ເປີດຂະບວນການຂ່ຳນັບຮັບຕ້ອນກອງປະຊຸມວຽກງານສື່ມວນຊົນ ທົ່ວປະເທດ ຄັ້ງທີ I

ເປີດຂະບວນການຂ່ຳນັບຮັບຕ້ອນກອງປະຊຸມວຽກງານສື່ມວນຊົນ ທົ່ວປະເທດ ຄັ້ງທີ I

ເປີດຂະບວນການຂ່ຳນັບຮັບຕ້ອນກອງປະຊຸມວຽກງານສື່ມວນຊົນ ທົ່ວປະເທດ ຄັ້ງທີ I
ພິທີເປີດຂະບວນການຂ່ຳນັບຮັບຕ້ອນກອງປະຊຸມວຽກງານສື່ມວນຊົນ ທົ່ວປະເທດ ຄັ້ງທີ I ພາຍໃຕ້ຫົວຂໍ້: “ເພີ່ມທະວີບົດບາດການນຳພາຂອງພັກ, ພັດທະນາວຽກງານສື່ມວນຊົນ ໃຫ້ຫັນປ່ຽນສູ່ຄຸນນະພາບໃໝ່ຢ່າງແຂງແຮງ” ຈັດຂຶ້ນໃນວັນທີ 12 ກໍລະກົດນີ້, ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ມີຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ເປດຂະບວນການຂຳນບຮບຕອນກອງປະຊມວຽກງານສມວນຊນ ທວປະເທດ ຄງທ I - image 1
 

ໂອກາດນີ້, ທ່ານ ຄຳພັນ ເຜີຍຍະວົງ ກ່າວວ່າ: ການເປີດຂະບວນການຄັ້ງນີ້, ບໍ່ພຽງແຕ່ເພື່ອຂໍ່ານັບຮັບຕ້ອນກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ 1 ທີ່ຈະເປີດຂຶ້ນໃນມໍ່ໆນີ້ເທົ່ານັ້ນ, ແຕ່ຍັງເປັນໂອກາດອັນສະຫງ່າລາສີ ໃນການຮ່ວມກັນ ສະເຫຼີມສະຫຼອງ 76 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງສື່ມວນຊົນລາວ ອີກດ້ວຍ. ຕະຫຼອດໄລຍະ 76 ປີ ຜ່ານມາ, ສື່ມວນຊົນລາວ ໄດ້ເຮັດໜ້າທີ່ເປັນກະບອກສຽງອັນແຫຼມຄົມ ຂອງພັກ-ລັດ ແລະ ປະຊາຊົນ; ເປັນຂົວຕໍ່ອັນສໍາຄັນ ໃນການນໍາເອົາແນວທາງນະໂຍ ບາຍຂອງພັກ, ລະບຽບກົດໝາຍຂອງລັດ ລົງສູ່ຮາກຖານປະຊາຊົນ, ພ້ອມທັງສະທ້ອນຄວາມມຸ່ງມາດປາຖະໜາຂອງປະຊາຊົນ ຂຶ້ນສູ່ການນໍາຂັ້ນສູງ, ສື່ມວນຊົນ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດມາ.
ເປດຂະບວນການຂຳນບຮບຕອນກອງປະຊມວຽກງານສມວນຊນ ທວປະເທດ ຄງທ I - image 2
 

ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ທີ່ຈະຈັດຂຶ້ນໃນຄັ້ງນີ້ ບໍ່ພຽງແຕ່ເປັນການພົບປະເພື່ອທົບທວນວຽກງານຜ່ານມາເທົ່ານັ້ນ, ແຕ່ເປັນບາດກ້າວສໍາຄັນຂອງການສືບຕໍ່ຍົກສູງບົດບາດການນໍາພາຂອງພັກຕໍ່ວຽກງານສື່ມວນຊົນ ໃນໄລຍະໃໝ່. ໃນສະພາບການປັດຈຸບັນທີ່ໂລກໄດ້ກ້າວເຂົ້າສູ່ຍຸກດີຈີຕອນ ແລະ ເຕັກໂນໂລຊີປັນຍາປະດິດ (AI) ຢ່າງເຕັມຕົວ, ວຽກງານສື່ມວນຊົນຕ້ອງກາຍເປັນແນວໜ້າອັນແຫຼມຄົມຂອງວຽກງານແນວຄິດ-ອຸດົມການ, ເປັນເຄື່ອງມືສໍາຄັນໃນການປົກປັກຮັກສາແນວທາງ, ທັດສະນະ ແລະ ຜົນປະໂຫຍດລວມຂອງຊາດ-ຂອງປະຊາຊົນ. ມາຮອດປັດຈຸບັນ, ໂລກຂອງພວກເຮົາໄດ້ກ້າວເຂົ້າສູ່ຍຸກດີຈິຕອນ ແລະ ເຕັກໂນໂລຊີປັນຍາປະດິດ (AI) ຢ່າງເຕັມຕົວ, ວຽກງານສື່ມວນຊົນ ກໍຈໍາເປັນຕ້ອງໄດ້ມີການຫັນປ່ຽນຢ່າງແຂງແຮງ ເພື່ອໃຫ້ທັນກັບຍຸກສະໄໝ, ດັ່ງຄໍາຂວັນຂອງການຈັດງານໃນຄັ້ງນີ້ວ່າ: ເພີ່ມທະວີບົດບາດການນໍາພາຂອງພັກ, ພັດທະນາວຽກງານສື່ມວນຊົນ ໃຫ້ຫັນປ່ຽນສູ່ຄຸນນະພາບໃໝ່ ຢ່າງແຂງແຮງ ນີ້ບໍ່ແມ່ນຄໍາຂວັນທາງຮູບການ, ແຕ່ແມ່ນຄວາມຮຽກຮ້ອງທາງການເມືອງອັນເປັນຈິງຕໍ່ທຸກຂັ້ນ, ທຸກພາກ ສ່ວນ ແລະ ທຸກສື່. ພ້ອມກັນນັ້ນ, ການ “ພັດທະນາວຽກງານສື່ມວນຊົນໃຫ້ຫັນປ່ຽນສູ່ຄຸນນະພາບໃໝ່” ກໍແມ່ນການກຳນົດທິດໃຫ້ແຈ້ງວ່າ ວຽກງານສື່ມວນຊົນຕ້ອງພັດທະນາທັງດ້ານເນື້ອໃນ, ຮູບການ, ວິທີການນໍາສະເໜີ, ການຈັດຕັ້ງປະຕິບັດ ແລະ ຄຸນນະພາບຂອງຖັນແຖວ. ນີ້ຄືສິ່ງທ້າທາຍ ແລະ ກາລະໂອກາດ ທີ່ພວກເຮົາທຸກພາກສ່ວນ ໂດຍສະເພາະຊາວໜຸ່ມຄົນຮຸ່ນໃໝ່ ແລະ ນັກສື່ສານມວນຊົນ ຕ້ອງໄດ້ບຸກບືນຂຶ້ນ ເພື່ອຍົກລະດັບຄວາມຮູ້, ພັດທະນາການເລົ່າເລື່ອງ ແລະ ການນໍາໃຊ້ເຕັກໂນໂລຊີ ໃຫ້ເກີດປະໂຫຍດສູງສຸດໃນການປົກປ້ອງຊາດ ແລະ ສ້າງສັນສັງຄົມ.
ເປດຂະບວນການຂຳນບຮບຕອນກອງປະຊມວຽກງານສມວນຊນ ທວປະເທດ ຄງທ I - image 3
 

ພ້ອມກັນນີ້, ທ່ານ ທອງລີ ສີສຸລິດ ກໍໄດ້ກ່າວວ່າ: ການຈັດການຄັ້ງນີ້ ເພື່ອປຸກລະດົມ ແລະ ສ້າງຂະບວນການອັນຟົດຟື້ນ, ກວ້າງຂວາງ ແລະ ມີເນື້ອໃນການເມືອງທີ່ເລິກເຊິ່ງໃນທົ່ວສັງຄົມ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມວຽກງານສື່ມວນຊົນທົ່ວປະເທດຄັ້ງທີ 1 ໃຫ້ເຕັມໄປດ້ວຍຄວາມໝາຍຄວາມສໍາຄັນສູງສຸດ; ເພື່ອສ່ອງແສງ ແລະ ຈາລຶກຄຸນງາມຄວາມດີ, ບົດບາດການນໍາພາອັນສະຫຼາດສ່ອງໃສຂອງພັກ ຕໍ່ວຽກງານສື່ມວນຊົນລາວ ຕະຫຼອດໄລຍະ 76 ປີ ຜ່ານມາ ໄດ້ເຮັດໜ້າທີ່ເປັນແນວໜ້າອັນແຫຼມຄົມ ໃນການປົກປັກຮັກສາຮາກຖານແນວຄິດ-ອຸດົມການ ຂອງຊາດ ເພື່ອສ້າງຄວາມຮັບຮູ້, ຄວາມເຂົ້າໃຈ ແລະ ຍົກສູງຄວາມຮັບຜິດຊອບຂອງສັງຄົມ ໂດຍສະເພາະ ແມ່ນຊາວໜຸ່ມຄົນຮຸ່ນໃໝ່ ໃຫ້ກາຍເປັນ "ນັກສື່ສານທີ່ມີຄຸນນະ ພາບ”, ນໍາໃຊ້ສື່ສັງຄົມອອນລາຍຢ່າງສ້າງສັນ, ຖືກຕ້ອງຕາມລະບຽບກົດໝາຍ ແລະ ພ້ອມກັນປົກປ້ອງຜົນປະໂຫຍດລວມຂອງຊາດ.
ພາຍໃນຂະບວນການຄັ້ງນີ້, ໄດ້ມີເວທີສົນທະນາ ກ່ຽວກັບການປັບຕົວຂອງສື່ມວນຊົນ ໃນຍຸກ AI, ຍຸກດີຈິຕອນ, ພ້ອມທັງຈັດຫ້ອງວາງສະແດງໃຫ້ຄວາມຮູ້ກ່ຽວກັບວຽກງານສື່ມວນຊົນ, ຄວາມຮູ້ກ່ຽວກັບບັນຫາ ສຸຂະພາບຂອງໄວໜຸ່ມ ແລະ ຄວາມຮູ້ກ່ຽວກັບເຕັກໂນໂລຊີ, ຫ້ອງວາງສະແດງ ແລະ ຈຳໜ່າຍສິນຄ້າອຸປະໂພກບໍລິໂພກ ລາຄາຖືກ, ຫ້ອງວາງສະແດງອາຫານພື້ນບ້ານຂອງທ້ອງຖິ່ນຕ່າງໆ, ຫ້ອງວາງສະແດງກ່ຽວກັບສື່ມວນຊົນ ເພື່ອເນັ້ນໜັກເຖິງປະຫວັດສາດອັນສະຫງ່າລາສີ. ພ້ອມນີ້, ພາຍໃນງານຍັງຈະມີກິດຈະກຳສາຍຟີມຮູບເງົາມູນເຊື້ອ ເປັນຕົ້ນແມ່ນເລື່ອງ "ກອງພັນທີສອງ" ໂດຍການນໍາໃຊ້ເຄື່ອງສາຍຟີມຮູບເງົາຮຸ່ນເກົ່າ ທີ່ຫາເບິ່ງໄດ້ຍາກໃນປັດຈຸບັນ. ນອກນັ້ນ ຍັງມີ ຈຸດຖ່າຍພາບທີ່ຈໍາລອງການເປັນຜູ້ປະກາດຂ່າວໂທລະພາບ, ຜູ້ຈັດລາຍການວິທະຍຸ ແລະ ການພິມເອກະສານໂດຍເຄື່ອງຈັກພິມ ແລະ ຍັງມີເວທີສະແດງສິລະປະດົນຕີ ຈາກນັກຮ້ອງ-ສິລະປິນລາວ ທີ່ມີຊື່ສຽງ ຕື່ມອີກ.
(ແຫຼ່ງຂ່າວ: ຂປລ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສສຍລ ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025

ສສຍລ ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025

ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ໃຫ້ໜ່ວຍພັກຮາກຖານກົງຈັກຊ່ວຍວຽກຂອງ ສສຍລ ໃນວັນທີ 8 ກັນຍາຜ່ານມາ ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຂອງສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານຄະນະບໍລິຫານງານ ສສຍລ; ມີຄະນະບໍລິຫານງານພັກ, ຄະນະໜ່ວຍພັກຮາກຖານຫ້ອງການ, ກົມ, ສູນ, ຫ້ອງການ ຄຊກມດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
24 ປີ ສະຫະພັນນັກຮົບເກົ່າ ແຂວງອັດຕະປື ສືບສານມູນເຊື້ອ ແລະ ສ້າງຄວາມເຂັ້ມແຂງສູ່ອະນາຄົດ

24 ປີ ສະຫະພັນນັກຮົບເກົ່າ ແຂວງອັດຕະປື ສືບສານມູນເຊື້ອ ແລະ ສ້າງຄວາມເຂັ້ມແຂງສູ່ອະນາຄົດ

ສະຫະພັນນັກຮົບເກົ່າແຂວງອັດຕະປື ຢືນຢັນຈະສືບຕໍ່ເສີມຂະຫຍາຍມູນເຊື້ອ ແລະ ທາດແທ້ອັນດີງາມຂອງນັກຮົບເກົ່າແຫ່ງຊາດລາວ, ສ້າງຄວາມເຂັ້ມແຂງໃຫ້ແກ່ອົງການ, ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງສະມາຊິກ ແລະ ປຸກລະດົມຖັນແຖວນັກຮົບເກົ່າ ເຂົ້າຮ່ວມພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ.
ຊາວໜຸ່ມແຂວງອຸດົມໄຊ ມອບເຄື່ອງ ບັນເທົາທຸກຊ່ວຍປະຊາຊົນປະສົບໄພນ້ຳຖ້ວມ

ຊາວໜຸ່ມແຂວງອຸດົມໄຊ ມອບເຄື່ອງ ບັນເທົາທຸກຊ່ວຍປະຊາຊົນປະສົບໄພນ້ຳຖ້ວມ

ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ແຂວງອຸດົມໄຊ ນຳໂດຍ ສະຫາຍ ບຸນມີ ສຳລີບູນ ຮັກສາການເລຂາ ພ້ອມຄະນະທີມງານ ໄດ້ລົງມອບເຄື່ອງອຸປະໂພກ-ບໍລິໂພກ ໃຫ້ປະຊາຊົນ 3 ບ້ານ ຄື: ບ້ານຫ້ວຍລາ, ກອນຄຳ ແລະ ທ່າກາດ, ເມືອງແບງ ແຂວງອຸດົມໄຊ ທີ່ປະສົບໄພພິບັດທຳມະຊາດຈາກນ້ຳຫ້ວຍໄຫຼຊຸ ໃນວັນທີ 8 ກັນຍາ 2026, ຊຶ່ງສາເຫດຈາກຝົນຕົກໜັກຕໍ່ເນື່ອງໃນໄລຍະເດືອນສິງຫາ ຜ່ານມາ ເຮັດໃຫ້ນ້ຳປ່າໄຫຼຊຸຮຸນແຮງ ສົ່ງຜົນກະທົບຕໍ່ຫຼາຍຄອບຄົວ, ເຮັດໃຫ້ດິນເຊາະເຈື່ອນ, ເນື້ອທີ່ນາ ແລະ ສວນກະສິກຳເສຍຫາຍ, ເຮືອນບາງຫຼັງເສຍຫາຍ, ເຄື່ອງຊ່ວຍເຫຼືອທີ່ນຳມາມອບ ປະກອບມີ: ເຄື່ອງນອນ, ເຄື່ອງໃຊ້ຄົວເຮືອນ, ປ່ອງປາ, ເກືອ, ສະບູຝຸ່ນ, ສະບູອາບນໍ້າ ແລະ ສິ່ງຂອງຈຳເປັນອື່ນໆ ລວມມູນຄ່າ 38 ລ້ານກີບ, ຕາງໜ້າຮັບໂດຍ ຄະນະນຳຂອງເມືອງ, ຄະນະບ້ານ ແລະ ປະຊາຊົນຜູ້ປະສົບໄພ.
ບຸນຊ່ວງເຮືອປະເພນີທີ່ ນະຄອນ ຫຼວງພະບາງ ປີນີ້ຄືກຄື້ນຫຼາຍ ມີສີພາຍ ແລະເຮືອຊ່ວງ ຫຼາຍທ້ອງຖິ່ນເຂົ້າຮ່ວມ 27 ລໍາ

ບຸນຊ່ວງເຮືອປະເພນີທີ່ ນະຄອນ ຫຼວງພະບາງ ປີນີ້ຄືກຄື້ນຫຼາຍ ມີສີພາຍ ແລະເຮືອຊ່ວງ ຫຼາຍທ້ອງຖິ່ນເຂົ້າຮ່ວມ 27 ລໍາ

ວັນທີ່ 11 ກັນຍາ 2026 ນີ້ ທີ່ນະຄອນ ຫຼວງພະບາງ ເມືອງມໍລະດົກໂລກ ໄດ້ຈັດງານບຸນຊ່ວງເຮືອປະເພນີ ໂອກາດບຸນຫໍ່ເຂົ້າປະດັບດີນ ປະຈໍາປີ ພສ 2569 ຄສ 2026, ໂດຍມີ ພົນເອກ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະ ເລຂາທິການສູນກາງພັກ, ພ້ອມດ້ວຍການນຳ-ອະດີດການນຳຂັ້ນສູນກາງ, ຂັ້ນແຂວງ, ນະຄອນ-ເມືອງ, ແຂກຮັບເຊີນ, ຕະຫຼອດຮອດມວນຊົນທັງພາຍໃນ ແລະຕ່າງປະເທດ ຮ່ວມຊົມ ຮ່ວມເຊຍ ຕາມແຄມຝັ່ງນ້ຳຄານ ຢ່າງຄຶກຄື້ນ-ມ່ວນຊື່ນ.
ທ່ານ ທອງສະລິດ ມັງໜໍ່ເມກ ເຄື່ອນໄຫວຊຸກຍູ້ວຽກງານສຶກສາ ແຂວງຄຳມ່ວນ

ທ່ານ ທອງສະລິດ ມັງໜໍ່ເມກ ເຄື່ອນໄຫວຊຸກຍູ້ວຽກງານສຶກສາ ແຂວງຄຳມ່ວນ

ວັນທີ 10 ກັນຍາ 2026, ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມຕິດຕາມ ແລະ ຊຸກຍູ້ການຮຽນ-ການສອນ ໃນໂອກາດເປີດສົກຮຽນ 2026–2027 ຢູ່ແຂວງຄໍາມ່ວນ ພ້ອມມອບອຸປະກອນການສຶກສາ,ກິລາ ແລະ ເງິນໃຫ້ສອງໂຮງຮຽນ ,ໂຮງຮຽນລະ 50 ລ້ານກີບ. ໃຫ້ການຕ້ອນຮັບຄະນະມີ ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງແນວຄິດ, ວຽກພັກ-ພະນັກງານ, ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງ, ມີຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ການນຳເມືອງ, ຜູ້ບໍລິຫານການສຶກສາ, ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.
ລາວ ກຽມເປັນເຈົ້າພາບກອງປະຊຸມເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ

ລາວ ກຽມເປັນເຈົ້າພາບກອງປະຊຸມເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ

ພິທີຖະແຫຼງຂ່າວກອງປະຊຸມ ແລະ ມອບລາງວັນຜູ້ປະກອບການຍິງດີເດັ່ນອາຊຽນ 2026 ຈັດໂດຍສະມາຄົມຮັກທຸລະກິດຍິງ ທີ່ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ), ເຂົ້າຮ່ວມມີຮອງປະທານ ສຄອຊ, ຄະນະບໍລິຫານງານສະມາຄົມນັກທຸລະກິດຍິງ ແລະ ຜູ້ຕາງໜ້າຈາກເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ (AWEN).
ຫັດຖະກໍາເຄື່ອງປັ້ນດິນເຜົາ ປັນຍານິເວດ ຮ່ວມງານວາງສະແດງສິນຄ້າພູມປັນຍາລາວ

ຫັດຖະກໍາເຄື່ອງປັ້ນດິນເຜົາ ປັນຍານິເວດ ຮ່ວມງານວາງສະແດງສິນຄ້າພູມປັນຍາລາວ

ຈາກດິນທຳມະດາສູ່ງານສິລະປະ “ປັນຍານິເວດ” ສືບສານຫັດຖະກຳເຄື່ອງປັ້ນ-ດິນເຜົາລາວ ຫັດຖະກຳເຄື່ອງປັ້ນດິນເຜົາເປັນອີກໜຶ່ງງານສິລະປະທີ່ສະທ້ອນເຖິງພູມປັນຍາ ແລະ ສີມືຂອງຄົນລາວ ຈາກດິນເບິ່ງຄືວ່າທຳມະດາ ເມື່ອຜ່ານກຳມະວິທີ ແລະ ຂະບວນການແບບພິຖີພິຖັນກໍກາຍເປັນພາຊະນະທີ່​ນຳ​ໃຊ້​ໄດ້​ແລະ​ງົດ​ງາມ.
ກອງປະຊຸມ ຄະນະກຳມະການແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ

ກອງປະຊຸມ ຄະນະກຳມະການແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ

ໃນວັນທີ 10 ກັນຍາ 2026, ທີ່ ສະໂມສອນແຂວງອຸດົມໄຊ ໄດ້ມີກອງປະຊຸມ ຄະນະກຳມະການແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ປະຈຳປີ 2026 ໂດຍການເປັນປະທານຂອງ ທ່ານ ເຫຼັກໄຫຼ ສີວິໄລລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງຮອງປະທານຄະນະກຳມະການແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ໂດຍມີ ທ່ານ ຄໍາແສງ ອາລີ, ຮອງປະທານຄະນະກໍາມະການປົກຄອງແຂວງອຸດົມໄຊ, ບັນດາຮອງລັດຖະມົນຕີ, ຄະນະກຳມະການດ້ານຄວາມປອດໄພທາງຫຼວງຂັ້ນແຂວງ, ນະຄອນຫຼວງ, ພ້ອມດ້ວຍຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະ ພາກສວ່ນກ່ຽວຂ້ອງ ເຂົ້າຮ່ວມ.
ປະກາດບົ່ງຕົວເເຕ່ງຕັ້ງຄະນະພັກຮາກຖານຄະນະໜ່ວຍພັກ ທີ່ຂຶ້ນກັບຮາກຖານ ດ່ານສາກົນນາເພົ້າ

ປະກາດບົ່ງຕົວເເຕ່ງຕັ້ງຄະນະພັກຮາກຖານຄະນະໜ່ວຍພັກ ທີ່ຂຶ້ນກັບຮາກຖານ ດ່ານສາກົນນາເພົ້າ

ພິທີປະກາດບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານ ແລະ ຄະນະໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານດ່ານສາກົນນາເພົ້າເມືອງບົວລະພາແຂວງຄຳມ່ວນ. ໄດ້ຈັດຂຶ້ນໃນວັນທີ 10 ກັນຍາ 2026 ທີ່ສະໂມສອນແຂວງ ໂດຍມີ ທ່ານ ສາຍຄຳ ພະໄຊສິດທິເດດ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ມີ ທ່ານ ຄໍາສິງ ໄຊສິດທິເດດ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກການເງິນແຂວງ, ພ້ອມດ້ວຍ ຄະນະພັກ-ຄະນະຄຸ້ມຄອງດ່ານ, ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ປະກາດການ​ຈັດ​ຕັ້ງຫ້ອງ​ການຄະນະສະ​ມາ​ຊິກ ສ​ພ​ຂປະຈຳເຂດເລືອກຕັ້ງເມືອງເຊບັ້ງໄຟ

ປະກາດການ​ຈັດ​ຕັ້ງຫ້ອງ​ການຄະນະສະ​ມາ​ຊິກ ສ​ພ​ຂປະຈຳເຂດເລືອກຕັ້ງເມືອງເຊບັ້ງໄຟ

ພິທີປະກາດການຈັດຕັ້ງ ຫ້ອງການ ຄະນະສະມາຊິກສະພາປະຊາຊົນແຂວງ (ສ​ພ​ຂ) ຄຳ​ມ່ວນຊຸດ​ທີ V ປະຈຳເຂດເລືອກຕັ້ງເມືອງເຊ​ບັ້ງ​ໄຟ, ຈັດ​ຂຶ້ນ​ໃນ​ວັນ​ທີ 10 ກັນ​ຍາ​ນີ້, ໂດຍມີ ທ່ານ ແກ້ວອຸດອນ ບຸດສິງຂອນ ກຳມະການປະຈໍາພັກແຂວງຮອງປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 12, ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ