ໄພນໍ້າຖ້ວມ ຢູ່ເມືອງຜາອຸດົມ ໄດ້ຮັບເຄື່ອງຊ່ວຍເຫຼືອ

ປະຊາຊົນ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ ຢູ່ເມືອງຜາອຸດົມ ໄດ້ຮັບເຄື່ອງຊ່ວຍເຫຼືອ

ປະຊາຊົນ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ ຢູ່ເມືອງຜາອຸດົມ ໄດ້ຮັບເຄື່ອງຊ່ວຍເຫຼືອ
ໃນທ້າຍອາທິດຜ່ານມານີ້ ຢູ່ທີ່ເດີ່ນວັດ ບ້ານປາກຫາດ ເມືອງຜາອຸດົມ ແຂວງບໍ່ແກ້ວ ສະມາຄົມສົ່ງເສີມຄວາມຮູ້ ເພື່ອການພັດທະນາຊົນນະບົດແບບມີສ່ວນຮ່ວມ

 ຫຼື ສະມາຄົມຄໍາຄິດ ປະຈໍາແຂວງບໍ່ແກ້ວ ໄດ້ນໍາເອົາເຄື່ອງຊ່ວຍເຫຼືອ ແລະ ແນວພັນພືດກະສິກໍາ ມາມອບໃຫ້ຄອບຄົວຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ທີ່ເກີດຈາກລົມພາຍຸຢາກິ ໃນຄັ້ງວັນທີ 9-11 ກັນຍາ 2024 ໃນໄລຍະຜ່ານມາ ແລະ ຄອບຄົວທຸກຍາກ-ຂາດເຂີນ. ນໍາພາທີມງານໂດຍທ່ານ ນາງ ພອນໄຊ ມະນີວົງໄຊ ປະທານ ສະມາຄົມຄໍາຄິດ ປະຈໍາແຂວງບໍ່ແກ້ວ, ເປັນກຽດເຂົ້າຮ່ວມ ຂອງທ່ານ ສົມນິດ ໄຊທະວົງສິດ ຮອງເຈົ້າເມືອງ (ປະທານຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນເມືອງ), ມີໜ້າຂະແໜງການກ່ຽວຂ້ອງຂັ້ນແຂວງ-ຂັ້ນເມືອງເຂົ້າຮ່ວມ.

ເຄື່ອງທີ່ນໍາມາມອບໃນ ຄັ້ງນີ້, ປະກອບມີ ເຂົ້າສານໜຽວ 9,300 ກິໂລ, ຜ້າຮົ່ມໂຕ່ໆ 561 ຜືນ, ແນວພັນຜັກກາດ ແລະ ຜັກຫອມ 748 ປ໋ອງ, ໃນນີ້, ບ້ານປາກຫາດ ມີ 43 ຄອບຄົວ, ບ້ານຫາດຄໍາ 19 ຄອບຄົວ, ບ້ານຫາດຫ້ອມ 32 ຄອບຄົວ, ບ້ານຫາດໜາມ 32 ຄອບຄົວ, ບ້ານຫາດໂຊນ 44 ຄອບຄົວ, ມອບອຸປະກອນການຮຽນ-ການສອນ ແລະ ອຸປະກອນກິລາຈໍານວນໜຶ່ງ ໃຫ້ຄູ, ນ້ອງນັກຮຽນ 3 ໝວດໂຮງຮຽນປະຖົມຄື: ໂຮງຮຽນປະຖົມຫາດໜາມ, ໂຮງຮຽນປະຖົມຫາດຫ້ອມ, ໂຮງຮຽນປະຖົມຫາດໂຊນ ແລະ ໂຮງຮຽນ ມຕ ຫາດໜາມ ລວມມູນຄ່າ 305 ລ້ານກວ່າກີບ.

(ພາບ-ຂ່າວ: ໂສພາ ທິບພະວົງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ໄລຍະສະຫຼອງປີໃໝ່ລາວທົ່ວແຂວງ​ອັດຕະປື​ ມີອຸບັດຕິເຫດເກີດຂຶ້ນ 17 ລາຍ,​ ເສຍຊີວິດ 1ຄົນ

ໄລຍະສະຫຼອງປີໃໝ່ລາວທົ່ວແຂວງ​ອັດຕະປື​ ມີອຸບັດຕິເຫດເກີດຂຶ້ນ 17 ລາຍ,​ ເສຍຊີວິດ 1ຄົນ

ທ່ານ ຮທ ວິລະສອນ ສີສະແຫວງສຸກ ຮອງກອງຄະດີອຸບັດຕິເຫດແຂວງອັດຕະປື ໃຫ້ຮູ້ວ່າ: ໄລຍະບຸນປີໃໝ່ລາວແຕ່ວັນທີ 11-17 ເມສາ 2025 ທົ່ວແຂວງ ອັດຕະປື ມີອຸບັດເຫດເກີດຂຶ້ນທັງໝົດ 17 ລາຍ, ທຽບໃສ່ປີ 2024 ຜ່ານມາ ອຸບັດຕິເຫດເພີ່ມຂຶ້ນ 4 ລາຍ.
ສະຫວັນນະເຂດ ເຜີຍແຜ່ມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ

ສະຫວັນນະເຂດ ເຜີຍແຜ່ມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ

ກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ໄດ້ຈັດຂຶ້ນວັນທີ 21 ເມສານີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງສະຫວັນນະເຂດ ໂດຍການເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ
ວາງກະຕ່າດອກໄມ້ ໂອກາດວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ

ວາງກະຕ່າດອກໄມ້ ໂອກາດວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ

ຄະນະນຳສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ນຳໂດຍ ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າວາງກະຕ່າດອກໄມ້ ເນື່ອງໃນໂອກາດ ວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ
ໜ່ວຍພັກສະຖານທູດລາວ ທີ່ປັກກິ່ງດຳເນີນກອງປະຊຸມໃຫຍ່ ຄັ້ງທີ III

ໜ່ວຍພັກສະຖານທູດລາວ ທີ່ປັກກິ່ງດຳເນີນກອງປະຊຸມໃຫຍ່ ຄັ້ງທີ III

ກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກສະຖານທູດລາວ ທີ່ປັກກິ່ງສປ ຈີນ ໄດ້ຈັດຂຶ້ນໃນວັນທີ 19 ເມສາຜ່ານມານີ້, ພາຍໃຕ້ການເປັນປະທານຂອງ ສະຫາຍ ສົມພອນ ສີຈະເລີນ ເລຂາໜ່ວຍພັກເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສປ ຈີນ.
ຫາລືການແກ້ໄຂບັນຫາຂາດແຄນຄູສອນ ຢູ່ແຂວງຫຼວງພະບາງ

ຫາລືການແກ້ໄຂບັນຫາຂາດແຄນຄູສອນ ຢູ່ແຂວງຫຼວງພະບາງ

ໃນວັນທີ 21 ເມສານີ້ ຢູ່ກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດກອງປະຊຸມປຶກສາຫາລືແກ້ໄຂບັນຫາການຂາດແຄນຄູສອນ ໂດຍການເປັນທານ ຂອງສະຫາຍ ພັນເອກ ວັນໄຊ ຄຳພາວົງ ຫົວໜ້າຫ້ອງການ ກົມໃຫຍ່ການເມືອງກອງທັບ.
ຂະແໜງ ພບ ຈະປັບປຸງການເຮັດວຽກຫຼາຍດ້ານ

ຂະແໜງ ພບ ຈະປັບປຸງການເຮັດວຽກຫຼາຍດ້ານ

ປີ 2024 ທີ່ຜ່ານມາ, ຂະແໜງພະລັງງານ ແລະ ບໍ່ແຮ່ (ພບ) ບົນພື້ນຖານໃນເງື່ອນໄຂ ແລະ ສະພາບລວມທີ່ເກີດຂຶ້ນຂອງເສດຖະກິດໂລກ ແລະ ພາກພື້ນ,ແຕ່ຂະແໜງ ພບ ໄດ້ພ້ອມກັນປຸກລຸກຈິດໃຈເປັນເຈົ້າການໃຫ້ສູງຂຶ້ນ ແລະ ມີຄວາມພະຍາຍາມ ນໍາໃຊ້ທຸກຫົວຄິດປະດິດສ້າງ
ຮັກສາການຫົວໜ້າ ຄຕພ ຕ້ອນຮັບ ບັນດາເອກອັກຄະລັດຖະທູດລາວ

ຮັກສາການຫົວໜ້າ ຄຕພ ຕ້ອນຮັບ ບັນດາເອກອັກຄະລັດຖະທູດລາວ

ໃນວັນທີ 18 ເມສາ ຜ່ານມານີ້, ທ່ານ ບຸນເຫຼືອ ພັນດານຸວົງຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບບັນດາເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຈໍານວນ 4 ທ່ານ ທີ່ຈະໄປດໍາລົງຕໍາແໜ່ງເອກອັກຄະລັດຖະທູດ ຢູ່ຕ່າງປະເທດ,ໂດຍມີ ທ່ານ ຈາຕຸລົງ ບົວສີສະຫວັດ
ການເພີ່ມພື້ນທີ່ສີຂຽວໃນຕົວເມືອງມີຄວາມສໍາຄັນຫຼາຍ

ການເພີ່ມພື້ນທີ່ສີຂຽວໃນຕົວເມືອງມີຄວາມສໍາຄັນຫຼາຍ

ໂດຍ: ວັນເພັງ ອິນທະໄຊ ການເພີ່ມພື້ນທີ່ສີຂຽວໃນຕົວເມືອງ ໂດຍສະເພາະໃນນະຄອນຫຼວງວຽງຈັນ(ນວ) ເປັນໜຶ່ງບັນຫາສໍາຄັນຫຼາຍ ທີ່ພາກສ່ວນກ່ຽວຂ້ອງ ມີຄວາມພະຍາຍາມໃນການເພີ່ມພື້ນທີ່ສີຂຽວ ໃນຕົວເມືອງ. ໃນນັ້ນ, ປະເທດເພື່ອນບ້ານ,
ຮອງປະທານ ສນຊ ຜູ້ປະຈໍາການ ຢ້ຽມຢາມ ເຜົ່າກຣີ

ຮອງປະທານ ສນຊ ຜູ້ປະຈໍາການ ຢ້ຽມຢາມ ເຜົ່າກຣີ

ໃນວັນທີ 20 ເມສານີ້, ທ່ານ ຄໍາໄຫຼ ສີປະເສີດ ກໍາມະການສູນກາງພັກຮອງປະທານ ສູນກາງແນວລາວສ້າງຊາດ (ສນຊ) ຜູ້ປະຈໍາການ ພ້ອມດ້ວຍຄະນະ ລົງເຄື່ອນໄຫວວຽກງານແນວລາວສ້າງຊາດ ຢູ່ແຂວງໄຊຍະບູລີ ຊຶ່ງຄະນະໄດ້ໄປຢ້ຽມຢາມຊີວິດການເປັນຢູ່ຂອງຊົນເຜົ່າກຣີ (ເຜົ່າຕອງເຫຼືອງ)
ທ່າອ່ຽງສະພາບອັດຕາເງິນເຟີ້ຂອງ ສປປ ລາວ ໃນ 3 ເດືອນຕົ້ນປີ

ທ່າອ່ຽງສະພາບອັດຕາເງິນເຟີ້ຂອງ ສປປ ລາວ ໃນ 3 ເດືອນຕົ້ນປີ

ໂດຍ: ສ.ບຸດປະຊາ ອັດຕາເງິນເຟີ້ຂອງ ສປປ ລາວ ໃນໄລຍະ 3 ເດືອນຕົ້ນປີ 2025 ໄດ້ມີຈັງຫວະທີ່ຊ້າລົງຕິດຕໍ່ກັນ ຊຶ່ງສາເຫດຕົ້ນຕໍ ທີ່ສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ໄດ້ລະບຸໃນບົດລາຍງານອັດຕາເງິນເຟີ້ ປະຈໍາເດືອນມັງກອນ, ກຸມພາ ແລະ ມີນາ
ເພີ່ມເຕີມ