ເປີດການຝຶກຊ້ອມຮ່ວມສອງກອງທັບ ລາວ-ຈີນ ຂະບວນລົດໄຟສັນຕິພາບ-2026

ເປີດການຝຶກຊ້ອມຮ່ວມສອງກອງທັບ ລາວ-ຈີນ ຂະບວນລົດໄຟສັນຕິພາບ-2026

ເປີດການຝຶກຊ້ອມຮ່ວມສອງກອງທັບ ລາວ-ຈີນ ຂະບວນລົດໄຟສັນຕິພາບ-2026
ພິທີເປີດການຝຶກຊ້ອມຮ່ວມສອງກອງທັບ ລາວ-ຈີນ ພາຍໃຕ້ລະຫັດ "ຂະບວນລົດໄຟສັນຕິພາບ-2026" ເພື່ອຊ່ວຍເຫຼືອມະນຸດສະທໍາ ແລະ ການບໍລິການດ້ານການແພດ ຈັດຂຶ້ນໃນວັນທີ 7 ກັນຍາຜ່ານມາ ທີ່ສະໂມສອນ ກົມໃຫຍ່ພະລາທິການກອງທັບປະຊາຊົນລາວ, ໂດຍການເປັນປະທານຮ່ວມຂອງສະຫາຍ ພົນຕີ ຈັນດີ ສຸລິວົງສັກ ຫົວໜ້າກົມໃຫຍ່ພະລາທິການກອງທັບ ຫົວໜ້າຄະນະຊີ້ນໍາການຝຶກຊ້ອມຮ່ວມສອງກອງທັບ ລາວ-ຈີນ
ເປດການຝກຊອມຮວມສອງກອງທບ ລາວ-ຈນ ຂະບວນລດໄຟສນຕພາບ-2026 - image 1
 

 ພາຍໃຕ້ລະຫັດ "ຂະບວນລົດໄຟສັນຕິພາບ-2026" ແລະ ສະຫາຍ ພັນເອກ ອຸຕ່ານ ຫົວໜ້າກົມເສນາຮັກ ກົມຮັບປະກັນພະລາທິການ ຄະນະກຳມະການທະຫານສູນກາງ ກອງທັບປົດປ່ອຍປະຊາຊົນຈີນ, ມີສະຫາຍ ພົນຈັດຕະວາ ຄໍາແພງ ພູມມາແກ້ວ ຫົວໜ້າກົມເສນາຮັກ ກົມໃຫຍ່ພະລາທິການກອງທັບ, ຄະນະຊີ້ນໍາການຝຶກຊ້ອມຮ່ວມສອງກອງທັບ ລາວ-ຈີນ, ສະຫາຍ ພັນເອກ ຫຼີປິງ ທີ່ປຶກສາທູດປ້ອງກັນຊາດແຫ່ງ ສປ ຈີນ ປະຈໍາ ສປປ ລາວ, ສະຫາຍ ພັນເອກ ຊົ່ງ ໄສຜິງ ຮອງອໍານວຍການໂຮງໝໍເລກ 2 ມະຫາວິທະຍາໄລການແພດກອງທັບບົກ ຫົວໜ້າຄະນະທີມແພດກອງທັບປົດປ່ອຍປະຊາຊົນຈີນ ພ້ອມດ້ວຍອະນຸກຳມະການ, ນັກຫັດແອບຈາກສອງກອງທັບ ລາວ-ຈີນ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໃນພິທີ, ຄະນະຊີ້ນໍາທັງສອງຝ່າຍໄດ້ລາຍງານຈຸດປະສົງ ແລະ ແຜນການຝຶກຊ້ອມ ໂດຍສະຫາຍ ພົນຈັດຕະວາ ຄໍາແພງ ພູມມາແກ້ວ ໄດ້ລາຍງານວ່າ: ຂະບວນລົດໄຟສັນຕິພາບ ລາວ-ຈີນ ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2017, ຄັ້ງນີ້ເປັນຄັ້ງທີ 6 ແລະ ເປັນຄັ້ງທີ 3 ທີ່ນໍາໃຊ້ຂະບວນລົດໄຟຕົວຈິງເຂົ້າໃນການຝຶກຊ້ອມ, ພິເສດ ການຝຶກຊ້ອມຮ່ວມຂະບວນລົດໄຟສັນຕິພາບ-2026 ນີ້ ຈະໄດ້ນໍາໃຊ້ອຸປະກອນອັດສະລິຍະທີ່ບໍ່ມີຄົນຂັບ ເພື່ອຊອກຄົ້ນ ແລະ ຂົນສົ່ງຄົນເຈັບ ເພື່ອສະຫຼອງວັນສ້າງຕັ້ງສາຍພົວພັນຮ່ວມມືທາງດ້ານການທູດ ລະຫວ່າງສອງຊາດລາວ-ຈີນ ຄົບຮອບ 65 ປີ ແລະ ຄົບຮອບ 5 ປີຂອງການເປີດນໍາໃຊ້ບໍລິການໂຄງການທາງລົດໄຟ ລາວ-ຈີນ.

ເປດການຝກຊອມຮວມສອງກອງທບ ລາວ-ຈນ ຂະບວນລດໄຟສນຕພາບ-2026 - image 2
 

ສຳລັບການກະກຽມຝຶກຊ້ອມໃນໄລຍະ 2 ເດືອນຜ່ານມາ, ຄະນະຮັບຜິດຊອບໄດ້ມີການປະສານງານເປີດກອງປະຊຸມຮ່ວມຄົ້ນຄວ້າປຶກຫາລື ເອກະພາບທາງດ້ານເນື້ອໃນ ແລະ ແຜນການຝຶກຊ້ອມເປັນແຕ່ລະໄລຍະ. ມາຮອດປັດຈຸບັນໄດ້ມີຄວາມພ້ອມ 100% ເປັນຕົ້ນແມ່ນເນື້ອໃນການຫັດແອບ, ອຸປະກອນການແພດ, ພາຫະນະຮັບໃຊ້, ການສ້າງສະໜາມຫັດແອບ, ໂຮງໝໍສະໜາມ, ວຽກງານຮັບປະກັນທາງດ້ານພະລາທິການ ແລະ ວຽກງານຮັບປະກັນດ້ານຕ່າງໆ. ຂະບວນການຝຶກຊ້ອມຈະນໍາໃຊ້ກໍາລັງພົນເຂົ້າຮ່ວມທັງໝົດ 710 ສະຫາຍ, ມີກໍາລັງຝ່າຍລາວ 560 ສະຫາຍ (ໃນນີ້ມີນັກຝຶກຊ້ອມ 263 ສະຫາຍ) ແລະ ກຳລັງເພື່ອນຈາກສປ ຈີນເຂົ້າຮ່ວມ 150 ສະຫາຍ; ດ້ານເນື້ອໃນຝຶກຊ້ອມຈະໄດ້ຈໍາລອງເຫດການໄພພິບັດທີ່ເກີດຈາກໄພທໍາມະຊາດມີຝົນຕົກໜັກ, ເກີດພາຍຸລົມແຮງແບບກະທັນ ຫັນ, ມີກໍລະນີຖືກຜົນກະທົບເປັນຈໍານວນຫຼາຍ ໃນນັ້ນ, ມີຜູ້ຄົນຂາດທີ່ຢູ່ອາໄສ, ຖືກບາດເຈັບແຂນ, ຂາຫັກ, ກະທົບຫົວ, ກະທົບເອິກ, ກະທົບທ້ອງ, ຊຸດໂຊມລະບົບຫາຍໃຈ. ຂະບວນລົດໄຟສັນຕິພາບ ນອກຈາກຈະສ້າງຄວາມເຂັ້ມ ແຂງໃຫ້ເຫຼົ່າຮົບເສນາຮັກແລ້ວ ຍັງເປັນການເພີ່ມຂີດຄວາມສາມາດຂອງແພດໝໍໃຫ້ມີຄວາມຊໍານານງານ ແລະ ຍັງເປັນການຮັດແໜ້ນສາຍພົວພັນຄວາມສາມັກຄີ-ມິດຕະພາບລະຫວ່າງ ສອງຊາດ, ສອງກອງທັບ, ສອງເຫຼົ່າຮົບເສນາຮັກ ລາວ-ຈີນ, ຈີນ-ລາວໃຫ້ແໜ້ນແຟ້ນຂຶ້ນຕື່ມອີກ.

ໂອກາດນີ້, ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ກ່າວວ່າ: ການຮ່ວມມືຊ່ວຍເຫຼືອລະຫວ່າງ ສອງກອງທັບ ລາວ-ຈີນ ເວົ້າລວມ, ເວົ້າສະເພາະ ແມ່ນການຮ່ວມມືລະຫວ່າງສອງເຫຼົ່າຮົບເສນາຮັກ ມີຄວາມເຕີບໃຫຍ່ໜຽວແໜ້ນ ເປັນຕົ້ນ ການຊ່ວຍເຫຼືອກໍ່ສ້າງໂຮງໝໍ ແລະ ປະກອບເຄື່ອງມືການແພດທີ່ທັນສະໄໝ ພ້ອມກັນນັ້ນ, ຍັງໄດ້ສົ່ງຊ່ຽວ ຊານສະເພາະດ້ານ ຜັດປ່ຽນກັນມາປະຈຳຢູ່ໂຮງໝໍສູນກາງ 103 ກອງທັບໃນທຸກໆປີ. ນອກນັ້ນ, ຍັງໄດ້ຊ່ວຍເຫຼືອກໍ່ສ້າງບຸກຄະລາກອນການແພດທັງໄລຍະສັ້ນ ແລະ ໄລຍະຍາວ ເປັນຈຳນວນຫຼວງຫຼາຍ ເຮັດໃຫ້ເຫຼົ່າຮົບເສນາຮັກ ກອງທັບປະຊາຊົນລາວມີຄວາມເຂັ້ມແຂງທາງດ້ານວິຊາການ ແລະ ໄດ້ຮັບຄວາມເຊື່ອໝັ້ນໄວ້ວາງໃຈຈາກຜູ້ມາໃຊ້ບໍລິການໃນໂຮງໝໍຂອງກອງທັບ, ຕໍ່ການຊ່ວຍເຫຼືອດັ່ງກ່າວ ຕາງໜ້າໃຫ້ຄະນະນຳກະຊວງປ້ອງກັນປະເທດສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງມາຍັງກອງທັບປົດປ່ອຍປະຊາຊົນຈີນທີ່ໃຫ້ການຊ່ວຍເຫຼືອອັນລໍ້າຄ່າໃຫ້ ກອງທັບປະຊາຊົນລາວ.

ການຝຶກຊ້ອມຮ່ວມໃນການຊ່ວຍເຫຼືອມະນຸດສະທຳ ແລະ ການບໍລິການດ້ານການແພດຮ່ວມສອງກອງທັບ ລາວ-ຈີນ ແມ່ນເປົ້າໝາຍຂອງສອງພັກ, ສອງລັດ, ສອງກອງທັບ. ນອກຈາກຈະເປັນການສະສົມປະສົບການ, ການສ້າງຄວາມເຂັ້ມແຂງທາງດ້ານວິຊາການແລ້ວ ຍັງເປັນການຮັດແໜ້ນຄວາມສາມັກຄີ ມິດຕະພາບ ລະຫວ່າງ ເຫຼົ່າຮົບເສນາຮັກ ແລະ ພະນັກງານແພດໝໍຂອງສອງກອງທັບນຳອີກ, ເປັນສັນຍາລັກສໍາຄັນໜຶ່ງໃນປີ 2026 ນີ້, ເປັນປີສ້າງສາຍພົວພັນທາງການທູດລະຫວ່າງ ລາວ-ຈີນ ຄົບຮອບ 65 ປີ “ ປີມິດຕະພາບ ລາວ-ຈີນ” ແລະ ການເປີດນຳໃຊ້ເສັ້ນທາງລົດໄຟ ລາວ-ຈີນ ຄົບຮອບ 5 ປີ ແລະ ພິເສດປີ 2026 ນີ້, ກົມເສນາຮັກ (ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ) ຈະໄດ້ຮັບ ແລະ ເປີດນຳໃຊ້ສູນວິໄຈພະຍາດເຂດຮ້ອນ ທີ່ກອງທັບປົດປ່ອຍປະຊາຊົນຈີນ ສ້າງ ແລະ ຈະມອບໃຫ້ໃນໄວໆນີ້. ການຮ່ວມຝຶກຊ້ອມຄັ້ງນີ້, ຍັງໄດ້ຕີລາຄາສູງ ແລະ ເຫັນໄດ້ຄວາມສາມັກຄີແບບພິເສດລະຫວ່າງ ສອງລັດຖະບານ ກໍຄືສອງກອງທັບ ລາວ-ຈີນ ທີ່ໄດ້ຮ່ວມກັນເຊັນສັນຍາແຜນແມ່ບົດວ່າດ້ວຍຄູ່ຮ່ວມຊາຕາກຳຮອບດ້ານ ລາວ-ຈີນ ເວົ້າສະເພາະ ເປັນການຍົກລະດັບຂີດຄວາມສາມາດໃນການກອບກູ້, ຊ່ວຍເຫຼືອ ແລະ ແກ້ໄຂເຫດການໄພພິບັດທຳມະຊາດ ຮ່ວມກັນ ລະຫວ່າງ ສອງເຫຼົ່າຮົບເສນາຮັກ. ການຝຶກກອບກູ້ໄພພິບັດຄັ້ງນີ້ ແມ່ນການຊອກຄົ້ນກອບກູ້ ແລະ ຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຈາກລົມພາຍຸຮ້າຍແຮງ ຊຶ່ງເຫດການນີ້ມີຜູ້ໄດ້ຮັບບາດເຈັບເປັນຈຳນວນຫຼວງຫຼາຍ. ກິດຈະກໍາຄັ້ງນີ້ຈະດໍາເນີນໄປເປັນເວລາ 16 ວັນ ແບ່ງເປັນສອງໄລຍະຄື: ວັນທີ 7-14 ກັນຍາ 2026 ແມ່ນການຝຶກຊ້ອມຊ່ວຍເຫຼືອກອບກູ້ໄພພິບັດ ຢູ່ນະຄອນຫຼວງວຽງຈັນ ທີ່ສະໜາມຈໍາລອງ (ສະຖານີຄ່ຽນຖ່າຍສິນຄ້າດົງໂພສີ) ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ, ວັນທີ 15-22 ກັນຍາ 2026 ແມ່ນກິດຈະກໍາບໍລິການກວດສຸຂະພາບ (ຢູ່ໂຮງໝໍສູນກາງ 103 ກອງທັບ, ໂຮງໝໍບໍລິເວນ 106 ກອງທັບ, ໂຮງໝໍບໍລິ ເວນ 109 ກອງທັບ ແລະ ໂຮງໝໍທະຫານແຂວງອັດຕະປື) ຊຶ່ງທີມແພດຝ່າຍຈີນ ຈະໄດ້ຈັດແບ່ງກຳລັງເພື່ອໄປກວດສຸຂະພາບ ແລະ ເບີກຈ່າຍຢາປົວພະຍາດໂດຍບໍ່ເສຍຄ່າ. ຈາກນັ້ນ, ຄະນະທັງສອງຝ່າຍ ຍັງໄດ້ເຄື່ອນໄຫວກວດກາສະໜາມຕົວຈິງ ເພື່ອຮັບປະກັນຄວາມພ້ອມໃນການຝຶກຊ້ອມ.

ຂ່າວ: ໂຊເລ້ ບຸນເຮືອງ

ຄໍາເຫັນ

ຂ່າວການຮ່ວມມື

ຍົກລະດັບການຄຸ້ມຄອງປະກັນສັງຄົມ ແລະ ສິດທິແຮງງານຊາວກະສິກອນ 32,000 ກວ່າຄົນໃນ 7 ແຂວງ

ຍົກລະດັບການຄຸ້ມຄອງປະກັນສັງຄົມ ແລະ ສິດທິແຮງງານຊາວກະສິກອນ 32,000 ກວ່າຄົນໃນ 7 ແຂວງ

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຮ່ວມກັບອົງການສາກົນເປີດ “ໂຄງການສ້າງຄວາມກ້າວໜ້າໃຫ້ລະບົບປົກປ້ອງສັງຄົມ ແລະ ສິດທິດ້ານແຮງງານສຳລັບຊາວກະສິກອນໃນຂະແໜງກາເຟ, ຊາ ແລະ ປ່າໄມ້ (SOLAR II)” ໃນວັນທີ 29 ກັນຍາຜ່ານມາ ທີ່ນະຄອນຫຼວງວຽງຈັນ ເປັນກຽດກ່າວເປີດໂດຍທ່ານ ນາງ ແກ້ວ ຈັນທະວີໄຊ ຮອງລັດຖະມົນຕີ ກະຊວງ ຮສສ, ມີທ່ານ ມາກ ກາລາເຮີ (Marc Gallagher) ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳ ສປປ ລາວ, ມີທ່ານ ລາສ ໂຢຮັນເຊນ (Lars Johansen) ຮອງຜູ້ອຳນວຍການ ຫ້ອງການອົງການແຮງງານສາກົນ (ILO) ປະຈຳປະເທດໄທ, ກຳປູເຈຍ ແລະ ສປປ ລາວ, ທ່ານ ພອນສານ ວິໄລເມັ້ງ ຮອງປະທານສູນກາງສະຫະພັນກຳມະບານລາວ, ທ່ານ ໄຊບັນດິດ ລາດສະພົນ ຮອງປະ ທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ມີບັນດາຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ຜູ້ຕາງໜ້າອົງການ ILO, ພະແນກ ຮສສ ແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຄະນະຜູ້ແທນ ຄອ​ສ​ພຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ

ຄະນະຜູ້ແທນ ຄອ​ສ​ພຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ

ຄະນະຜູ້ແທນ ຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນ ປະຕິວັດລາວ ນໍາໂດຍ ທ່ານ ສາຄອນ ພົມມະລາດຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອ​ສ​ພ) ພ້ມ​ຄະ​ນະໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ໃນລະຫວ່າງວັນທີ 28 ກັນຍາ ຫາ 02 ຕຸລາ 2026.
ສ​ປ​ປລາວ-ເອີ​ຣົບປຶກ​ສາ​ຫາລື ການຮ່ວມມືທາງດ້ານປ່າໄມ້

ສ​ປ​ປລາວ-ເອີ​ຣົບປຶກ​ສາ​ຫາລື ການຮ່ວມມືທາງດ້ານປ່າໄມ້

ກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມຮ່ວມກັບສະຫະພາບເອີຣົບ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບ ການຮ່ວມມືທາງດ້ານປ່າໄມ້ ໃນ​ວັນ​ທີ 1 ຕຸ​ລາ​ຜ່ານ​ມາທີ່ ນະ​ຄອນຫຼວງວຽງ​ຈັນ, ໂດຍ​ການເປັນປະທານຮ່ວມຂອງ ທ່ານ ນາງຈັນທະຄອນ ບົວລະພັນ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ທ່ານ ມາກ ກາລາເຮີ (Mark Gallagher), ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈໍາ ສປປ ລາວ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ກອງປະຊຸມເຈົ້າໜ້າທີ່ອາວຸໂສຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື (JC) ລາວ-ໄທ ຄັ້ງທີ 23

ກອງປະຊຸມເຈົ້າໜ້າທີ່ອາວຸໂສຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື (JC) ລາວ-ໄທ ຄັ້ງທີ 23

ກອງປະຊຸມເຈົ້າໜ້າທີ່ອາວຸໂສ (SOM) ຂອງຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື (JC) ລາວ-ໄທ ຄັ້ງທີ 23 ໄດ້ຈັດຂຶ້ນໃນວັນທີ 1 ຕຸລາ ນີ້ ທີ່ ແຂວງຫຼວງພະບາງ ໂດຍການເປັນປະທານຮ່ວມຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານນາງ ເອກສິຣິ ປິນທະຣຸຈິ ຫົວໜ້າຫ້ອງການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະຜູ້ແທນຂອງທັງສອງຝ່າຍເຂົ້າຮ່ວມ.
ກອງປະຊຸມປຶກສາຫາລື ແລະ ເອກະພາບແຜນການ ເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ

ກອງປະຊຸມປຶກສາຫາລື ແລະ ເອກະພາບແຜນການ ເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ

ວັນທີ 1 ຕຸລາ 2026 ນີ້, ທີ່ ກອງພົນນ້ອຍຊ່າງແສງ 249 ກອງທັບປະຊາຊົນຫວຽດນາມ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ເອກະພາບແຜນການ ເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ (ລາວ-ຫວຽດນາມ-ກຳປູເຈຍ)ປະຈໍາປີ 2026, ເຊິ່ງຝ່າຍລາວ ນຳໂດຍ ສະຫາຍ ພັນເອກ ຄຳຜາຍ ອ້ວນວິໄລ ຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ; ຝ່າຍຫວຽດນາມ ນຳໂດຍ ສະຫາຍ ພົນຈັດຕະວາ ຟ໋າມ ວັນຕີ ຮອງຫົວໜ້າກົມກອບກູ້ໄພພິບັດ ກອງທັບປະຊາຊົນຫວຽດນາມ ແລະ ຝ່າຍກຳປູເຈຍ ນຳໂດຍ ສະຫາຍ ພັນເອກ ຫຼົງກິມລຽນ ຮອງຫົວໜ້າກົມອົບຮົມ ກອງບັນຊາການທະຫານສູງສຸດ ກອງທັບຣາຊະອານາຈັກກຳປູເຈຍ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ທັງສາມຝ່າຍ ເຂົ້າຮ່ວມ.
ສະຫະພັນແມ່ຍິງແຂວງຄໍາມ່ວນ ແລະ ແຂວງກວາງຈິ ສືບຕໍ່ຮັດແໜ້ນການພົວພັນຮ່ວມມື 2 ຝ່າຍ

ສະຫະພັນແມ່ຍິງແຂວງຄໍາມ່ວນ ແລະ ແຂວງກວາງຈິ ສືບຕໍ່ຮັດແໜ້ນການພົວພັນຮ່ວມມື 2 ຝ່າຍ

​ ວັນທີ 30 ກັນຍາຜ່ານມາ, ທີ່ເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມພົບປະ ລະຫວ່າງ ຄະນະຜູ້ແທນສະຫະພັນແມ່ຍິງແຂວງຄໍາມ່ວນ (ສປປ ລາວ) ແລະ ຄະນະຜູ້ແທນສະຫະພັນແມ່ຍິງແຂວງກວາງຈິ (ສສ ຫວຽດນາມ) ເພື່ອເສີມສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານລະຫວ່າງສອງອົງການຈັດຕັ້ງແມ່ຍິງ. ຝ່າຍແຂວງຄໍາມ່ວນນໍາໂດຍ ທ່ານ ນາງ ໄພວັນ ພົນຫາລາດ ປະທານສະຫະພັນແມ່ຍິງແຂວງ, ທ່ານ ນາງ ດາລາມິນ ສີສະຫວ່າງ ຮອງປະທານສະຫະພັນແມ່ຍິງແຂວງ ພ້ອມດ້ວຍຄະນະ ແລະ ພະນັກງານຂະແໜງການກ່ຽວຂ້ອງ, ສ່ວນຝ່າຍແຂວງກວາງຈິ ນໍາພາໂດຍ ທ່ານ ນາງ ເຈິ່ນ ຖິ ຖຸຍ ງາ ຮອງປະທານຜູ້ປະຈຳການສະຫະພັນແມ່ຍິງແຂວງກວາງຈິ ພ້ອມດ້ວຍຄະນະກໍາມະການ ແລະ ວິຊາການ.
ການສ້າງສາຍພົວພັນການທູດລະຫວ່າງ ສປປ ລາວ ກັບ ສ ຕຣີນິດັດ ແລະ ໂຕບາໂກ

ການສ້າງສາຍພົວພັນການທູດລະຫວ່າງ ສປປ ລາວ ກັບ ສ ຕຣີນິດັດ ແລະ ໂຕບາໂກ

ໃນວັນທີ 29 ກັນຍາຜ່ານມານີ້ ທີ່ ນະຄອນນິວຢອກ ສະຫະລັດ ອາເມຣິກາ, ໄດ້ມີພິທີລົງນາມຖະແຫຼງການຮ່ວມ ວ່າດ້ວຍ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະສາທາລະນະລັດ ຕຣີນິດັດ ແລະ ໂຕບາໂກ, ໂດຍຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ທ່ານ ທອງຜ່ານ ສະຫວັນເພັດ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການສະຫະປະຊາຊາດ ແລະ ຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ຕຣີນິດັດ ແລະ ໂຕບາໂກ ແມ່ນ ທ່ານ ເນລ ພາຣຊັນ (H.E. Dr. Neil Parsan) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ຜູ້ຕາງໜ້າຖາວອນ ແຫ່ງ ສາທາລະນະລັດ ຕຣີນິດັດ ແລະ ໂຕບາໂກ ປະຈໍາອົງການສະຫະປະຊາຊາດ ໄດ້ຮ່ວມລົງນາມໃນຖະແຫຼງການຮ່ວມຄັ້ງນີ້ ໂດຍການເຂົ້າຮ່ວມເປັນສັກຂີພິຍານໃນພິທີດັ່ງກ່າວຂອງບັນດານັກການທູດທັງສອງຝ່າຍ.
ແມ່ຍິງແຂວງ ແລະ ແມ່ຍິງສະມາຄົມຄົນຫວຽດນາມຢູ່ແຂວງເຊກອງ ພົບປະແລກປ່ຽນບົດຮຽນ

ແມ່ຍິງແຂວງ ແລະ ແມ່ຍິງສະມາຄົມຄົນຫວຽດນາມຢູ່ແຂວງເຊກອງ ພົບປະແລກປ່ຽນບົດຮຽນ

ການພົບປະແລກປ່ຽນບົດຮຽນ ລະຫວ່າງ ສະຫະພັນແມ່ຍິງແຂວງ ແລະ ສະຫະພັນແມ່ຍິງສະມາຄົມຄົນຫວຽດນາມຢູ່ແຂວງເຊກອງ ຈັດຂຶ້ນໃນວັນທີ 30 ກັນຍາຜ່ານມາ, ທີ່ຫ້ອງປະຊຸມໂຮງຮຽນລາວ-ຫວຽດແຂວງເຊກອງ ໂດຍມີທ່ານ ນາງ ມະໂນລາ ສຸດທິຈັກ ກຳມະການພັກແຂວງ, ປະທານສະຫະພັນແມ່ຍິງແຂວງ, ມີທ່ານ ເຈິ່ນ ດິງ ຮ່າຍ ປະທານສະມາຄົມຄົນຫວຽດນາມຢູ່ແຂວງເຊກອງ ພ້ອມດ້ວຍສະມາຊິກແມ່ຍິງ ເຂົ້າຮ່ວມ.
ສ​ສກເລີ່ມຄົ້ນຄວ້າ ປັດໄຈທີ່ຊ່ວຍສົ່ງເສີມທັກສະພາສາລາວ ແລະ ການຮູ້ໜັງສືຂອງນັກຮຽນຊັ້ນ​ປະ​ຖົມ

ສ​ສກເລີ່ມຄົ້ນຄວ້າ ປັດໄຈທີ່ຊ່ວຍສົ່ງເສີມທັກສະພາສາລາວ ແລະ ການຮູ້ໜັງສືຂອງນັກຮຽນຊັ້ນ​ປະ​ຖົມ

ກະຊວງສຶກສາທິການ ແລະ ກິລາ (ສສກ)ພາຍໃຕ້ການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ(BEQUAL)ໄດ້ເລີ່ມດຳເນີນການຄົ້ນຄວ້າໃໝ່ ກ່ຽວກັບປັດໄຈທີ່ຊ່ວຍສົ່ງເສີມທັກສະພາສາລາວ ແລະ ການຮູ້ໜັງສືຂອງນັກຮຽນໂດຍສະເພາະແມ່ນກຸ່ມນັກຮຽນທີ່ບໍ່ໄດ້ໃຊ້ພາສາລາວເປັນຫຼັກຢູ່ໃນຄອບຄົວ. ການຄົ້ນຄວ້າໃນຄັ້ງນີ້ ແມ່ນຈັດຕັ້ງປະຕິບັດໂດຍສູນຄົ້ນຄວ້າພາສາລາວ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ຮ່ວມກັບແຜນງານບີຄວາ (BEQUAL).
ເປີດນຳໃຊ້ສູນຝຶກ ຮັບປະກັນການບິນຮ່ວມສະໜາມບິນບ້ານເກິນ ແລະ ວິທະຍາໄລການບິນມິດຕະພາບລາວ-ຈີນ

ເປີດນຳໃຊ້ສູນຝຶກ ຮັບປະກັນການບິນຮ່ວມສະໜາມບິນບ້ານເກິນ ແລະ ວິທະຍາໄລການບິນມິດຕະພາບລາວ-ຈີນ

ພິທີເປີດນຳໃຊ້ສູນຝຶກ ແລະ ຮັບປະກັນການບິນຮ່ວມ ສະໜາມບິນບ້ານເກິນ ແລະ ວິທະຍາໄລການບິນມິດຕະພາບລາວ-ຈີນ ໄດ້ຈັດຂຶ້ນໃນວັນທີ 29 ກັນຍາຜ່ານມາ, ໂດຍມີສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ສປປ ລາວ ແລະ ຄະນະຜູ້ແທນກອງທັບປົດປ່ອຍປະຊາຊົນຈີນເຂົ້າຮ່ວມ.
ເພີ່ມເຕີມ