ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ

ເປີດກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ປີ 2024 ຢ່າງເປັນທາງການ

ເປີດກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ປີ 2024 ຢ່າງເປັນທາງການ
ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ປີ 2024 ພາຍໃຕ້ຄໍາຂວັນ“ເພີີ່ມທະວີການເຊື່ອມຈອດແລະຄວາມເຂັ້ມແຂງ ເພື່ອການພັດທະນາແບບຍນຍົງຂອງບັນດານະຄອນອາຊຽນ ເປີດຂຶ້ນຢ່າງເປັນທາງການ

ໃນວັນທີ 18 ກັນຍານີ້ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ສປປ ລາວ ໂດຍການເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາທ່ານເຈົ້າຄອງ, ຮອງເຈົ້າຄອງນະຄອນຫຼວງອາຊຽນ, ມີບັນດາທ່ານເຈົ້ານະຄອນ-ເຈົ້າເມືອງຂອງປະເທດສະມາຊິກອາຊຽນ ແລະນະຄອນຫຼວງດີລີຂອງຕີມໍແລັດສະເຕ,ມີເລຂາທິການໃຫຍ່ອາຊຽນ, ປະທານອົງການ, ເລທິການຂອງອົງການຕົວເມືອງ, ການປົກຄອງທ້ອງຖິ່ນອາຊີປາຊີຟິກ, ຜູ້ແທນຂັ້ນສູງຂອງເຄື່ອຂ່າຍບັນດານະຄອນອາຊີຕາເວັນອອກສ່ຽງໃຕ້ ຂອງສະມາຄົມບັນດານະຄອນທີ່ນໍາໃຊ້ພາສາຝຣັ່ງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.

ທ່ານ ສອນໄຊ ສີພັນດອນ ໄດ້ຕີລາຄາສູງຕໍ່ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນໃນຄັ້ັ້ງນີ້ ຊຶ່ງຈະເປັນໂອກາດອັນດີສໍາລັບບັນດາເຈົ້າຄອງນະຄອນຫຼວງອາຊຽນ ແລະ ເຈົ້ານະຄອນອາຊຽນໃນການຈັດຕັ້ງຜັນຂະຫຍາຍຄໍາໝາຍໝັ້ນຂອງຕົນໃນກອງປະຊຸມຄັ້ງຜ່ານມາເຂົ້າໃນວຽກງານການພັດທະນາຕົວເມືອງໃຫ້ທັນສະໄໝ, ໜ້າຢູ່ ແລະ ຍືນຍົງ ໂດຍສະເພາະການສ້າງຄວາມເຂັ້ມແຂງໃນການຮ່ວມມືແລກປ່ຽນຂໍ້ມູນ ແລະ ບົດຮຽນການຈັດຕັ້ງປະຕິບັດຕົວຈິງໃນການພັດທະນາ ແລະ ແກ້ໄຂບັນຫາ ສິິ່ງທ້າທາຍຕ່າງໆໃນຕົວເມືອງ ເພື່ອເຮັດໃຫ້ການຮ່ວມມືກັນກ້າວໄປສູ່ລວງເລິກແລະເປັນຮູບປະທໍາ ພ້ອມທັງເຊື່ອໝັ້ນວ່າບັນດາເຈົ້າຄອງນະຄອນຫຼວງອາຊຽນ ແລະ ບັນດານະຄອນອາຊຽນເຫັນໄດ້ເຖິງບົດບາດ ແລະ ຄວາມສໍາຄັນໃນການຈັດກອງປະຊຸມຮ່ວມກັນ, ການເຂົ້າຮ່ວມຂອງບັນດາທ່ານເປັນປະກອບສ່ວນເຂົ້າໃນການສ້າງປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ ແລະເຮັດໃຫ້ການຮ່ວມມືຂອງບັນດານະຄອນຫຼວງ ແລະ ບັນດານະຄອນອາຊຽນໃນດ້ານຕ່າງໆນັບມື້ນັບເກີດດອກອອກຜົນຍິິ່ງຂຶ້ນ. ພ້ອມດຽວກັນນັ້ັ້ນ, ກອງປະຊຸມໃນຄັ້ງນີ້ຈະເປັນການປະກອບສ່ວນອັນສໍາຄັນເຂົ້າໃນການສົ່ງເສີມການພັດທະນາ, ການແລກປ່ຽນບົດຮຽນທີ່ດີຮ່ວມກັນໃນການແກ້ໄຂບັນຫາຕ່າງໆຂອງຕົວເມືອງໄປພ້ອມກັບການຈັດຕັ້ງປະຕິບັດບັນດາແຜນງານ ແລະ ແຜນດໍາເນີນງານເພື່ອໃຫ້ບັນລຸຄໍາໝາຍໝັ້ນຂອງນະຄອນອາຊຽນໃນການສົ່ງເສີມການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງຂອງບັນດານະຄອນຫຼວງອາຊຽນ ແລະນະຄອນອາຊຽນ ພ້ອມທັງເຊື່ອໝັ້ນວ່າຜູ້ແທນກອງປະຊຸມຈະເອົາໃຈໃສ່ແລກປ່ຽນຄວາມຮູ້-ຄວາມສາມາດແລະບົດຮຽນທີ່ດີຂອງຕົນໃນກອງປະຊມຄັ້ງນີ້ ແລະພ້ອມກັນດໍາເນີນກອງປະຊຸມດ້ວຍບັນຍາກາດສ້າງສັນຕາມຄໍາຂວັນຂອງກອງປະຊຸມ ເພີີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງຂອງບັນດານະຄອນອາຊຽນຊຶ່ງຄໍາຂວັນດັ່ງກ່າວສອດຄ່ອງກັບຄໍາຂວັນປະທານອາຊຽນປີ 2024 ຂອງ ສປປລາວ ຄື: “ເພີິ່ມທະວີການເຊືິ່ອມຈອດແລະຄວາມເຂັ້ມແຂງອາຊຽນ”. ຄໍາຂວັນດັ່ງກ່າວແມ່ນສອດຄ່ອງກັບນະໂຍບາຍ ແລະ ເປົ້າໝາຍຂອງ ສປປ ລາວໃນການຫັນປະເທດຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລໃຫ້ເປັນສູນກາງຂອງການເຊືິ່ອມໂຍງ-ເຊືິ່ອມຈອດຂອງພາກພື້ນ ແລະ ທັງສອດຄ່ອງກັບເປົ້າໝາຍລວມຂອງອາຊຽນໃນການສ້າງປະຊາຄົມອາຊຽນໃຫ້ເປັນພາກພື້ນທີ່ມີການເຊືິ່ອມໂຍງ-ເຊື່ອມຈອດ ແລະ ມີຄວາມເຂັ້ມແຂງເພື່ອການພັດທະນາ ແລະ ສາມາດຮັບມືກັບສິິ່ງທ້າທາຍຕ່າງໆໄດ້ຢ່າງມີປະສິດທິພາບ ແລະ ທັນການ.

ໃນໂອກາດນີ້, ທ່ານ ອາດສະພັງທອງ ສີພັນດອນ ໄດ້ກ່າວວ່າ: ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ໄດ້ດໍາເນີນເປັນໄລຍະ 12 ປີ ມາແລ້ວ ນັບແຕ່ປີ 2012 ເປັນຕົ້ນມາ ຊຶ່ງໄດ້ກາຍເປັນເວທີໃຫ້ແກ່ບັນດາການນໍາຂັ້ນທ້ອງຖິ່ນ ໄດ້ມີການພົບປະແລກປ່ຽນ ໂດຍສະເພາະບັນດາບົດຮຽນປະສົບການ ແລະ ສິ່ງທ້າທາຍຂອງນະຄອນຕົນ. ກອງປະຊຸມຄັ້ງນີ້ ນວ ໄດ້ກຳນົດຄໍາຂວັນ ທີ່ສອດຄ່ອງກັບຄໍາຂວັນປະທານອາຊຽນ ປີ 2024 ຂອງ ສປປ ລາວໂດຍໄດ້ກຳນົດຄໍາຂວັນຂອງກອງປະຊຸມ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງ ຂອງບັນດານະຄອນອາຊຽນ” ຊຶ່ງປະກອບມີ 5 ຂົງເຂດວຽກງານທີ່ສໍາຄັນຄື: ຕົວເມືອງທີ່ໜ້າຢູ່ ແລະຍືນຍົງ; ການທ່ອງທ່ຽວສີຂຽວ; ການພັດທະນາເສດຖະກິດແບບຍືນຍົງ; ຕົວເມືອງທີ່ມີຄວາມຍືນຍົງທາງດ້ານສິ່ງແວດລ້ອມ; ຄວາມເຂັ້ມແຂງທາງດ້ານການປ່ຽນແປງດິນຟ້າອາກາດ ເພື່ອເຮັດໃຫ້ພວກເຮົາໄດ້ມີການ ແລກປ່ຽນທັດສະນະ ແລະປະກອບຄໍາຄິດເຫັນສາມາດຮ່ວມກັນກໍານົດນະໂຍບາຍ ແລະ ຈັດຕັ້ງປະຕິບັດຕົວຈິງ.

ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ໃຫ້ກຽດຂຶ້ນລັ່ນຄ້ອງ 9 ບາດ ເພື່ອເປັນສີຣິມຸງຄຸນເປີດກອງປະຊຸມໃນຄັ້ງນີ້ຢ່າງເປັນທາງການ.

ເປດກອງປະຊມເຈາຄອງນະຄອນຫວງອາຊຽນ ປ 2024 ຢາງເປນທາງການ - image 1(ຂ່າວ: ວັນເພັງ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວເດັ່ນ

ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ໃນວັນທີ 13 ຕຸລານີ້ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລົງເຄື່ອນໄຫວ, ຢ້ຽມຢາມ ແລະ ພົບປະ ພະນັກງານການນໍາຫຼັກແຫຼ່ງກະຊວງ ຍທຂ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ.
ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ຕາງໜ້າທ່ານ ນາຍົກລັດຖະມົນຕີ ກໍຄືລັດຖະບານ ແຫ່ງ ສປ ຈີນ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນ ມາຍັງທ່ານ ສະເຫຼີມໄຊ ກົມມະສິດ.
ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ໃນຕອນແລງຂອງວັນທີ 8 ຕຸລາ ນີ້ ທີ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຕາມຄໍາເຊື້ອເຊີນຂອງສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນລະຫວ່າງ ວັນທີ 8-9 ຕຸລາ 2026ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.
ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມພ້ອມດ້ວຍຄະນະຜູ້ແທນຂັ້ນສູງໄດ້ເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນວັນທີ 8-9 ຕຸລາ ນີ້ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.
ຄະນະ ສສຊ ເຂດ 12 ເຂົ້າອວຍພອນປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ຄົນໃໝ່

ຄະນະ ສສຊ ເຂດ 12 ເຂົ້າອວຍພອນປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ຄົນໃໝ່

ຄະນະສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ແລະ ຄະນະຫ້ອງວ່າການສະພາປະຊາຊົນແຂວງ ນໍາໂດຍ ທ່ານ ໄຊຊະນະ ໂຄດພູທອນປະທານຄະ​ນະ ສສຊ ປະຈໍາເຂດເລືອກຕັ້ງທີ 12, ປະທານສະພາປະຊາຊົນແຂວງຄໍາມ່ວນ ພ້ອມຄະນະ ໄດ້ເຂົ້າອວຍພອນ ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ແລະ ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໃນ​ວັນ​ທີ 7 ຕຸ​ລາ​ຜ່ານ​ມາທີ່ ສະ​ພາ​ແຫ່ງ​ຊາດ. ໃນໂອກາດທີ່ທັງສອງທ່ານໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງໃໝ່ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X.
ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ

ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເຂົ້າວາງພວງມະລາ ຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ນະຄອນຫລວງວຽງຈັນ ໃນວັນທີ 8 ຕຸລານີ້, ເນື່ອງໃນໂອກາດທີ່ຄະນະຜູ້ແທນດັ່ງກາວເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 8-9 ຕຸລານີ້.
ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເດີນທາງເຖິງ ນະຄອນຫຼວງວຽງຈັນ

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເດີນທາງເຖິງ ນະຄອນຫຼວງວຽງຈັນ

ຕອນບ່າຍວັນທີ 8 ຕຸລານີ້, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ເພື່ອດໍາເນີນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.
ຜົນການກວດກາ 6 ເປົ້າໝາຍໃຫຍ່ ພົບຫຼາຍໂຄງການລະເມີດລະບຽບການ

ຜົນການກວດກາ 6 ເປົ້າໝາຍໃຫຍ່ ພົບຫຼາຍໂຄງການລະເມີດລະບຽບການ

ອົງການກວດກາແຫ່ງລັດ ໄດ້ລາຍງານຜົນການກວດກາ 6 ເປົ້າໝາຍໃຫຍ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພົບຫຼາຍໂຄງການ-ຂະແໜງການ ຍັງມີຂໍ້ຂາດຕົກບົກພ່ອງ ແລະ ລະ ເມີດລະບຽບການ ໃນວັນທີ 8 ຕຸລານີ້, ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ.
ສະພາແຫ່ງຊາດ ເນັ້ນໃຫ້ຮັດກຸມ ແລະ ເດັດຂາດ ໃນການເກັບກູ້ງົບປະມານ-ແກ້ໄຂຜົນການກວດສອບ-ກວດກາແຫ່ງລັດ

ສະພາແຫ່ງຊາດ ເນັ້ນໃຫ້ຮັດກຸມ ແລະ ເດັດຂາດ ໃນການເກັບກູ້ງົບປະມານ-ແກ້ໄຂຜົນການກວດສອບ-ກວດກາແຫ່ງລັດ

​ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ຈັນທະບູນ ສຸກອາລຸນ ປະທານກຳມາທິການເສດຖະກິດ ແລະ ການເງິນ, ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ຂຶ້ນປະກອບຄຳເຫັນຕໍ່ບົດລາຍງານການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການປີ 2027 ຂອງອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ ໃນວັນທີ 8 ຕຸລານີ້ ທີ່ສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
9 ເດືອນ ພົບຫຼາຍໂຄງການ-ຂະແໜງການ ຍັງລະເມີດລະບຽບ

9 ເດືອນ ພົບຫຼາຍໂຄງການ-ຂະແໜງການ ຍັງລະເມີດລະບຽບ

ອົງການກວດກາແຫ່ງລັດ ລາຍງານຜົນການກວດກາ 9 ເດືອນ ປີ 2026 ພົບຫຼາຍໂຄງການ-ຂະແໜງ ການ ຍັງລະເມີດລະບຽບການ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 8 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ