​ ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດນາມ ສະ​ເໜີ​ ກາ​ຕາ ຍູ້​ແຮງ​ການ​ຮ່ວມ​ມື​ພະ​ລັງ​ງານ​

​ ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດນາມ ສະ​ເໜີ​ ກາ​ຕາ ຍູ້​ແຮງ​ການ​ຮ່ວມ​ມື​ພະ​ລັງ​ງານ​

​ ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດນາມ ສະ​ເໜີ​ ກາ​ຕາ ຍູ້​ແຮງ​ການ​ຮ່ວມ​ມື​ພະ​ລັງ​ງານ​
ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ຫວ່າງມໍ່ໆມານີ້ ຢູ່ສຳນັກງານລັດຖະບານ, ທ່ານ ຟ້າມມິງຈິງນາຍົກລັດຖະມົນຕີ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ຄາລິດ ອາລີ ອັບດູລາ ອາເບນ ເອກອັກຄະລັດຖະທູດ ລັດ ກາຕາ ປະຈຳ ຫວຽດນາມ.

ໃນການຕ້ອນຮັບ, ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບ ກາຕາ ແລະ ເຮັດຈົນສຸດຄວາມສາມາດຂອງຕົນເພື່ອຊອກຫາມາດຕະການ, ປະກອບສ່ວນເຂົ້າໃນບັນດາຄວາມມານະພະຍາຍາມ ລວມເພື່ອນຳມາຊຶ່ງສັນຕິພາບ, ສະຖຽນລະພາບຂອງແຕ່ລະປະເທດ ແລະ ພາກພື້ນ ດ້ວຍຈິດໃຈສາມັກຄີເພື່ອສ້າງກຳລັງແຮງ, ຮ່ວມມືກັນເພື່ອສ້າງແຫຼ່ງກຳລັງ, ເຈລະຈາເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈ. ຫວຽດນາມ ກຽມພ້ອມຮ່ວມມື, ໜູນຊ່ວຍຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ກັບ ກາຕາ.

ທ່ານນາຍົກລັດຖະມົນຕີຫວຽດນາມ ສະເໜີໃຫ້ທ່ານເອກອັກຄະລັດຖະທູດ ສົມທົບກັບ ຫວຽດນາມ ຢ່າງ ແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງສອງຝ່າຍຢ່າງຮີບດ່ວນ; ສ້າງເງື່ອນໄຂໃຫ້ ຫວຽດນາມ ສຳຜັດກັບບັນດາສາງສຳຮອງນ້ຳມັນນອກເຂດອ່າວກັບ ກາຕາ, ສົມທົບກັນສ້າງສາງສຳຮອງນ້ຳມັນພາກພື້ນຢູ່ ຫວຽດນາມ ໃນໄລຍະຈະມາເຖິງ.

ຄໍາເຫັນ

ຂ່າວຕ່າງປະເທດ

OPEC+ ຈະເພີ່ມການຜະລິດນ້ຳມັນໃນເດືອນມິຖຸນາ

OPEC+ ຈະເພີ່ມການຜະລິດນ້ຳມັນໃນເດືອນມິຖຸນາ

ຂ່າວຕ່າງປະເທດລາຍງານ ໃນວັນທີ 4 ພຶດສະພາ ຜ່ານມາວ່າ: ອົງການບັນດາປະເທດຜູ້ສົ່ງອອກນ້ຳມັນ ແລະ ພັນທະມິດ ຫຼື OPEC+ ໄດ້ຕົກລົງກັນໃນວັນ 3 ພຶດສະພາ ຜ່ານມາ ເພື່ອເພີ່ມການຜະລິດນໍ້າມັນດິບຂຶ້ນ 188,000 ບາເຣວຕໍ່ມື້ໃນເດືອນມິຖຸນາ ຊຶ່ງເປັນເດືອນທີສາມຕິດຕໍ່ກັນຂອງການເພີ່ມຂຶ້ນ, ເຖິງແມ່ນວ່າການສົ່ງອອກນໍ້າມັນຕົວຈິງຍັງປະເຊີນກັບຂໍ້ຈຳກັດຈາກຄວາມສ່ຽງໃນເສັ້ນທາງຊ່ອງແຄບຮໍມຸສ.
ພູເຂົາໄຟມາຢອນຂອງຟິລິບປິນ ພົ່ນເຖົ່າຖ່ານອອກມາຢ່າງຫຼວງຫຼາຍ

ພູເຂົາໄຟມາຢອນຂອງຟິລິບປິນ ພົ່ນເຖົ່າຖ່ານອອກມາຢ່າງຫຼວງຫຼາຍ

ຂ່າວສານຊີອາໄອລາຍງານວ່າ: ຄະນະກໍາມະການບັນເທົາໄພແຫ່ງຊາດຟິລິບປິນໃຫ້ຮູ້ໃນວັນທີ 4 ພຶດສະພານີ້ວ່າ, ການເຄື່ອນໄຫວຂອງພູເຂົາໄຟມາຢອນໃນຟີລິບປິນໄດ້ຮຸນແຮງຂຶ້ນໃນວັນທີ 2 ພຶດສະພາ ຜ່ານມາ ໂດຍໄດ້ພົ່ນເຖົ່າຖ່ານພູໄຟອອກມາຢ່າງຫຼວງຫຼາຍ,​ ສົ່ງຜົນກະທົບຕໍ່ 87 ບ້ານ ແລະ ປະຊາຊົນຫຼາຍກວ່າ 1 ແສນຄົນທີ່ຢູ່ອ້ອມຂ້າງ. ປັດຈຸບັນມີ 5,000 ກວ່າຄົນອາໄສຢູ່ສູນຈັດສັນຊົ່ວຄາວ.
ກໍາປູເຈຍ ເປີດລະດູການທ່ອງທ່ຽວສີຂຽວ ເພື່ອດຶງດູດນັກທ່ອງທ່ຽວຕ່າງປະເທດ

ກໍາປູເຈຍ ເປີດລະດູການທ່ອງທ່ຽວສີຂຽວ ເພື່ອດຶງດູດນັກທ່ອງທ່ຽວຕ່າງປະເທດ

ຂ່າວສານຊີອາໄອລາຍງານ ໃນວັນທີ 4 ພຶດສະພາ ຜ່ານມາວ່າ: ກະຊວງການທ່ອງທ່ຽວກໍາປູເຈຍ ໄດ້ຈັດພິທີເປີດ “ລະດູການທ່ອງທ່ຽວສີຂຽວ” ປີ 2026 ຢູ່ນະຄອນຫຼວງພະນົມເປັນ ຂຶ້ນຫວ່າງມໍ່ໆມານີ້, ເພື່ອດຶງດູດນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ອງທ່ຽວໃນລະດູຝົນ ຫຼື ນອກລະດູການທ່ອງທ່ຽວ.
ອາຊຽນ+3 ສະແດງຄວາມກັງວົນກ່ຽວກັບການໜອງນໍ້າມັນຈາກຕາເວັນອອກກາງ

ອາຊຽນ+3 ສະແດງຄວາມກັງວົນກ່ຽວກັບການໜອງນໍ້າມັນຈາກຕາເວັນອອກກາງ

ຂ່າວຕ່າງປະເທດລາຍງານ ໃນວັນທີ 4 ພຶດສະພາ ຜ່ານມາວ່າ: ລັດຖະມົນຕີກະຊວງການເງິນ ແລະ ຜູ້ວ່າການທະນາຄານກາງຂອງບັນດາປະເທດອາຊຽນ ພ້ອມກັບຍີ່ປຸ່ນ, ຈີນ ແລະ ສ ເກົາຫຼີ ໄດ້ສະແດງຄວາມກັງວົນກ່ຽວກັບສະຖານະການການສະໜອງນ້ຳມັນດິບຈາກຕາເວັນອອກກາງ ທ່າມກາງຄວາມຂັດແຍ້ງທີ່ເພີ່ມຂຶ້ນ. ພ້ອມທັງຕົກລົງທີ່ຈະຍົກລະດັບການຮ່ວມມືເພື່ອແກ້ໄຂຄວາມສ່ຽງຮ່ວມກັນ.
ໃນເດືອນ​ເມ​ສາ ຫວຽດ​ນາມ ​ຕ້ອນ​ຮັບ​ນັກທ່ອງ​ທ່ຽວ​ສາ​ກົນ​ 2 ລ້ານກວ່າ​ຄົນ ​

ໃນເດືອນ​ເມ​ສາ ຫວຽດ​ນາມ ​ຕ້ອນ​ຮັບ​ນັກທ່ອງ​ທ່ຽວ​ສາ​ກົນ​ 2 ລ້ານກວ່າ​ຄົນ ​

ວິທະຍຸກະຈາຍສຽງຫວຽດນາມລາຍງານ ໃນວັນທີ 4 ພຶດສະພາ ຜ່ານມາວ່າ: ຕາມ​ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ ຫວຽດ​ນາມ​ລາຍງານ, ໃນ​ເດືອນ​ເມ​ສາ 2026 ຫວຽດ​ນາມ ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ສາ​ກົນ 2.03 ລ້ານ​ເທື່ອ​ຄົນ ແລະ ​ໄດ້​ຍົກຍອດ​ຈຳ​ນວນ​ນັກທ່ອງ​ທ່ຽວ​ສາ​ກົນ​ໃນ 4 ເດືອນ​ຕົ້ນ​ປີ 2026 ບັນ​ລຸ​ລະ​ດັບ 8.8 ລ້ານ​ເທື່ອ​ຄົນ, ເພີ່ມ​ຂຶ້ນ 14.6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ ແລະ ປະ​ຕິ​ບັດ​ສຳ​ເລັດ 35% ເປົ້​າ​ໝາຍ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ 25 ລ້ານ​ເທື່ອ​ຄົນໃນ​ປີ 2026.
ພູມຕ້ານທານຂອງແມ່ຊ່ວຍພັດທະນາພູມຕ້ານທານທາງປາກຂອງລູກ

ພູມຕ້ານທານຂອງແມ່ຊ່ວຍພັດທະນາພູມຕ້ານທານທາງປາກຂອງລູກ

ຂ່າວຕ່າງປະເທດລາຍງານໃນທ້າຍເດືອນເມສາຜ່ານມາວ່າ: ຜົນການສຶກສາຈາກມະຫາວິທະຍາໄລ Hebrew ຂອງເຢຣູຊາເລັມ ປະເທດອິສຣາແອນ ທີ່ພິມໃນວາລະສານ Nature Communications ພົບວ່າ, ແມ່ບໍ່ພຽງແຕ່ຖ່າຍທອດການປົກປ້ອງຊົ່ວຄາວໃຫ້ກັບລູກນ້ອຍຂອງຕົນເທົ່ານັ້ນ, ແຕ່ຍັງມີບົດບາດກຳນົດການພັດທະນາລະບົບພູມຕ້ານທານຂອງລູກໃນອີກຫຼາຍປີຂ້າງໜ້າ.
ຈີນ ອອກພັນທະບັດໄລຍະຍາວພິເສດຊຸດທີ 2 ໃນປີນີ້ ມູນຄ່າ 91,5 ຕື້ຢວນ

ຈີນ ອອກພັນທະບັດໄລຍະຍາວພິເສດຊຸດທີ 2 ໃນປີນີ້ ມູນຄ່າ 91,5 ຕື້ຢວນ

ຂ່າວຊີອາໄອລາຍງານໃນວັນທີ 3 ພຶດສະພາ ຜ່ານມາວ່າ: ແຫຼ່ງຂ່າວຈາກຄະນະ​ກຳມະການພັດທະນາ​ ແລະ ​​ປະຕິ​ຮູບ​ແຫ່ງ​ຊາດ​ຈີນ ໃຫ້ຮູ້ວ່າ: ຫວ່າງມໍ່ໆມານີ້, ຈີນໄດ້ອອກບັນຊີລາຍຊື່ ແລະ ງົບປະມານສໍາລັບພັນທະບັດໄລຍະຍາວພິເສດຊຸດທີ 2 ໃນປີນີ້ ມູນຄ່າ 91.5 ຕື້ຢວນ ເພື່ອສະໜັບສະໜູນການປ່ຽນຖ່າຍເຄື່ອງອຸປະກອນ ແລະ ການທົດແທນຄືນເຄື່ອງອຸປະໂພກ-ບໍລິໂພກ.
ລັດຖະບານມາເລເຊຍ ຫຼຸດຄ່າໃຊ້ຈ່າຍທີ່ບໍ່ຈຳເປັນ

ລັດຖະບານມາເລເຊຍ ຫຼຸດຄ່າໃຊ້ຈ່າຍທີ່ບໍ່ຈຳເປັນ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ກະຊວງການເງິນມາເລເຊຍໄດ້ເປີດເຜີຍວ່າ,ລັດຖະບານມາເລເຊຍກຳລັງເພີ່ມທະວີມາດຕະການຢ່າງຕັ້ງໜ້າເພື່ອຄວບຄຸມການໃຊ້ຈ່າຍທີ່ບໍ່ຈຳເປັນ ແລະເພື່ອຮັກສາສະຖຽນລະພາບທາງເສດຖະກິດທ່າມກາງຄວາມຜັນຜວນຂອງໂລກທີ່ເພີ່ມຂຶ້ນ.
OPEC + ເຫັນດີ ເພີ່ມການຜະລິດນໍ້າມັນໃນເດືອນມິຖຸນາໜ້ານີ້

OPEC + ເຫັນດີ ເພີ່ມການຜະລິດນໍ້າມັນໃນເດືອນມິຖຸນາໜ້ານີ້

ຂ່າວສານຊີອາໄອລາຍງານໃນວັນທີ 3 ພຶດສະພາ ຜ່ານມາວ່າ: ສື່ມວນຊົນຕ່າງປະເທດອ້າງອີງຕາມແຫຼ່ງຂ່າວຈາກຜູ້ສັນທັດກໍລະນີລາຍງານໃນວັນທີ 2 ພຶດສະພາ ຜ່ານມາວ່າ:
ຫວຽດ​ນາມ ສືບ​ຕໍ່​ຮັກ​ສາ​ທ່າ​ເຕີບ​ໂຕ​ຢ່າງຕັ້ງໜ້າໃນເດືອນເມສາ

ຫວຽດ​ນາມ ສືບ​ຕໍ່​ຮັກ​ສາ​ທ່າ​ເຕີບ​ໂຕ​ຢ່າງຕັ້ງໜ້າໃນເດືອນເມສາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 3 ພຶດ​ສະ​ພາ ຜ່ານມາ, ກົມ​ສະ​ຖິ​ຕິ (ກະ​ຊວງ​ການ​ຕ່າງ ​ເງິ​ນ ຫວຽດ​ນາມ) ໄດ້​ປະ​ກາດ​ບົດ​ລາຍ​ງານ​ສະ​ພາບ​ການ​ເສດ​ຖະ​ກິດ-​ສັງ​ຄົມ ເດືອນ​ເມ​ສາ ແລະ 4 ເດືອນ​ຕົ້ນ​ປີ 2026. ໃນ​ສະ​ພາບ​ການ​ເສດ​ຖະ​ກິດ​ໂລກ ​ມີ​ການ​ຜັນ​ແປຫຼາຍ​ຢ່າງ, ມີ​ຂົງ​ເຂດ​ເສດ​ຖະ​ກິດ​ປາຍ​ແຫຼມ​ຈຳ​ນວນ​ໜຶ່ງ​ຂອງ ຫວຽດ​ນາມ ຍັງ​ຮັກ​ສາ​ທ່າ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ.
ເພີ່ມເຕີມ