາຈິນ ແສງສຸລິວົງ ພ້ອມດ້ວຍລູກ-ຫຼານ, ມີອົງ ການປົກຄອງບ້ານ, ເຖົ້າແກ່ແນວໂຮມບ້ານ, ພ້ອມດ້ວຍຊາວພຸດທະສາສະນິກະຊົນທຸກທົ່ວໜ້າເຂົ້າຮ່ວມຢ່າງເປັນຂະບວນຄຶກຄື້ນ.
ວດຊາງຄສຂະຣາມ ຈດງານບນກະຖນ ໄຊມງຄນສາມກຄ - image 1
 

 

ງານບຸນກະຖິນໃນຄັ້ງນີ້, ຈັດຂຶ້ນເພື່ອສົມທົບທຶນສ້າງກຸດຕິສອງຊັ້ນ, ສ້າງເຮືອນຄົວວັດ-ສາງເກັບມ້ຽນເຄື່ອງ ໂດຍມີກິດຈະກໍາທາງສາສະໜາ: ຕອນເຊົ້າມີພິທີໃສ່ບາດ, ຟັງເທດສະໜາ, ຮັບພອນ, ຍາດນໍ້າ ແລະ ອື່ນໆ ຕາມປະເພນີ.

ວດຊາງຄສຂະຣາມ ຈດງານບນກະຖນ ໄຊມງຄນສາມກຄ - image 2
 

ຈາກນັ້ນ, ຊາວພຸດທະສາສະນິກະຊົນ ກໍໄດ້ພ້ອມກັນເຕົ້າໂຮມກະກຽມແຫ່ກອງກະຖິນເຂົ້າວັດ ມີຂະບວນຄື: ຂະບວນຖືຟອຍປັດ, ຂະບວນພະສົງ, ຂະບວນເຈົ້າພາບ ແລະ ອົງການປົກຄອງບ້ານ, ຂະບວນແຫ່ຟ້ອນລາວເດີມ, ຂະບວນແຫ່ຊ້າງ-ມ້າ ພ້ອມດ້ວຍຊາວບ້ານ ໂດຍໄດ້ແຫ່ອ້ອມວັດ 3 ຮອບ ແລ້ວຖວາຍ, ເຄນຜ້າກະຖິນ ໃຫ້ພະອາຈານຕາມປະເພນີທີ່ເຄີຍປະຕິບັດສືບທອດກັນມາ. ບຸນກະຖິນຄັ້ງນີ້, ລວມຍອດກະຖິນໄດ້ທັງໝົດ 3 ຮ້ອຍກວ່າລ້ານກີບ.

ວດຊາງຄສຂະຣາມ ຈດງານບນກະຖນ ໄຊມງຄນສາມກຄ - image 3
 

ຂ່າວ-ພາບ: ບຸນອູ້ມ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຊກອງ ເຜີຍແຜ່ນິຕິກຳວຽກງານຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ

ເຊກອງ ເຜີຍແຜ່ນິຕິກຳວຽກງານຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ

ວັນທີ 3 ພະຈິກນີ້ ທີ່ສະໂມສອນແຂວງເຊກອງ, ຄະນະຈັດຕັ້ງແຂວງ ເຜີຍແຜ່ນິຕິກຳກ່ຽວກັບວຽກງານຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ແລະ ຊຸກຍູ້ໃຫ້ຄັດເລືອກການຍ້ອງຍໍຜົນງານ 5 ປີ (2021-2025) ໂດຍການເປັນປະທານຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງເລຂາພັກແຂວງ, ມີພະແນກການກ່ຽວຂ້ອງເຂົ້າຮ່ວມ.
ສຸກຈະເລີນຟາມ ຜະລິດໄຂ່ໄກ່ຄຸນນະພາບຮັບປະກັນການບໍລິໂພກພາຍໃນປະເທດ

ສຸກຈະເລີນຟາມ ຜະລິດໄຂ່ໄກ່ຄຸນນະພາບຮັບປະກັນການບໍລິໂພກພາຍໃນປະເທດ

ບໍລິສັດ ສຸກຈະເລີນຟາມ ໄດ້ຂະຫຍາຍການຜະລິດໄຂ່ໄກ່ຄຸນນະພາບ ເພື່ອຮອງຮັບຄວາມຕ້ອງ ການຂອງສັງຄົມ ແລະ ຮັບປະກັນການບໍລິໂພກພາຍໃນປະເທດ ແລະ ສົ່ງເສີມການພັດທະນາອຸດສາຫະກໍາການຜະລິດສິນຄ້າໃນທ້ອງຖິ່ນໃຫ້ມີຄວາມເຂັ້ມແຂງ.
ເລີ່ມຖ່າຍທຳເລື່ອງທີ່ສາມ ຂອງແຜນໂຄສະນາສົ່ງເສີມການສຶກສາແຫ່ງຊາດ

ເລີ່ມຖ່າຍທຳເລື່ອງທີ່ສາມ ຂອງແຜນໂຄສະນາສົ່ງເສີມການສຶກສາແຫ່ງຊາດ

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ກະຊວງສຶກສາທິການ ແລະ ກິລາ (ສສກ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ) ໄດ້ເລີ່ມຖ່າຍທຳເລື່ອງທີ່ສາມຂອງແຜນໂຄສະນາສົ່ງເສີມການສຶກສາແຫ່ງຊາດຄັ້ງໃໝ່ ເມື່ອບໍ່ດົນມານີ້ ເພື່ອສ້າງແຮງບັນດານໃຈໃຫ້ຊຸມຊົນ ແລະ ປ່ຽນແປງທັດສະນະຄະຕິຕໍ່ການສຶກສາ ໃນທົ່ວປະເທດລາວ.
ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍຄະນະ ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງໄຊສົມບູນ

ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍຄະນະ ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງໄຊສົມບູນ

ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍຄະນະ ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງໄຊສົມບູນ ໃນເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການຕ້ອນຮັບຂອງທ່ານ ວັນຄຳເກັ່ງ ຢ່າຊົງກົວ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີພາກສ່ວນກ່ຽວຂ້ອງພາຍໃນແຂວງ ເຂົ້າຮ່ວມ.
ເຂົ້າຫຼາມ-ປີ້ງໄກ່​ ອາຫານພື້ນເມືອງລາວເອກະລັກໃນງານບຸນພະທາດຫຼວງ

ເຂົ້າຫຼາມ-ປີ້ງໄກ່​ ອາຫານພື້ນເມືອງລາວເອກະລັກໃນງານບຸນພະທາດຫຼວງ

ໃນງານບຸນນະມັດສະການພະທາດຫຼວງວຽງຈັນ ໜຶ່ງໃນອາຫານພື້ນເມືອງຂອງລາວທີ່ເປັນເອກະລັກຂອງງານບຸນທີ່ຂາດບໍ່ໄດ້ແມ່ນເຂົ້າຫຼາມ-ປີ້ງໄກ່ໄດ້ກາຍເປັນວັດທະນະທຳອັນດີງາມຂອງຊາດລາວ ແລະ ໄດ້ຮັບຄວາມນິຍົມຊົມຊອບຂອງປະຊາຊົນລາວເປັນຢ່າງດີ.
ຮ່ວມກັນອະນຸລັກວັດທະນະທຳອັນດີງາມ ໃນງານບຸນພະທາດຫຼວງວຽງຈັນ

ຮ່ວມກັນອະນຸລັກວັດທະນະທຳອັນດີງາມ ໃນງານບຸນພະທາດຫຼວງວຽງຈັນ

ພໍຮອດເດືອນ 11 ຂອງທຸກໆປີ ແມ່ນງານບຸນພະທາດຫຼວງວຽງຈັນ ຊຶ່ງເປັນໜຶ່ງປາງບຸນໃຫຍ່ລະດັບຊາດຂອງລາວເຮົາ ທີ່ນອນຢູ່ໃນຮີດ 12 ຄອງ 14 ປະເພນີລາວ ທີ່ເຄີຍສືບທອດມາແຕ່ບູຮານນະການຈົນມາຮອດປັດຈຸບັນ. ປີນີ້ແມ່ນກົງກັບວັນທີ 1-5 ພະຈິກ 2025 ເປັນເວລາ 5 ວັນ.
ເປີດງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ຢ່າງເປັນທາງການ

ເປີດງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ຢ່າງເປັນທາງການ

ພິທີເປີດງານບຸນນະມັດສະການພະທາດຫຼວງວຽງຈັນ, ວາງສະແດງຮູບພາບ ແລະ ວາງສະແດງສິນຄ້າ ປະຈຳປີ 2025 ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 1 ພະຈິກ 2025 ທີ່ເດີນພະທາດຫຼວງວຽງຈັນ, ໂດຍການເປັນກຽດເຂົ້າຮ່ວມ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນສິລິມຸງຄຸນໂດຍ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ມີພະເຖລານຸເຖລະ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາການນໍາພັກ-ລັດ, ບັນດາທ່ານທູຕານຸທູດ ແລະ ອົງການຈັດຕັ້ງສາກົນ ແຂກຖືກເຊີນ ພ້ອມດ້ວຍມວນຊົນ ເຂົ້າຮ່ວມ.
ສໍາມະນາພິເສດ ສົ່ງເສີມທຸລະກິດກະສິກໍາລາວ ສູ່ຕະຫຼາດໂລກ

ສໍາມະນາພິເສດ ສົ່ງເສີມທຸລະກິດກະສິກໍາລາວ ສູ່ຕະຫຼາດໂລກ

ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ) ຮ່ວມກັບ ສະມາຄົມທຸລະກິດກະສິກໍາລາວ ໄດ້ຈັດກອງປະຊຸມສໍາມະນາພິເສດ “ການສົ່ງເສີມທຸລະກິດກະສິກໍາລາວ” ເພື່ອສ້າງຄວາມເຂົ້າໃຈອັນດຽວກັນໃຫ້ທຸກພາກ, ຮ່ວມກັນຫັນກະສິກໍາ ໃຫ້ກາຍເປັນສິນຄ້າທີ່ມີມາດຕະຖານສູງ ແລະ ສາມາດແຂ່ງຂັນໄດ້ໃນຕະຫຼາດພາຍໃນ ແລະ ສາກົນ; ສ້າງການເຊື່ອມຕໍ່ລະຫວ່າງການຜະລິດ ແລະ ຕະຫຼາດ ເພື່ອຫາວິທີແກ້ໄຂບັນຫາຄົງຄ້າງ, ຍົກລະດັບຄຸນນະພາບການຜະລິດ, ການເຂົ້າເຖິງແຫຼ່ງທຶນ ແລະ ລະບົບການຈັດສົ່ງທີ່ມີປະສິດທິພາບ ໃຫ້ສິນຄ້າກະສິກໍາລາວສູ່ຕະຫຼາດໂລກ.
ສະມໍລບີ ມີຄວາມພ້ອມຮອບດ້ານ ເກັບມ້ຽນຂີ້ເຫຍື້ອ ງານບຸນນະມັັດສະການພະທາດຫຼວງ

ສະມໍລບີ ມີຄວາມພ້ອມຮອບດ້ານ ເກັບມ້ຽນຂີ້ເຫຍື້ອ ງານບຸນນະມັັດສະການພະທາດຫຼວງ

ໃນແຕ່ລະປີງານບຸນນະມັດສະການພະທາດຫຼວງວຽງຈັນ ບໍລິສັດ ສະມໍລບີ ທີ່ປຶກສາດ້ານການລົງທຶນ ຈຳກັດ (Small-b Vientiane Waste Co-Dev) ຫຼື ບໍລິສັດສະມໍລບີ ກໍໄດ້ຮ່ວມກັບໂຄງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ໄດ້ເອົາໃຈໃສ່ໃນການມີສ່ວນຮ່ວມເກັບມ້ຽນຂີ້ເຫຍື້ອ ໄລຍະງານບຸນດັ່ງກ່າວ, ເພື່ອເຮັດໃຫ້ງານບຸນມີຄວາມເປັນລະບຽບຮຽບຮ້ອຍ ແລະ ສະອາດງາມຕາ. ປັດຈຸບັນບໍລິສັດ ສະມໍລບີ ມີຄວາມພ້ອມຮອບດ້ານໃນການເກັບມ້ຽນຂີ້ເຫຍື້ອ ໃນໄລຍະງານບຸນນະມັດສະການພະທາດຫຼວງ ປະຈໍາປີ 2025.
ບຸນນະມັດສະການພະທາດຫຼວງ ມີຫຼາຍສິນຄ້າມາວາງສະແດງ ແລະ ຈໍາໜ່າຍ

ບຸນນະມັດສະການພະທາດຫຼວງ ມີຫຼາຍສິນຄ້າມາວາງສະແດງ ແລະ ຈໍາໜ່າຍ

ເພື່ອສ້າງໂອກາດ ແລະ ຊຸກຍູ້ສົ່ງເສີມສິນຄ້າ ODOP ຂອງນະຄອນຫຼວງວຽງຈັນ ແລະ ສິນຄ້າຄອບຄົວຕົວແບບທີ່ຈະກ້າວເປັນສິນຄ້າທີ່ໄດ້ຮັບກາໝາຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ, ບັນດາວິສາຫະກິດຂະໜາດນ້ອຍ-ກາງ.
ເພີ່ມເຕີມ