ຂ່າວລະບຸວ່າ: ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານເລຂາທິການໃຫຍ່ໄດ້ຍົກອອກ 6 ການກຳນົດທິດໃຫຍ່ເພື່ອໃຫ້ຄະນະຊີ້ນຳ ແລະ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ້ອງປະຕິບັດໃນໄລຍະຈະມາເຖິງ. ໃນນັ້ນ, ຕ້ອງກຳນົດແຈ້ງເປົ້າໝາຍພັດທະນາເຕັກໂນໂລຊີຍຸດທະສາດ ຕ້ອງຕິດພັນກັບຍຸດທະສາດພັດທະນາປະເທດຊາດ. ການກຳນົດເຕັກໂນໂລຊີຍຸດທະສາດຂອງ ຫວຽດນາມ ຕ້ອງອີງໃສ່ 3 ປັດໄຈພື້ນຖານ: ຄວາມຕ້ອງການພັດທະນາ ແລະ ຍົກສູງກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດ; ທ່າແຮງ, ຄວາມສາມາດບົ່ມຊ້ອນຂອງບັນດາຂະແໜງອຸດສາຫະກຳພາຍໃນປະເທດ; ຄວາມສາມາດສ້າງລະບົບມູນຄ່າ ແລະ ຕະຫຼາດໃຫ້ແກ່ຜະລິດຕະພັນ. ວິສາຫະກິດຕ້ອງກາຍເປັນໃຈກາງຂອງລະບົບຊີວະພາບເຕັກໂນໂລຊີຢ່າງແທ້ຈິງ.
ທ່ານເລຂາທິການໃຫຍ່ໄດ້ເນັ້ນໜັກອີກເທື່ອໜຶ່ງກ່ຽວກັບການພັດທະນາເຕັກໂນໂລຊີຍຸດທະສາດແມ່ນວຽກທີ່ບໍ່ໃຫ້ຊັກຊ້າ. ສະນັ້ນ, ທັງລະບົບການເມືອງຕ້ອງມີການກະທຳຢ່າງແຮງກວ່າເກົ່າ, ເດັດດ່ຽວກວ່າເກົ່າ ແລະ ມີປະສິດທິຜົນກວ່າເກົ່າ.
ຄໍາເຫັນ