ແຂວງເຊກອງ ໄດ້ຊົມໃຊ້ກະແສໄຟຟ້າແລ້ວ 83%

ປະຊາຊົນ ແຂວງເຊກອງ ໄດ້ຊົມໃຊ້ກະແສໄຟຟ້າແລ້ວ 83%

ປະຊາຊົນ ແຂວງເຊກອງ ໄດ້ຊົມໃຊ້ກະແສໄຟຟ້າແລ້ວ 83%
ປັດຈຸບັນທົ່ວແຂວງເຊກອງມີຕາຂ່າຍໄຟຟ້າ 22 Kvມີຄວາມຍາວທັງໝົດ 1,021.28 Km/ວົງຈອນ, ຕາຂ່າຍໄຟຟ້າ 0,4 Kvມີຄວາມຍາວ 432.81 Km/ວົງຈອນ, ຕາຂ່າຍໄຟຟ້າ 0,23 Kvມີຄວາມຍາວ 1.65 Km/ວົງຈອນ,

ໝໍ້ແປງ 678 ໜ່ວຍ ກໍາລັງຕິດຕັ້ງ 98.16 KVA ແລະ ມີບ້ານ ທີ່ໄດ້ຊົມໃຊ້ໄຟ້ຟ້າໃນລະບົບ 164 ບ້ານ,18,633ຫຼັງຄາເຮືອນ ກວມເອົາ 83%ຂອງຈໍານວນຫຼັງຄາເຮືອນທົ່ວແຂວງ.

ທ່ານ ລໍາພັນ ແກ້ວມະຫາໄຊ ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ ໃຫ້ຮູ້ເມື່ອບໍ່ດົນນີ້ວ່າ: ແຂວງເຊກອງ ມີແຫຼ່ງຜະລິດພະລັງງານໄຟຟ້າ ທີ່ດຳເນີນການຜະລິດແລ້ວທັງໝົດ 3 ແຫ່ງ ແລະ ມີກໍາລັງຕິດຕັ້ງທັງໝົດ 353 MW. ໃນປີ 2024 ຜ່ານມາ, ສາມາດຜະລິດກະແສໄຟຟ້າໄດ້ທັງໝົດ 1,417,118,335 KWh. ໃນນີ້, ເຂື່ອນໄຟຟ້າຫ້ວຍລໍາພັນໃຫຍ່ ມີກໍາລັງຕິດຕັ້ງ 88 MW ຜະລິດພະລັງງານໄຟຟ້າໄດ້ 379,120,000 KWh, ເຂື່ອນໄຟຟ້າຫ້ວຍລໍາພັນຕອນລຸ່ມ ມີກໍາລັງຕິດຕັ້ງ 15 MW ຜະລິດພະລັງງານໄຟຟ້າໄດ້ 45,560,649 KWh ແລະ ເຂື່ອນໄຟຟ້າເຊຂະໜານ 3 ມີກໍາລັງຕິດຕັ້ງ 250 MW ຜະລິດພະລັງງານໄຟຟ້າໄດ້ 992,437,686 KWh ຊຶ່ງພະລັງງານທີ່ຜະລິດໄດ້ ສ່ວນໃຫຍ່ແມ່ນສົ່ງອອກໃຫ້ຕ່າງປະເທດ. ພ້ອມກັນນີ້, ຍັງມີອີກ 3 ແຫ່ງ ທີ່ຄາດວ່າຈະດໍາເນີນການຜະລິດໄຟຟ້າໃນປີ 2025 ຄື: ເຂື່ອນໄຟຟ້ານໍ້າອີມູນ, ເຂື່ອນໄຟຟ້າຫ້ວຍລະແງ ແລະ ໄຟຟ້າພະລັງງານລົມ.

ສໍາແຜນໃນປີ 2025ສູ້ຊົນເຮັດໃຫ້ເກີດແຫຼ່ງຜະລິດພະລັງງານໄຟຟ້າທຸກຮູບແບບ (ພະລັງງານລົມ, ແສງອາທິດ, ພະລັງງານນໍ້າ ແລະ ຄວາມຮ້ອນຖ່ານຫີນ), ສູ້ຊົນຂະຫາຍຕາຂ່າຍໄຟຟ້າ ໂດຍສະເພາະຕາຂ່າຍ 22 KV ແລະ 0,4 KV ເພື່ອໃຫ້ຈໍານວນບ້ານ ແລະ ຫຼັງຄາເຮືອນ ຂອງປະຊາຊົນທີ່ໄດ້ຊົມໃຊ້ໄຟຟ້າໃນລະບົບໃຫ້ນັບມື້ເພີ່ມຂຶ້ນ ຕາມແຜນການທີ່ວາງໄວ້.

(ຂ່າວ-ພາບ: ສັນຍາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງປະຊຸມຕິດຕາມ ກວດກາ ການປະຕິບັດກົດໝາຍຂອງສະພາແຫ່ງຊາດ

ກອງປະຊຸມຕິດຕາມ ກວດກາ ການປະຕິບັດກົດໝາຍຂອງສະພາແຫ່ງຊາດ

ສານປະຊາຊົນສູງສຸດ (ສປສສ) ຮ່ວມກັບ ກຳມາທິການຍຸຕິທຳ ສະພາແຫ່ງຊາດ ໄດ້ຈັດກອງປະຊຸມຕິດຕາມ ກວດກາ ການປະຕິບັດກົດໝາຍຂອງສະພາແຫ່ງຊາດ ຂຶ້ນທີ ໃນວັນທີ 12 ພຶດສະພາ ນີ້, ພາຍໃຕ້ການເປັນປະທານຂອງທ່ານ ນາງ ທຸມມະລີ ວົງພະຈັນ ປະທານກຳມາທິການຍຸຕິທຳ ສະພາແຫ່ງຊາດ, ທ່ານ ບຸນຂວາງ ທະວີສັກ ຮອງເລຂາຄະນະບໍລິຫານງານພັກ ຮອງປະທານສານ ປະຊາຊົນສູງສຸດ ຊຶ່ງມີບັນດາທ່ານ ຫົວໜ້າຄະນະສານ, ຫົວໜ້າກົມ, ຜູ້ພິພາກສາ ເຂົ້າຮ່ວມ.
ຝຶກອົບຮົມວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພໃຫ້ພະນັກງານທະນາຄານຊາຄອມແບັງລາວ

ຝຶກອົບຮົມວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພໃຫ້ພະນັກງານທະນາຄານຊາຄອມແບັງລາວ

ເມື່ອບໍ່ດົນມານີ້, ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ກອງບັນຊາການປ້ອງກັນຄວາມສະ ຫງົບ (ປກສ) ນະຄອນຫຼວງວຽງຈັນ (ນວ) ໄດ້ຝຶກອົບຮົມວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພໃຫ້ພະນັກງານທະນາຄານຊາຄອມແບັງລາວ ນໍາໂດຍທ່ານ ພັທ ບຸນຍົງ ໄຊປັນຍາ ຮອງຫົວໜ້າພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ນວ, ມີທ່ານນາງ ບົວທອງ ສີສະຫວັດ ຮອງອຳນວຍການໃຫຍ່ທະນາຄານຊາຄອມແບັງລາວ ພ້ອມດ້ວຍພະນັກງານເຂົ້າຮ່ວມ.
ເປີດອົບຮົມທິດສະດີວຽກງານກຳມະບານໄລຍະສັ້ນ

ເປີດອົບຮົມທິດສະດີວຽກງານກຳມະບານໄລຍະສັ້ນ

ສະຖາບັນພັດທະນາກຳມະບານລາວ ໄດ້ເປີດຝຶກອົບຮົມທິດສະດີວຽກງານກຳມະບານໄລຍະສັ້ນ 5 ວັນໃຫ້ ຄະນະນຳກຳມະບານລັດວິສາຫະກິດ ແລະ ຫົວໜ່ວຍແຮງງານໃນນະຄອນຫຼວງວຽງຈັນຂຶ້ນໃນລະຫວ່າງວັນທີ 12-16 ພຶດສະພານີ້ ໂດຍມີທ່ານ ວິໄລ ວົງຂະເສີມ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ(ສກລ), ທ່ານ ທອງພິມ ວົງລະພາ ຫົວໜ້າສະຖາບັນພັດທະນາກຳມະບານລາວ, ມີຄະນະກົມ, ຄະນະກຳມະບານຈາກ 25 ພາກສ່ວນ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ. ການຝຶກອົບຮົມໃນຄັ້ງນີ້, ເພື່ອເປັນການກໍ່ສ້າງ, ບຳລຸງພະນັກງານກຳມະບານອາຊີບ, ເຄິ່ງອາຊີ
ເຈົ້າເມືອງຊຽງຮ່ອນ ຕິດຕາມໂຄງການກໍ່ສ້າງຂົວຂ້າມນໍ້າເປິ່່ງບ້ານນໍ້າຄ່ອມ

ເຈົ້າເມືອງຊຽງຮ່ອນ ຕິດຕາມໂຄງການກໍ່ສ້າງຂົວຂ້າມນໍ້າເປິ່່ງບ້ານນໍ້າຄ່ອມ

ໃນອາທິດຜ່ານມານີ້, ທ່ານ ແສງອາທິດ ລາວເບຼຍຢາທໍ່ ເລຂາຄະນະບໍລິຫານງານພັກເມືອງ ວ່າການເຈົ້າເມືອງ ຊຽງຮ່ອນ ພ້ອມດ້ວຍຄະນະໄດ້ລົງຕິດຕາມໂຄງການກໍ່ສ້າງຂົວຂ້າມນໍ້າເປິ່ງ ບ້ານນໍ້າຄ່ອມ ເມືອງຊຽງຮ່ອນ ແຂວງໄຊຍະບູລີ. ໂຄງການດັ່ງກ່າວ, ໄດ້ເລີ່ມລົງມືການກໍ່ສ້າງ ໃນທ້າຍປີ 2024 ຜ່ານມາ, ເປັນຂົວເບຕົງເສີມເຫຼັກ ມີຂະໜາດຄວາມກວ້າງ 3.8 ແມັດ, ຍາວ 12 ແມັດ,
ຍທຂ ອັດຕະປື ຈັດງານສັບປະດາແຫ່ງຊາດດ້ານຄວາມປອດໄພທາງຖະໜົນ ປະຈໍາປີ 2025

ຍທຂ ອັດຕະປື ຈັດງານສັບປະດາແຫ່ງຊາດດ້ານຄວາມປອດໄພທາງຖະໜົນ ປະຈໍາປີ 2025

ໃນຕອນເຊົ້າຂອງວັນທີ 12 ພຶດສະພາຜ່ານມານີ້, ພະແນກ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງອັດຕະປື ໄດ້ຈັດງານສັບປະດາແຫ່ງຊາດດ້ານຄວາມປອດໄພທາງຖະໜົນ ປະຈຳປີ 2025 ດ້ວຍການຍ່າງມາລາທອນເພື່ອສຸຂະພາບ ແລະ ເສວະນາວັນດັ່ງກ່າວ ເພື່ອຍົກລະດັບຄວາມຮັບຮູ້ ຄວາມສະມາດໃນການນໍາໃຊ້ຖະໜົນຢ່າງປອດໄພ
ພະນັກງານ-ລັດຖະກອນ ຮຽນຮູ້ການນຳໃຊ້ສື່ແບບໃໝ່ ເຂົ້າໃນການປະຕິບັດໜ້າທີ່

ພະນັກງານ-ລັດຖະກອນ ຮຽນຮູ້ການນຳໃຊ້ສື່ແບບໃໝ່ ເຂົ້າໃນການປະຕິບັດໜ້າທີ່

ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ຈັດຊຸດຝຶກອົບ ຮົມກ່ຽວກັບການນຳໃຊ້ສື່ແບບໃໝ່ (AI) ເຂົ້າໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ໃຫ້ພະນັກງານ-ລັດຖະກອນ ຈາກຂະແໜງການຕ່າງໆ ອ້ອມຂ້າງ ນະຄອງຫຼວງວຽງຈັນ ທັງແບບເຊິ່ງໜ້າ ແລະ ອອນລາຍ ຂຶ້ນຫວ່າງບໍ່ດົນມານີ້.
ປະຈຸບັນທົ່ວແຂວງຄໍາມ່ວນເກັບກ່ຽວເຂົ້ານາແຊງໄດ້ແລ້ວ 3,977 ເຮັກຕາ

ປະຈຸບັນທົ່ວແຂວງຄໍາມ່ວນເກັບກ່ຽວເຂົ້ານາແຊງໄດ້ແລ້ວ 3,977 ເຮັກຕາ

ໃນລະດູການຜະລິດເຂົ້ານາແຊງສົກປີ 2024-2025 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກເຂົ້າ 14,186 ເຮັກຕາ, ຄາດຄະເນຜົນຜະລິດ 78,896 ໂຕນ. ໃນນີ້, ແຜນການປູກເຂົ້າເພື່ອເປັນສະບຽງອາຫານ 4,696 ເຮັກຕາ ຄາດຄະເນຜົນຜະລິດ 25,840 ໂຕນ. ແຜນການປູກເຂົ້າເພື່ອເປັນສິນຄ້າ 9,490 ເຮັກຕາ ຄາດຄະເນຜົນຜະລິດ 53,056 ໂຕນ.
ທ່ານ ນາງ ສູນທອນ ໄຊຍະຈັກ ເຄື່ອນໄຫວເຮັດວຽກຢູ່ແຂວງໄຊສົມບູນ.

ທ່ານ ນາງ ສູນທອນ ໄຊຍະຈັກ ເຄື່ອນໄຫວເຮັດວຽກຢູ່ແຂວງໄຊສົມບູນ.

ທ່ານ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ແຂວງໄຊສົມບູນ, ຊຶ່ງໄດ້ເຂົ້າພົບປະ ທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ໃນວັນທີ 8 ພຶດສະພານີ້ ທີ່ຫ້ອງຮັບຮອງຂອງຫ້ອງວ່າການແຂວງ ເພື່ອແຈ້ງຈຸດປະສົ່ງໃນການເຄື່ອນໄຫວເຮັດວຽກຢູ່ແຂວງໄຊສົມບູນ
ຫ້ອງວ່າການສຳນັກງານປະທານປະເທດສະຫຼຸບວຽກງານກວດກາ ປະຈຳປີ 2024

ຫ້ອງວ່າການສຳນັກງານປະທານປະເທດສະຫຼຸບວຽກງານກວດກາ ປະຈຳປີ 2024

ຫ້ອງວ່າການສຳນັກງານປະທານປະເທດ (ຫສປທ) ໄດ້ຈັດກອງປະຊຸມສະຫຼຸບວຽກງານກວດກາ ປະຈຳປີ 2024 ແລະ ວາງທິດທາງແຜນການ ປະຈຳປີ 2025 ຂຶ້ນໃນວັນທີ 9 ພຶດສະພານີ້ທີ່ ຫສປທ, ໂດຍການເປັນປະທານຮ່ວມຂອງ ສະຫາຍ ອິນທະປັນຍາ ຂຽວວົງພະຈັນ ຮອງເລຂາຄະນະບໍລິຫານງານພັກ ຫສປທ ຮອງຫົວໜ້າ ຫສປທ, ສະຫາຍ ດາວບົວລະພາ ບາວົງເພັດ ກຳມະການປະຈຳພັກ ຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດ ຮອງປະທານຄະນະກວດກາສູນກາງພັກ ຮອງຫົວໜ້າອົງການກວດກາແຫ່ງລັດ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ;
ເປີດສູນອະນຸລັກແຂ້ພື້ນເມືອງລາວ ພ້ອມ​ປ່ອຍ​ແຂ້ຄືນສູ່ທີ່ດິນບໍລິເວນນໍ້າເຊຈໍາພອນ

ເປີດສູນອະນຸລັກແຂ້ພື້ນເມືອງລາວ ພ້ອມ​ປ່ອຍ​ແຂ້ຄືນສູ່ທີ່ດິນບໍລິເວນນໍ້າເຊຈໍາພອນ

ພິທີ​ເປີດ​ສູນ​ອະນຸລັກແຂ້ພື້ນເມືອງລາວ ​ໄດ້​ຈັດ​ຂຶ້ນເມື່ອ​ບໍ່​ດົນ​ມາ​ນີ້ ​​ທີ່ບ້ານຕານ​ສຸມ ເມືອງຈຳພອນ ​ແຂວງສະ​ຫວັນ​ນະ​ເຂດ ໂດຍ​ມີ ທ່ານ ຄຳມອນ ທິລາວົງ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງ​ສະ​ຫວັນ​ນະ​ເຂດ, ທ່ານ ຄໍາຕາ ສິນນະສອນ ຮອງ​​ເຈົ້າ​ເມືອງຈຳພອນ, ອົງການ​ອະນຸລັກ​ສັດປ່າ (WCS) ແລະ ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ. ໃນ​ພິທີ​ດັ່ງກ່າວ, ຍັງ​ໄດ້ມີການປ່ອຍ​ແຂ້​ນໍ້າຈືດພັນພື້ນເມືອງລາວ ຈໍານວນ 10 ໂຕ ກັບຄືນສູ່ທີ່ດິນ​ບໍລິເວນນໍ້າ ​ເຊ​ຈຳ​ພອນ ​ເພື່ອ​ເປັນການເພີ່ມຈໍານວນປະຊາກອນແຂ້ໃນທຳມະຊາດ.
ເພີ່ມເຕີມ