![]() |
ສະຫາຍ ພັນໂທ ບຸຜາ ດວງມີສີ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າກອງບັນຊາການ ປກສ ເມືອງ ກ່າວວ່າ: ໃນ 1 ປີຜ່ານມາ, ໄດ້ໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດ, ກົດລະບຽບຈະລາຈອນ ແລະ ຄຳສັ່ງແນະນຳກ່ຽວກັບການຫ້າມບໍລິໂພກ-ຈຳໜ່າຍນ້ຳກະທ້ອມຢູ່ຕາມພື້ນທີ່ສ່ຽງ, ຊຸມຊົນ ແລະ ສະຖາບັນການສຶກສາໄດ້ 8 ຄັ້ງ, ມີຜູ້ເຂົ້າຮ່ວມ 2,364 ຄົນ ຍິງ 1,419 ຄົນ, ເຜີຍແຜ່ຜ່ານໂທລະໂຄ່ງປະຈຳບ້ານໄດ້ທັງໝົດ 68 ບ້ານ, ສຶກສາອົບຮົມກຸ່ມໄວໜຸ່ມທີ່ມົ້ວສຸມເສບສິ່ງເສບຕິດ ແລະ ດື່ມນ້ຳກະທ້ອມ 48 ຄັ້ງ ມີ 107 ຄົນ ຍິງ 6 ຄົນ ແລະ ນຳສົ່ງຜູ້ເສບໄປບຳບັດຢູ່ສູນຟື້ນຟູຂອງແຂວງ 6 ຄົນ, ສາມາດມ້າງຄະດີຢາເສບຕິດໄດ້ທັງໝົດ 48 ລາຍ, ກັກຕົວຜູ້ຖືກຫາໄດ້ 161 ຄົນ ຍິງ 8 ຄົນ ຂອງກາງທີ່ຍຶດໄດ້ມີຢາບ້າ 18,385 ເມັດ, ໃບກະທ້ອມ 15 ກິໂລ, ນ້ຳຢາດາທີຊີນ 199 ແກ້ວ, ຢາສູບໄຟຟ້າ 20 ກັບ, ລົດຈັກ 6 ຄັນ ແລະ ໂທລະສັບ 40 ເຄື່ອງ, ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍໃຫ້ປະຊາຊົນ 18 ບ້ານ ມີຜູ້ເຂົ້າຮ່ວມ 1,147 ຄົນ ຍິງ 351 ຄົນ ແລະ ປຸກລະດົມຜ່ານໂທລະໂຄ່ງ 67 ບ້ານ ສາມາດທ້ອນໂຮມ ແລະ ເກັບກູ້ອາວຸດປືນໄດ້ທັງໝົດ 88 ກະບອກ, ໃນນັ້ນມີປືນແກັບ 73 ກະບອກ, ອາວຸດເສິກ 15 ກະບອກ.
![]() |
ໃນພິທີໄດ້ຜ່ານດຳລັດ ແລະ ຂໍ້ຕົກລົງຍ້ອງຍໍໃຫ້ພະນັກງານ-ລັດຖະກອນທີ່ມີຜົນງານດີເດັ່ນປະກອບສ່ວນເຂົ້າໃນວຽກງານວາລະແຫ່ງຊາດ, ການຮັກສາຄວາມປອດໄພກອງປະຊຸມອາຊຽນຄັ້ງທີ 44-45, ບັ້ນກະກຽມກອງປະຊຸມໃຫຍ່ 3 ຂັ້ນ ແລະ ປະດັບຫຼຽນກາລະນຶກ 50 ປີ.
![]() |
ຕອນທ້າຍພິທີ, ສະຫາຍ ສົມຈິດ ແພງສະຫວັດ ໄດ້ໃຫ້ກຽດໂອ້ລົມ ແລະ ເນັ້ນໜັກໃຫ້ທຸກພາກສ່ວນສືບ ຕໍ່ເພີ່ມທະວີຄວາມຮັບຜິດຊອບ, ຖືເອົາການແກ້ໄຂບັນຫາຢາເສບຕິດ ແລະ ວຽກງານ ປກຊ-ປກສ ເປັນໜ້າທີ່ຂອງປວງຊົນທັງຊາດ ເພີ່ມທະວີການສຶກສາອົບຮົມ, ຂະຫຍາຍຕາໜ່າງປ້ອງກັນຄວາມສະຫງົບໃຫ້ເລິກເຊິ່ງເຖິງທຸກຄົວເຮືອນ ເພື່ອເຮັດໃຫ້ເມືອງປະທຸມພອນມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍຢ່າງແທ້ຈິງ.
![]() |
ຂ່າວ-ພາບ: ສີສົມບູນ ວົງວຽງຄຳ




ຄໍາເຫັນ