ທ່ານ ລູຊອນ ໄດ້ຍ້ອງຍໍຊາວນູແວນເຊລັງທີ່ບໍ່ຕົກໃຈກ່ຽວກັບການຊື້ນ້ຳມັນເຊື້ອໄຟ, ເຖິງວ່າຈະມີຄິວຍາວຢູ່ສະຖານີນ້ຳມັນຫຼັງຈາກຂໍ້ຂັດແຍ່ງໃນຕາເວັນອອກກາງເພີ່ມຂຶ້ນ. ທ່ານ ລູຊອນ ກ່າວວ່າ: ການສະໜອງນໍ້າມັນເຊື້ອໄຟຂອງນູແວນເຊລັງຍັງຄົງພຽງພໍ.
ໃນຂະນະດຽວກັນ, ທ່ານ ນິໂຄລາ ວິລລິສ ລັດຖະມົນຕີກະຊວງການເງິນນູແວນເຊລັງ ໄດ້ໃຫ້ສຳພາດກັບນັກຂ່າວວ່າ: ລັດຖະບານຈະລາຍງານສະຖານະການນໍ້າມັນເຊື້ອໄຟຂອງປະເທດສອງຄັ້ງຕໍ່ອາທິດ, ເລີ່ມແຕ່ວັນທີ 23 ມີນາ ແລະ ປັດຈຸບັນ, ນູແວນເຊລັງ ມີນ້ຳມັນສຳຮອງສຳລັບນ້ຳມັນແອັດຊັງ 41.3 ມື້, ນ້ຳມັນກາຊວນ 47 ມື້ ແລະ ນ້ຳມັນເຮືອບິນ 49 ມື້.
ທ່ານ ເຊນ ໂຈນສ ລັດຖະມົນຕີກະຊວງພະລັງງານ ຂອງນູແວນເຊລັງ ໄດ້ເປີດເຜີຍວ່າ: ນູແວນເຊລັງຈະປ່ອຍນ້ຳມັນອອກສູ່ຕະຫຼາດ ຊຶ່ງເປັນສັນຍາຊື້-ຂາຍນໍ້າດິບ 1,577 ລ້ານບາເຣວ, ເພື່ອປະຕິບັດພັນທະຂອງຕົນພາຍໃຕ້ຂໍ້ຕົກລົງການດຳເນີນງານຮ່ວມຂອງອົງການພະລັງງານສາກົນ (IEA).
ການດຳເນີນງານຮ່ວມກັນນີ້ກຳນົດວ່າ: ສະມາຊິກ IEA ໄດ້ຕົກລົງທີ່ຈະປ່ອຍນ້ຳມັນດິບສູງເຖິງ 400 ລ້ານບາເຣວ ຫຼື ທຽບເທົ່າ ສູ່ຕະຫຼາດໂລກ. ເພື່ອແກ້ໄຂບັນຫາການສະໜອງນ້ຳມັນທີ່ເກີດຈາກການປິດຊ່ອງແຄບຮໍມຸສ, ໂດຍທ່ານ ໂຈນສ ລະບຸວ່າ: ແຜນການປ່ອຍນ້ຳມັນສູ່ຕະຫຼາດຈະມີຜົນກະທົບພຽງເລັກນ້ອຍຕໍ່ຄວາມໝັ້ນຄົງດ້ານນໍ້າມັນເຊື້ອໄຟຂອງນູແວນເຊລັງ.
ຄໍາເຫັນ