ພິທີເປີດນຳໃຊ້ຫ້ອງທົດລອງສູນການນໍາໃຊ້ລະບົບຕິດຕາມເຕືອນໄພພິບັດແຜ່ນດິນໄຫວ

ເປີດນຳໃຊ້ຫ້ອງທົດລອງລະບົບຕິດຕາມເຕືອນໄພພິບັດແຜ່ນດິນໄຫວ

ເປີດນຳໃຊ້ຫ້ອງທົດລອງລະບົບຕິດຕາມເຕືອນໄພພິບັດແຜ່ນດິນໄຫວ
ພິທີເປີດນຳໃຊ້ຫ້ອງທົດລອງສູນການນໍາໃຊ້ລະບົບຕິດຕາມເຕືອນໄພພິບັດແຜ່ນດິນໄຫວ ຊຶ່ງເປັນການຮ່ວມມືລະຫວ່າງ ສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີອັດສະລິຍະ, ກະຊວງເຕັກໂນໂລຊີ ແລະ ການສື່ສານສປປ ລາວ ແລະ ສະຖາບັນທໍລະນີຟີຊິກ, ສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີສສ ຫວຽດນາມ

 ໄດ້ຈັດຂຶ້ນໃນວັນທີ 6 ສິງຫາ ນີ້ ທີ່ສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີອັດສະລິຍະ (ຫຼັກ 3) ນະຄອນຫຼວງວຽງຈັນໂດຍມີ ທ່ານ ບໍ່ວຽງຄໍາ ວົງດາລາກຳມະການສູນກາງພັກລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ເຈົາ ວັນ ມິງກຳມະການສູນກາງພັກປະທານສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.

ທ່ານ ປະລິຕະ ແສງຈັນທຣ໌ຮອງຫົວໜ້າສະຖາບັນຄົ້ນຄວ້ານຳໃຊ້ເຕັກໂນໂລຊີອັດສະລິຍະ ໄດ້ກ່າວວ່າ:ສະຖາບັນຄົ້ນຄວ້ານຳໃຊ້ເຕັກໂນໂລຊີອັດສະລິຍະ ແລະ ສະຖາບັນທໍລະນີຟີຊິກ ໄດ້ລົງນາມເຊັນບົດບັນທຶກຄວາມເຂົ້າໃຈຮ່ວມກັນ ໃນການຄົ້ນຄວ້າ ແລະ ນຳໃຊ້ເຕັກໂນໂລຊີອັດສະລິຍະເຂົ້າໃນການເຝົ້າລະວັງ ແລະ ເຕືອນໄພພິດບັດແຜ່ນດິນໄຫວ ຄັ້ງວັນທີ 28 ພຶດສະພາ 2023 ຜ່ານມາ ພ້ອມນັ້ນ, ຍັງໄດ້ຮ່ວມກັນຮ່າງບົດໂຄງການ ສ້າງສູນຂໍ້ມູນ ແລະ ການສື່ສານໄພພິບັດ ຢູ່ ສປປ ລາວ ເພື່ອສະເໜີຂໍທຶນຊ່ວຍເຫຼືອຈາກ ສສ ຫວຽດນາມ ໃນການຈັດຕັ້ງປະຕິບັດ. ໃນເບື້ອງຕົ້ນໄດ້ເລີ່ມປັບປຸງ, ຕິດຕັ້ງອຸປະກອນຕ່າງໆ ເລີ່ມແຕ່ວັນທີ 26 ສິງຫາ 2023 ເຖິງ ວັນທີ 4 ສິງຫາ 2024 ຈຶ່ງສຳເລັດ; ຫ້ອງລົດລອງດັ່ງກ່າວມີເນື້ອທີ່ປະມານ 50 ມ2 ປະກອບມີຈໍສະແດງຜົນ ຈຳນວນ 4 ໜ່ວຍ, ຄອມພິວເຕີ 2 ໜ່ວຍ ແລະ ອຸປະກອນໄອທີຈຳນວນໜຶ່ງ ທີ່ນຳໃຊ້ເຂົ້າໃນການຕິດຕາມເຝົ້າລະວັງສະພາບແຜນດິນໄຫວແບບທັນການ ໃນເບື້ອງຕົ້ນແມ່ນຈະມີການເຊື່ອມຕໍ່ຂໍ້ມູນຈາກເຊັນເຊີທີ່ຕິດຕັ້ງຢູ່ສະຖານີວັດແທກຂອງ ສສ ຫວຽດນາມ ແລະ ໃນອະນາຄົດອັນໃກ້ນີ້ ແມ່ນຈະມີແຜນທົດລອງຕິດຕັ້ງສະຖານີວັດແທກຢູ່ 3 ແຂວງ ໃນ ສປປ ລາວຊຶ່ງໂຄງການດັ່ງກ່າວນີ້ຖືເປັນຈຸດເລີ່ມຕົ້ນໃນການສ້າງລະບົບເຄືອຂ່າຍທໍລະນີຟີຊິກຢູ່ພາຍໃນປະເທດ ແລະ ເຊື່ອມຕໍ່ຂໍ້ມູນກັບເຄືອຂ່າຍສະຖານີທໍລະນີຟີຊິກຈຳນວນໜຶ່ງໃນຫວຽດນາມ, ໄທ ແລະ ອາຊີຕາເວັນອອກສຽງໃຕ້.

ຂ່າວ-ພາບ: ກຕສ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄໍາມ່ວນ ມີນໍ້າມັນພຽງພໍສຳລັບການນຳໃຊ້ພາຍໃນ

ຄໍາມ່ວນ ມີນໍ້າມັນພຽງພໍສຳລັບການນຳໃຊ້ພາຍໃນ

ທ່ານ ຂວັນໃຈ ສຸວັນລາສີ ຮັກສາການ ຫົວໜ້າຂະແໜງການຄ້າພາຍໃນ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຄຳມ່ວນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນແຂວງ ໃນວັນທີ 5 ມີນາ 2026ນີ້ວ່າ: ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຄຳມ່ວນ ໄດ້ມີການປະສານງານຢ່າງໃກ້ສິດ ກັບກົມການຄ້າພາຍໃນ ກະຊວງອຸກສາຫະກຳ ແລະ ການຄ້າ (ອຄ) ແລະ ບັນດາບໍລິສັດຜູ້ນຳເຂົ້ານໍ້າມັນເຊື້ອໄຟ ພາຍໃນແຂວງ. ຊຶ່ງແຂວງຄໍາມ່ວນ ມີບໍລິສັດນໍາເຂົ້ານໍ້າມັນເຊື້ອໄຟທັງໝົດ 9 ບໍລິສັດ, ມີສາງທີ່ສາມາດບັນຈຸນໍ້າມັນໄດ້ທັງໝົດຄື: ນໍ້າມັນແອັດຊັງ 772,000 ລິດ, ນໍ້າມັນກາຊວນ 2,906,000 ລິດ.
ກອງປະຊຸມຫາລືວຽກງານຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ

ກອງປະຊຸມຫາລືວຽກງານຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ

ກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອົງການໄອຍະການປະຊາຊົນສູງສຸດ(ອອປສ) ໄດ້ຈັດກອງປະຊຸມປຶກສາຫາລືວຽກງານຕິດຕາມກວດກາຄ້າຍຄຸມຂັງ - ດັດສ້າງ ຂຶ້ນໃນວັນທີ 5 ມີນາ ນີ້ ທີ່ ອອປສ, ໂດຍການເປັນປະທານຂອງ ທ່ານ ບົວລີ ເພັດມີໄຊ ຫົວໜ້າກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອອປສ, ມີ ຫົວໜ້າຄະນະສານອາຍາ ສານປະຊາຊົນສູງສຸດ, ຕາງໜ້າຄະນະກົມ ຈາກກົມຕຳຫຼວດຄຸມຂັງ-ດັດສ້າງ, ກົມຕໍາຫຼວດສືບສວນ-ສອບສວນ, ກົມຕໍາຫຼວດປ້ອງກັນ-ປາບປາມຢາເສບຕິດ ກະຊວງປ້ອງກັນຄວາມສະຫງົບ, ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສສຍລ ສະ​ເຫຼີມ​ສະຫຼອງວັນ​ແມ່​ຍິງ​ສ​າ​ກົນ ຄົບຮອບ 116 ປີ

ສສຍລ ສະ​ເຫຼີມ​ສະຫຼອງວັນ​ແມ່​ຍິງ​ສ​າ​ກົນ ຄົບຮອບ 116 ປີ

ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຈັດພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ແມ່​ຍິງ​ສ​າ​ກົນ ວັນທີ 8 ມີນາ ຄົບຮອບ116 ປີ ຂຶ້ນໃນວັນທີ 6 ມີນານີ້ ທີ່ໂຮງແຮມ ຮໍລີເດອິນ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ອາລີ ວົງໜໍ່ບຸນທໍາ ກໍາມະການສູນກາງພັກ ປະທານຄະນະບໍລິຫານງານ ສສຍລ, ມີບັນ​ດາ​​ພະ​ນັກ​ງານ​ປະ​ຕິ​ວັດ​ອາ​ວຸ​ໂສບໍານານ, ຜູ້ຕາງໜ້າຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ.
ແກ່ນທ້າວ ສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 2025

ແກ່ນທ້າວ ສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 2025

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2025 ແລະ ແນະນໍາການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2026 ຂຶ້ນໃນວັນທີ 4 ມີນາຜ່ານມາ ຢູ່ທີ່ສະໂມສອນຫ້ອງວ່າການເມືອງ. ໂດຍການເຂົ້າຮ່ວມຂອງທ່ານ ສົມສີ ຊາວພິລາ ຮອງປະທານຄະນະກໍາມະການປົກຄອງເມືອງ.
ຄະນະໂຄສະນາອົບຮົມແຂວງເຊກອງ ດໍາເນີນຊິວິດການເມືອງທ້າຍສະໄໝ

ຄະນະໂຄສະນາອົບຮົມແຂວງເຊກອງ ດໍາເນີນຊິວິດການເມືອງທ້າຍສະໄໝ

ໜ່ວຍພັກຮາກຖານ ຄະນະໂຄສະນາອົບຮົມແຂວງເຊກອງ ເປີດກອງປະຊຸມດໍາເນີນຊີວິດການເມືອງທ້າຍສະໄໝ ແລະ ທາບທາມບຸກຄະລາກອນ ອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະໜ່ວຍພັກ ສະໄໝທີ VI ຮອບທີ II ຂຶ້ນໃນວັນທີ 5 ມີນານີ້ ໂດຍການເປັນປະທານຂອງ ສະຫາຍ ວົງເດືອນ ຈັນທະບຸດຊຽງ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ປະກາດສ້າງຕັ້ງຕາແສງ ບືງໄຊ ເປັນຕາແສງທຳອິດ ຂອງເມືອງ

ປະກາດສ້າງຕັ້ງຕາແສງ ບືງໄຊ ເປັນຕາແສງທຳອິດ ຂອງເມືອງ

​ເມືອງສາລະວັນ ຈັດພິທີປະກາດສ້າງຕັ້ງ ຕາແສງ “ບຶງໄຊ" ຢ່າງເປັນທາງການ, ເປັນຕາແສງທຳອິດຂອງເມືອງສາລະວັນ ແຂວງສາລະວັນ ໄດ້ຈັດຂຶ້ນໃນວັນທີ 5 ມີນານີ້ ຢູ່ທີ່ບ້ານບຶງໄຊ,ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ ປະທານຄະນະກໍາມະການປົກຄອງແຂວງ, ທ່ານ ສະໄໝ ໂພທິສານ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງສາລະວັນ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫວັນນະເຂດ ປາຖະກະຖາວັນສ້າງຕັ້ງອົງການກວດກາ ພັກ-ລັດ ແລະວັນຕ້ານການສໍ້ລາດບັງຫຼວງສາກົນ

ສະຫວັນນະເຂດ ປາຖະກະຖາວັນສ້າງຕັ້ງອົງການກວດກາ ພັກ-ລັດ ແລະວັນຕ້ານການສໍ້ລາດບັງຫຼວງສາກົນ

ໃນວັນທີ 4 ມີນາຜ່ານມານີ້ທີ່ສະໂມສອນຫ້ອງວ່າການແຂວງສະຫວັນນະເຂດ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງອົງການກວດກາພັກ-ລັດຄົບຮອບ 44 ປີ(16/2/1982-16/2/2026) ແລະວັນການສໍ້ລາດບັງຫຼວງສາກົນຄົບຮອບ 22 ປີ(9/12/2003-9/12/2026) ໂດຍເປັນກຽດເຂົ້າຮ່ວມ ແລະປາຖະກະຖາຂອງທ່ານ ແສນສັກ ພິມວົງສາ ປະທານອົງການກວດກາພັກ-ລັດແຂວງ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ ແຂວງ, ມີຫົວໜ້າ-ຮອງຫົວໜ້າພະແນກການ-ກົມກອງທຽບເທົ່າຂັ້ນແຂວງ, ພະນັກງານ-ລັດຖະກອນ ແລະພາກສ່ວນກ່ຽວຂ້ອງພາຍໃນແຂວງເຂົ້າຮ່ວມ.
ສະຫະພັນແມ່ຍິງໂຄສະນາອົບຮົມແຂວງຄຳມ່ວນ ປາຖະກະຖາວັນແມ່ຍິງສາກົນຄົບຮອບ 116 ປີ

ສະຫະພັນແມ່ຍິງໂຄສະນາອົບຮົມແຂວງຄຳມ່ວນ ປາຖະກະຖາວັນແມ່ຍິງສາກົນຄົບຮອບ 116 ປີ

ຮາກຖານສະຫະພັນແມ່ຍິງໂຄສະນາອົບຮົມແຂວງຄໍາມ່ວນ ໄດ້ຈັດປາຖະກະຖາລະນຶກວັນແມ່ຍິງສາກົນ ຄົບຮອບ 116 ປີ (8 ມີນາ 1910-8 ມີນາ 2026) ຂຶ້ນໃນວັນທີ 5 ມີນານີ້,ພາຍໃຕ້ຄໍາຂວັນ " ສິດທິ, ຄວາມຍຸດຕິທໍາ ການລົງມືປະຕິບັດ ເພື່ອແມ່ຍິງ ແລະ ເດັກຍິງທຸກຄົນ”. ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນວນຕາ ແກ້ວນະວົງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ພ້ອມດ້ວຍບັນດາຄະນະຮາກຖານ, ແຂກຖືກເຊີນ ແລະ ສະມາຊິກແມ່ຍິງພາຍໃນຮາກຖານເຂົ້າຮ່ວມ.
8 ມີນາ ວັນແຫ່ງຄວາມເອກອ້າງທະນົງໃຈຂອງແມ່ຍິງທົ່ວໂລກ

8 ມີນາ ວັນແຫ່ງຄວາມເອກອ້າງທະນົງໃຈຂອງແມ່ຍິງທົ່ວໂລກ

ເນື່ອງໃນໂອກາດວັນແມ່ຍິງສາກົນ ຄົບຮອບ 116 ປີ (8 ມີນາ 1910- 8 ມີນາ 2026) ທີ່ຈະມາເຖິງນີ້ ວັນທີ 8 ມີນາ ແມ່ນເຫດການ-ການເມືອງທີ່ສໍາຄັນ, ເປັນຂີດໝາຍ ແຫ່ງໄຊຊະນະພື້ນຖານຂອງຂະບວນການແມ່ຍິງສາກົນ ໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນຊອບທໍາໃຫ້ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງ ເພື່ອປົດປ່ອຍຕົນເອງ ແລະ ທວງໃຫ້ມີສິດສະເໝີພາບ ປະຊາທິປະໄຕ ຄືກັນກັບຜູ້ຊາຍ, ທວງໃຫ້ພວກນາຍທຶນແກ້ໄຂຊີວິດການເປັນຢູ່ພາຍໃຕ້ຄໍາຂວັນ: “ຜູ້ໜຶ່ງເຮັດວຽກມື້ລະ 8 ຊົ່ວໂມງ, ແມ່ຍິງ ແລະ ຜູ້ຊາຍເຮັດວຽກຄືກັນ ຕ້ອງໄດ້ຮັບເງິນເດືອນເທົ່າກັນ, ຕ້ອງມີລະບອບປ້ອງກັນສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ, ຕ້ານສົງຄາມຮຸກຮານ, ປົກປັກຮັກສາສັນຕິພາບຂອງໂລກ".
ຍົກລະດັບຄວາມຮູ້ ວຽກງານກວດກາລັດ ຂອງຂະແໜງການເງິນ

ຍົກລະດັບຄວາມຮູ້ ວຽກງານກວດກາລັດ ຂອງຂະແໜງການເງິນ

ກົມກວດກາລັດ ກະຊວງການເງິນ ເປີດຊຸດຝຶກອົບຮົມວຽກງານກວດກາລັດ ໃນວັນທີ 2 ມີນາຜ່ານມາ ໂດຍການເປັນປະທານຂອງທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງການເງິນ, ມີທ່ານຮັກສາການຫົວໜ້າກົມກວດກາລັດ, ຫົວໜ້າສະຖາບັນເສດຖະກິດ-ການເງິນ, ບັນດາທ່ານຮອງຫົວໜ້າກົມ, ພະນັກງານຫຼັກແຫຼ່ງກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ