![]() |
ບ້ານ ນາດອນຄູນ ຕັ້ງຢູ່ຫ່າງຈາກເທສະບານນະຄອນ 24 ກິໂລແມັດ, ປະກອບມີ 42 ຫຼັງຄາເຮືອນ, ມີ 40 ຄອບຄົວ, ມີ214 ຄົນຍິງ 94 ຄົນ, ການປະກອບອາຊີບສ່ວນໃຫຍ່ຂອງປະຊາຊົນ ແມ່ນທໍາການຜະລິດກະສິກຳເຊັ່ນ: ເຮັດນາ, ລ້ຽງສັດ, ບໍລິການຄ້າຂາຍ ແລະກຳມະກອນ ເປັນອາຊີບຕົ້ນຕໍ.
ໃນຄ່ຳຄືນຂອງວັນທີ 5 ກໍລະກົດ ຜ່ານມາເກີດມີຝົນຕົກໜັກ ເຮັດໃຫ້ນ້ຳຫ້ວຍງູນ ແລະນ້ຳຫ້ວຍພູໝາກຫີນ ເກີດມີນ້ຳນອງໄຫຼຊຸກະທັນຫັນ ເຂົ້ານ້ຳຖ້ວມເຮືອນຂອງປະຊາຊົນພາຍໃນບ້ານຈຳນວນໜຶ່ງ ແລະຖ້ວມທົ່ງນາ.ຜ່ານການລົງກວດກາຕົວຈິງເຫັນວ່າ ເຮືອນຂອງປະຊາຊົນ ຖືກນ້ຳຖ້ວມ ຈຳນວນ 13 ຄອບຄົວ, ທົ່ງນາ 10ກວ່າເຮັກຕາ ຖືກນ້ຳໄຫຼຊຸເອົາຂີ້ດິນ, ໝາກຫີນ, ຂອນໄມ້ ຖົມນາເຂົ້າທີ່ປູກກຳລັງຂຽວງາມ, ທັງໄດ້ຍື່ງຖ້ວມທົ່ງນາເປັນວົງກວ້າງ ແລະຜົນລະປູກຈຳນວນໜຶ່ງ ແມ່ນຖືກນ້ຳຖ້ວມ.ປັດຈຸບັນປະຊາຊົນ ຂາດນ້ຳສະອາດຊົມໃຊ້, ຂາດສະບຽງອາຫານ ແລະເຄື່ອງໃຊ້ພາຍໃນຄອບຄົວຈຳນວນໜຶ່ງແມ່ນຖືກນ້ຳຖ້ວມ, ສ່ວນການແກ້ໄຂເບື້ອງຕົ້ນ ປະຊາຊົນໄດ້ຍ້າຍເຄື່ອງຂອງ ແລະສັດລ້ຽງຂຶ້ນໄປໄວ້ທີ່ສູງ ທັງໄດ້ເລັ່ງອະນາໄມເຮືອນທີ່ຖືກນ້ຳຖ້ວມ ພາຍຫຼັງລະດັບນ້ຳລຸດລົງ.
![]() |
(ພາບ-ຂ່າວ: ຫ້ອງການ ຖວທ ນະຄອນ ຫຼວງພະບາງ).
ຄໍາເຫັນ