ປະທານສູນກາງສະຫະພັນແມ່ຍິງລາວ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ແມ່ຍິງທົ່ວປະເທດ ທີ່ແຂວງສະຫວັນນະເຂດ

ປະທານສູນກາງສະຫະພັນແມ່ຍິງລາວ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ແມ່ຍິງທົ່ວປະເທດ ທີ່ແຂວງສະຫວັນນະເຂດ

ປະທານສູນກາງສະຫະພັນແມ່ຍິງລາວ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ແມ່ຍິງທົ່ວປະເທດ ທີ່ແຂວງສະຫວັນນະເຂດ
ໃນວັນທີ 19 ມັງກອນຜ່ານມາ ທີ່ສະໂມສອນຫ້ອງວ່າການແຂວງສະຫວັນນະເຂດ, ສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ ກໍາມະການສູນກາງພັກ ປະທານສູນກາງສະຫະພັນແມ່ຍິງລາວ ໄດ້ເຜີຍແຜ່ຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດ ຄັ້ງທີ IX ທີ່ແຂວງສະຫວັນນະເຂດ, ໂດຍມີສະຫາຍ ນາງ ມະໄລທອງ ທໍາມະຕິກາ ກໍາມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງສະຫວັນນະເຂດ, ພ້ອມດ້ວຍຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ແຂກຖືກເຊີນ, ສະຫະພັນແມ່ຍິງຮາກຖານ, ໜ່ວຍ ແລະສະມາຊິກແມ່ຍິງພາຍໃນແຂວງເຂົ້າຮ່ວມຮັບຟັງ.
ປະທານສນກາງສະຫະພນແມຍງລາວ ເຜຍແຜຜນສາເລດກອງປະຊມໃຫຍແມຍງທວປະເທດ ທແຂວງສະຫວນນະເຂດ - image 1
 

ສະຫາຍ ນາງ ມະໄລທອງ ທໍາມະຕິກາ ໄດ້ສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານຂອງສະຫະພັນແມ່ຍິງແຂວງສະຫວັນນະເຂດ ເຖິງຜົນສໍາເລັດ, ສິ່ງທ້າທາຍ ແລະ ທິດທາງການພັດທະນາວຽກງານແມ່ຍິງໃນຕໍ່ໜ້າ. ຈາກນັ້ນ, ສະຫາຍ ນາງ ອາລີ ວົງຫນໍ່ບຸນທຳ ກໍໄດ້ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ໂດຍຍົກໃຫ້ເຫັນວ່າ: ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 9-10 ກັນຍາ 2025, ມີຜູ້ແທນສົມບູນເຂົ້າຮ່ວມຈໍານວນ 373 ສະຫາຍ ທີ່ເປັນຕົວແທນໃຫ້ສະມາຊິກສະຫະພັນແມ່ຍິງ 1,699,096 ຄົນ ໃນທົ່ວປະເທດ ແລະ ມີແຂກຖືກເຊີນເຂົ້າຮ່ວມ 150 ສະຫາຍ ຍິງ 129 ສະຫາຍ. ກອງປະຊຸມໃຫຍ່ໄດ້ຮັບຮອງເອົາເນື້ອໃນສໍາຄັນ ຄື: ຮັບຮອງເອົາລາຍງານການເມືອງທັງສອງພາກ ພ້ອມທັງກໍານົດທິດທາງ, ຄາດໝາຍສູ້ຊົນ 5 ປີ (2026-2030); ຮັບຮອງເອົາວິໃສທັດ ຮອດປີ 2035, ແຜນພັດທະນາແມ່ຍິງລາວ 5 ປີ (2026-2030), ຊຶ່ງມີ 9 ເປົ້າໝາຍ, 31 ແຜນວຽກຈຸດສຸມ ແລະ 144 ວຽກຈຸດສຸມ, ຮັບຮອງເອົາກົດລະບຽບຂອງສະຫະພັນແມ່ຍິງລາວ ສະໄໝທີ IX; ຮັບຮອງເອົາຄໍາຂວັນ ແລະ ຂໍ້ແຂ່ງຂັນຂອງສະຫະພັນແມ່ຍິງລາວ ສະໄໝ IX ສືບຕໍ່ຮັກສາ ແລະ ປະຕິບັດຄໍາຂວັນທີ່ວ່າ: “ພັດທະນາຄວາມສະເໝີພາບຍິງ-ຊາຍ ຕິດພັນກັບການພັດທະນາປະເທດຊາດ, ຂໍ້ແຂ່ງຂັນ 3 ດີຄື: ພົນລະເມືອງດີ, ພັດທະນາດີ ແລະສ້າງຄອບຄົວດີ”. ໃນສະພາບແວດລ້ອມທາງດ້ານເສດຖະກິດພາຍໃນປະເທດມີຄວາມຫຍຸ້ງຍາກ ແລະສະພາບການສາກົນ ກຳລັງມີການຫັນປ່ຽນໃນຫຼາຍດ້ານຄືໃນປັດຈຸບັນ, ການຮັບຮູ້ຢ່າງເລິກເຊິ່ງ, ຮອບດ້ານ ແລະ ສືບຕໍ່ປະຕິບັດບົດບາດຂອງແມ່ຍິງ ໃນທູກຂົງເຂດວຽກງານ ບໍ່ພຽງແຕ່ແມ່ນຄວາມຮຽກຮ້ອງຕ້ອງການເທົ່ານັ້ນ ຫາກຍັງແມ່ນປັດໄຈຈຳເປັນ ເພື່ອສ້າງພື້ນຖານເສດຖະກິດຍົກສູງຊີວິດການເປັນຢູ່ ຂອງແມ່ຍິງໃຫ້ນັບມື້ດີຂຶ້ນ ເຮັດໃຫ້ປະເທດເຮົາມີຄວາມມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີ ຜາສຸກ, ສັງຄົມ ມີຄວາມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.

ໂອກາດນີ້, ຕາງໜ້າຈາກສູນກາງສະຫະພັນແມ່ຍິງລາວ ຍັງໄດ້ເຜີຍແຜ່ ກົດລະບຽບ ແລະ ພາລາບົດບາດຂອງສະຫະພັນແມ່ຍິງລາວ ໃນການປະສານງານ ລະຫວ່າງ ສູນກາງສະຫະພັນແມ່ຍິງ ແລະ ສະຫະພັນແມ່ຍິງຂັ້ນທ້ອງຖິ່ນຕື່ມອີກ.

(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ບໍລິສັດລາວໂທລະຄົມ ເຂົ້າອວຍພອນ ແລະ ຊຸກຍູ້ ວັນສ້າງຕັ້ງກອງທັບປະຊາຊົນລາວ

ບໍລິສັດລາວໂທລະຄົມ ເຂົ້າອວຍພອນ ແລະ ຊຸກຍູ້ ວັນສ້າງຕັ້ງກອງທັບປະຊາຊົນລາວ

ໃນວັນທີ 19 ມັງກອນ ນີ້, ຄະນະພັກ-ຄະນະຜູ້ອຳນວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ນຳໂດຍ ສະຫາຍ ສຸພົນ ຈັນທະວີໄຊ ຄະນະບໍລິຫານງານກຳມະການພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເລຂາຄະນະພັກຮາກຖານ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ນຳກະຕ່າດອກໄມ້ ແລະ ເງິນຈຳນວນ 177,000,000 ກີບ ເຂົ້າອວຍພອນ ສະຫາຍ ພົນໂທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949 - 20 ມັງກອນ 2026).
ທ່ານລັດຖະມົນຕີກະຊວງ ຍທຂ ອວຍພອນຄະນະນຳກະຊວງປ້ອງກັນປະເທດ

ທ່ານລັດຖະມົນຕີກະຊວງ ຍທຂ ອວຍພອນຄະນະນຳກະຊວງປ້ອງກັນປະເທດ

ວັນທີ 19 ມັງກອນຜ່ານມາ, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ພ້ອມດ້ວຍຄະນະໄດ້ນໍາເອົາກະຕ່າດອກໄມ້ ແລະ ຂອງຂວັນເຂົ້າອວຍພອນຄະນະນໍາກະຊວງປ້ອງກັນປະເທດ, ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ວັນທີ 20 ມັງກອນ ຄົບຮອບ 77 ປີ.
ກອງປະຊຸມວິສາມັນ ຂອງຄະນະປະຈຳສະພາແຫ່ງຊາດ ໄດ້ຮັບຮອງເອົາການສະເໜີ ຍົກຍ້າຍ ແຕ່ງຕັ້ງ ພະນັກງານການນຳຂັ້ນສູງ ຫຼາຍຕຳແໜ່ງ

ກອງປະຊຸມວິສາມັນ ຂອງຄະນະປະຈຳສະພາແຫ່ງຊາດ ໄດ້ຮັບຮອງເອົາການສະເໜີ ຍົກຍ້າຍ ແຕ່ງຕັ້ງ ພະນັກງານການນຳຂັ້ນສູງ ຫຼາຍຕຳແໜ່ງ

ວັນທີ 19 ມັງກອນ ນີ້, ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສູນກາງພັກ ກຳມະການຄະນະປະຈຳສະພາແຫ່ງຊາດ ເລຂາທິການສະພາແຫ່ງຊາດ ໄດ້ຖະແຫຼ່ງຂ່າວຜົນສໍາເລັດການດໍາເນີນກອງປະຊຸມວິສາມັນ ຂອງຄະນະປະຈຳສະພາແຫ່ງຊາດ ວ່າ:
ຄະນະກຳມະການເລືອກຕັ້ງລະດັບຊາດ ຊຸກຍູ້ວຽກງານການເລືອກຕັ້ງ ຢູ່ແຂວງຈໍາປາສັກ

ຄະນະກຳມະການເລືອກຕັ້ງລະດັບຊາດ ຊຸກຍູ້ວຽກງານການເລືອກຕັ້ງ ຢູ່ແຂວງຈໍາປາສັກ

ຄະນະກຳມະການເລືອກຕັ້ງລະດັບຊາດ ນໍາໂດຍ ທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ ລັດຖະມົນຕີກະຊວງການເງິນ ກໍາມະການຄະນະກໍາມະການເລືອກຕັ້ງລະດັບຊາດ ພ້ອມຄະນະ ລົງເຄື່ອນໄຫວ ຕິດຕາມ ແລະ ຊຸກຍູ້ວຽກງານການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະພາປະຊາຊົນຊັ້ນແຂວງ (ສສຂ) ຊຸດທີ V ຢູ່ແຂວງຈໍາປາສັກ ໃນວັນທີ 19 ມັງກອນ 2026ຜ່ານມາ.
ການນຳແຂວງຊຽງຂວາງອວຍພອນວັນສ້າງຕັ້ງກອງທັບປະຊາຊົນລາວ

ການນຳແຂວງຊຽງຂວາງອວຍພອນວັນສ້າງຕັ້ງກອງທັບປະຊາຊົນລາວ

ໃນວັນທີ 19 ມັງກອນ 2026, ທ່ານ ບົວເງິນ ຫຸມໄຊຍະພົມ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍພະແນກການ, ອົງການ, ກຳລັງປ້ອງກັນຄວາມສະຫງົບແຂວງ
ການອານຸລັກໄມ້ປ່ອງ ໃນເມືອງວຽງຄຳ ສ້າງຜົນປະໂຫຍດໃຫ້ປະຊາຊົນຢ່າງຍືນຍົງ

ການອານຸລັກໄມ້ປ່ອງ ໃນເມືອງວຽງຄຳ ສ້າງຜົນປະໂຫຍດໃຫ້ປະຊາຊົນຢ່າງຍືນຍົງ

ເມື່ອບໍ່ດົນຜ່ານມານີ້ ທີ່ຫ້ອງການກະສິກໍາ ແລະ ສິ່ງແວດລ້ອມ ເມືອງວຽງຄໍາ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມນຳສະເໜີໂຄງການອານຸລັກໄມ້ປ່ອງ ໂດຍເປັນປະທານຂອງ ທ່ານ ນາງ ບຸນເລື່ອມ ແກ້ວດວງຈິດ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ, ມີອົງການປົກຄອງບ້ານ ທັງ 2 ເມືອງ ຄື: ເມືອງງອຍ ແລະ ເມືອງວຽງຄໍາ ເຂົ້າຮ່ວມ.
ກອງພົນທີ 5 ປາຖະກາຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບຮອບ 77 ປີ

ກອງພົນທີ 5 ປາຖະກາຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບຮອບ 77 ປີ

ວັນທີ 20 ມັງກອນ 2026 ນີ້, ທີ່ສະໂມສອນກອງພົນທີ 5 ໄດ້ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949-20 ມັງກອນ 2026), ໂດຍການເປັນປະທານ ແລະ ປາຖະກະຖາຂອງ ກຳມະການຄະນະພັກກະຊວງປ້ອງປະເທດ ເລຂາຄະນະພັກ ຫົວໜ້າການເມືອງ ກອງພົນທີ 5, ມີບັນດາ ຄະນະພັກ-ຄະນະບັນຊາ ອົງການ 5 ຫ້ອງ, ກອງພັນໃຫຍ່, ສູນຝືກ, ກອງພັນນ້ອຍ, ກອງຮ້ອຍເອກະລາດ ຕະຫຼອດຮອດພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ມອບ-ຮັບ ລົດຈັກໃຫ້ຄະນະຈັດຕັ້ງເມືອງຫຼວງນໍ້າທາ

ມອບ-ຮັບ ລົດຈັກໃຫ້ຄະນະຈັດຕັ້ງເມືອງຫຼວງນໍ້າທາ

ເມືອ່ບໍ່ດົນຜ່ານມານີ້,​ທີ່ຫ້ອງວ່າການເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ, ຄະນະຈັດຕັ້ງແຂວງ ໄດ້ນໍາເອົາລົດຈັກ Wave 100 ຈໍານວນ 1 ຄັນ ມູນຄ່າ 30 ລ້ານ 5 ແສນກີບ ມອບໃຫ້ຄະນະຈັດຕັ້ງເມືອງຫຼວງນໍ້າທາ ໂດຍການກ່າວມອບຂອງທ່ານ ນາງ ຄໍາແດງ ກອງຈໍາປາ ຮອງຫົວໜ້າຄະນະຈັດຕັ້ງແຂວງ ແລະ ຮັບໂດຍທ່ານ ພອນປະເສີດ ອິນທະວົງ ກໍາມະການປະຈໍາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ໂດຍມີພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂິພິຍານ.
ສູນພັດທະນາເຊກອງ ກັບມາເປີດໃຫ້ບໍລິການຄືນໃໝ່ ຫຼັງປິດບໍລິການຊົ່ວຄາວ

ສູນພັດທະນາເຊກອງ ກັບມາເປີດໃຫ້ບໍລິການຄືນໃໝ່ ຫຼັງປິດບໍລິການຊົ່ວຄາວ

ສູນພັດທະນາເຊກອງ ຕັ້ງຢູ່ບ້ານໂມ ເມືອງລະມາມ ແຂວງເຊກອງ ປິດບໍລິການຊົ່ວຄາວ ແລະ ມາຮອດວັນທີ 19 ມັງກອນ 2026 ນີ້ ໄດ້ເປີດໃຫ້ບໍລິການຄືນໃໝ່ ພ້ອມທັງມີກິດຈະກຳບໍລິການເພີ່ມເຕີມ ແລະຂອດການບໍລິການທີ່ດີກວ່າເກົ່າໃນດ້ານກິລາ ແລະ ດ້ານການສຶກສາ ເຫັນວ່າມີຄວາມສະດວກສະບາຍຂຶ້ນຫຼາຍ.
ຫຼາຍພາກສ່ວນອວຍພອນຄະນະນຳກະຊວງປ້ອງກັນປະເທດໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ຫຼາຍພາກສ່ວນອວຍພອນຄະນະນຳກະຊວງປ້ອງກັນປະເທດໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ວັນທີ 19 ມັງກອນ ຜ່ານມາ, ຫຼາຍພາກສ່ວນໄດ້ນຳເອົາກະຕ່າດອກໄມ້ ແລະ ຂອງຂວັນເຂົ້າອວຍພອນຄະນະນຳກະຊວງປ້ອງກັນປະເທດໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວວັນທີ 20 ມັງກອນຄົບຮອບ 77 ປີຢ່າງອົບອຸ່ນ ແລະ ມີຄວາມໝາຍຢ່າງສູງ.
ເພີ່ມເຕີມ