ເປີດບໍລິການແລ້ວ 7-Eleven ສາຂາທໍາອິດໃນແຂວງຄໍາມ່ວນ

ເປີດບໍລິການແລ້ວ 7-Eleven ສາຂາທໍາອິດໃນແຂວງຄໍາມ່ວນ

ເປີດບໍລິການແລ້ວ 7-Eleven ສາຂາທໍາອິດໃນແຂວງຄໍາມ່ວນ
ວັນທີ 25 ສິງຫານີ້, ໄດ້ຈັດພິທີເປີດ ຮ້ານ 7-Eleven ສາຂາທໍາອິດຂອງແຂວງຄໍາມ່ວນຢ່າງເປັນທາງການ. ໃຫ້ກຽດເຂົ້າຮ່ວມ ແລະ ຕັດແຖບຜ້າ ໂດຍທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ, ທ່ານ ນາງ ເພັດດາວວີ ບຸດທະວົງ ຜູ້ອໍານວຍການຮ້ານສະດວກຊື້ 7-Eleven, ມີບັນດາແຂກເຂົ້າຮ່ວມ.
ເປດບລການແລວ 7-Eleven ສາຂາທາອດໃນແຂວງຄາມວນ - image 1
 

ຮ້ານ 7-Eleven ສາຂາທີ່ 19 ຂອງລາວ ແລະ ສາຂາທໍາອິດຂອງແຂວງຄໍາມ່ວນ ຕັ້ງຢູ່ບ້ານນາໂບ, ເມືອງທ່າແຂກ ແຂວງຄໍາມ່ວນ ຊຶ່ງຈະເປັນສູນລວມກິດຈະກໍາ ຍາມແລງຂອງບັນດາຜູ້ຄົນທ້ອງຖິ່ນ ແລະ ນັກທ່ອງທ່ຽວ. ຮ້ານແຫ່ງນີ້ ບໍລິຫານໂດຍ ທ່ານ ນາງ ເພັດດາວວີ ບຸດທະວົງ ຜູ້ຮ່ວມທຸລະກິດຊາວລາວ, ມີປະສົບການໃນດ້ານທຸລະກິດອະສັງຫາລິມະຊັບ, ການບໍລິການ ແລະ ການທ່ອງທ່ຽວ. ມີຄວາມຕັ້ງໃຈຈິງທີ່ຈະຍົກລະດັບຂະແໜງການບໍລິການ ເພື່ອສະໜັບສະໜູນອຸດສະຫະກໍາການທ່ອງທ່ຽວໃນທ້ອງຖິ່ນ ເພື່ອສ້າງວຽກງານ, ອາຊີບທັງທາງກົງ ແລະ ທາງອ້ອມໃຫ້ແກ່ຊາວລາວ

ທ່ານ ນາງ ເພັດດາວວີ ບຸດທະວົງ ໄດ້ກ່າວວ່າ ຮ້ານສະດວກຊື້ທັນສະໄໝ 7-Eleven ຈະເຂົ້າມາອໍານວຍຄວາມສະດວກ ແລະ ເປັນທາງເລືອກໃນການນໍາສະເໜີສິນຄ້າຄຸນນະພາບໄດ້ມາດຕະຖານໃຫ້ກັບຄົນໃນທ້ອງຖິ່ນ ແລະ ນັກທ່ອງທ່ຽວໄດ້ຕະຫຼອດ 24 ຊົ່ວໂມງ ເຮັດໃຫ້ເກີດການຂະຫຍາຍຕົວຂອງກິດຈະກໍາທີ່ກ່ຽວຂ້ອງກັບການທ່ອງທ່ຽວ, ທີ່ຈະສ້າງລາຍຮັບໃຫ້ຜູ້ຄົນໄດ້ຫຼາຍຂຶ້ນ. ນອກເໜືອຈາກການຈ້າງງານໂດຍກົງ ທັງນີ້ຍັງຖືເປັນການຝຶກອົບຮົມໃຫ້ຄົນລຸ້ນໃໝ່, ໃຫ້ມີຄວາມຮູ້ທີ່ຈະເປັນປະໂຫຍດຕໍ່ການພັດທະນາທ້ອງຖິ່ນໃນໄລຍະຍາວ.

ເປດບລການແລວ 7-Eleven ສາຂາທາອດໃນແຂວງຄາມວນ - image 2
 

7-Eleven ເປັນແບຣນທີ່ໄດ້ຮັບການຍອມຮັບ ດ້ວຍຜະລິດຕະພັນທີ່ຫຼາກຫຼາຍມີຄຸນນະພາບ ມີລະບົບບໍລິຫານຈັດການທີ່ດີ ມີໂອກາດໄດ້ຮັບການສະໜັບສະໜູນຈາກທີມງານ CP AII Lao ຕັ້ງແຕ່ການວາງແຜນ ການລົງທຶນ ແລະ ການຝຶກອົບຮົມພະນັກງານ ເຮັດໃຫ້ມີຄວາມເຊື່ອໝັ້ນວ່າຈະສາມາດປະສົບຄວາມສໍາເລັດ, ຮ່ວມສ້າງວຽກເຮັດງານທໍາ, ສ້າງອາຊີບ ແລະ ສ້າງຄວາມ ພາກພູມໃຈໃຫ້ກັບສັງຄົມລາວໄປພ້ອມໆ ກັນຢ່າງຍືນຍົງ.

(ຂ່າວ: ມະນີວັນ, ພາບ: ກອງຄໍາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສສຊ ແລະ ສສ ນວ ລົງພົບປະຜູ້ມີສິດເລືອກຕັ້ງ 3 ພາກສ່ວນ ນວ

ສສຊ ແລະ ສສ ນວ ລົງພົບປະຜູ້ມີສິດເລືອກຕັ້ງ 3 ພາກສ່ວນ ນວ

ສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ (ສສ ນວ), ນຳໂດຍ ທ່ານ ບຸນທາມ ພຸດທະວົງສາ ຮອງປະທານຄະນະສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ຮອງປະທານສະພາປະຊາຊົນນະຄອນຫຼວງວຽງຈັນ, ທ່ານ ຄຳຜອງ ແສງສະຫວ່າງ ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈຳເຂດເລືອກຕັ້ງທີ 1 ນວ ຮອງປະທານຄະນະກຳມະການຍຸຕິທຳ ແລະ ປກຊ-ປກສ ສະພາປະຊາຊົນ ນວ, ທ່ານ ນາງ ພິດສະໄໝ ຕົ້ນສະຫວັນ ສະມາຊິກສະພາປະຊາຊົນ ນວ ຮອງປະທານ ຄະນະກຳມະການເສດຖະກິດແຜນການ ແລະ ການເງິນສະພາປະຊາຊົນ ນວ ຮອງຫົວໜ້າ ຄະນະສະມາຊິກສະພາປະຊາຊົນ ນວ, ໄດ້ລົງພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສຳເລັດ ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ VI ຢູ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນວ ໃນວັນທີ 25 ສິງຫານີ້, ໂດຍມີ ຄະນະພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນ ຈາກ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນວ, ອົງການໄອຍະການປະຊາຊົນ ນວ ແລະ ອົງການກວດສອບ ປະຈຳພາກກາງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 25 ສິງຫານີ້ ທີ່ຫໍປະຊຸມແຫ່ງຊາດ ພາຍໃຕ້ການເປັນປະທານຂອງ ສະຫາຍ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ຄຊປປລ), ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ, ມີບັນດາການນໍາພັກ-ລັດ, ພະນັກງານອາວຸໂສບໍານານ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.
ທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມໂຄງການກໍ່ສ້າງຕາຝັ່ງເຈື່ອນ ໃນ ນວ

ທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມໂຄງການກໍ່ສ້າງຕາຝັ່ງເຈື່ອນ ໃນ ນວ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ພ້ອມຄະນະ ແລະ ຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ (ນວ) ລົງຕົດຕາມເບິ່ງໂຄງການກໍ່ສ້າງຕາຝັ່ງເຈື່ອນ ໄລຍະ 2 EDCF ແຄມຂອງ ເຂດບ້ານໄຊສະຖານ ເມືອງສີສັດຕະນາກ ໃນວັນທີ 23 ສິງຫາ ຜ່ານມານີ້, ໂດຍທ່ານ ພຸດທະເສນ ສິນທະວົງ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນວ ໃຫ້ການຕ້ອນຮັບ.
ເມືອງພຽງ ປະກາດປັບປຸງກົງຈັກການຈັດຕັ້ງ

ເມືອງພຽງ ປະກາດປັບປຸງກົງຈັກການຈັດຕັ້ງ

ເມືອງພຽງ ແຂວງໄຊຍະບູລີ ຈັດພິທີປະກາດ ປັບປຸງກົງຈັກການຈັດຕັ້ງ ແລະ ພະນັກງານອອກພັກການຮັບອູດໜຸນບຳນານ, ຍົກຍ້າຍສ້າງຕັ້ງ ແລະ ບົງຕົວແຕ່ງຕັ້ງຄະນະໜ່ວຍພັກ, ຫົວໜ້າ, ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງຂຶ້ນໃນວັນທີ 22 ສິງຫາຜ່ານມາ ຢູ່ທີຫ້ອງປະຊຸມໃຫຍ່ຂອງເມືອງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ບຸດສະກອນ ອິນທະລັງສີ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ.
ຊາວໜຸ່ມຫ້ອງການ ທຫລ ເພີ່ມຄວາມຮູ້ດ້ານສື່ມວນຊົນ.

ຊາວໜຸ່ມຫ້ອງການ ທຫລ ເພີ່ມຄວາມຮູ້ດ້ານສື່ມວນຊົນ.

ໜ່ວຍຊາວໜຸ່ມ ຫ້ອງການທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດສຳມະນາດ້ານວິຊາ ການ ໃນວັນ ທີ 22 ສິງຫາ ທີ່ຫ້ອງປະຊຸມໃຫຍ່ ທຫລ ຕິດພັນດ້ານສື່ມວນຊົນ ແລະ ການຮັກສາ-ດູແລເດັກນ້ອຍ ໃນໄວກ່ອນຮຽນ ພາຍໃຕ້ການເປັນປະທານ ຂອງສະຫາຍ ອັກຄະພົນ ນາມມະຈັກ ເລຂາໜ່ວຍຊາວໜຸ່ມຫ້ອງການ ທຫລ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ກິແກ້ວ ແສນທະວີສຸກ ຮອງຫົວໜ້າຫ້ອງການ ທຫລ; ມີບັນດາສະມາຊິກຊາວໜຸ່ມຫ້ອງການ ແລະ ຕາງໜ້າຄະນະຊາວໜຸ່ມບັນດາກົມ ຂອງ ທຫລ ເຂົ້າ ຮ່ວມ.
ທາບທາມຄະນະບໍລິຫານງານພັກແຂວງສະຫວັນນະເຂດ ສະໄໝທີ X ຮອບທີ3

ທາບທາມຄະນະບໍລິຫານງານພັກແຂວງສະຫວັນນະເຂດ ສະໄໝທີ X ຮອບທີ3

ໃນວັນທີ 23 ສິງຫາຜ່ານມາ ທີ່ຫໍວັດທະນະທຳໄກສອນພົມວິຫານ ໄດ້ສຳເລັດການທາບທາມຄະນະບໍລິຫານງານພັກແຂວງສະຫວັນນະເຂດ ສະໄໝທີ X (ຮອບທີ3), ໂດຍໃຫ້ກຽດເປັນປະທານຂອງສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ, ມີສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ, ສະຫາຍ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາສະຫາຍໃນຄະນະບໍລິຫານງານພັກແຂວງ, ເລຂາພັກເມືອງ-ນະຄອນ, ກອງບັນຊາການ ປກຊ-ປກສ ແຂວງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກຮາກຖານອ້ອມຂ້າງແຂວງເຂົ້າຮ່ວມ.
ມວນຊົນຊາວຫຼວງພະບາງ ຮ່ວມງານໂລະລາດໃນງານບຸນຫໍ່ເຂົ້າປະດັບດິນ ຢູ່ນະຄອນ ຫຼວງພະບາງ ຢ່າງຫຼວງຫຼາຍ

ມວນຊົນຊາວຫຼວງພະບາງ ຮ່ວມງານໂລະລາດໃນງານບຸນຫໍ່ເຂົ້າປະດັບດິນ ຢູ່ນະຄອນ ຫຼວງພະບາງ ຢ່າງຫຼວງຫຼາຍ

ຕອນເຊົ້າວັນທີ່ 22 ສີງຫານີ້, ອົງການປົກຄອງນະຄອນ ຫຼວງພະບາງ ແຂວງຫຼວງພະບາງ ໄດ້ຈັດງານໂລະລາດ ຫຼື ລົງຕະຫຼາດນັດແບບມວນຊົນ ໃນໂອກາດບຸນຫໍ່ເຂົ້າປະດັບດິນ ຊ່ວງເຮືອເດືອນເກົ້າ ປະຈຳປີ ພສ 2568 ຄສ 2025, ມີທ່ານ ສົມສະຫວາດ ເລັ່ງສະຫັວດ ອະດິດຮອງນາຍົກລັດຖະມົນຕີ, ພ້ອມດ້ວຍການນຳຂັ້ນແຂວງ, ນະຄອນ-ເມືອງ, ຕະຫຼອດຮອດມວນຊົນທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ ເປັນຈຳນວນຫຼວງຫຼາຍ ເຕັມໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ.
ເດືອນ 9 ປະເພນີບຸນຫໍ່ເຂົ້າປະດັບດິນຂອງຊາວພຸດ

ເດືອນ 9 ປະເພນີບຸນຫໍ່ເຂົ້າປະດັບດິນຂອງຊາວພຸດ

ບຸນຫໍ່ເຂົ້າປະດັບດິນ ເປັນໜຶ່ງໃນຮີດຄອງປະເພນີຂອງຊາວພຸດທີ່ເຄີຍສືບທອດປະຕິບັດກັນມາຈົນເທົ່າທຸກວັນນີ້. ບຸນຫໍ່ເຂົ້າປະດັບດິນຍັງນອນຢູ່ໃນຮີດ 12 ຄອງ 14 ປະເພນີລາວ. ເມື່ອຮອດມື້ແຮມ 14 ຄໍ່າເດືອນ 9 ລາວຂອງທຸກໆປີ ຫຼື ເອີ້ນວ່າບຸນເດືອນເກົ້າ ຊຶ່ງປີນີ້ແມ່ນກົງກັບວັນທີ 23 ສິງຫາ 2025. ບຸນຫໍ່ເຂົ້າປະດັບດິນ ຍັງເປັນບຸນເຮັດເພື່ອອຸທິດສ່ວນບຸນກຸສົນໃຫ້ຜີເຜດ ຫຼື ຍາດພີ່ນ້ອງ, ເພື່ອນມິດສະຫາຍທີ່ໄດ້ລ່ວງລັບໄປແລ້ວນັ້ນ.
ເມືອງຫຼວງນ້ຳທາ ໄດ້ຮັບເຄື່ອງຊ່ວຍເຫຼືອ

ເມືອງຫຼວງນ້ຳທາ ໄດ້ຮັບເຄື່ອງຊ່ວຍເຫຼືອ

ເມື່ອບໍ່ດົນມານີ້ ທີ່ສະໂມສອນເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ, ບໍລິສັດການຄ້າ ແລະ ການລົງທຶນ ຈີນ-ລາວ ຊຽງຈຽງ ຂາເຂົ້າ-ຂາອອກ ຈໍາກັດ ໄດ້ນໍາເອົາເຄື່ອງຊ່ວບເຫຼືອມາມອບໃຫ້ຫ້ອງວ່າການ ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງການ ຄໍາຫຼ້າ ແຫຼ່ງໄຊຍະທໍາ ຮັກສາການເຈົ້າເມືອງຫຼວງນໍ້າທາ ແລະ ທ່ານ ຈາງຍີ້ ຮອງປະທານບໍລິສັດການຄ້າ ແລະ ການລົງທຶນ ຈີນ-ລາວ ຊຽງຈຽງ ຂາເຂົ້າ-ຂາອອກ ຈໍາກັດ ພ້ອມດ້ວຍພາກສ່ວນທ່ກຽ່ຂ້ອງເຂົ້າຮ່ວມ.
ປະກາດການຈັດຕັ້ງຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ

ປະກາດການຈັດຕັ້ງຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ

ພິທີປະກາດການຈັດຕັ້ງຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ຈັດຂຶ້ນໃນວັນທີ 21 ສິງຫາ ນີ້ ທີ່ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ ຮອງປະທານ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຜູ້ປະຈຳການ ຊຶ່ງມີຕາງໜ້າຄະນະກວດກາສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກະຊວງການເງິນ ຕະຫຼອດຮອດພະນັກງານທັງໝົດເຂົ້າຮ່ວມ.
ເພີ່ມເຕີມ