ມອບ-ຮັບໜ້າທີ່ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ຜູ້ເກົ່າ-ຜູ້ໃໝ່

ມອບ-ຮັບໜ້າທີ່ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ຜູ້ເກົ່າ-ຜູ້ໃໝ່

ມອບ-ຮັບໜ້າທີ່ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ  ຜູ້ເກົ່າ-ຜູ້ໃໝ່
ພິທີມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 8 ກໍລະກົດ ນີ້ ທີ່ຫ້ອງປະຊຸມໃຫຍ່ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີສະຫາຍລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາສະຫາຍຄະນະປະຈຳພັກ, ກຳມະການພັກ, ຄະນະນໍາກະຊວງ, ຫ້ອງການ, ກົມ, ສະຖາບັນ, ກອງວິຊາການ, ລັດວິສາຫະກິດ, ພະນັກງານຫຼັກແຫຼ່ງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

 

ມອບ-ຮບໜາທ ລດຖະມນຕ ກະຊວງໂຍທາທການ ແລະ ຂນສງ ຜເກາ-ຜໃໝ - image 1
 

ໃນພິທີ, ສະຫາຍ ງາມປະສົງ ເມືອງມະນີ ໄດ້ຂຶ້ນຜ່ານບົດສະຫຼຸບການນໍາພາ-ຊີ້ນໍາຕະຫຼອດໄລຍະຜ່ານມາ ຊຶ່ງໄດ້ຍົກໃຫ້ເຫັນຜົນສໍາເລັດຫຼາຍດ້ານໃນການປະຕິບັດໜ້າທີ່ການ

ເມືອງອັນໜັກໜ່ວງ ແລະ ມີກຽດສະຫງ່າທີ່ພັກ - ລັດ ແລະ ປະຊາຊົນມອບໝາຍໃຫ້ນັບແຕ່ໄດ້ຮັບໜ້າທີ່ເປັນເລຂາຄະນະບໍລິຫານງານພັກ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນຕົ້ນມາ. ຈາກນັ້ນ, ສະຫາຍ ທົງສັກ ກົມມະເມືອງ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານຄໍາສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການຍົກຍ້າຍພະນັກງານການນໍາຂັ້ນສູງໄປຮັບໜ້າທີ່ໃໝ່, ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການແຕ່ງຕັ້ງຄະນະປະຈໍາພັກກະຊວງ ຍທຂ, ມະຕິຕົກລົງຂອງກົມການເມືອງວ່າດ້ວຍ ການແຕ່ງຕັ້ງເລຂາຄະນະບໍລິຫານງານພັກກະຊວງ ແລະ ຜ່ານ ລັດຖະດໍາລັດປະທານປະເທດ ວ່າດ້ວຍການແຕ່ງຕັ້ງລັດຖະມົນຕີກະຊວງ ຍທຂ. ໃນນີ້, ໄດ້ຍົກຍ້າຍ ສະຫາຍ ງາມປະສົງ ເມືອງມະນີ ເລຂາຄະນະບໍລິຫານງານພັກລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ (ຜູ້ເກົ່າ) ຮັບໜ້າທີ່ເປັນຮອງເລຂາຄະນະບໍລິຫານງານພັກ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ຕົກລົງແຕ່ງຕັ້ງ ສະຫາຍ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ເປັນເລຂາຄະນະບໍລິຫານງານພັກ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ (ຜູ້ໃໝ່).

ໂອກາດດັ່ງກ່າວ, ສະຫາຍ ສອນໄຊ ສີພັນດອນ ໄດ້ໂອ້ລົມສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານອັນພົ້ນເດັ່ນໃນການນຳພາ-ຊີ້ນໍາວຽກງານຂອງສະຫາຍຄະນະບໍລິຫານງານພັກກະຊວງ ຍທຂ ກໍຄືສະຫາຍເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຄະນະຕະຫຼອດໄລຍະຜ່ານມາ; ພ້ອມນີ້, ກໍໃຫ້ຮູ້ວ່າການປ່ຽນແທນໜ້າທີ່ຕຳແໜ່ງຂອງການນຳຂັ້ນຍຸດທະສາດ ຫຼື ພະນັກງານການນຳຂັ້ນສູງຄືແນວນີ້ ແມ່ນເປັນເລື່ອງປົກກະຕິ ສຳລັບພັກ-ລັດເຮົາ, ເພື່ອແນໃສ່ປັບປຸງການຈັດຕັ້ງ ແລະ ບຸກຄະລາກອນ ເພື່ອສືບທອດປ່ຽນແທນໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານໃນແຕ່ລະໄລຍະ, ມີການສັບປ່ຽນໝູນວຽນການຄຸ້ມຄອງ ລະຫວ່າງສູນກາງ-ທ້ອງຖິ່ນ. ພ້ອມນັ້ນ, ສະຫາຍ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຍັງໄດ້ສະເໜີໃຫ້ສະຫາຍ ລັດຖະມົນຕີ ຍທຂ ຜູ້ໃໝ່ ກໍຄືພະນັກງານ, ສະມາຊິກ ແລະ ພະນັກງານຫຼັກແຫຼ່ງທົ່ວກະຊວງ ຍທຂ ໃຫ້ເອົາໃຈໃສ່ບາງບັນຫາດັ່ງນິີ້: ໜຶ່ງ: ຕ້ອງເປັນເອກະພາບນຳຂັ້ນເທິງ ບົນພື້ນຖານນັ້ນ ໃຫ້ບັນດາສະຫາຍເອົາໃຈໃສ່ວຽກງານສຶກສາອົບຮົມນຳພາແນວຄິດຂອງພະນັກງານ, ສະມາຊິກພັກ ຢູ່ແຕ່ລະກົມ, ກອງ, ພະແນກການ ແລະ ວິສາຫະກິດທີ່ຂຶ້ນກັບກະຊວງ ເພື່ອໃຫ້ທຸກຄົນເຂົ້າໃຈ ແລະ ຮັບຮູ້ຢ່າງທົ່ວເຖິງ ຕໍ່ການປ່ຽນແປງດັ່ງກ່າວ ບໍ່ໃຫ້ມີການສວຍໂອກາດ ທັບຖົມ - ໂຈມຕີກັນ ໃນທາງບໍ່ດີ, ອັນໃດເປັນຜົນສຳເລັດ ທີ່ພວກສະຫາຍພ້ອມກັນນຳພາ ຈັດຕັ້ງປະຕິບັດຜ່ານມາ ກໍໃຫ້ພ້ອມກັນປົກປັກຮັກສາ ແລະ ເສີມຂະຫຍາຍໃຫ້ດີຂຶ້ນ, ອັນໃດຍັງເປັນຈຸດອ່ອນ ແລະ ຂໍ້ຄົງຄ້າງ ໃຫ້ບັນດາສະຫາຍພ້ອມພາກັນປັບປຸງ, ເອົາໃຈໃສ່ຍົກສູງການບໍລິການຮັບໃຊ້ປະຊາຊົນ, ເອົາໃຈໃສ່ແກ້ໄຂກົນໄກທີ່ເປັນການກົດໜ່ວງຖ່ວງດຶງໃນການພັດທະນາ, ເອົາໃຈໃສ່ປັບປຸງການຄຸ້ມຄອງ ບໍລິຫານໄປຕາມທິດຫັນເປັນທັນສະໄໝ, ກວດກາ ແລະ ສືບຕໍ່ປະຕິບັດໜ້າທີ່ມະຫາພາກຂອງກະຊວງ ຍທຂ; ສອງ: ເອົາໃຈໃສ່ເປັນເຈົ້າການ ແລະ ປະສານສົມທົບກັບທຸກພາກສ່ວນກ່ຽວຂ້ອງ ເພື່ອປົກປັກຮັກສາຄວາມສະຫງົບພາຍໃນ ແລະ ພາຍນອກ ເປັນຕົ້ນແມ່ນໃນຂົງເຂດວຽກງານວິຊາສະເພາະຂອງຕົນ ແລະ ສືບຕໍ່ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນ ທຸກກົນອຸບາຍ ເລ່ຫຼ່ຽມ ແລະ ຖ້ອຍທຳນອງ ໃສ່ຮ້າຍປ້າຍສີ, ປັ່ນປ່ວນ, ແບ່ງແຍກຄວາມສາມັກຄີພາຍໃນຄະນະພັກ, ຄະນະນຳ ຂອງພວກສັດຕູ ແລະ ກຸ່ມຄົນບໍ່ດີ ທີ່ຫວັງມ້າງເພທຳລາຍ; ສາມ:ສືບຕໍ່ປົກປັກຮັກສາມູນເຊື້ອອັນດີງາມຂອງກະຊວງ ໂດຍສະເພາະຄວາມສາມັກຄີພາຍໃນຄະນະພັກ-ຄະນະນຳ ຕ້ອງສາມັກຄີກັນແໜ້ນ, ມີຄວາມເປັນເອກະພາບສູງ, ສືບຕໍ່ເປັນຫຼັກເປັນແຫຼ່ງ, ເປັນຄັນທຸງ ແລະ ເປັນແກນນຳ ໃນການເຕົ້າໂຮມຄວາມສາມັກຄີ ໃນຖັນແຖວພະນັກງານ ສະມາຊິກພັກ ເອົາໃຈໃສ່ວຽກງານຂະບວນການຄຽງຄູ່ກັບວຽກງານວິຊາສະເພາະ; ພ້ອມນັ້ນ, ສິ່ງສຳຄັນແມ່ນຕ້ອງເອົາໃຈໃສ່ ໂດຍມີລະບອບ, ແບບແຜນ ວິທີເຮັດວຽກ, ລະບອບປະຊຸມປຶກສາຫາລື ສ່ອງແສງລາຍງານ ພາຍຄະນະພັກ-ຄະນະນຳເປັນປົກກະຕິ ເພື່ອສືບຕໍ່ນຳພາ ພະນັກງານ ສະມາຊິກພັກ ພ້ອມກັນຈັດຕັ້ງປະຕິບັດວຽກງານ ໂຍທາທິການ ແລະ ຂົນສົ່ງ ໃຫ້ນັບມື້ໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ; ສີ່: ໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານໂຍທາ ແລະ ຂົນສົ່ງ (ທາງບົກ, ທາງອາກາດ, ທາງນ້ຳ, ທາງລົດໄຟ, ນໍ້າປະປາ ແລະ ເຄຫາຜັງ-ເມືອງ ໃຫ້ສອດຄອງວຽກງານສາມສ້າງ) ໃນການກໍ່ສ້າງ, ບູລະນະ ແລະ ປົກປັກຮັກສາ ສິ່ງສຳຄັນແມ່ນໃຫ້ເອົາໃຈໃສ່ ຕິດຕາມກວດກາວຽກງານວິຊາສະເພາະຂອງພວກສະຫາຍ ໂດຍສະເພາະຈັດຕັ້ງປະຕິບັດຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພວກສະຫາຍວາງອອກ ຊຶ່ງມີຄຳຂວັນທີ່ວ່າ: “ພັດທະນາຂະແໜງການໂຍທາທິການ ໃຫ້ເປັນປາຍແຫຼມ, ມີຈຸດສຸມ, ປະສິດທິຜົນສູງ, ທັນສະໄໝ, ປອດໄພ, ມີຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ, ເຊື່ອມໂຍງ-ເຊື່ອມຈອດ ແລະ ຍືນຍົງ”. ນອກນັ້ນ, ຍັງຕ້ອງເອົາໃຈໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ແລະ 2 ສອງວາລະແຫ່ງຊາດ ວາງອອກໃຫ້ປະກົດຜົນເປັນຈິງ.

ທ່ານນາຍົກລັດຖະມົນຕີ ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ: ດ້ວຍຄວາມຮູ້ຄວາມສາມາດ, ປະສົບປະການ ແລະ ບົດຮຽນຂອງ ສະຫາຍ ເຫຼັກໄຫຼ ສີວິໄລ ຈະສາມາດນໍາພາ-ຊີ້ນໍາວຽກງານມີການເຕີບໃຫຍ່ຂະຫຍາຍຕົວດີຂຶ້ນໄປເລື້ອຍໆ, ທັງນີ້ບັນດາສະຫາຍການນໍາ, ສະມາຊິກພັກ ແລະ ພະນັກງານໃຫ້ມີຄວາມເປັນເອກະພາບ, ມີຄວາມສາມັກຄີເປັນປຶກແຜ່ນພ້ອມກັນປະຕິບັດຕາມແນວທາງຂອງພັກ-ລັດວາງອອກໃນແຕ່ລະໄລຍະໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍ.

(ຂ່າວ: ຍທຂ - ພາບ: ຕຸໄລເພັດ)

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ສູນ​ທອນ​ພົດ​ຂອງ ສະ​ຫາຍ ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ກ່າວ​ໃນ​ພິ​ທີ​ໂຮມ​ຊຸມ​ນຸມ ລະ​ນຶກວັນ​ເກີດ​ ປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 105 ປີ

ສູນ​ທອນ​ພົດ​ຂອງ ສະ​ຫາຍ ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ກ່າວ​ໃນ​ພິ​ທີ​ໂຮມ​ຊຸມ​ນຸມ ລະ​ນຶກວັນ​ເກີດ​ ປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 105 ປີ

ໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດແລະທົ່ວປວງຊົນລາວທັງຊາດຫາກໍສໍາເລັດການສະເຫຼີມສະຫຼອງວັນສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວຄົບຮອບ 50 ປີຢ່າງຟົດຟື້ນ ມ່ວນຊື່ນ ແລະ ສືບຕໍ່ສ້າງຂະບວນການຮອບດ້ານເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້.
ເປີດກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພະຈິກ2025

ເປີດກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພະຈິກ2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພະຈິກ2025ໄດ້ເປີດຂຶ້ນໃນຕອນເຊົ້າ ຂອງວັນທີ 11ທັນວານິ້,ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ການນໍາຂອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນພະຈິກ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນທັນວາ 2025.
ປທປທ ຮັບສານຕາຕັ້ງຈາກທູດປະເທດເພື່ອນມິດ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈໍາຢູ່ຕ່າງປະເທດ

ປທປທ ຮັບສານຕາຕັ້ງຈາກທູດປະເທດເພື່ອນມິດ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈໍາຢູ່ຕ່າງປະເທດ

ໃນວັນທີ 8 ທັນວານີ້, ທີ່ ສໍານັກງານປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງເອກອັກຄະລັດຖະທູດແຕ່ງຕັ້ງ ຈາກ 2 ປະເທດ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ, ປະກອບມີ:
ເພີ່ມທະວີສາຍພົວພັນສາມັກຄີພິເສດ ລາວ-ຫວຽດນາມກ້າວຂຶ້ນສູ່ລະດັບສູງໃໝ່

ເພີ່ມທະວີສາຍພົວພັນສາມັກຄີພິເສດ ລາວ-ຫວຽດນາມກ້າວຂຶ້ນສູ່ລະດັບສູງໃໝ່

ໃນວັນທີ 2 ທັນວາ 2025, ທີ່ນະຄອນຫຼວງວຽງຈັນ, ໄດ້ມີການພົບປະຂັ້ນສູງ ລະຫວ່າງ ພັກປະ ຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ໂດຍການເປັນປະທານຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ແລະ ສະຫາຍ ໂຕເລິມ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ.
ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງພັກກອມມູນິດກູບາ ເຂົ້າຢ້ຽມຂໍ່ານັບ

ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງພັກກອມມູນິດກູບາ ເຂົ້າຢ້ຽມຂໍ່ານັບ

ໃນວັນທີ 3 ​ທັນວາ 2025, ທີ່ສໍານັກງານສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ນາງ ມາຣຕາ ອາຢາລາ ອາວີລາ(Marta Ayala Ávila), ກໍາມະການກົມການເມືອງສູນກາງພັກ, ອໍານວຍການໃຫຍ່ສູນວິສາວະກໍາກຳມະພັນ ແລະ ເຕັກໂນໂລຊີຊີວະພາບ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ-ລັດແຫ່ງ ສ.ກູບາ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 1-3 ທັນວາ 2025.
ປະທານປະເທດຕ້ອນຮັບຮອງປະທານສະພາສູງແຫ່ງ ສ ຣັດເຊຍ

ປະທານປະເທດຕ້ອນຮັບຮອງປະທານສະພາສູງແຫ່ງ ສ ຣັດເຊຍ

ໃນວັນທີ 2 ທັນວາຜ່ານມາ ທີ່ຫໍປະຊຸມແຫ່ງຊາດ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງສປປ ລາວ ໄດ້ຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນິໂກລາຍ ຊູຣາວະໂລບ ຮອງປະທານສະພາສູງແຫ່ງສະຫະພັນ ຣັດເຊຍ ປະທານສະມາຄົມມິດຕະພາບລັດຖະສະພາຣັດເຊຍ-ລາວພ້ອມດ້ວຍຄະນະ ໃນໂອກາດເດີນທາງມາເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາສປປ ລາວ ຄົບຮອບ 50 ປີ.
ປະທານປະເທດ ຕ້ອນຮັບ ນາຍົກລັດຖະມົນຕີຫວຽດນາມ

ປະທານປະເທດ ຕ້ອນຮັບ ນາຍົກລັດຖະມົນຕີຫວຽດນາມ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ແລະ ເປັນປະທານຮ່ວມກອງປະຊຸມ ຄັ້ງທີ 48 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ.
ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບສົມເດັດປີໄຈ ເສນາ ເຕຍບັນ

ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບສົມເດັດປີໄຈ ເສນາ ເຕຍບັນ

ໃນວັນທີ 2 ທັນວານີ້, ທີ່ສໍານັກງານຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ປີໄຈ ເສນາ ເຕຍບັນ ຮອງປະທານພັກປະຊາຊົນ ກໍາປູເຈຍ ແລະ ຄະນະຜູ້ແທນຂັ້ນສູງ ພັກ, ລັດ ກຳປູເຈຍ ໃນໂອກາດເດີນທາງມາຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ.
ເພີ່ມເຕີມ