ຂ່າວລະບຸວ່າ: ໃນໄລຍະ 3 ປີຜ່ານມາ, SK Hynix ໄດ້ຮັບຜົນປະໂຫຍດຈາກຄວາມຕ້ອງການຊິບເພື່ອຮອງຮັບ AI ທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ໃນຂະນະດຽວກັນ, ລາຄາຊິບໜ່ວຍຄວາມຈຳທີ່ເພີ່ມຂຶ້ນຍ້ອນການສະໜອງທີ່ຈຳກັດກໍເປັນອີກປັດໄຈໜຶ່ງທີ່ຊ່ວຍຊຸກຍູ້ປະສິດທິພາບຂອງບໍລິສັດ.
ຂໍ້ມູນຈາກ Counterpoint Research ຊີ້ໃຫ້ເຫັນວ່າ: ລາຄາຊິບໜ່ວຍຄວາມຈຳສຳລັບເຊີບເວີເພີ່ມຂຶ້ນ 60% ຫາ 76% ໃນໄຕມາດທີ 4 ຂອງປີ 2025 ແລະ ມີທ່າອ່ຽງຈະສືບຕໍ່ເພີ່ມຂຶ້ນໃນໄຕມາດທຳອິດຂອງປີ 2026.
ທ່ານ ເຈ ໃຫ້ສຳພາດກັບນັກຂ່າວຢູ່ນອກກອງປະຊຸມ GTC ຂອງ Nvidia ທີ່ເມືອງຊານໂຮເຊ ລັດແຄລິຟໍເນຍ ສະຫະລັດ ອາເມຣິກາ ໂດຍລະບຸວ່າ: ບໍລິສັດກຳລັງພິຈາລະນາຄວາມເປັນໄປໄດ້ໃນການຈົດທະບຽນຫຼັກຊັບຕ່າງປະເທດໃນ ສະຫະລັດ ອາເມຣິກາ.
ນອກຈາກນັ້ນ, SK Hynix ອາດຈະເປີດເຜີຍແຜນການທີ່ຈະຊ່ວຍຮັກສາສະຖຽນລະພາບລາຄາຊິບ DRAM ທ່າມກາງການສະໜອງທີ່ຈຳກັດທີ່ເກີດຈາກຄວາມຕ້ອງການ AI.
SK Hynix ແມ່ນໜຶ່ງໃນຜູ້ຜະລິດຊິບໜ່ວຍຄວາມຈຳທີ່ໃຫຍ່ທີ່ສຸດໃນໂລກ ແລະ ເປັນຜູ້ສະໜອງໜ່ວຍຄວາມຈຳແບນວິດສູງ (HBM) ທີ່ສຳຄັນໃຫ້ແກ່ Nvidia.
ທ່ານ ເຈ ກ່າວວ່າ: ຄວາມຕ້ອງການ HBM ທີ່ເພີ່ມຂຶ້ນຢ່າງຫຼວງຫຼາຍຈາກອຸດສາຫະກຳ AI ກຳລັງເຮັດໃຫ້ເກີດການຂາດແຄນເວເຟີ ແລະ ບໍລິສັດຕ້ອງໃຊ້ເວລາຢ່າງໜ້ອຍ 4-5 ປີ ໃນການເພີ່ມກຳລັງການຜະລິດ.
ທັງນີ້, ຮຸ້ນຂອງ SK Hynix ເພີ່ມຂຶ້ນຫຼາຍກວ່າ 2% ໃນ 17 ມີນາ ຜ່ານມາ.
ຄໍາເຫັນ