ເປີດກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານຮອບວຽນທີ 3 ຂຶ້ນຢ່າງເປັນທາງການ

ເປີດກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານຮອບວຽນທີ 3 ຂຶ້ນຢ່າງເປັນທາງການ

ເປີດກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານຮອບວຽນທີ 3 ຂຶ້ນຢ່າງເປັນທາງການ
ກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (The 3rd Review Conference of Convention on Cluster Munitions) ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 14 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ,
ເປດກອງປະຊມທບທວນສນທສນຍາວາດວຍການເກອດຫາມລະເບດລກຫວານຮອບວຽນທ 3 ຂນຢາງເປນທາງການ - image 1
 

ໂດຍພາຍໃຕ້ການເປັນປະທານຂອງທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ປະທານຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ລາວ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີທ່ານ ນາງ ອາມິດາ ຊານຊີອາ ອາລິດຈາບານາ (Armida Salsiah Alisjahbana) ຮອງເລຂາທິການໃຫຍ່ອົງການສະຫະປະຊາຊາດ (ສປຊ) ແລະ ເລຂາທິການ ຄະນະກຳມາທິການເສດຖະກິດ-ສັງຄົມ ສປຊ ປະຈຳພາກພື້ນອາຊີ-ປາຊີຟິກ (UN ESCAP), ມີການນໍາພັກ-ລັດ, ຄະນະຜູ້ແທນສາກົນຈາກ 120 ກວ່າປະເທດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ເປດກອງປະຊມທບທວນສນທສນຍາວາດວຍການເກອດຫາມລະເບດລກຫວານຮອບວຽນທ 3 ຂນຢາງເປນທາງການ - image 2
 

ທ່ານ ສອນໄຊ ສີພັນດອນ ກ່າວເປີດກອງປະຊຸມວ່າ: ໃນໄລຍະກວ່າ 5 ທົດສະວັດຜ່ານມາ ພາຍຫຼັງສົງຄາມອິນດູຈີນໄດ້ສິ້ນສຸດລົງ, ລະເບີດທີ່ບໍ່ທັນແຕກຕົກຄ້າງຫຼາຍລ້ານໜ່ວຍ ທີ່ກະຈາຍຢູ່ໃນຜືນແຜ່ນດິນຂອງ ສປປ ລາວ ຍັງສືບຕໍ່ເປັນໄພຂົ່ມຂູ່ຕໍ່ການດຳລົງຊີວິດປະຈຳວັນຂອງປະຊາຊົນ ແລະ ກີດຂວາງການພັດທະນາເສດຖະກິດ-ສັງຄົມຂອງປະເທດ. ສົນທິສັນຍາສາກົນນີ້ ຈຶ່ງມີຄວາມໝາຍສໍາຄັນເປັນຢ່າງຍິ່ງສໍາລັບປະເທດທີ່ໄດ້ຮັບຜົນກະທົບຫຼາຍກວ່າໝູ່ ເພື່ອສ້າງຂອບກົດໝາຍດ້ານມະນຸດສະທຳສາກົນ ໃນການປົກປ້ອງຊີວິດ ແລະ ກຽດສັກສີຂອງປະຊາຊົນ ແລະ ຮັບປະກັນຄວາມປອດໄພໃນການດຳລົງຊີວິດ ແລະ ການພັດທະນາແບບຍືນຍົງ. ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດພັນທະພາຍໃຕ້ສົນທິສັນຍາດັ່ງກ່າວໃຫ້ເປັນຮູບປະທຳ, ສປປ ລາວ ໄດ້ເຊື່ອມສານພັນທະສາກົນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໂດຍໄດ້ຮັບຮອງເອົາເປົ້າໝາຍສະຫັດສະວັດດ້ານການພັດທະນາແຫ່ງຊາດເປົ້າໝາຍທີ 9 (ຫຼື MDG9) ໃນເມື່ອກ່ອນ ແລະ ເປົ້າໝາຍການພັດທະນາແບບຍືນຍົງແຫ່ງຊາດເປົ້າໝາຍທີ 18 (ຫຼື SDG18) ໃນປັດຈຸບັນຄື: “ຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ” ເພື່ອຮັບປະກັນວ່າ ການແກ້ໄຂບັນຫາລະເບີດບໍ່ທັນແຕກຕົກຄ້າງ ສືບຕໍ່ບຸລິມະສິດສູງສຸດຂອງລັດຖະບານ ຊຶ່ງຕິດພັນກັບການແກ້ໄຂຄວາມທຸກຍາກ ແລະ ການພັດທະນາແບບຍືນຍົງ. ນັບແຕ່ປີ 2010 ພາຍຫຼັງສົນທິສັນຍາມີຜົນບັງຄັບໃຊ້, ການແກ້ໄຂບັນຫາລະເບີດບໍ່ທັນແຕກຕົກຄ້າງຢູ່ ສປປ ລາວ ໄດ້ມີຜົນຄືບໜ້າເປັນກ້າວໆມາ ໂດຍໄດ້ຮັບການສະໜັບສະໜູນອັນລໍ້າຄ່າຈາກບັນດາປະເທດລັດພາຄີ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ ແລະ ຜູ້ປະຕິບັດງານຕົວຈິງຢູ່ພາກສະໜາມ. ສະນັ້ນ, ການເປັນເຈົ້າພາບກອງປະຊຸມທົບທວນສົນທິສັນຍາສາກົນວ່າດ້ວຍລະເບີດລູກຫວ່ານ ບໍ່ສະເພາະແຕ່ເປັນການປະຕິບັດພັນທະສາກົນຢ່າງເອົາໃຈໃສ່ຂອງ ສປປ ລາວ, ແຕ່ຍັງເປັນໂອກາດໃຫ້ບັນດາຄະນະຜູ້ແທນເຫັນໄດ້ເຖິງຜົນປະໂຫຍດອັນແທ້ຈິງຂອງການຮ່ວມມືສາກົນທີ່ແໜ້ນແຟ້ນ ໂດຍພາຍໃຕ້ຂອບສົນທິສັນຍານີ້.

ເປດກອງປະຊມທບທວນສນທສນຍາວາດວຍການເກອດຫາມລະເບດລກຫວານຮອບວຽນທ 3 ຂນຢາງເປນທາງການ - image 3
 

ສປປ ລາວ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ເຮັດໜ້າທີ່ເປັນຂົວຕໍ່ໂດຍນໍາເອົາທຸກພາກສ່ວນທີ່ສໍາຄັນມາເຕົ້າໂຮມກັນໃນຄັ້ງນີ້, ເພື່ອພ້ອມກັນຢໍ້າຄືນເຈດຕະນາລົມໃນການສືບຕໍ່ຍົກສູງພັນທະ ແລະ ຄວາມຮັບຜິດຊອບດ້ານມະນຸດສະທຳຮ່ວມກັນ, ຮັບປະກັນວ່າປະຊາຊົນ ແລະ ເດັກນ້ອຍຜູ້ບໍລິສຸດໃນທົ່ວໂລກຈະບໍ່ຖືກທໍາລາຍໂດຍອາວຸດຮ້າຍແຮງນີ້ ແລະ ຈະບໍ່ມີປະເທດໃດຕື່ມອີກຕ້ອງພົບພໍ້ກັບໄພອັນຕະລາຍຂອງລະເບີດລູກຫວ່ານ.

ກອງປະຊຸມຄັ້ງນີ້, ແມ່ນໂອກາດສໍາຄັນໃນການຫັນປ່ຽນຄວາມໝາຍໝັ້ນດ້ານການເມືອງໃຫ້ກາຍເປັນການກະທໍາຕົວຈິງທີ່ມີຜົນສໍາເລັດ. ຄວາມຄືບໜ້າຂອງການປະຕິບັດສົນທິສັນຍາສາມາດວັດແທກໄດ້ຈາກຈຳນວນພື້ນທີ່ດິນທີ່ມີຄວາມປອດໄພຊຸມຊົນທີ່ເພີ່ມຂຶ້ນ; ຄຸນນະພາບຊີວິດ ແລະ ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ແລະ ຄອບຄົວເຂົາເຈົ້າ; ການທໍາລາຍຄັງສະສົມອາວຸດໃຫ້ໝົດສິ້ນຢ່າງຖາວອນ; ການຫຼຸດຈຳນວນຜູ້ຖືກບາດເຈັບ ແລະ ເສຍຊີວິດ ຢ່າງເປັນຮູບປະທຳແລະ ການສືບຕໍ່ການຮ່ວມມື ແລະ ການຊ່ວຍເຫຼືອຈາກສາກົນທີ່ຕໍ່ເນື່ອງ ແລະ ໃນລະດັບທີ່ເໝາະສົມ.

ເປດກອງປະຊມທບທວນສນທສນຍາວາດວຍການເກອດຫາມລະເບດລກຫວານຮອບວຽນທ 3 ຂນຢາງເປນທາງການ - image 4
 

ໃນກອງປະຊຸມຄັ້ງນີ້, ພວກເຮົາຈະພ້ອມກັນພິຈາລະນາ ແລະ ຮັບຮອງເອົາແຜນປະຕິບັດງານນະຄອນຫຼວງວຽງຈັນ ສໍາລັບປີ 2027-2031 ຊຶ່ງກຳນົດຂອບວຽກງານທີ່ມີຈຸດສຸມ, ສາມາດຈັດຕັ້ງປະຕິບັດໄດ້ ແລະ ສາມາດວັດແທກໄດ້ ໂດຍໃຫ້ບຸລິມະສິດບັນດາຂົງເຂດວຽກງານດັ່ງນີ້: 1) ເພີ່ມທະວີການສໍາຫຼວດ, ການເກັບກູ້ ແລະ ການສຶກສາຄວາມສ່ຽງທີ່ວ່ອງໄວ, ປອດໄພ ແລະ ມີປະສິດທິພາບຫຼາຍກວ່າເກົ່າເພື່ອສົ່ງຄືນພື້ນທີ່ດິນທີ່ປອດໄພ ໃຫ້ຊຸມຊົນ ແລະ ປະຊາຊົນຂອງພວກເຮົາ; 2) ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍແບບຄົບຊຸດ ແລະ ຍືນຍົງ: ເພື່ອມອບຄືນກຽດສັກສີຂອງມະນຸດ, ໃຫ້ໂອກາດທາງດ້ານການປະກອບອາຊີບ ແລະ ບໍ່ປະຖິ້ມຜູ້ທີ່ໄດ້ຮັບເຄາະຮ້າຍ; 3) ການຮ່ວມມື ແລະ ການຊ່ວຍເຫຼືອໃນລະດັບສາກົນທີ່ແໜ້ນແຟ້ນ, ຄາດຄະເນໄດ້ ແລະ ສອດຄ່ອງກັບບຸລິມະສິດດ້ານການພັດທະນາເສດຖະກິດ-ສັງຄົມຂອງປະເທດທີ່ໄດ້ຮັບຜົນກະທົບ. ບັນດາບຸລິມະສິດເຫຼົ່ານີ້ຈະບັນລຸໄດ້ກໍຕໍ່ເມື່ອພວກເຮົາສືບຕໍ່ເຈດຈຳນົງທາງດ້ານການເມືອງທີ່ໜັກແໜ້ນ, ມີຊັບພະຍາກອນທີ່ພຽງພໍ, ມີການຮ່ວມມືທີ່ດີ ແລະ ການມີສ່ວນຮ່ວມຂອງຜູ້ຖືກເຄາະຮ້າຍ ແລະ ຊຸມຊົນທີ່ໄດ້ຮັບຜົນກະທົບ. ສະນັ້ນ, ຈຶ່ງບໍ່ມີປະເທດໃດທີ່ຈະສາມາດແກ້ໄຂບັນຫາລະເບີດທີ່ບໍ່ທັນແຕກໄດ້ໂດຍລໍາພັງ ໂດຍປາສະຈາກການຮ່ວມມືສາກົນ ທີ່ເປັນອົງປະກອບທີ່ສໍາຄັນ ແລະ ຂາດບໍ່ໄດ້ ເພື່ອສາມາດຈັດຕັ້ງປະຕິບັດສົນທິສັນຍາ CCM ໃຫ້ມີໝາກຜົນເປັນຮູບປະທຳ.

(ຂ່າວ: ວັນເພັງ, ພາບ: ສໍານານ)

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດສໍາເລັດການຢ້ຽມຢາມສ ອາແຊັກໄບຊານ ຢ່າງເປັນທາງການ

ປະທານປະເທດສໍາເລັດການຢ້ຽມຢາມສ ອາແຊັກໄບຊານ ຢ່າງເປັນທາງການ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເດີນທາງຢ້ຽມຢາມ ສາທາລະນະລັດອາແຊັກໄບຊານ ຢ່າງເປັນທາງການ ໃນວັນທີ 13-15 ຕຸລາ 2026ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ພະນະທ່ານ ອີວຮາມ ອາລີເຢບ (Ilham Aliyev) ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາແຊັກໄບຊານ.
ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ໃນວັນທີ 13 ຕຸລານີ້ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລົງເຄື່ອນໄຫວ, ຢ້ຽມຢາມ ແລະ ພົບປະ ພະນັກງານການນໍາຫຼັກແຫຼ່ງກະຊວງ ຍທຂ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ.
ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ຕາງໜ້າທ່ານ ນາຍົກລັດຖະມົນຕີ ກໍຄືລັດຖະບານ ແຫ່ງ ສປ ຈີນ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນ ມາຍັງທ່ານ ສະເຫຼີມໄຊ ກົມມະສິດ.
ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ໃນຕອນແລງຂອງວັນທີ 8 ຕຸລາ ນີ້ ທີ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຕາມຄໍາເຊື້ອເຊີນຂອງສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນລະຫວ່າງ ວັນທີ 8-9 ຕຸລາ 2026ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.
ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມພ້ອມດ້ວຍຄະນະຜູ້ແທນຂັ້ນສູງໄດ້ເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນວັນທີ 8-9 ຕຸລາ ນີ້ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.
ຄະນະ ສສຊ ເຂດ 12 ເຂົ້າອວຍພອນປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ຄົນໃໝ່

ຄະນະ ສສຊ ເຂດ 12 ເຂົ້າອວຍພອນປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ຄົນໃໝ່

ຄະນະສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ແລະ ຄະນະຫ້ອງວ່າການສະພາປະຊາຊົນແຂວງ ນໍາໂດຍ ທ່ານ ໄຊຊະນະ ໂຄດພູທອນປະທານຄະ​ນະ ສສຊ ປະຈໍາເຂດເລືອກຕັ້ງທີ 12, ປະທານສະພາປະຊາຊົນແຂວງຄໍາມ່ວນ ພ້ອມຄະນະ ໄດ້ເຂົ້າອວຍພອນ ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ແລະ ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໃນ​ວັນ​ທີ 7 ຕຸ​ລາ​ຜ່ານ​ມາທີ່ ສະ​ພາ​ແຫ່ງ​ຊາດ. ໃນໂອກາດທີ່ທັງສອງທ່ານໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງໃໝ່ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X.
ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ

ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເຂົ້າວາງພວງມະລາ ຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ນະຄອນຫລວງວຽງຈັນ ໃນວັນທີ 8 ຕຸລານີ້, ເນື່ອງໃນໂອກາດທີ່ຄະນະຜູ້ແທນດັ່ງກາວເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 8-9 ຕຸລານີ້.
ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເດີນທາງເຖິງ ນະຄອນຫຼວງວຽງຈັນ

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເດີນທາງເຖິງ ນະຄອນຫຼວງວຽງຈັນ

ຕອນບ່າຍວັນທີ 8 ຕຸລານີ້, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ເພື່ອດໍາເນີນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.
ຜົນການກວດກາ 6 ເປົ້າໝາຍໃຫຍ່ ພົບຫຼາຍໂຄງການລະເມີດລະບຽບການ

ຜົນການກວດກາ 6 ເປົ້າໝາຍໃຫຍ່ ພົບຫຼາຍໂຄງການລະເມີດລະບຽບການ

ອົງການກວດກາແຫ່ງລັດ ໄດ້ລາຍງານຜົນການກວດກາ 6 ເປົ້າໝາຍໃຫຍ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພົບຫຼາຍໂຄງການ-ຂະແໜງການ ຍັງມີຂໍ້ຂາດຕົກບົກພ່ອງ ແລະ ລະ ເມີດລະບຽບການ ໃນວັນທີ 8 ຕຸລານີ້, ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ.
ສະພາແຫ່ງຊາດ ເນັ້ນໃຫ້ຮັດກຸມ ແລະ ເດັດຂາດ ໃນການເກັບກູ້ງົບປະມານ-ແກ້ໄຂຜົນການກວດສອບ-ກວດກາແຫ່ງລັດ

ສະພາແຫ່ງຊາດ ເນັ້ນໃຫ້ຮັດກຸມ ແລະ ເດັດຂາດ ໃນການເກັບກູ້ງົບປະມານ-ແກ້ໄຂຜົນການກວດສອບ-ກວດກາແຫ່ງລັດ

​ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ຈັນທະບູນ ສຸກອາລຸນ ປະທານກຳມາທິການເສດຖະກິດ ແລະ ການເງິນ, ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ຂຶ້ນປະກອບຄຳເຫັນຕໍ່ບົດລາຍງານການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການປີ 2027 ຂອງອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ ໃນວັນທີ 8 ຕຸລານີ້ ທີ່ສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ