ເປີດກອງປະຊຸມສຸດຍອດລັດຖະສະພາCLVຄັ້ງທີ 1

ເປີດກອງປະຊຸມສຸດຍອດລັດຖະສະພາCLVຄັ້ງທີ 1
ກອງປະຊຸມສຸດຍອດລັດຖະສະພາ ກຳປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 1 ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 5 ທັນວານີ້ ທີ່ນະຄອນຫຼວງວຽງຈັນພາຍໃຕ້ຫົວຂໍ້: “ເພີ່ມທະວີບົດບາດຂອງລັດຖະສະພາໃນການສົ່ງເສີມການຮ່ວມມືຮອບດ້ານລະຫວ່າງ ກຳປູເຈຍ-ລາວ-ຫວຽດນາມ” ໂດຍມີ ທ່ານ ທອງລຸນ ສີສຸລິດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະທານປະເທດແຫ່ງ ສປປ ລາວ, ມີທ່ານ ໄຊສົມພອນ ພົມວິຫານປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ, ມີສົມເດັດ ມະຫາ ຣັດສະເພຍທິກາ ທິພາໄດ ຄຸນ ສຸດາຣີປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາ ຈັກກຳປູເຈຍ, ມີທ່ານ ເວືອງ ດິງ ເຫວ້ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງ 3 ປະເທດກ່ຽວຂ້ອງເຂົ້າຮ່ວມ.
    ທ່ານ ທອງລຸນ ສີສຸລິດ ໄດ້ກ່າວສູນທອນພົດ ທີ່ມີເນື້ອໃນສຳຄັນບາງຕອນວ່າ: ໃນນາມປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ  ກໍຄື ຕາງໜ້າໃຫ້ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ, ຂໍສະແດງຄວາມຊົມເຊີຍ ຕໍ່ສາມອົງການນິຕິບັນຍັດຂອງ 3 ປະເທດ ທີ່ໄດ້ຍົກລະດັບກົນໄກການປະຊຸມຈາກລະດັບຫົວໜ້າກໍາມາທິການຂຶ້ນເປັນລະດັບປະທານສະພາ ແລະ ໄດ້ເລືອກຫົວຂໍ້ກອງປະຊຸມທີ່ມີຄວາມໝາຍສຳຄັນ, ສອດຄ່ອງກັບສະພາບຄວາມເປັນຈິງຂອງ 3 ປະເທດ ແລະ ທັງຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາດ້ານພື້ນຖານໂຄງລ່າງ ແລະ ການພັດທະນາເສດຖະກິດ-ສັງຄົມຢູ່ເຂດສາມຫຼ່ຽມພັດທະນາໃນປັດຈຸບັນ. ຂ້າພະເຈົ້າສະໜັບສະໜູນຕໍ່ອົງການນິຕິບັນຍັດຂອງສາມປະເທດ ໃນການຍົກສູງບົດບາດຂອງຕົນຂຶ້ນ ເພື່ອປະກອບສ່ວນເຂົ້າໃນການຊຸກຍູ້, ສົ່ງເສີມ ແລະ ຕິດຕາມກວດກາ ການຈັດຕັ້ງປະຕິບັດບັນດາແຜນງານ ແລະ ໂຄງການຮ່ວມມືຕ່າງໆໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.
    ທ່ານ ທອງລຸນ ສີສຸລິດ ຍັງໄດ້ກ່າວສະແດງຄວາມເຊື່ອໝັ້ນວ່າ ກອງປະຊຸມສຸດຍອດລັດຖະສະພາ CLV ຄັ້ງປະຖົມມະລືກນີ້ ຈະເປັນໂອກາດດີໃຫ້ແກ່ຄະນະຜູ້ແທນສະພາແຫ່ງຊາດທັງ 3 ປະເທດ ໄດ້ສະແດງຄວາມຄິດຄວາມເຫັນ ແລະ ຈະໄດ້ແລກປ່ຽນທັດສະນະຮ່ວມກັນຢ່າງກົງໄປກົງມາ ຕໍ່ບັນຫາຕ່າງໆທີ່ມີຄວາມສົນໃຈ ແລະ ມີຜົນປະໂຫຍດຮ່ວມກັນ ບົນຈິດໃຈຮັດແໜ້ນຄວາມສາມັກຄີ, ມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສາມສະພາແຫ່ງຊາດ ກຳປູເຈຍ, ລາວ ແລະ ຫວຽດນາມ ໂດຍສະເພາະບັນດາແຂວງໃນເຂດສາມຫຼ່ຽມພັດທະນາ ພ້ອມກັນຊ່ວຍເຫຼືອສະໜັບສະໜູນຊຶ່ງກັນ ແລະ ກັນ ໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ນັບມື້ນັບມີໝາກຜົນຕົວຈິງແລະ ຫວັງຢ່າງຍິ່ງວ່າກອງປະຊຸມຄັ້ງນີ້ ຈະສາມາດພິຈາລະນາຮັບຮອງເອົາ ຖະແຫຼງການຮ່ວມຂອງກອງປະຊຸມຕາມຈຸດປະສົງທີ່ວາງໄວ້.
    ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວເປີດກອງປະຊຸມໃຫ້ຮູ້ວ່າ: ເພື່ອຕອບສະໜອງຕາມຈຸດປະສົງ ແລະ ຄວາມຮຽກຮ້ອງຕ້ອງການໃນການພັດທະນາ ເຂດສາມຫຼ່ຽມພັດທະນາ CLV, ກອງປະຊຸມສຸດຍອດຄັ້ງນີ້ຈັດຂຶ້ນພາຍໃຕ້ຫົວຂໍ້: “ເພີ່ມທະວີບົດບາດຂອງລັດຖະສະພາໃນການສົ່ງເສີມການຮ່ວມມືຮອບດ້ານລະຫວ່າງ ກຳປູເຈຍ-ລາວ-ຫວຽດນາມ” ພ້ອມກັນນີ້, ຍັງໄດ້ກຳນົດຫົວຂໍ້ຍ່ອຍເພື່ອລົງເລິກຄົ້ນຄວ້າປຶກສາຫາລື ກັນໃນແຕ່ລະຂົງເຂດ ຄື:1). ວຽກງານຮ່ວມມືດ້ານການເມືອງ ແລະ ການຕ່າງປະເທດ: “ເພີ່ມທະວີບົດບາດຂອງລັດຖະສະພາ ກຳປູເຈຍ-ລາວ-ຫວຽດນາມ ໃນການຊຸກຍູ້ການຮ່ວມມື, ການເປັນຄູ່ຮ່ວມ, ຄວາມສາມັກຄີ ແລະ ຄວາມຈະເລີນຮຸ່ງເຮືອງ”;2).    ວຽກງານການຮ່ວມມືດ້ານເສດຖະກິດ ແລະ ວັດທະນະທຳ-ສັງຄົມ: “ເພີ່ມທະວີການຮ່ວມມືຂອງລັດຖະສະພາ ໃນການຊຸກຍູ້ການເຊື່ອມຈອດທາງດ້ານເສດຖະກິດ ຂອງກຳປູເຈຍ-ລາວ-ຫວຽດນາມ ໄປສູ່ເປົ້າໝາຍການພັດທະນາແບບຍືນຍົງ ແລະ ກວມລວມ”;3).    ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ:“ເພີ່ມທະວີພາລະບົດບາດໃນການຕິດຕາມກວດກາ ຂອງລັດຖະສະພາ ກຳປູເຈຍ-ລາວ-ຫວຽດນາມ ຕໍ່ກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອຮັບປະກັນສັນຕິພາບ ແລະ ສະຖຽນລະພາບ”.
    ນອກຈາກນີ້, ບັນດາສະມາຊິກສະພາແຫ່ງຊາດ ແລະ ຜູ້ແທນກອງປະຊຸມ ຍັງຈະໄດ້ຮັບຟັງການລາຍງານຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດແຜນດຳເນີນງານຕ່າງໆ ໃນເຂດສາມຫຼ່ຽມພັດທະນາ ຈາກພາກສ່ວນກ່ຽວຂ້ອງຂອງລັດຖະບານ, ເປັນໂອກາດແລກປ່ຽນຂໍ້ມູນ-ຂ່າວສານ, ບົດຮຽນ, ປະສົບການ ແລະ ສະແດງຄຳຄິດຄຳເຫັນຕໍ່ວຽກງານໃນທ້ອງຖິ່ນຂອງຕົນ ແລະ ແລກປ່ຽນບົດຮຽນ ແລະ ປະສົບການໃນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງອົງການນິຕິບັນຍັດ, ການຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດບັນດາສັນຍາຮ່ວມການມື ລະຫວ່າງລັດຖະບານສາມປະເທດ.
ທ່ານ ໄຊສົມພອນ ພົມວິຫານ ຍັງໄດ້ຮຽກຮ້ອງມາຍັງຜູ້ແທນກອງປະຊຸມ ໂດຍສະເພາະບັນດາຜູ້ແທນ ທີ່ມາຈາກສາມຫຼ່ຽມພັດທະນາຂອງແຕ່ລະປະເທດຊຶ່ງເປັນຜູ້ທີ່ມີຄວາມໃກ້ຊິດຕິດແທດກັບປະຊາຊົນ ຈົ່ງເປັນເຈົ້າການໃນການຄົ້ນຄວ້າ ແລະ ປະກອບຄຳຄິດຄຳເຫັນໃສ່ແຕ່ລະບັນຫາຢ່າງສ້າງສັນ ແລະ ກົງໄປກົງມາ ເພື່ອຊອກຫາວິທີທາງ ແລະ ມາດຕະການທີ່ເໝາະສົມ ເພື່ອສະເໜີແນະຕໍ່ລັດຖະບານ; ເປັນເຈົ້າການປະກອບສ່ວນຊຸກຍູ້ການຈັດຕັ້ງປະຕິບັດດ້ານນິຕິກຳ, ການໂຄສະນາເຜີຍແຜ່ນະໂຍບາຍການລົງທຶນໃນເຂດສາມຫຼ່ຽມພັດທະນາໂດຍຜ່ານກົນໄກລັດຖະສະພາ ແລະ ອົງການລັດຖະສະພາພາກພື້ນ ແລະ ສາກົນ ເພື່ອດຶງດູດນັກລົງທຶນພາຍໃນ ແລະ ຕ່າງປະເທດໃຫ້ເຫັນໄດ້ທ່າແຮງທາງດ້ານເສດຖະກິດ ແລະ ມີຄວາມສົນໃຈມາລົງທຶນໃນເຂດສາມຫຼ່ຽມພັດທະນາ ໃຫ້ຫຼາຍຂຶ້ນ; ເອົາໃຈໃສ່ສົ່ງເສີມການຮ່ວມມືດ້ານການປົກປັກຮັກສາສິ່ງແວດລ້ອມ, ການຄຸ້ມຄອງ ແລະ ການນຳໃຊ້ຊັບພະຍາກອນທຳມະຊາດ ເພື່ອການພັດທະນາແບບຍືນຍົງ, ຊຸກຍູ້ການຮ່ວມມືໃນການຕ້ານ ແລະ ສະກັດກັ້ນການຄ້າມະນຸດ, ຕ້ານການອາຊະຍາກຳຂ້າມຊາດ, ຕ້ານການກໍ່ການຮ້າຍ, ເກັບກູ້ລະເບີດທີ່ບໍ່ທັນແຕກ ທີ່ຕົກຄ້າງຈາກສົງຄາມ ໃນເຂດສາມຫຼ່ຽມພັດທະນາ ແລະ ການຊອກຄົ້ນອັດຖິຂອງບັນດາທະຫານທີ່ເສຍຊີວິດ ໃນສົງຄາມຜ່ານມາກັບຄືນປະເທດ ແລະ ບັນຫາອື່ນໆ ທີ່ເປັນຄວາມສົນໃຈຂອງທັງສາມປະເທດ.
(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວເດັ່ນ

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດສະໄໝທີ IX ອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 23 ທັນວານີ້ ທີ່ ຫໍປະຊຸມແຫ່ງຊາດ. ໂດຍການເປັນປະທານຂອງ ພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ), ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນໍາພັກ-ລັດ, ອົງການຈັດຕັ້ງທີ່ຢູ່ອ້ອມຂ້າງ ພັກ-ລັດ, ຜູ້ແທນພະສົງ, ແນວລາວສ້າງຊາດແຂວງ, ນະຄອນຫຼວງ, ເມືອງ, ທ່ານຜູ້ຊົງຄຸນວຸດທິ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ເພີ່ມເຕີມ