ເປີດໂຄງການສຽງປະສານແຫ່ງມໍຣະດົກລາວ

ເປີດໂຄງການສຽງປະສານແຫ່ງມໍຣະດົກລາວ

ເປີດໂຄງການສຽງປະສານແຫ່ງມໍຣະດົກລາວ
ເດິ ເປຍນິສ ວຽງຈັນ (The Pianist Vientiane) ໄດ້ຈັດພິທີເປີດໂຄງການສຽງປະສານແຫ່ງມໍຣະດົກລາວ (A Symphony of Heritage) ຂຶ້ນຢ່າງເປັນທາງການ ໃນວັນທີ 12 ມີນາຜ່ານມານີ້ ທີ່ໂຮງແຮມສຸພັດຕາວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຜູ້ຊີ້ນຳດ້ານວັດທະນະທຳ, ທ່ານ Jean-Gabriel Duss ທູດສະວິດ ປະຈຳລາວ, ທ່ານ ບໍ່ແສງຄຳ ວົງດາລາ ປະທານຄະນະກຳມະການດ້ານວັດທະນະທຳສັງຄົມ ສະພາທິດສະດີສູນກາງພັກ ອະດີດລັດຖະມົນຕີກະຊວງ ຖວທ, ມີບັນດາຄູ-ອາຈານອາວຸໂສ, ຜູ້ຊ່ຽວຊານດ້ານປະຫວັດສາດດົນຕີ, ນັກຄົ້ນຄວ້າ, ນັກຂຽນ ແລະ ນັກທຸລະກິດໄວໜຸ່ມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເປດໂຄງການສຽງປະສານແຫງມຣະດກລາວ - image 1
 

ໃນພິທີ, ທ່ານ ນາງ ມຸກດາວັນ ຂັດທິຍະ ຜູ້ບໍລິຫານໂຄງການ ຜູ້ກໍ່ຕັ້ງ The Pianist Vientiane ກ່າວວ່າ: ເດິ ເປຍນິສ ວຽງຈັນ ໄດ້ກ້າວເຂົ້າສູ່ປີທີ 6 ໃນການບຸກເບີກ, ສ້າງສັນຜົນງານ ແລະ ສ້າງກິດຈະກຳທີ່ຕິດພັນກັບການພັດທະນາດົນຕີປະສານສຽງອໍເຄັສຕ້າ ທີ່ກໍ່ຕັ້ງຂຶ້ນໂດຍກຸ່ມຄົນທີ່ມີຄວາມສາມາດດ້ານດົນຕີສາກົນ ແລະ ມີຈິດໃຈມັກຮັກໃນດົນຕີປະສານສຽງ. ຜ່ານການຝຶກຝົນຫຼໍ່ຫຼອມ ແລະ ພັດທະນາຕົນເອງຢ່າງບໍ່ຢຸດຢັ້ງ ໂດຍຢຶດຖືແນວຄວາມຄິດ “ພັດທະນາ ແຕ່ບໍ່ລືມຄວາມເປັນລາວ”, ໝາຍເຖິງການນໍາສະເໜີເຄື່ອງດົນຕີພື້ນເມືອງລາວ ໃນຮູບແບບການບັນເລງດົນຕີປະສານສຽງອໍເຄັສຕ້າແບບສາກົນນຳມາປະສົມປະສານຢ່າງລົງຕົວ ເພື່ອເຮັດໃຫ້ຄົນຕ່າງປະເທດໄດ້ສຳຜັດເຖິງຄວາມສວຍງາມອັນເປັນເອກະລັກຂອງສິລະປະ, ວັດທະນະທຳລາວ ກໍຄືດົນຕີລາວ ແລະ ເຮັດໃຫ້ຄົນລາວໄດ້ຮຽນຮູ້ ແລະ ເຂົ້າເຖິງດົນຕີສາກົນອໍເຄັສຕ້າຫຼາຍຂຶ້ນ.

ເປດໂຄງການສຽງປະສານແຫງມຣະດກລາວ - image 2
 

ປີນີ້ເປັນປີທີ່ ເດິ ເປຍນິສ ວຽງຈັນ ໄດ້ມີບາດກ້າວໃໝ່ທີ່ໃຫຍ່ກວ່າເກົ່າ, ໄດ້ຮັບການສະໜັບສະໜູນຈາກອົງການເພື່ອການພັດທະນາ ແລະ ການຮ່ວມມືປະເທດສະວິດ ຫຼື SDC ເພື່ອດໍາເນີນ 3 ກິດຈະກໍາຫຼັກຄື: 1. ກິດຈະກໍາສໍາມະນາວິທະຍາສາດ ເພື່ອຮ່ວມກັນແລກປ່ຽນປະສົບການ ແລະ ທິດທາງການພັດທະນາໃນຕໍ່ໜ້າໃນຂົງເຂດວຽກງານສິລະປະວັດທະນະທຳ ພ້ອມທັງຄັດເລືອກບົດເພງອັນຊົງຄຸນຄ່າຂອງລາວ ເພື່ອນຳມາປະພັນດົນຕີຄືນໃໝ່ຈຳນວນ 10 ບົດເພງ. ຜ່ານການແລກປ່ຽນກັບບັນດາອາຈານຜູ້ຊົງຄຸນນະວຸດດ້ານດົນຕີລາວຜ່ານມາ; 2. ກິດຈະກໍາເຜີຍແຜ່ຄວາມຮູ້ດ້ານດົນຕີຢູ່ຕ່າງແຂວງ ເພື່ອເຜີຍແຜ່ຄວາມຮູ້, ແລກປ່ຽນປະສົບການ ແລະ ຈັດການສະແດງ ເພື່ອສ້າງແຮງບັນດານໃຈໃຫ້ເດັກນ້ອຍຍຸກໃໝ່ໄດ້ມີຈິນຕະນາການ ແລະ ຄວາມຝັນທີ່ຈະເປັນສິລະປິນມືອາຊີບ; 3. ການຈັດສະແດງຄອນເສີດປະຈຳປີຂອງ ເດິ ເປຍນິສ ວຽງຈັນ ຊຶ່ງຈະນຳເອົາ 10 ບົດເພງ ທີ່ໄດ້ປະພັນດົນຕີໃໝ່ມາສະແດງສົດໃຫ້ມວນຊົນໄດ້ຮັບຊົມ. ຈຸດພິເສດຂອງຄອນເສີດໃນປີນີ້, ເວົ້າໄດ້ວ່າເປັນຄອນເສີດເພື່ອການກຸສົນ, ລາຍໄດ້ຈາກການຂາຍບັດຄອນເສີດທັງໝົດ ແມ່ນຈະນຳມາບູລະນະສ້ອມແປງຫ້ອງຊ້ອມເປຍໂນ ແລະ ຊື້ເຄື່ອງອຸປະກອນດົນຕີທີ່ຍັງຂາດເຫຼືອຕາມກຳລັງແຮງ ໃຫ້ວິທະຍາໄລສິລະປະແຫ່ງຊາດ ຊຶ່ງເປັນບ່ອນສຳຄັນໃນການກໍ່ສ້າງບຸກຄະລາກອນດ້ານສິລະປະຂອງຊາດ. ພິເສດໄປກ່ວານັ້ນ, ຄອນເສີດໃນຄັ້ງນີ້ SDC ຍັງໄດ້ເຊື້ອເຊີນນັກໄວໂອລິນທີ່ມີຊື່ສຽງຈາກປະເທດສະວິສ ເພື່ອເຂົ້າຮ່ວມສະແດງບັນເລງເພງລາວກັບພວກເຮົາແລະ ຈະຈັດ Violin Master Class ໃຫ້ສິລະປິນ ແລະ ນັກຮຽນ Violin ຂອງລາວອີກດ້ວຍ. ເຖິງຢ່າງໃດກໍຕາມພວກເຮົາຍັງຕ້ອງການການສະໜັັບສະໜູນຈາກພາກສ່ວນອື່ນໆ ເພື່ອຮ່ວມສົມທົບໃນການຊຸກຍູ້ວຽກງານໂຄງການໃຫ້ສຳເລັດຕາມແຜນທີ່ວາງໄວ້, ຖ້າຫາກໄດ້ຮັບການສະໜູນພຽງພໍກໍຈະສາມາດດຳເນີນກິດຈະກຳພິເສດ ກໍຄືການຖ່າຍທຳວີດີໂອບົດເພງຈຳປາເມືອງລາວ ທີ່ແຂວງຈຳປາສັກໃນທ້າຍປີນີ້ ຊຶ່ງເປັນອີກຜົນງານໜຶ່ງທີ່ມີເປົ້າໝາຍສົ່ງເສີມ ແລະ ໂຄສະນາແຫຼ່ງທ່ອງທ່ຽວທີ່ສຳຄັນຂອງແຂວງຈຳປາສັກຢ່າງຊັດເຈນ.

ເປດໂຄງການສຽງປະສານແຫງມຣະດກລາວ - image 3
 

ເດິ ເປຍນິສ ວຽງຈັນ ບໍ່ໄດ້ເປັນພຽງແຕ່ວົງດົນຕີທົ່ວໄປ ແຕ່ຍັງເປັນນັກພັດທະນາເປັນຜູ້ບຸກເບີກອາຊີບໃໝ່ໃຫ້ສປປ ລາວ. ປັດຈຸບັນພວກເຮົາຮວມກຸ່ມກັນໄດ້ຫຼາຍກວ່າ 30 ຊີວິດ, ເຖິງໂຕເລກຈະໜ້ອຍ ແຕ່ກໍເປັນຈຸດໝາຍອັນດີ ທີ່ເຮັດໃຫ້ປະເທດລາວມີວົງອໍເຄັສຕ້າເກີດຂຶ້ນ, ພວກເຮົາມີເປົ້າໝາຍທີ່ຈະສືບຕໍ່ພັດທະນາອາຊີບນີິ້ໃຫ້ສາມາດຕໍ່ຍອດໃຫ້ຄົນໄວໜຸ່ມຮຸ່ນຕໍ່ໄປນຳເອົາສິລະປະວັດທະນະທຳລາວອັນລ້ຳຄ່າມາສານຕໍ່ໃນຮູບແບບຮ່ວມສະໄໝ ເພືຶ່ອໃຫ້ເຂົ້າເຖິງກຸ່ມຄົນຢ່າງກວ້າງຂວາງ ແລະ ນຳເອົາສຽງແຄນລາວກ້າວສູ່ເວທີສາກົນຢ່າງມີກຽດສະຫງ່າ.

ໂອກາດນີ້, ທ່ານ ນາງ ວິໄລວອນ ຈັນທະລາຕີ ພ້ອມດ້ວຍບັນດາຄະນະປະທານ ກໍໄດ້ໃຫ້ກຽດຂຶ້ນຕີກອງ ເພື່ອເປັນສິລິມຸງຄຸນເປີດໂຄງການດັ່ງກ່າວຢ່າງເປັນທາງການ. ພ້ອມນັ້ນ, ຍັງໄດ້ຈັດສໍາມະນາວິທະຍາສາດພາຍໃຕ້ຫົວຂໍ້: ດົນຕີລາວກ້າວເຂົ້າສູ່ຍຸກສະໄໝ.

ຂ່າວ-ພາບ: ວັນເພັງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ວັນທີ 13 ຕຸລາ ນີ້ ທີ່ຫ້ອງປະຊຸມຊັ້ນ I ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ມີກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ໄລຍະ 5 ປີຜ່ານມາ (2021-2025) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2026-2030). ໂດຍການເປັນປະທານຂອງ ສະຫາຍ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ. ມີບັນດາຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ຫ້ອງການ, ບັນດາກົມ, ຕາງໜ້າຈາກຈັດຕັ້ງສູນກາງພັກ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມທັງເຊິ່ງໜ້າ ແລະ ທາງອອນລາຍ.
ເນື້ອທີ່ນາປີ ເມືອງເຊບັ້ງໄຟ ຖືກນໍ້າຖ້ວມເສຍຫາຍກວ່າ 3,000 ເຮັກຕາ

ເນື້ອທີ່ນາປີ ເມືອງເຊບັ້ງໄຟ ຖືກນໍ້າຖ້ວມເສຍຫາຍກວ່າ 3,000 ເຮັກຕາ

ເມືອງເຊບັ້ງໄຟ ແຂວງຄຳມ່ວນ ວາງແຜນຟື້ນຟູການຜະລິດກະສິກຳ ຫຼັງປະສົບໄພນ້ຳຖ້ວມ ເຊິ່ງສົ່ງຜົນໃຫ້ເນື້ອທີ່ການຜະລິດເສຍຫາຍກວ່າ 3,000 ເຮັກຕາ ຄິດເປັນມູນຄ່າປະມານ 92 ຕື້ກີບ. ຂະນະທີ່ ຂະແໜງກະສິກໍາເມືອງ ກຳລັງກະກຽມມາດຕະການຟື້ນຟູທັງດ້ານການປູກພືດ, ສັດລ້ຽງ ແລະ ລະບົບຊົນລະປະທານ ພ້ອມວາງແຜນສະໜອງແນວພັນເຂົ້າ ສຳລັບການປູກເຂົ້ານາແຊງສົກປີ 2026-2027 ຈໍານວນ 214 ໂຕນ ເພື່ອປູກໃນເນື້ອທີ່ 2,680 ເຮັກຕາ.
ສຊປລ ເປີດບັ້ນຝຶກອົບຮົມປະເມີນຜົນການປະຕິບັດວຽກງານພະນັກງານ-ລັດຖະກອນ

ສຊປລ ເປີດບັ້ນຝຶກອົບຮົມປະເມີນຜົນການປະຕິບັດວຽກງານພະນັກງານ-ລັດຖະກອນ

ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ (ສຊປລ) ໄດ້ເປີດບັ້ນຝຶກອົບຮົມການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ໃຫ້ພະນັກງານຫ້ອງການ ແລະ ບັນດາກົມອ້ອມຂ້າງ ສຊປລ ໃນວັນທີ 14 ຕຸລານີ້ ທີ່ ສຊປລ ໂດຍການເປັນປະທານ ແລະ ກ່າວເປີດຂອງ ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຜົນງານການຈັດຕັ້ງປະຕິບັດວຽກງານຈຸດສຸມ ແລະ ທິດທາງແຜນການ ຫສປທ

ຜົນງານການຈັດຕັ້ງປະຕິບັດວຽກງານຈຸດສຸມ ແລະ ທິດທາງແຜນການ ຫສປທ

ໄລຍະ 5 ປີ (2021-2025) ຜ່ານການນໍາພາ-ຊີ້ນໍາ ຂອງອົງຄະນະພັກ ຄັ້ງທີ 1 ພາຍໃຕ້ຄໍາຂວັນ: “ຍົກສູງຄວາມສາມາດນໍາພາຮອບດ້ານຂອງຄະນະພັກ, ເສີມຂະຫຍາຍຄວາມສາມັກຄີໃຫ້ເປັນປຶກແຜ່ນ, ບຸກທະລຸໃນການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານທຸກວຽກງານຂອງຫ້ອງວ່າການສໍານັກງານປະທານປະເທດ". ເຫັນໄດ້ວ່າ ບັນດາແຜນງານ, ໂຄງການ ແລະ ກິດຈະກຳ ໄດ້ຮັບການຈັດຕັ້ງປະຕິບັດດ້ວຍຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້, ເຮັດໃຫ້ ຫສປທ ພົ້ນເດັ່ນຂຶ້ນເທື່ອລະກ້າວ.
ຫັດຖະ​ກໍາ​ຕໍ່າ​ແຜ່ນ​ເອກະລັກ​​ພູມ​ປັນຍາ​​ເຜົ່າ​ກະ​ຕູ່​

ຫັດຖະ​ກໍາ​ຕໍ່າ​ແຜ່ນ​ເອກະລັກ​​ພູມ​ປັນຍາ​​ເຜົ່າ​ກະ​ຕູ່​

ການຕໍ່າຫູກ-ທໍໄໝ ແມ່ນມໍລະດົກທາງພູມປັນຍາທີ່ສືບທອດກັນມາແຕ່ຮຸ່ນປູ່, ຍ່າ ຈົນມາເຖິງລູກຫຼານ ຊຶ່ງໄດ້ນໍາມາສ້າງລາຍຮັບ, ສ້າງອາຊີບເສີມຂອງ​ຊົນ​ເຜົ່າ​ກະ​ຕູ່ ໃນງານ​ວາງສະແດງຜະລິດຕະພັນລາວ 2026 ທີ່​ຈັດ​ຂຶ້ນ​ຢູ່ ​ສູນ​ການ​ຄ້າ ລາວ​ໄອ​ເຕັກ​ຕຶກ​ເກົ່າ. ​
ກອງປະຊຸມສະຫຼຸບວຽກງານກວດກາ ອົງການໄອຍະການປະຊາຊົນ ໄລຍະ 5 ປີ (2021–2025)

ກອງປະຊຸມສະຫຼຸບວຽກງານກວດກາ ອົງການໄອຍະການປະຊາຊົນ ໄລຍະ 5 ປີ (2021–2025)

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານກວດກາ ອົງການໄອຍະການປະຊາຊົນ ໄລຍະ 5 ປີ (2021–2025), ກຳນົດທິດທາງແຜນການ 5 ປີ (2026–2030) ແລະ ເຊື່ອມຊຶມ – ເຜີຍແຜ່ຜົນສໍາເລັດກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V ໄດ້ຈັດຂຶ້ນໃນວັນທີ 13 ຕຸລາ ນີ້ ທີ່ອົງການໄອຍະການປະຊາຊົນສູງສຸດ (ອອປສ), ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ມີສະຫາຍ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາຄະນະນໍາອົງການໄອຍະການປະຊາຊົນສູງສຸດ, ຫ້ອງການ, ບັນດາຫົວໜ້າກົມ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ, ອົງການໄອຍະການປະຊາຊົນພາກ, ແຂວງ, ນະຄອນຫຼວງວຽງຈັນ ແລະ ເຂດ ໃນທົ່ວປະເທດ ເຂົ້າຮ່ວມກອງປະຊຸມທັງແບບເຊິ່ງໜ້າ ແລະ ແບບທາງໄກອອນລາຍ.
ງານສະແດງທັກສະໄວໜຸ່ມ ພາຍໃຕ້ຫົວຂໍ້ ການລົງທຶນໃນໄວໜຸ່ມ

ງານສະແດງທັກສະໄວໜຸ່ມ ພາຍໃຕ້ຫົວຂໍ້ ການລົງທຶນໃນໄວໜຸ່ມ

ວັນທີ 12 ຕຸລາ ນີ້, ທີ່ໂຮງແຮມຮໍລິເດອິນ ນະຄອນຫຼວງວຽງຈັນ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຮ່ວມກັບອົງການອຸຍນີເຊັບ ຈັດງານວາງສະແດງ ແລະ ມະຫະກຳທັກສະໄວໜຸ່ມ ພາຍໃຕ້ຫົວຂໍ້ “ການລົງທຶນໃນໄວໜຸ່ມ” ເປັນກຽດເຂົ້າຮ່ວມ ແລະ ກ່າວເປີດງານໂດຍ ທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ມີທ່ານ ບິລາລ ອຸແຮັງ ເຊັບ ດູຣານີ (Bilal Aurang Zeb Durrani) ຜູ້ຕາງໜ້າອົງການອຸຍນີເຊັບ ປະຈຳ ສປປ ລາວ, ພ້ອມດ້ວຍຜູ້ຕາງໜ້າບັນດາສະຖານທູດ, ອົງການສາກົນ, ບັນດາກະຊວງ, ອົງການ, ຄູ່ຮ່ວມພັດທະນາ ແລະ ບັນດາຊາວໜຸ່ມ-ໄວ ໜຸ່ມເຂົ້າຮ່ວມ.
81 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການທູດລາວ  ​(ເນື່ອງ​ໃນ​ໂອກາດ ຄົບຮອບ 81 ປີ ວັນ​ການ​ທູດ​ລາວ: 12 ຕຸລາ 1945-12 ຕຸລາ 2026)

81 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການທູດລາວ ​(ເນື່ອງ​ໃນ​ໂອກາດ ຄົບຮອບ 81 ປີ ວັນ​ການ​ທູດ​ລາວ: 12 ຕຸລາ 1945-12 ຕຸລາ 2026)

ວັນການທູດລາວ 12 ຕຸລາ 1945 ແມ່ນກົງກັບວັນປະກາດເອກະລາດໂຮມລາວທີ່ເຮັດໃຫ້ປະຊາຄົມໂລກຮັບຮູ້ເຖິງອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດລາວ, ເປັນວັນແຫ່ງຄວາມພາກພູມໃຈຂອງປະຊາຊົນລາວບັນດາເຜົ່າກໍຄືວັນປະກາດເອກະລາດຄັ້ງທໍາອິດຂອງປະເທດລາວຊຶ່ງເປັນການໄຂສັງກາດໃໝ່ທີ່ໄດ້ເຮັດໃຫ້ປະຊາຄົມສາກົນຮັບຮູ້ຄວາມເປັນເອກະລາດຂອງລາວທີ່ບໍ່ເຄີຍຖືກຮັບຮູ້ມາເປັນເວລາຫຼາຍຮ້ອຍປີເນື່ອງຈາກເປັນຫົວເມືອງຂຶ້ນຂອງຈັກກະພັດຜູ້ຮຸກຮານ. ໄຊຊະນະດັ່ງ ກ່າວນັ້ນແມ່ນໝາກຜົນແຫ່ງການຕໍ່ສູ້ດ້ວຍກໍາລັງປະກອບອາວຸດ ແລະ ການຕໍ່ສູ້ທາງການເມືອງຂອງລັດຖະບານລາວອິດສະຫຼະ ດ້ວຍການນໍາໃຊ້ວີທີທາງການທູດຢ່າງຕັ້ງໜ້າຜ່ານການໄກ່ເກ່ຍເຈລະຈາແລະ ອາໄສປັດໄຈທີ່ເອື້ອອໍານວຍຈາກພາຍນອກ ຊຶ່ງມີບົດບາດອັນສໍາຄັນຕໍ່ການປະກາດເອກະລາດ ແລະ ຕໍ່ຕ້ານກໍາລັງຂອງສັດຕູໃນໄລຍະນັ້ນ.
ຄຕພ ເຊື່ອມຊຶມເອກະສານສໍາຄັນ ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ

ຄຕພ ເຊື່ອມຊຶມເອກະສານສໍາຄັນ ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ

ໃນວັນທີ 12 ຕຸລານີ້, ທີ່ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດພິທີເຜີຍແຜ່ເຊື່ອມຊຶມມູນເຊື້ອວັນປະກາດເອກະລາດ ແລະ ວັນການທູດລາວ ຄົບຮອບ 81 ປີ (12/10/1945 - 12/10/2026) ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ ໂດຍການເປັນປະທານຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ເລຂາຄະນະພັກ ຫົວໜ້າ ຄຕພ, ມີບັນດາສະຫາຍຄະນະນໍາ ຄຕພ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ ຄຕພ ເຂົ້າຮ່ວມ.
ປກສ ເມືອງທຸລະຄົມ ດໍາເນີນຊີວິດການເມືອງ ປະຈໍາປີ 2026

ປກສ ເມືອງທຸລະຄົມ ດໍາເນີນຊີວິດການເມືອງ ປະຈໍາປີ 2026

ໃນວັນທີ 9 ຕຸລາ 2026 ນີ້, ຢູ່ທີ່ຫ້ອງປະຊຸມກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງທຸລະຄົມ ແຂວງວຽງຈັນ ໄດ້ເປີດບັ້ນດໍາເນີນຊີວິດການເມືອງປະຈໍາປີ 2026 ໂດຍການເປັນປະທານຂອງສະຫາຍ ພັທ ສິນນະຄອນ ແສງສັກດາ ຄະນະປະຈໍາພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງທຸລະຄົມ, ມີຄະນະພັກ-ຄະນະບັນຊາ, ເລຂາໜ່ວຍພັກ, ສະມາຊິກພັກພາຍໃນພະແນກ ແລະ ກຸ່ມບ້ານເຂົ້າຮ່ວມ.
ເພີ່ມເຕີມ