ປະທານປະເທດຕ້ອນຮັບທູດປະເທດເພື່ອນມິດຍື່ນສານຕາຕັ້ງເພື່ອມາປະຈຳລາວ

ປະທານປະເທດຕ້ອນຮັບທູດປະເທດເພື່ອນມິດຍື່ນສານຕາຕັ້ງເພື່ອມາປະຈຳລາວ
ທ່ານທອງລຸນສີສຸລິດປະທານປະເທດແຫ່ງສປປລາວໄດ້ຕ້ອນຮັບບັນດາທູດປະເທດເພື່ອນມິດເຂົ້າຍື່ນສານຕາຕັ້ງເພື່ອມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດແລະເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມຂອງບັນດາປະເທດເພື່ອນມິດປະຈຳສປປລາວໃນວັນທີ 8 ກຸມພານີ້ ທີ່ຫ້ອງຮັບແຂກສະພາແຫ່ງຊາດໂດຍມີ 7 ທ່ານດັ່ງນີ້:ທ່ານມໍຄໍາມັມບາ (Morecome Mumba) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດຊຳບີປະຈຳສປປລາວ(ຄົນໃໝ່),ມີສຳນັກງານຕັ້ງຢູ່ ກົວລາລຳເປີມາເລເຊຍ,ທ່ານບາເດີອັບດຸນລາຊາອີດບິນຊາເຢດອາລມາໂຕຣຊີ (Bader Abdulla Saeed Bin Saayed Almatrooshi) ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມແຫ່ງສະຫະນະຄອນເອເມຣັດອາຣັບປະຈຳສປປລາວ(ຄົນໃໝ່)ຊຶ່ງມີສຳນັກງານຕັ້ງຢູ່ຮ່າໂນ້ຍສສຫວຽດນາມ, ທ່ານເຊີເນມີເລີ (Jernei Müller) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດສະໂລເວນີປະຈຳສປປລາວ(ຄົນໃໝ່) ຊຶ່ງມີສຳນັກງານຕັ້ງຢູ່ ເຊອູນ ສ ເກົາຫຼີ, ທ່ານດາກີອີຟຣີອາມເອຟຣີຄາ (Darkey Ephraim Africa) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດອາຟຣິກາໃຕ້ ປະຈຳສປປລາວ(ຄົນໃໝ່) ຊຶ່ງມີສຳນັກງານຕັ້ງຢູ່ ບາງກອກຣາຊະອານາຈັກໄທ, ທ່ານນາງອາມີນາຕາຄອຍຕາ (Aminata KOITA) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ ກິເນປະຈຳສປປລາວຊຶ່ງມີສຳນັກງານຕັ້ງຢູ່ ປັກກິ່ງສປຈີນ,ທ່ານນາງແອນນາແຮມມາເກັນ (Anna Hammargren) ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມແຫ່ງຊູແອດປະຈຳສປປລາວຊຶ່ງມີສຳນັກງານຕັ້ງຢູ່ ບາງກອກຣາຊະອານາຈັກໄທແລະທ່ານຄູບິໂຕມັນຊີບາກຸຣາມຸດຊາ (Nkubito Manzi Bakuramutsa) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສຣູວັນດາປະຈຳສປປລາວຊຶ່ງມີສຳນັກງານຕັ້ງຢູ່ ເຊອູນ ສ ເກົາຫຼີ.
ໃນໂອກາດດັ່ງກ່າວທ່ານປະທານປະເທດແຫ່ງສປປລາວໄດ້ສະແດງຄວາມຍິນດີຕ້ອນຮັບແລະຊົມເຊີຍຕໍ່ບັນດາທ່ານທູດປະເທດເພື່ອນມິດທີ່ຖືກແຕ່ງຕັ້ງມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດແລະເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມຄົນໃໝ່  ປະຈຳສປປລາວຄັ້ງນີ້,ພ້ອມທັງໃຫ້ຄວາມຫວັງວ່າຕະຫຼອດໄລຍະໃນການປະຕິບັດໜ້າເປັນເອກອັກຄະລັດຖະທູດປະຈຳລາວ,ບັນດາທ່ານທູດຈະສືບຕໍ່ຢ່າງຕັ້ງໜ້າເຂົ້າໃນການປະກອບສ່ວນເສີມສ້າງສາຍພົວພັນຮ່ວມມື ແລະຊ່ວຍເຫຼືອຊຶ່ງກັນແລະກັນໃຫ້ແຕກດອກອອກຜົນຢ່າງແທ້ຈິງຊຶ່ງລັດຖະບານແລະພາກສ່ວນທີ່ກ່ຽວຂ້ອງຂອງລາວພ້ອມທີ່ຈະໃຫ້ການຮ່ວມມື,ສະໜັບສະໜູນແລະອຳນວຍຄວາມສະດວກເພື່ອໃຫ້ບັນດາທ່ານທູດສາມາດເຮັດໜ້າທີ່ໄດ້ຮັບການມອບໝາຍໃຫ້ມີຜົນສຳເລັດ, ທ່ານປະທານປະເທດຍັງໄດ້ອວຍພອນໃຫ້ບັນດາທ່ານທູດປະເທດເພື່ອນມິດຈົ່ງປະສົບຜົນສຳເລັດໃນການມາປະຕິບັດໜ້າທີ່ເປັນເອກອັກຄະລັດຖະທູດປະຈຳລາວໃນຄັ້ງນີ້
ບັນດາທູດປະເທດເພື່ອນມິດກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານປະທານປະເທດແຫ່ງສປປລາວທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ,ພ້ອມນີ້ຍັງໄດ້ກ່າວຢືນຢັນວ່າຈະຕັ້ງໜ້າປະຕິບັດໜ້າທີ່ທີ່ໄດ້ຮັບການມອບໝາຍໃນຄັ້ງນີ້ໃຫ້ປະສົບຜົນສຳເລັດຢ່າງຈົບງາມໂດຍຈະສືບຕໍ່ຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບອັນດີງາມແລະການຮ່ວມມື,ການຊ່ວຍເຫຼືອຊຶ່ງກັນແລະກັນລະຫວ່າງປະເທດຂອງຕົນກັບສປປລາວໃຫ້ນັບມື້ມີບາດກ້າວດີຂຶ້ນຢ່າງບໍ່ຍຸດຢັ້ງ.
(ຂ່າວ-ພາບ:ສຳນານ)

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

- ນ້ອມນະມັດສະການ ພະອາຈານໃຫຍ່ ອິນ ຊຸນ ປະທານຜູ້ກໍ່ຕັ້ງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ. - ນ້ອມນະມັດສະການ ພະອາຈານໃຫຍ່ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ. - ນ້ອມນະມັດສະການ ແລະ ເຄົາລົບນັບຖືມາຍັງບັນດາຜູ້ນຳທາງພຸດທະສາສະໜາ, ການນຳພັກ-ລັດ, ຜູ້ຊ່ຽວຊານ, ນັກວິຊາການ ແລະ ເພື່ອນມິດພຸດທະສາສະນິກະຊົນ ຈາກບັນດາປະເທດ ແລະ ເຂດແຄວ້ນ ຈາກພາກພື້ນ ແລະ ສາກົນ,ພະເຖຣານຸເຖຣະ ແລະ ບັນດາຜູ້ແທນ ທີ່ນັບຖື ແລະ ຮັກແພງ.
ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ  ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ໃນຕອນເຊົ້າວັນທີ 22 ຕຸລານີ້ ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດແຕ່ງຕັ້ງຕ່າງປະເທດ ຈໍານວນ 9 ທ່ານ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:
ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ເປີດຂຶ້ນໃນວັນທີ 22 ຕຸລາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ; ປະທານ, ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2026.
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພາຍຫຼັງດໍາເນີນມາແຕ່ວັນທີ 5 ຕຸລາ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ສະມາຊິກລັດຖະບານ, ສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ໃນວັນທີ 19 ຕຸລານີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນ ສ ເກົາຫຼີ ທີ່ນຳໂດຍທ່ານ ຊອຍ ຊຶງແຈ (CHOI SEUNGJAE) ຮອງລັດຖະມົນຕີກະຊວງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທຸລະກິດສະຕາດອັບ ແຫ່ງ ສ ເກົາຫຼີ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມພົບປະນັກທຸລະກິດ ລາວ-ເກົາຫຼີ ຄັ້ງທີ 2.
ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ໃນໂອກາດທີ່ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມທາງການ ທີ່ ສອາແຊັກໄບຊານ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ກະຊວງເສດຖະກິດ ແຫ່ງ ອາແຊັກໄບຊານ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ອາແຊັກໄບຊານຂຶ້ນ ທີ່ ນະຄອນຫຼວງບາກູ ໃນວັນທີ 14 ຕຸລາ 2026ເພື່ອເປັນການຊອກຫາໂອກາດໃນການເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ແລະ ທັງເປັນເວທີໃນການພົບປະແລກປ່ຽນລະຫວ່າງວິສາຫະກິດຂອງສອງປະເທດ, ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ວິສາຫະກິດເອກະຊົນທັງໝົດ 80 ທ່ານຈາກຫຼາຍຂະແໜງການ ເປັນຕົ້ນ ພະລັງງານ, ທ່ອງທ່ຽວ, ການເງິນ, ໂລຈີສຕິກ, ອຸດສາຫະກໍາ, ການບໍລິການທີ່ປຶກສາ ແລະ ກໍ່ສ້າງ.
ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ໃນວັນທີ 16 ຕຸລານີ້ ທີ່ ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີີແຫ່ງ ສປປ ລາວໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ເພື່ອອວຍພອນ ແລະ ສະແດງຄວາມຊົມເຊີຍໃນໂອກາດທີ່ທ່ານ ສະເຫຼີມໄຊ ກົມມະສິດໄດ້ຮັບການເລືອກຕັ້ງດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ປະທານປະເທດສໍາເລັດການຢ້ຽມຢາມສ ອາແຊັກໄບຊານ ຢ່າງເປັນທາງການ

ປະທານປະເທດສໍາເລັດການຢ້ຽມຢາມສ ອາແຊັກໄບຊານ ຢ່າງເປັນທາງການ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເດີນທາງຢ້ຽມຢາມ ສາທາລະນະລັດອາແຊັກໄບຊານ ຢ່າງເປັນທາງການ ໃນວັນທີ 13-15 ຕຸລາ 2026ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ພະນະທ່ານ ອີວຮາມ ອາລີເຢບ (Ilham Aliyev) ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາແຊັກໄບຊານ.
ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ໃນວັນທີ 13 ຕຸລານີ້ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລົງເຄື່ອນໄຫວ, ຢ້ຽມຢາມ ແລະ ພົບປະ ພະນັກງານການນໍາຫຼັກແຫຼ່ງກະຊວງ ຍທຂ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ.
ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ຕາງໜ້າທ່ານ ນາຍົກລັດຖະມົນຕີ ກໍຄືລັດຖະບານ ແຫ່ງ ສປ ຈີນ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນ ມາຍັງທ່ານ ສະເຫຼີມໄຊ ກົມມະສິດ.
ເພີ່ມເຕີມ