ທ່ານ ໄພທູນ ທ່ຽງລະໄມ ຫົວໜ້າກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ ກະຊວງການເງິນໄດ້ນໍາສະເໜີທິດທາງ ແລະ ວິໄສທັດໃນການຄຸ້ມຄອງວິສາຫະກິດລັດລົງທຶນໃນໄລຍະໃໝ່ ຕາມແນວທາງການຫັນປ່ຽນວຽກງານການຄຸ້ມຄອງວິສາຫະກິດລັດລົງທຶນທີ່ລັດຖະບານວາງອອກ. ຫຼັງຈາກນັ້ນ,ຕາງໜ້າສະຫະພັນນັກຮົບເກົ່າແຫ່ງຊາດລາວຜູ້ສະໜັບສະໜູນທຶນໃນການພັດທະນາລະບົບໄດ້ກ່າວຄໍາເຫັນ ແລະ ຄວາມເປັນມາໃນການສະໜອງທຶນໃຫ້ກະຊວງການເງິນ ແລະ ໄດ້ມີການນໍາສະເໜີກ່ຽວກັບລະບົບຄຸ້ມຄອງວິສາຫະກິດລັດລົງທຶນໂດຍບໍລິສັດ ລາຍລາວເລັບ ໂຊລູຊັນ ໄອຊີທີ ຈໍາກັດຜູ້ດຽວ (ຜູ້ພັດທະນາລະບົບ).
ລະບົບຄຸ້ມຄອງວິສາຫະກິດລັດລົງທຶນຖືກອອກແບບເພື່ອນໍາໃຊ້ຜ່ານເວັບໄຊຊຶ່ງເປັນລະບົບອອນລາຍທີ່ບັນດາວິສາຫະກິດລວມທັງບຸກຄົນ, ນິຕິບຸກຄົນຈະໄດ້ເຂົ້າເຖິງຂໍ້ມູນຂ່າວສານ ຊຶ່ງລະບົບມີທັງໝົດ 7 ໂມດູດໃນການເຮັດວຽກຄື: ການຈັດການຂໍ້ມູນຂອງວິສາຫະກິດລັດລົງທຶນ; ການກໍານົດແຜນການມອບພັນທະໃຫ້ລັດ; ການຈັດການບັນດານິຕິກໍາ ແລະ ກົດໝາຍ; ການຕິດຕາມທາງດ້ານການເງິນ ແລະ ການດໍາເນີນການເຄື່ອນໄຫວທຸລະກິດ; ການວິເຄາະທາງດ້ານການເງິນ ແລະ ການປະຕິບັດງານຂອງຄະນະສະພາບໍລິຫານ, ຄະນະອໍານວຍການ ແລະ ການດໍາເນີນທຸລະກິດຂອງບັນດາວິສາຫະກິດລັດລົງທຶນ; ການຕິດຕໍ່ສື່ສານ ແລະ ສົນທະນາພາຍໃນລະບົບ ແລະ ການເປີດເຜີຍຂໍ້ມູນຂ່າວສານສູ່ສາທາລະນະ.ລະບົບດັ່ງກ່າວຈະເຂົ້າມາຊ່ວຍເປັນເຄື່ອງມືໃນການຕິດຕາມ, ຄຸ້ມຄອງ, ກວດກາ ແລະ ປະເມີນຜົນດ້ານການເງິນ, ປະສິດທິຜົນການດໍາເນີນງານຂອງສະພາບໍລິຫານ, ຄະນະອໍານວຍການຂອງບັນດາວິສາຫະກິດລັດລົງທຶນໃນຂອບເຂດທົ່ວປະເທດ.
ທີ່ມາ: ກະຊວງການເງິນ
ຄໍາເຫັນ