ກະຊວງດັ່ງກ່າວຄາດຄະເນວ່າ: ຈຳນວນຜູ້ອາຍຸສູງຂອງຍີ່ປຸ່ນມີເຖິງ 36.19 ລ້ານຄົນ ເມື່ອນັບຮອດວັນທີ 15 ກັນຍາຜ່ານມາ ຊຶ່ງກົງກັບວັນເຄົາລົບຜູ້ອາຍຸສູງຂອງປະເທດ. ໃນນັ້ນ, ເປັນເພດຊາຍ 15.68 ລ້ານຄົນ ແລະ ເພດຍິງ 20.51 ລ້ານຄົນ, ເຮັດໃຫ້ຈໍານວນແມ່ຍິງຫຼາຍກວ່າ 4,83 ລ້ານຄົນ.
ໃນຂະນະດຽວກັນ, ຜົນການສໍາຫຼວດແຮງງານຂອງກະຊວງດັ່ງກ່າວຊີ້ໃຫ້ເຫັນວ່າ: ມີຜູ້ອາຍຸສູງເຮັດວຽກໃນປີ 2024 ຈຳນວນ 9.3 ລ້ານຄົນ, ເພີ່ມຂຶ້ນ 160,000 ຄົນຈາກປີ 2023 ຊຶ່ງສູງແບບບໍ່ເຄີຍມີມາກ່ອນ ໂດຍອັດຕາການຈ້າງງານສໍາລັບຜູ້ອາຍຸ 65 ປີຂຶ້ນໄປເພີ່ມຂຶ້ນ 0.5 ຈຸດ ຢູ່ທີ່ 25.7%.
ອັດຕາສ່ວນການຈ້າງງານສໍາລັບຜູ້ທີ່ມີອາຍຸ 65-69 ປີ ແມ່ນ 53.6%, ຜູ້ທີ່ມີອາຍຸ 70-74 ປີ ແມ່ນ 35.1%, ແລະ ຜູ້ທີ່ມີອາຍຸ 75 ປີຂຶ້ນໄປ ແມ່ນ 12%.
ກະຊວງດັ່ງກ່າວລະບຸວ່າ: ບັນຫາການຂາດເຂີນແຮງງານ ແລະ ການຂະຫຍາຍອາຍຸບໍານານໄດ້ເຮັດໃຫ້ເກີດການຈ້າງງານຂອງຜູ້ອາຍຸສູງເພີ່ມຂຶ້ນ ຊຶ່ງກາຍເປັນການຂະຫຍາຍໂອກາດຂອງຜູ້ອາຍຸສູງໃນການເຮັດວຽກ ແລະ ເຮັດໃຫ້ຈຳນວນຜູ້ອາຍຸສູງທີ່ເຮັດວຽກມີທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ.
ຄໍາເຫັນ