ປະຊາຊົນ 13 ບ້ານ ຂອງເມືອງວຽງຄຳ ໄດ້ຮັບເງິນຜົນງານຄຸ້ມຄອງປ່າໄມ້

ປະຊາຊົນ 13 ບ້ານ ຂອງເມືອງວຽງຄຳ ໄດ້ຮັບເງິນຜົນງານຄຸ້ມຄອງປ່າໄມ້

ປະຊາຊົນ 13 ບ້ານ ຂອງເມືອງວຽງຄຳ ໄດ້ຮັບເງິນຜົນງານຄຸ້ມຄອງປ່າໄມ້
ເມື່ອບໍ່ດົນຜ່ານມານີ້, ຢູ່ຫ້ອງປະຊຸມຂອງຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງວຽງຄໍາ ແຂວງຫຼວງພະບາງ ໄດ້ຈັດພິທີມອບເງິນຜົນງານຄຸ້ມຄອງປ່າໄມ້ ໃຫ້ປະຊາຊົນ 13 ບ້ານເປົ້າໝາຍຂອງໂຄງການຄຸ້ມຄອງປ່າໄມ້ແບບພູມມີທັດ ແລະ ສົ່ງເສີມຊີວິດການເປັນຢູ່ (I-GFLL) ໂດຍເປັນປະທານຮ່ວມຂອງ ທ່ານ ຄຳສິງ ສຸດທີດາ ປະທານຄະນະກຳມະການປົກຄອງເມືອງ, ທ່ານ ຫົງຄຳ ແສນອານາຈັກ ຮອງຫົວໜ້າຂະແໜງປ່າໄມ້ ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ມີຄະນະຮັບຜິດຊອບຂັ້ນແຂວງ-ຂັ້ນເມືອງ ແລະ ອົງການຈັດຕັ້ງບ້ານ 13 ບ້ານ ເຂົ້າຮ່ວມ.
ປະຊາຊນ 13 ບານ ຂອງເມອງວຽງຄຳ ໄດຮບເງນຜນງານຄມຄອງປາໄມ - image 1
 

ໃນພິທີ, ໄດ້ລາຍງານໂດຍຫຍໍ້ ກ່ຽວກັບຫ່ວງເງິນຜົນງານ ຫຼື ເງິນໂບນັດຂອງບ້ານ ຈຳນວນ 13 ບ້ານ ຂອງໂຄງການຄຸ້ມຄອງປ່າໄມ້ແບບພູມມີທັດ ແລະ ສົ່ງເສີມຊີວິດການເປັນຢູ່ (I-GFLL) ໂດຍໄດ້ຮັບການຊ່ວຍເຫຼືອລ້າຈາກ ກອງທຶນດິນຟ້າອາກາດສີຂຽວ (GCF), ເພື່ອການຮ່ວມມື ແລະ ການພັດທະນາດ້ານເສດຖະກິດ (BMZ) ແລະ ການປະກອບສ່ວນຂອງລັດຖະບານ ເພື່ອກວດກາ ການທໍາລາຍປ່າໄມ້ຢ່າງທັນເຫດການ (PDMS), ສະເພາະແມ່ນຈໍານວນ 13 ບ້ານ ຂອງເມືອງວຽງຄໍາ ແຂວງຫຼວງພະບາງ ໂຄງການຍັງສະເໜີໃຫ້ບັນດາບ້ານເປົ້າໝາຍ ຄວນສ້າງກົນໄກສະໜັບສະໜູນຂະບວນການປັບປຸງ ແລະ ພັດທະນາບ້ານ ຫຼີກລ້ຽງການທໍາລາຍປ່າໄມ້ ເພື່ອຕອບສະໜອງໃຫ້ມີການຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວ, ຊຶ່ງທາງກອງທືນປົກປັກຮັກສາສິ່ງແວດລ້ອມ ໄດ້ໂອນເງິນເຂົ້າບັນຊີຂອງບ້ານ ໃນຄັ້ງວັນທີ 10 ທັນວາ 2025 ໃນນີ້: ບ້ານນາແວນ ໄດ້ຮັບ 270 ລ້ານກວ່າກີບ, ບ້ານຫ້ວຍພຽງ 282 ລ້ານກວ່າກີບ, ບ້ານຫາດຫ່ຽນ 244 ລ້ານກວ່າກີບ, ບ້ານປ່າໄຜ່ 226 ລ້ານກວ່າກີບ, ບ້ານນໍ້າລາວ 231 ລ້ານກວ່າກີບ, ບ້ານນານ້ອຍ 308 ລ້ານກວ່າກີບ, ບ້ານນາກາງ 258 ລ້ານກວ່າກີບ, ບ້ານສົບຊາງ 268 ລ້ານກວ່າກີບ, ບ້ານວັງບົງ 241 ລ້ານກວ່າກີບ, ບ້ານຫາດເລົາ 244 ລ້ານກວ່າກີບ, ບ້ານໃໝ່ 237 ລ້ານກວ່າກີບ, ບ້ານດອນຄູນ 225 ລ້ານກວ່າກີບ ແລະ ບ້ານຈ້ອງໃຕ້ 230 ລ້ານກວ່າກີບ ລວມມູນຄ່າທັງໝົດ 3 ຕື້ 270 ລ້ານກວ່າກີບ.

ປະຊາຊນ 13 ບານ ຂອງເມອງວຽງຄຳ ໄດຮບເງນຜນງານຄມຄອງປາໄມ - image 2
 

ຕອນທ້າຍປະທານພິທີ ໄດ້ໂອ້ລົມ ເພື່ອເປັນແນວທາງ ໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ ຊຶ່ງທ່ານໄດ້ສະເໜີໃຫ້ ອົງການປົກຄອງບ້ານ ເປັນເຈົ້າການຕິດຕາມ ຊຸກຍູ້ ການຈັດຕັ້ງປະຕິບັດ ການນໍາໃຊ້ເງິນ ໂດຍຖືເປັນໜ້າທີ່ການເມືອງໜຶ່ງ ຄືກັບວຽກງານອື່ນ; ມອບໃຫ້ ຄະນະປະສານງານໂຄງການຂັ້ນແຂວງ, ຂັ້ນເມືອງ ເອົາໃຈໃສ່ ສືບຕໍ່ ຊຸກຍູ້ ຕິດຕາມ ການນໍາໃຊ້ເງິນຂອງບັນດາບ້ານ ທີ່ໄດ້ມອບໄປນັ້ນ ໃຫ້ມີຄວາມຍືນຍົງ ແລະ ເກີດດອກອອກຜົນ ສາມາດເປັນແບບຢ່າງໃຫ້ກັບ ບ້ານອື່ນ ໃນຕໍ່ໜ້າ.

(ຂ່າວ: ບຸນມີ ໄຊຍະກຸມມານ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

5 ປີ ຕໍ່ໜ້າ ຈະພັດທະນາຂະແໜງວັດທະນາທຳ ແລະ ການທ່ອງທ່ຽວໃຫ້ມີປະສິດທິຜົນ

5 ປີ ຕໍ່ໜ້າ ຈະພັດທະນາຂະແໜງວັດທະນາທຳ ແລະ ການທ່ອງທ່ຽວໃຫ້ມີປະສິດທິຜົນ

ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ II ປະຈຳປີ 2025 ໃນລະຫວ່າງວັນທີ 12-13 ມັງກອນນີ້ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງວັດທະນາທຳ ແລະ ການທ່ອງທ່ຽວ ໄດ້ໃຫ້ສຳພາດຕໍ່ນັກຂ່າວກ່ຽວກັບຜົນງານອັນພົ້ນເດັ່ນໃນການຈັດຕັ້ງປະຕິບັດວຽກງານ 6 ເດືອນທ້າຍປີ 2025 ແລະ ທິດທາງແຜນການ ໃນ 6 ເດືອນຕົ້ນປີ 2026 ວ່າ: ໃນໄລຍະ 6 ເດືອນທ້າຍປີ 2025 ທີ່ຜ່ານມາ
ກອງປະຊຸມສະພາບໍລິຫານ ທຫລ ຄັ້ງທີ I ປະຈໍາປີ 2026

ກອງປະຊຸມສະພາບໍລິຫານ ທຫລ ຄັ້ງທີ I ປະຈໍາປີ 2026

ກອງປະຊຸມສະພາບໍລິຫານ ທະນາຄານແຫ່ງ ສປປ ລາວ (ທຫລ) ຄັ້ງທີ I ປະຈໍາປີ 2026 ຈັດຂຶ້ນໃນວັນທີ 14 ມັງກອນນີ້ ທີ່ ທຫລ ໂດຍການເປັນປະທານຂອງທ່ານ ນາງ ບຸນຄໍາ ວໍລະຈິດ ປະທານສະພາບໍລິຫານ ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ມີບັນດາຮອງປະທານສະພາບໍລິຫານ ທຫລ, ບັນດາກຳມະການສະພາບໍລິຫານ, ຮອງຜູ້ວ່າການ ທຫລ ເຂົ້າຮ່ວມ.
ແຕ່ງຕັ້ງຄະນະຮັບຜິດຊອບງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນ 3 ປະເທດ

ແຕ່ງຕັ້ງຄະນະຮັບຜິດຊອບງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນ 3 ປະເທດ

ກອງປະຊຸມປຶກສາຫາລື ຄົ້ນຄວ້າ ແລະ ປະກາດການແຕ່ງຕັ້ງຄະນະຮັບຜິດຊອບວຽກງານພົບປະແລກ ປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນລະຫວ່າງລາວ-ຫວຽດນາມ-ຈີນ ຄັ້ງທີ I ປະຈຳປີ 2026 ຈັດຂຶ້ນວັນທີ 13 ມັງກອນຜ່ານມາ ທີ່ຫ້ອງປະຊຸມກົມໃຫຍ່ເສນາທິການກອງທັບ ໂດຍການເປັນປະທານຂອງສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາສະຫາຍຕາງໜ້າ 4 ກົມໃຫຍ່ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມແຂວງອຸດົມໄຊ ເຜີຍແຜ່ເອກະສານການເລືອກຕັ້ງ ສສຊ ຊຸດທີ X

ຄະນະໂຄສະນາອົບຮົມແຂວງອຸດົມໄຊ ເຜີຍແຜ່ເອກະສານການເລືອກຕັ້ງ ສສຊ ຊຸດທີ X

ວັນທີ 14 ມັງກອນ 2026 ຢູ່ທີ່ຫ້ອງປະຊຸມ ຄະນະໂຄສະນາອົບຮົມແຂວງອຸດົມໄຊ ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມ ເອກະສານສຳຄັນຂອງຊາດ ໂດຍມີບັນດາທ່ານຮອງຫົວຫນ້າຄະນະໂຄສະນາອົບຮົມ ແຂວງອຸດົມໄຊ, ມີບັນດາຫົວຫນ້າ ຮອງຫົວຫນ້າຂະແໜງ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.
ເຊກອງ ຈະສ້າງເງື່ອນໄຂຄວາມສະດວກການລົງທຶນເອກະຊົນພາຍໃນ ແລະ ການລົງທຶນຈາກຕ່າງປະເທດ

ເຊກອງ ຈະສ້າງເງື່ອນໄຂຄວາມສະດວກການລົງທຶນເອກະຊົນພາຍໃນ ແລະ ການລົງທຶນຈາກຕ່າງປະເທດ

ໃນໂອກາດເຂົ້າຮ່ວມ ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປະຈຳປີ 2025, ທ່ານ ບຸນທະວີ ນະຄອນສິດ ຮອງປະທານຄະນະກຳມະການປົກຄອງແຂວງເຊກອງ ຜູ້ຊີ້ນໍາວຽກງານເສດຖະກິດ ໄດ້ໃຫ້ສຳພາດ ຕໍ່ສື່ມວນຊົນ ໃນວັນທີ 12 ມັງກອນ ຜ່ານມານີ້ວ່າ: 6 ເດືອນຕົ້ນປີ 2026 ແຂວງເຊກອງ ຈະສ້າງເງື່ອນໄຂສິ່ງອໍານວຍຄວາມສະດວກ ໃນການດຶງດູດການລົງທຶນຂອງພາກເອກະຊົນພາຍໃນ ແລະ ການລົງທຶນໂດຍກົງຈາກຕ່າງປະເທດ ເພື່ອສ້າງເປັນປັດໄຈພື້ນຖານໃຫ້ແກ່ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ທີ່ຍືນຍົງ ແລະ ທົ່ວເຖິງ, ຫຼີກເວັ້ນການສ້າງໂຄງການລົງທຶນ ທີ່ບໍ່ໄປຕາມກົດໝາຍ ແລະ ລະບຽບການ, ເລັ່ງຊໍາລະໜີ້ສິນໂຄງການລົງທຶນ, ກວດກາ ແລະ ພິຈາລະນາຄືນ ການໂຈະໂຄງການລົງທຶນລັດ ທີ່ບໍ່ສອດຄ່ອງກັບແຜນການ 5 ປີ ຄັັ້ງທີ X ຫຼື ໂຄງການທີ່ມີຄ່າໃຊ້ຈ່າຍສູງ ແຕ່ຜົນຕອບແທນຕໍ່າ ຖ່ວງດຶງງົບປະມານ, ຮັບປະກັນຄວາມກົມກຽວ ລະຫວ່າງ ການວາງແຜນພັດທະນາ ແລະ ແຜນງົບປະມານ.
ຍົກລະດັບການຊຳລະເງິນໃນຂະແໜງການບິນ

ຍົກລະດັບການຊຳລະເງິນໃນຂະແໜງການບິນ

ວັນທີ 13 ມັງກອນຜ່ານມານີ້ ທີ່ສໍານັກງານໃຫຍ່ຢູນີເທວ ບໍລິສັດ ສະຕາ ຟິນເທັກ ຈຳກັດຜູ້ດຽວ, ຢູມັນນີ(Umoney) ແລະ ລັດວິສາຫະກິດການບິນລາວ (Lao Airlines) ຈັດພິທີເຊັນສັນຍາຮ່ວມມື ແລະ ເປີດນໍາໃຊ້ລະບົບປະຕູຊໍາລະເງິນ (Payment Gateway) ຢ່າງເປັນທາງການ. ຮ່ວມລົງນາມໂດຍທ່ານ ຮາ ຈຽນ ຖັງ ຜູ້ອໍານວຍການບໍລິສັດ ສະຕາ ຟິນເທັກ ຈໍາກັດຜູ້ດຽວ ແລະ ທ່ານ ສິດທິເດດ ດວງສິດທິ ຮອງຜູ້ອໍານວຍການ ລັດວິສາຫະກິດການບິນລາວ ເພື່ອອຳນວຍຄວາມສະດວກໃຫ້ປະຊາຊົນລາວທີ່ນໍາໃຊ້ຢູມັນນີ ຫຼື ບັນຊີຂອງທະນາ ຄານອື່ນໆ ກໍສາມາດຊື້ປີ້ເຮືອບິນຂອງສາຍການບິນລາວຜ່ານແອັບພລີເຄຊັນ ແລະ ເວັບໄຊຂອງສາຍການບິນລາວໄດ້ຢ່າງສະດວກ, ວ່ອງໄວ ແລະ ປອດໄພ.
ໄຊຍະບູລີ ຈະສຸມໃສ່ວຽກງານຮັກສາຄວາມສະຫງົບຕາມຊາຍແດນໃຫ້ໝັ້ນຄົງ

ໄຊຍະບູລີ ຈະສຸມໃສ່ວຽກງານຮັກສາຄວາມສະຫງົບຕາມຊາຍແດນໃຫ້ໝັ້ນຄົງ

ແຂວງໄຊຍະບູລີ ເປັນແຂວງໜຶ່ງທີ່ມີຊາຍແດນຕິດຈອດກັບ 6 ແຂວງຂອງຣາຊະອານາຈັກໄທ, ມີຄວາມຍາວ 647 ກິໂລແມັດ (ກມ), (ທາງບົກ 518 ກມ, ທາງນໍ້າ 129 ກມ), ມີບ້ານທີ່ຕິດກັບຊາຍແດນໄທ 78 ບ້ານ ມີເສັ້ນຊາຍແດນທີ່ໄດ້ສໍາຫຼວດແລ້ວ 131 ຫຼັກໝາຍ (ຫຼັກໝາຍທີ່ປັກສໍາເລັດ 126 ຫຼັກໝາຍ ຍັງບໍ່ທັນສໍາເລັດ 5 ຫຼັກໝາຍ) ແລະ ຫຼັກໝາຍທີ່ຍັງບໍ່ທັນໄດ້ສໍາຫຼວດປັກຫຼັກໝາຍ 129 ກມ, ມີດ່ານເຂົ້າ-ອອກ ດ່ານສາກົນ 4 ແຫ່ງ ແລະ ດ່ານປະເພນີ 13 ແຫ່ງ.
ຄຕ-ຄອຂ ແຂວງເຊກອງ ສະຫຼຸບວຽກງານ ປະຈໍາປີ 2025

ຄຕ-ຄອຂ ແຂວງເຊກອງ ສະຫຼຸບວຽກງານ ປະຈໍາປີ 2025

ຄະນະກໍາມະການຫັນເປັນດີຈີຕ໋ອນ ແລະ ຄຸ້ມຄອງອິນເຕີເນັດຂັ້ນແຂວງເຊກອງ (ຄຕ-ຄອຂ) ຈັດກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2025 ແລະ ວາງທິດທາງແຜນການ ປີ 2026 ຂຶ້ນໃນວັນທີ 13 ມັງກອນ 2026 ໂດຍການເປັນປະທານ ຂອງທ່ານ ສຸກດາວັນ ເລຫວຽດມ່ວງ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ຮອງປະທານ ຜູ້ປະຈໍາການ ຄຕ-ຄອຂ.
ຄຳມ່ວນ ປະກອບຄຳຄິດເຫັນ ຕໍ່ຮ່າງນິຕິກຳໃຕ້ກົດໝາຍ ໄລຍະ 2026-2030

ຄຳມ່ວນ ປະກອບຄຳຄິດເຫັນ ຕໍ່ຮ່າງນິຕິກຳໃຕ້ກົດໝາຍ ໄລຍະ 2026-2030

ກອງປະຊຸມ ປະກອບຄຳຄິດເຫັນ ຕໍ່ຮ່າງນິຕິກຳໃຕ້ກົດໝາຍ ແລະ ປຶກສາຫາລື ກ່ຽວກັບການສ້າງ, ປັບປຸງ ແລະ ປະເມີນນິຕິກຳໃຕ້ກົດໝາຍ ໄລຍະ 2026-2030 ຂອງແຂວງຄຳມ່ວນ ໄດ້ຈັດຂຶ້ນໃນວັນທີ 13 ມັງກອນ 2026 ທີ່ຫ້ອງປະຊຸມເຮືອນພັກເບີ 1 ຂອງແຂວງ ໂດຍການເປັນປະທານຂອງທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ.
ເມືອງໄຊຍະບູລີ ມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວທີ່ຖືກຜົນກະທົບຈາກອັກຄີໄພ ຢູ່ບ້ານ ຄອນປຽດ

ເມືອງໄຊຍະບູລີ ມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວທີ່ຖືກຜົນກະທົບຈາກອັກຄີໄພ ຢູ່ບ້ານ ຄອນປຽດ

ໃນວັນທີ 13 ມັງກອນ 2026 ນີ້, ທ່ານ ຄຳຫຼ້າ ຜີວວັນນາ ຄະນະປະຈຳພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ໄຊຍະບູລີ ພ້ອມດ້ວຍການນຳຂອງເມືອງ ໄດ້ລົງມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວທີ່ຖືກຜົນກະທົບຈາກອັກຄີໄພ (ໄຟໄໝ້ເຮືອນ) ຢູ່ບ້ານ ຄອນປຽດເມືອງ ໄຊຍະບູລີ ແຂວງໄຊຍະບູລີ ຈຳນວນ 2 ຄອບຄົວຄື: ຄອບຄົວທ້າວ ຢວມ ແລະ ຄອບຄົວທ້າວ ກອມ ທີ່ຖືກຜົນກະທົບຈາກໄຟໄໝ້ເຮືອນໃນຄັ້ງວັນທີ 31 ທັນວາ 2025 ຊຶ່ງລວມມູນຄ່າ ການເສຍຫາຍທັງໝົດ 315 ລ້ານກວ່າກີບ.
ເພີ່ມເຕີມ