ໂຄງການອາຫານໂລກ (WFP) ຄາດຄະເນວ່າ: ຈໍານວນປະຊາກອນທີ່ປະເຊີນກັບການຂາດແຄນອາຫານຢ່າງຮຸນແຮງໃນທົ່ວໂລກອາດຈະບັນລຸລະດັບສູງສຸດແບບບໍ່ເຄີຍມີມາກ່ອນໃນປີ 2026, ຖ້າຫາກຂໍ້ຂັດແຍ່ງໃນຕາເວັນອອກກາງຍັງສືບຕໍ່ເພີ່ມຂຶ້ນ ແລະ ສົ່ງຜົນກະທົບຕໍ່ສະຖຽນລະພາບທາງເສດຖະກິດທົ່ວໂລກ.
ທ່ານ ຟາຮານ ຮັກ ຮອງໂຄສົກເລຂາທິການໃຫຍ່ UN ກ່າວວ່າ: ການວິເຄາະລ້າສຸດຂອງ WFP ຄາດຄະເນວ່າ ຈະມີປະຊາກອນເກືອບ 45 ລ້ານຄົນທີ່ອາດຈະຕົກຢູ່ໃນສະພາບບໍ່ໝັ້ນຄົງດ້ານອາຫານຂັ້ນຮຸນແຮງ ຖ້າຫາກຂໍ້ຂັດແຍ່ງບໍ່ສິ້ນສຸດລົງພາຍໃນກາງປີ ແລະ ລາຄານ້ຳມັນຍັງຄົງສູງກວ່າ 100 ໂດລາຕໍ່ບາເຣວ.
ອົງການມະນຸດສະທຳຍັງໄດ້ເຕືອນວ່າ: ການປິດລ້ອມຊ່ອງແຄບຮໍມຸສ ຈະບໍ່ພຽງແຕ່ສົ່ງຜົນກະທົບຕໍ່ການຂົນສົ່ງນ້ຳມັນເທົ່ານັ້ນ, ແຕ່ຍັງສົ່ງຜົນກະທົບຕໍ່ການຂົນສົ່ງປຸ໋ຍ ຊຶ່ງເປັນປັດໄຈທີ່ສຳຄັນຂອງການຜະລິດອາຫານອີກດ້ວຍ.
ຫ້ອງການປະສານງານດ້ານມະນຸດສະທຳຂອງສະຫະປະຊາຊາດ (OCHA) ລະບຸວ່າ: UN ແລະ ຄູ່ຮ່ວມງານຍັງສືບຕໍ່ເພີ່ມການຊ່ວຍເຫຼືອດ້ານມະນຸດສະທຳ ລວມທັງອາຫານ, ທີ່ພັກອາໄສ, ນ້ຳສະອາດ ແລະ ການບໍລິການທາງການແພດ ໃຫ້ແກ່ຄອບຄົວທີ່ຕ້ອງອົບພະຍົບ.
ໃນປະເທດລີບັງ, ອົງການສະຫະປະຊາຊາດ ລວມມີໂຄງການອາຫານໂລກ (WFP), ສຳນັກງານຂ້າຫຼວງໃຫຍ່ສະຫະປະຊາຊາດເພື່ອຊາວອົບພະຍົບ (UNHCR) ແລະ ກອງທຶນເດັກສະຫະປະຊາຊາດ (UNICEF), ພ້ອມກັບຄູ່ຮ່ວມງານ ໄດ້ແຈກຢາຍອາຫານປຸງແຕ່ງແລ້ວຫຼາຍກວ່າ 1.1 ລ້ານຊຸດ, ລວມທັງເຄື່ອງໃຊ້ທີ່ຈຳເປັນຫຼາຍສິບພັນຊຸດ ແລະ ເຄື່ອງນອນໃຫ້ແກ່ທີ່ພັກອາໄສຊຸມຊົນ, ພ້ອມທັງຈັດສົ່ງນ້ຳສະອາດຫຼາຍຮ້ອຍພັນລິດ.
OCHA ລາຍງານວ່າ: ປັດຈຸບັນ, ມີປະຊາຊົນຫຼາຍກວ່າ 1 ລ້ານຄົນໄດ້ລົງທະບຽນເປັນຜູ້ອົບພະຍົບແລ້ວ ຊຶ່ງໃນຈຳນວນນີ້ເກືອບ 300,000 ຄົນ ເປັນເດັກນ້ອຍ, ໂດຍມີພຽງສ່ວນໜ້ອຍເທົ່ານັ້ນທີ່ອາໄສຢູ່ໃນທີ່ພັກອາໄສຂອງລັດ.
ໃນປະເທດອຣ່ານ, ພະນັກງານສາທາລະນະສຸກ ແລະ ສະຖານທີ່ປິ່ນປົວທາງການແພດຍັງສືບຕໍ່ໄດ້ຮັບຜົນກະທົບ, ໂດຍມີລາຍງານວ່າມີພະນັກງານສາທາລະນະສຸກເສຍຊີວິດ 17 ຄົນ, ໄດ້ຮັບບາດເຈັບຫຼາຍກວ່າ 100 ຄົນ ແລະ ສະຖານທີ່ປິ່ນປົວທາງການແພດຫຼາຍກວ່າ 240 ແຫ່ງໄດ້ຮັບຄວາມເສຍຫາຍ. ນອກຈາກນັ້ນ, ເຮືອນຫຼາຍສິບພັນຫຼັງ ແລະ ສະຖານທີ່ກໍ່ສ້າງພື້ນຖານໂຄງລ່າງດ້ານນ້ຳອີກຫຼາຍຮ້ອຍແຫ່ງໄດ້ຮັບຄວາມເສຍຫາຍ.
ຄໍາເຫັນ