![]() |
ອາຄານສຳນັກງານໃໝ່ແຫ່ງນີ້, ໃຊ້ເວລາກໍ່ສ້າງທັງໝົດ 11 ເດືອນ,ເລີ່ມແຕ່ເດືອນ 6/2024 ຫາ ເດືອນ 5/2025 ສຳເລັດ, ເປັນອາຄານທີ່ທັນສະໄໝ, ເປັນເອກະລັກສະເພາະຂອງ ທະນາຄານພັດທະນາລາວ ແລະ ຈະໄດ້ອຳນວຍຄວາມສະດວກໃນການໃຫ້ບໍລິການຮັບໃຊ້ບັນດາທ່ານ ຜູ້ປະກອບການ,ຫົວໜ່ວຍທຸລະກິດ, ບັນດາລູກຄ້າທັງພາຍໃນ ແລະຕ່າງປະເທດທີ່ເຂົ້າມາໃຊ້ບໍລິການໃຫ້ມີຄວາມປະທັບໃຈ.
ປັດຈຸບັນນີ້, ທະນາຄານພ້ອມແລ້ວ ທີ່ຈະອຳນວຍຄວາມສະດວກໃນການດຳເນີນທຸລະກຳທາງດ້ານການເງິນຂອງທ່ານດ້ວຍຄວາມທັນສະໄໝ, ສະດວກວ່ອງໄວ ແລະ ຫວັງວ່າຢ່າງຍິ່ງວ່າຈະມີໂອກາດຮັບໃຊ້ແລະ ໃຫ້ບໍລິການລູກຄ້າທຸກທ່ານ,ດ້ວຍຮ້ອຍຍິ້ມ ແລະ ຈິ່ງໃຈໃຫ້ສົມກັບຄຳຂັວນທີ່ວ່າ: “ມິດທີ່ດີຢູ່ຄຽງຂ້າງທ່ານການຮ່ວມທຶນແບບຍືນຍົງ”.
ທ່ານ ວຽງໄຊ ມະຫາທິລາດ ຮັກສາການຮອງເຈົ້າເມືອງຕະໂອ້ຍ ຜູ້ຊີ້ນໍາຂົງເຂດເສດຖະກິດໃນທົ່ວເມືອງ ໃຫ້ກຽດກົດປຸ່ມເປີດ ແລະ ພ້ອມທັງລັ່ນຄ້ອງ 9 ບາດ.
(ພາບ-ຂ່າວ ອ່ອນໃຈ ໄຊຍະແຮດ)
ຄໍາເຫັນ