ເປີດງານແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV

ເປີດງານແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV

ເປີດງານແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV
ສະຖາບັນພັດທະນາສີມືແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຈັດພິທີເປີດງານແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV ພາຍໃຕ້ຄໍາຂັວນ “ສີມືແຮງງານລາວກ້າວສູ່ພາກພື້ນ ແລະ ສາກົນ” ຂຶ້ນໃນວັນທີ28 ເມສານີ້ທີ່ສູນຝຶກອົບຮົມ ແລະ ການຮ່ວມມືສາກົນ (ICTC)

ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ເລັດ ໄຊຍະພອນ ປະທານຄະນະບໍລິຫານງານສະຫະພັນກໍາມະບານລາວ ແລະກ່າວເປີດງານຂອງທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງ ຮສສ, ມີບັນດາຄູຝຶກ, ນັກສຶກສາ ເຂົ້າຮ່ວມແຂ່ງຂັນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ເປດງານແຂງຂນສມແຮງງານແຫງຊາດ ຄງທ IV - image 1
 

ໃນພິທີ, ທ່ານ ບຸນມາ ສິດທິໂສມ ຫົວໜ້າສະຖາບັນສີມືແຮງງານ ກະຊວງ ຮສສ ໄດ້ຍົກໃຫ້ເຫັນຄວາມເປັນມາ, ເຫດຜົນແລະຄວາມຈໍາເປັນການແຂ່ງຂັນສີມືແຮງງານ.ການແຂ່ງຂັນສີມືແຮງງານແຫ່ງຊາດ ເປັນກິດຈະກຳໜຶ່ງທີ່ຖືກຈັດທຸກໆປີ ເພື່ອສົ່ງເສີມການພັດທະນາສີມືແຮງງານ ໃຫ້ບັນດາຊາວໜຸ່ມ, ນັກຮຽນ ແລະ ນັກສຶກສາທີ່ເປັນກຳລັງແຮງຂອງຊາດ, ເປັນເວທີແລກປ່ຽນ ແລະ ຖອດຖອນບົດຮຽນ ຊຶ່ງກັນ ແລະກັນທາງດ້ານບົດຮຽນອັນພົ້ນເດັ່ນ, ນະວັດຕະກຳ ແລະ ເຕັກໂນໂລຊີຕ່າງໆ ທີ່ມີການປ່ຽນແປງໄປຕາມຍຸກການຫັນເປັນອຸດສາຫະກຳ4.0.

ເປດງານແຂງຂນສມແຮງງານແຫງຊາດ ຄງທ IV - image 2
 

ນອກຈາກນັ້ນ, ຍັງເປັນການຊຸກຍູ້ສົ່ງເສີມໃຫ້ມີການຮ່ວມມືລະຫວ່າງພາກລັດ ແລະ ພາກເອກະຊົນຫຼາຍຂຶ້ນ ຊຶ່ງເປັນວຽກງານໜຶ່ງທີ່ນອນຢູ່ໃນວຽກງານການພັດທະນາຊັບພະຍາກອນມະນຸດ ເວົ້າລວມ, ເວົ້າສະເພາະແມ່ນການພັດທະນາສີມືແຮງງານ, ຜ່ານການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV ສໍາເລັດ ຈະໄດ້ນັກແຂ່ງຂັນສີມືແຮງງານສາຂາລະ 3 ຄົນ, ໂດຍແມ່ນຜູ້ທີ່ໄດ້ຫຼຽນຄໍາ, ຫຼຽນເງິນ ແລະ ຫຼຽນທອງແດງ ຂອງແຕ່ລະສາຂາຊ່າງ, ເພື່ອນໍາໄປຝຶກຊ້ອມ ແລະ ຄັດເລືອກເອົາຜູ້ມີຄວາມຮູ້, ຄວາມສາມາດ ແລະ ຄຸນສົມບັດດີເດັ່ນ ຈໍານວນ 2 ຄົນ ເປັນຕົວແທນທີມຊາດລາວ ເພື່ອຈະເຂົ້າຮ່ວມການແຂ່ງຂັນສີມືແຮງງານ ອາຊຽນ ຄັ້ງທີ XIV (14thWorldSkills ASEAN) ທີ່ຈະຈັດຂຶ້ນ ໃນລະຫວ່າງວັນທີ 22-25 ສິງຫາ 2025 ທີ່ສູນການຄ້າສາກົນມະນີລາ ປະເທດຟີລິບປິນ.

ສໍາລັບສາຂາວິຊາແລະສະຖານທີ່ຈັດການແຂ່ງຂັນປະກອບມີ 5 ສາຂາຊ່າງ ທີ່ມາຈາກສະຖານພັດທະນາສີມີແຮງງານ, ສະຖານອາຊີວະສຶກສາຈາກສູນກາງ ແລະ ທ້ອງຖິ່ນ ໃນທົ່ວປະເທດເຂົ້າຮ່ວມຄື:ຕິດຕັ້ງໄຟຟ້າໃນອາຄານ(Electrical Installations); ເຮັດຕູ້ໄມ້(Cabinet Making);ເຕັກໂນໂລຊີເວັບໄຊ(Web Technologies)ຈັດແຂ່ງຂັນທີ່: ສະຖາບັນພັດທະນາສີມືແຮງງານ;ເຕັກໂນໂລຊີອອກແບບກຣາບຟິກ(Graphic Design Technology)ຈັດແຂ່ງຂັນທີ່: ວິທະຍາໄລເຕັກນິກວິຊາຊີບມິດຕະພາບວຽງຈັນ-ຮ່າໂນ້ຍ;ປຸງແຕ່ງອາຫານ(Cooking) ຈັດແຂ່ງຂັນທີ່: ວິທະຍາໄລເຕັກນິກປາກປ່າສັກ. ໃນນັ້ນ, ມີທັງໝົດ 23 ພາກສ່ວນເຂົ້າຮ່ວມແຂ່ງຂັນ, ມີຈໍານວນຄູຝຶກ 59 ທ່ານ ແລະ ຈໍານວນນັກແຂ່ງຂັນ 72 ທ່ານ, ຍິງ 17 ທ່ານ.

ເປດງານແຂງຂນສມແຮງງານແຫງຊາດ ຄງທ IV - image 3
 

ສໍາລັບການແຂ່ງຂັນສີມືແຮງງານໃນລະດັບອາຊຽນຜ່ານມາ,ສປປລາວໄດ້ເຂົ້າຮ່ວມ12 ຄັ້ງ. ໃນນີ້,ເປັນຜູ້ສັງເກດການ1 ຄັ້ງ, ເຂົ້າຮ່ວມແຂ່ງຂັນ11 ຄັ້ງ, ສາມາດຍາດມາໄດ້ 1 ຫຼຽນເງິນ ຈາກສາຂາວິຊາຊ່າງຕິດຕັ້ງໄຟຟ້າໃນອາຄານໃນການແຂ່ງຂັນສີມືແຮງງານອາຊຽນຄັ້ງທີXທີ່ຮ່າໂນ້ຍສສ ຫວຽດນາມແລະໄດ້ຮັບໃບຢັ້ງຢືນສີມືແຮງງານລະດັບອາຊຽນ 25 ໃບ.

ທ່ານ ບຸນມາ ສິດທິໂສມ ກ່າວຕື່ມວ່າ: ຄາດຄະເນຜົນໄດ້ຮັບໃນຄັ້ງນີ້,ມີນັກແຂ່ງຂັນໃນ 5 ສາຂາວິຊາຊ່າງທີ່ຜ່ານການຄັດເລືອກຈາກການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV ເພື່ອກຽມພ້ອມເຂົ້າແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີXIVປະເທດຟີລິບປິນ; ສ້າງຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບວຽກງານແຂ່ງຂັນສີມືແຮງງານໃຫ້ພະນັກງານ ແລະ ພາກສ່ວນຕ່າງໆໃນສັງຄົມຫຼາຍຂຶ້ນ; ຊອກເຫັນຜູ້ອອກແຮງງານທີ່ມີສີມືບົ່ມຊ້ອນກໍຈະໄດ້ປະກົດຕົວອອກໃນງານມະຫະກຳແຂ່ງຂັນສີມືແຮງານ; ບັນດາສູນຝຶກວິຊາຊີບກໍຈະສາມາດສົມທຽບລະດັບການຮຽນ-ການສອນໃນແຕ່ລະສູນຝຶກດ້ວຍກັນໂດຍຜ່ານການແຂ່ງຂັນຕົວຈິງຂອງນັກຮຽນຂອງຕົນ; ຫົວໜ່ວຍທຸລະກິດຕ່າງໆຈະເຫັນໄດ້ຄວາມສຳຄັນໃນການແຂ່ງຂັນສີມືແຮງງານແລ້ວນຳໄປຈັດຕັ້ງປະຕິບັດແຂ່ງຂັນພາຍໃນອົງກອນຂອງຕົນເອງແລະ ຈະໄດ້ນຳໃຊ້ແຮງງານລາວທີ່ມີລະດັບສີມືເປັນທີ່ເພິ່ງພໍໃຈ; ໃນເວທີສາກົນ, ແຮງງານທີ່ມີສີມືຂອງ ສປປ ລາວ ກໍຈະໄດ້ຮັບການຍອມຮັບ ແລະປະກອບສ່ວນສະແດງສີມືໃນການແຂ່ງຂັນລະດັບສາກົນຢ່າງມີຫົວຄິດປະດິດສ້າງ.ງານແຂ່ງຂັນສີມືແຮງງານໃນຄັ້ງນີ້,ຈະໄດ້ດໍາເນີນໄປຮອດວັນທີ 30 ເມສາ 2025 ຈຶ່ງປິດລົງ.

ໂອກາດນີ້, ທ່ານ ເລັດ ໄຊຍະພອນໄດ້ໃຫ້ກຽດຂຶ້ນລັ່ນຄ້ອງ 9 ບາດ ເພື່ອເປັນສິຣິມຸງຄຸນເປີດງານແຂ່ງຂັນໃນຄັ້ງນີ້.

(ຂ່າວ-ພາບ: ວັນເພັງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ງານບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ 2025 ມີຫຼາຍກິດຈະກໍາໃຫ້ທ່ຽວຊົມ

ງານບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ 2025 ມີຫຼາຍກິດຈະກໍາໃຫ້ທ່ຽວຊົມ

ບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ ເມືອງປາກຊ່ອງ ແຂວງຈໍາປາສັກ ຈັດຂຶ້ນໃນວັນທີ 4 ຫາ 7 ທັນວາ 2025 ທີ່ເດີ່ນອະນຸສາວະລີຂອງ ທ່ານ ສີທົນກົມມະດໍາ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ອາລຸນໄຊ ສຸນນະລາດ ກຳມະການສູນກາງພັກ ເລຂາພັກແຂວງຈໍາປາສັກ, ທ່ານ ນາງ ບຸນຄໍາ ວໍລະຈິດ ກຳມະການສູນກາງພັກ ຜູ້ວ່າການທະນາຄານແຫ່ງ ສປປລາວ, ມີແຂກຖືກເຊີນ ທັງພາຍໃນ ແລະ ຕ່າງປະທດ, ຜູ້ປະກອບການ ແລະ ມວນຊົນເຂົ້າຮ່ວມ.
ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ເຄື່ນໄຫວຕິດຕາມການເດີນສໍາຫຼວດ ພົນລະເມືອງ ຢູ່ແຂວງວຽງຈັນ.

ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ເຄື່ນໄຫວຕິດຕາມການເດີນສໍາຫຼວດ ພົນລະເມືອງ ຢູ່ແຂວງວຽງຈັນ.

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ, ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ ແລະ ຕິດຕາມ ວຽກງານການເດີນສໍາຫຼວດ ພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ຢູ່ແຂວງວຽງຈັນ ໃນວັນທີ 4 ທັນວານີ້ ໂດຍການຕ້ອນຮັບຂອງທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ຫົວໜ້າຄະນະຊີ້ນຳການສຳຫຼວດພົນລະເມືອງ ແລະ ທີຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຂັ້ນແຂວງ ທີ່ຫ້ອງຮັບຮອງຫ້ອງວ່າການແຂວງ.
ປາຖະກະຖາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ປາຖະກະຖາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ໃນຕອນເຊົ້າຂອງວັນທີ 4 ທັນວາຜ່ານມານີ້, ກະຊວງການຕ່າງປະເທດ ໄດ້ຈັດພິທີປາຖະກະຖາ ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ໂດຍໃຫ້ກຽດເປັນປະທານ ແລະ ບັນຍາຍເອກະສານ ຂອງ ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງການຕ່າງປະເທດ,ຊຶ່ງມີບັນດາຄະນະພັກ, ຄະນະນຳ, ຄະນະໜ່ວຍພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານລັດຖະກອນ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມຮັບຟັງທັງໝົດ ປະມານ 450 ສະຫາຍ.
ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ໃນວັນທີ 27ພະຈິກຜ່ານມານີ້,ທີ່ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບບັນດາແຂວງພາກເໜືອ ແລະ ພາກກາງ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ. ກອງປະຊຸມດັ່ງກ່າວມີຜູ້ເຂົ້າຮ່ວມຈາກບັນດາພະແນກການກ່ຽວຂ້ອງຈາກ ບັນດາແຂວງພາກເໜືອ ແລະ ພາກກາງ ລວມທັງໝົດປະມານ 100ທ່ານ. ສໍາລັບບັນດາແຂວງພາກໃຕ້, ກອງເລຂາ ໄດ້ສໍາເລັດຈັດກອງປະຊຸມເຜີຍແຜ່ໃຫ້ບັນດາແຂວງດັ່ງກ່າວໃນເດືອນ ມິຖຸນາ 2025 ຜ່ານມາ ທີ່ ແຂວງຈໍາປາສັກ.
ງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ ປີ 2025

ງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ ປີ 2025

ວິທະຍາໄລສິລະປະແຫ່ງຊາດ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບບໍລິສັດເຂົ້າໜຽວການສະແດງ ແລະ ໂຮງລະຄອນ, ໄດ້ຈັດງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ (Asian Youth Theatre Festival) (AYTF) ປີ 2025 ຂຶ້ນໃນຄໍ່າວັນທີ 4 ທັນວາ ຜ່ານມາທີ່ ວິທະຍາໄລດັ່ງກ່າວ ໂດຍມີ ທ່ານ ວຽງພອນ ສຸກຂະວົງ ຫົວໜ້າກົມວັດທະນະທໍາ ແລະ ສິລະປະການສະແດງ ກະຊວງ ວທ, ທ່ານ ວິລະພັນ ຊາພູວົງ ອຳນວຍການວິທະຍາໄລສິລະປະແຫ່ງຊາດ, ມີບັນດາຄະນະຜູ້ຈັດງານ, ຄູ-ອາຈານ, ນັກສິລະປິນໄວໜຸ່ມຕົວແທນນັກສະແດງຈາກບັນດາປະເທດອາຊີ ແລະ ອາຊຽນ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ອອກຈາກສະຖານະພາບດ້ອຍພັດທະນາ

ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ອອກຈາກສະຖານະພາບດ້ອຍພັດທະນາ

ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບບັນດາແຂວງພາກເໜືອ ແລະ ພາກກາງ, ເມື່ອ​ບໍ່​ດົນ​ມາ​ນີ້ ທີ່ ນະ​ຄອນຫຼວງວຽງ​ຈັນໂດຍການເປັນປະທານຂອງ ທ່ານ ນາງ ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ມີບັນດາພະແນກການກ່ຽວຂ້ອງຈາກບັນດາແຂວງພາກເໜືອ ແລະ ພາກກາງເຂົ້າ​ຮ່ວມ.
ຝຶກອົບຮົມໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງ

ຝຶກອົບຮົມໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງ

ຄະນະປະຈຳການ, ຄະນະກຳມະການເລືອກຕັ້ງລະດັບຊາດ, ໄດ້ຈັດກອງປະຊຸມຝຶກອົບໃຫ້ແກ່ພະ ນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ(ສສຊ) ຊຸດ ທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ(ສສຂ) ຊຸດທີ V,ຂຶ້ນໃນລະຫວ່າງວັນທີ 4-5 ທັນວານີ້, ທີ່ຫໍປະຊຸມສະພາແຫ່ງຊາດ, ໂດຍການເປັນປະທານ ຂອງ ທ່ານ ຈະເລີນ ເຢຍປາວເຮີ, ຮອງປະທານສະພາແຫ່ງຊາດ, ຮອງຫົວໜ້າອະນຸກຳມະການໂຄສະນາ ແລະ ປຸກລະດົມຂະບວນການ, ມີບັນດາຮອງປະທານສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາກະຊວງ ແລະ ອົງການທຽບເທົ່າກະຊວງເຂົ້າຮ່ວມ.
ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບເພື່ອສົ່ງເສີມປັນຍາປະດິດລາວ

ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບເພື່ອສົ່ງເສີມປັນຍາປະດິດລາວ

ກອງປະຊຸມວິຊາການ ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບ ເພື່ອສົ່ງເສີມປັນຍາປະ ດິດລາວໄດ້ຈັດຂຶ້ນໃນວັນທີ 4 ທັນວານີ້ ທີ່ໂຮງແຮມຄຣາວພາຊາ ເປັນກຽດເຂົ້າຮ່ວມຂອງທ່ານ ສາຄອນ ພົມມະລາດ ກຳມະການພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນຳວິທະຍຸກະຈາຍສຽງແຫ່ງຊາດລາວ, ມີສຳນັກຂ່າວສານປະເທດລາວ, ໜັງສືພິມພາສາຕ່າງປະເທດ, ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວແຫ່ງສປປ ລາວ, ອະດີດຮອງລັດຖະມົນຕີກະຊວງຖະແຫຼງຂ່າວວັດທະ ນະທຳ ແລະ ທ່ອງທ່ຽວ, ທ່ານ ນາງ ບີນິຕາ ສົມເມີວິວ ຮອງເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ປະເທດອົສຕຣາລີປະຈຳສປປ ລາວ, ທ່ານ ໄຊສົງຄາມ ພານຸວົງ ຫົວໜ້າສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີອັດຊະລິຍະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ແກ່ນທ້າວ ແຂ່ງຂັນກິລາສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ຢ່າງເບີກບານມ່ວນຊື່ນ.

ແກ່ນທ້າວ ແຂ່ງຂັນກິລາສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ຢ່າງເບີກບານມ່ວນຊື່ນ.

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດງານແຂ່ງຂັນກິລາ ເພື່ອສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຂຶ້ນໃນວັນທີ 2 ທັນວາຜ່ານມານີ້ທີ່ເດີ່ນກິລາເມືອງ ໂດຍການເຂົ້າຮ່ວມຂອງທ່ານ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງ, ມີບັນດາການນໍາເມືອງ, ອົງການປົກຄອງບ້ານ, ນັກທຸລະກິດຜູ້ປະກອບການ ແລະ ນັກກິລາເຂົ້າຮ່ວມ.
ແຊ້ມເຮືອປະເພນີ ທັງຊາຍ ແລະ ຍິງ ຕົກເປັນຂອງບ້ານດ່ານ

ແຊ້ມເຮືອປະເພນີ ທັງຊາຍ ແລະ ຍິງ ຕົກເປັນຂອງບ້ານດ່ານ

ງານບຸນຊ່ວງເຮືອ ປະຈໍາປີ 2025 ທີ່ເມືອງລະມາມ ແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 3 ທັນວານີ້ ທີ່ທ່າບັກເກົ່າ ບ້ານເພຍໃໝ່ ໂດຍມີຜົນການແຂ່ງຂັນດັ່ງນີ້: ເຮືອປະເພນີທັງຊາຍ ແລະ ຍິງ ຕົກເປັນ ຂອງສີພາຍບ້ານດ່ານ ເປັນເຈົ້າຄອງແຊ້ມໜ້ານໍ້າເຊກອງ ຊຶ່ງໃຫ້ກຽດມອບລາງວັນ ແລະ ຮ່ວມພິທີປິດງານ ຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຄະນະປະຈຳພັກແຂວງຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ມີທ່ານ ດາວວີ ສວຍທະລັງສີ ຄະນະປະຈຳພັກແຂວງເລຂາພັກເມືອງລະມາມ.
ເພີ່ມເຕີມ