ເປີດງານສັບປະດາດີຈີຕອນ 2024 

ເປີດງານສັບປະດາດີຈີຕອນ 2024 
ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດພິທີເປີດງານ ສັບປະດາດີຈີຕອນ 2024 (Digital Week) ຂຶ້ນໃນຕອນເຊົ້າ ຂອງວັນທີ 10 ມັງກອນນີ້ທີ່ຫໍປະຊຸມແຫ່ງຊາດ ຊຶ່ງເປັນງານມະຫະກໍາທາງດ້ານດີຈີຕອນ ຄັ້ງທີ 2 ນັບຕັ້ງແຕ່ໄດ້ສ້າງຕັ້ງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ. ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານເຈົ້າແຂວງ, ຮອງເຈົ້າແຂວງ, ລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາຄະນະກົມ, ທຽບເທົ່າ ແລະ ບັນດາຫົວໜ້າ, ຮອງຫົວໜ້າ ພະແນກເຕັກໂນໂລຊີ ແລະ ການສື່ສານ ທົ່ວປະເທດເຂົ້າຮ່ວມ.
ໃນພິທີເປີດງານສັບປະດາດີຈີຕອນ 2024 (Digital Week) ຄັ້ງນີ້, ທ່ານ ບໍ່ວຽງຄຳ ວົງດາລາ ໄດ້ກ່າວວ່າ: ນັບແຕ່ກາງປີ 2023 ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ເອົາໃຈໃສ່ກະກຽມຈັດງານ ສັບປະດາດີຈີຕອນ 2024 (Digital Week)  ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 10-14 ມັງກອນ ນີ້ ທີ່ ຫໍປະຊຸມແຫ່ງຊາດນະຄອນຫຼວງງວຽງຈັນ, ພາຍໃຕ້ ຄໍາຂວັນ“ຫັນເປັນດີຈີຕອນ ເພື່ອຫັນປ່ຽນ ການພັດທະນາເສດຖະກິດ-ສັງຄົມ ໄປສູ່ຄຸນນະພາບໃໝ່ ແລະ ເພີ່ມຄວາມຮູ້ດ້ານດີຈີຕອນໂດຍມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີແລະບັນດາມີນັກວິທະຍາກອນທີ່ມີຄວາມຊຳນານແລະປະສົບການສູງທັງພາຍໃນແລະຕ່າງປະເທດເປັນຜູ້ບັນລະຍາຍ. ການຝຶກອົບຮົມແລະສໍາມະນາດັ່ງກ່າວເປີດໂອກາດໃຫ້ທຸກພາກສ່ວນໄດ້ເຂົ້າຮ່ວມໂດຍບໍ່ເສຍຄ່າໃຊ້ຈ່າຍໃດໆ ຊຶ່ງປະກອບມີ1. ການສະແດງສິນຄ້າແລະນະວັດຕະກຳທາງດ້ານດີຈີຕອນ: ມີບັນດາໜ່ວຍງານຈາກພາກລັດ, ເອກະຊົນ, ກຸ່ມນັກທຸລະກິດຂະໜາດນ້ອຍ, ຂະໜາດກາງແລະບໍລິສັດຫ້າງຮ້ານຕ່າງໆທັງພາຍໃນແລະຕ່າງປະເທດເຂົ້າຮ່ວມ ເພື່ອວາງສະແດງຜະລິດຕະພັນແລະສິນຄ້າຂອງຕົນເຊັ່ນ:ເຕັກໂນໂລຊີ 5G,AI, Blockchain, IoT, Cloud computing, Cyber Security, ຜະລິດຕະພັນ Smartphone, tablet, computer, notebook, Drone, software solutionແລະອື່ນໆ.ນອກຈາກນີ້, ກໍຍັງຈະໄດ້ນໍາສະເໜີການແນະນຳ,ຫຼຸດລາຄາສິນຄ້າຢ່າງຫຼວງຫຼາຍແລະຈັບສະຫຼາກລຸ້ນຮັບລາງວັນຈາກບັນດາບໍລິສັດຕ່າງໆ, 2.ການແຂ່ງຂັນLao ICTand Innovation Award ແລະLao Cyber Security Hacking: ຈະເປັນເວທີ່ສຳຄັນແລະໃຫຍ່ທີ່ສຸດຂອງສປປລາວໃນການຄັດເລືອກຜະລິດຕະພັນຂອງຄົນລາວທີ່ດີເດັ່ນທາງດ້ານດີຈີຕອນເພື່ອເຂົ້າແຂ່ງຂັນໃນສາກົນໂດຍສະເພາະການແຂ່ງຂັ້ນປະຈຳປີລະດັບພາກພື້ນ, 3.ເຫດການທີ່ສຳຄັນທີ່ສຸດໃນງານສັບປະດາດີຈີຕອນຄັ້ງນີ້ແມ່ນກະຊວງເຕັກໂນໂລຊີແລະການສື່ສານຈະໄດ້ຮ່ວມກັບສູນກາງຊາວໜຸ່ມປະຊາຊົນປະຕິວັດລາວຈັດເວທີສຳມະນາເພື່ອປຸກລະດົມຂະບວນການຊາວໜຸ່ມລາວຮ່ວມແຮງຮ່ວມໃຈຫັນເປັນດີຈີຕອນຊຶ່ງໃນງານດັ່ງກ່າວຈະໄດ້ຮັບຟັງຄຳໂອ້ລົມຊີ້ນຳຈາການນຳຂັ້ນສູງ ຊຶ່ງຈະເປັນສຽງແກຕະລຸມບອນໃຫ້ແກ່ຊາວໜຸ່ມລາວບຸກທະລຸການຫັນເປັນດີຈີຕອນໃຫ້ໄດ້ຮັບໄຊຊະນະ, 4. ກະຊວງເຕັກໂນໂລຊີແລະການສື່ສານກໍໄດ້ເຊື້ອເຊີນການນຳຂອງບັນດາຂະແໜງການແລະທ້ອງຖິ່ນພ້ອມດ້ວຍບັນດາພະແນກເຕັກໂນໂລຊີແລະການສື່ສານຂອງທຸກແຂວງເຂົ້າຮ່ວມກອງປະຊຸມປະຈຳປີຂອງຂະແໜງການແລະ 5. ໃນງານສັບປະດາດີຈີຕອນຍັງມີການສະແດງສິລະປະດົນຕີ, ການຈັດການແຂ່ງຂັນກິລາມິດຕະພາບເພື່ອສ້າງຄວາມສາມັກຄີແລະບັນຍາກາດຟົດຟື້ນ.
ໃນໂອກາດເຂົ້າຮ່ວມງານຄັ້ງນີ້,ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍການນໍາແລະພະນັກງານ-ລັດຖະກອນກະຊວງເຕັກໂນໂລຊີແລະການສື່ສານພ້ອມດ້ວຍບັນດາພາກສ່ວນກ່ຽວຂ້ອງທີ່ໄດ້ພ້ອມກັນເອົາໃຈໃສ່ຫ້າງຫາກະກຽມງານສັບປະດາດີຈີຕອນແລະປະກາດວັນທີ 10 ມັງກອນ ເປັນວັນດີຈີຕອນແຫ່ງຊາດ.ພ້ອມກັນນີ້ ຂໍຊົມເຊີຍ ການນຳກະຊວງເຕັກໂນໂລຊີ ແລະ ການສື່ສານ,ບໍລິສັດໃຫ້ບໍລິການໂທລະຄົມມະນາຄົມທີ່ເປັນເຈົ້າການຄຸ້ມຄອງ ແລະ ພັດທະນາການສື່ສານ5G ໃຫ້ສາມາດເປີດບໍລິການຢ່າງເປັນທາງການ ເພື່ອຕອບສະໜອງຄວາມຕ້ອງການໃນການພັດທະນາເສດຖະກິດ-ສັງຄົມ ແລະ ຕອບສະໜອງຂະບວນການຫັນເປັນດີຈີຕອນຂອງປະເທດ.
ເພື່ອເສີມຂະຫຍາຍຜົນສຳເລັດຂອງການຫັນເປັນດີຈີຕອນໃນເບື້ອງຕົ້ນນີ້ໃຫ້ສາມາດເຕີບໃຫຍ່ຂະຫຍາຍຕົວຢ່າງໜັກແໜ້ນໃນຂອບເຂດທົ່ວປະເທດ,ໂດຍສະເພາະແມ່ນການພັດທະນາແລະນຳໃຊ້ເຕັກໂນໂລຊີດີຈີຕອນຢູ່ສູນກາງຈົນຮອດທ້ອງຖິ່ນໃຫ້ສາມາດຕອບສະໜອງຄວາມຕ້ອງການຂອງສັງຄົມແລະປະຊາຊົນໄດ້ຢ່າງສະດວກວ່ອງໄວ,ຖືກຕ້ອງແລະໂປ່ງໃສນັ້ນພວກເຮົາຈະຕ້ອງຕັດສິນໃຈຫັນປ່ຽນຈິນຕະນາການແລະແບບແຜນວິທີເຮັດວຽກແບບທັນສະໄໝແນໃສ່ຊຸກຍູ້ໃຫ້ເສດຖະກິດມີທ່າອ່ຽງພັດທະນາຂຶ້ນໂດຍໄວແລະກ້າວໄປເຖິງການນຳໃຊ້ເຕັກໂນໂລຊີດີຈີຕອນໃນການຜະລິດແລະການບໍລິການເພື່ອສ້າງພື້ນຖານເສດຖະກິດໃຫ້ໝັ້ນຄົງ.ສະນັ້ນ, ເພື່ອເນັ້ນໜັກເຖິງຄວາມສຳຄັນແລະຊຸກຍູ້ສົ່ງເສີມການຫັນເປັນທັນສະໄໝໃນການຄຸ້ມຄອງລັດ,ເສດຖະກິດແລະສັງຄົມໃຫ້ເປັນດີຈີຕອນ,ລັດຖະບານແຫ່ງສປປລາວໄດ້ຕົກລົງເຫັນດີຮັບຮອງເອົາວັນທີ10 ມັງກອນ (ຊຶ່ງເປັນເລກລະຫັດດີຈີຕອນແມ່ນ10-01   ໜຶ່ງສູນ-ສູນໜຶ່ງ(ເປັນວັນດີຈີຕອນແຫ່ງຊາດເພື່ອສ້າງບາດກ້າວໃໝ່ແຫ່ງການຫັນເປັນດີຈີຕອນຂອງປະເທດເຮົາ.ໃນໂອກາດອັນສະຫງ່າລາສີນີ້ ທ່ານນາຍົກຍັງໄດ້ເນັ້ນໃຫ້ເອົາໃຈໃສ່ບາງບັນຫາດັ່ງນີ້:
ໜຶ່ງ:ໃຫ້ທົ່ວສັງຄົມພວກເຮົາຈົ່ງບຸກທະລຸທາງດ້ານຈິນຕະນາການເພື່ອສ້າງຄວາມສຳນຶກເປັນເອກະພາບກັນໃນການຫັນເປັນດີຈີຕອນຂອງປະເທດເຮົາ,ເສີມຂະຫຍາຍບົດບາດການນຳພາຂອງພັກແລະການຄຸ້ມຄອງລັດ.ປູກຈິດສຳນຶກໃຫ້ແກ່ຄະນະພັກແລະອຳນາດການປົກຄອງທຸກຂັ້ນໃຫ້ເຫັນໄດ້ຄວາມສຳຄັນອັນຮີບດ່ວນແລະເຂົ້າຮ່ວມຢ່າງຕັ້ງໜ້າໃນການຫັນເປັນດີຈີຕອນ,ໂດຍຖືເອົາວຽກງານດັ່ງກ່າວເປັນວຽກງານຈຸດສຸມເຊື່ອມໂຍງກັບບັນດາເປົ້າໝາຍຂອງການພັດທະນາເສດຖະກິດ-ສັງຄົມ,ສອງ:ສ້າງແຜນພັດທະນາແລະນິຕິກຳເພື່ອຊຸກຍູ້ການຫັນເປັນດີຈີຕອນໂດຍໃຫ້ທຸກຂະແໜງການແລະການປົກຄອງທ້ອງຖິ່ນຕ້ອງມີແຜນພັດທະນາການຫັນເປັນດີຈີຕອນຂອງຕົນທັງໄລຍະສັ້ນແລະໄລຍະຍາວໂດຍສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມທີ່ສະພາແຫ່ງຊາດຮັບຮອງ,ເອົາໃຈໃສ່ການນຳໃຊ້ເຕັກໂນໂລຊີດີຈີຕອນເພື່ອອຳນວຍຄວາມສະດວກໃນການບໍລິຫານແລະການບໍລິການຂອງລັດໃຫ້ແກ່ພາກທຸລະກິດແລະປະຊາຊົນ.ຈັດຕັ້ງຜັນຂະຫຍາຍບັນດານິຕິກຳທີ່ຊຸກຍູ້ສົ່ງເສີມການຫັນເປັນດີຈີຕອນໃຫ້ເປັນເອກະພາບແລະເຂັ້ມງວດ.ສ້າງຕົວຊີ້ວັດການພັດທະນາດີຈີຕອນໃຫ້ເປັນເອກະພາບໃນທົ່ວປະເທດແລະຍົກສູງຄວາມເປັນເຈົ້າການຂອງແຕ່ລະຂະແໜງການແລະທ້ອງຖິ່ນໃນການຫັນເປັນດີຈີຕອນ.ສາມ:ສຸມໃສ່ການພັດທະນາແລະຍົກລະດັບບຸກຄະລາກອນໃຫ້ມີຄວາມສາມາດຮອງຮັບການຫັນເປັນດີຈີຕອນໂດຍເລີ່ມຈາກພະນັກງານການນຳທຸກຂັ້ນ,ສ້າງກົນໄກແລະເງື່ອນໄຂໃຫ້ແກ່ພະນັກງານໃນການປະຕິບັດວຽກງານຫັນເປັນດີຈີຕອນໂດຍບໍ່ຈຳກັດຂອບເຂດສະຖານທີ່ເຮັດວຽກແຕ່ໃຫ້ຮັບປະກັນຄຸນນະພາບຂອງວຽກງານແນ່ໃສ່ຫຼຸດຜ່ອນຄ່າໃຊ້ຈ່າຍບໍລິຫານຟຸ່ມເຟືອຍ,ຫຼຸດຜ່ອນການໃຊ້ເຈ້ຍແບບດັ່ງເດີມແລະຫັນປ່ຽນໄປສູ່ການດຳເນີນງານຮູບແບບລັດຖະບານດີຈີຕອນ.ສີ່:ເອົາໃຈໃສ່ປັບປຸງແລະຂະຫຍາຍພື້ນຖານໂຄງລ່າງເພື່ອຮອງຮັບການຫັນເປັນດີຈີຕອນໃນຂອບເຂດທົ່ວປະເທດ.ພັດທະນາຖານຂໍ້ມູນໃຫຍ່,ກຸ່ມຂໍ້ມູນຜູກພັນແລະລະບົບຖານພລັດຟອມແລະແອັບພລິເຄຊັນຕ່າງໆເພື່ອຮັບໃຊ້ການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາຢ່າງເປັນເຈົ້າການ,ຮັບປະກັນຄວາມປອດໄພໄຊເບີເພື່ອໃຫ້ຜູ້ຊົມໃຊ້ມີຄວາມໝັ້ນໃຈໃນການຫັນເປັນດີຈີຕອນບົນພື້ນຖານ 3 ເສົາຄ້ຳຄື:ສ້າງການບໍລິຫານລັດດີຈີຕອນ, ສ້າງເສດຖະກິດດີຈີຕອນແລະພັດທະນາສັງຄົມດີຈີຕອນຢ່າງໜັກແໜ້ນ,ຫ້າ:ເປີດກວ້າງໃນການຮ່ວມມືແລະເຊື່ອນໂຍງທັງພາຍໃນແລະຕ່າງປະເທດເອົາໃຈໃສ່ສົ່ງເສີມແລະຂະຫຍາຍການຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດແລະບັນດາປະເທດ ASEANເພື່ອຊຸກຍູ້ການຫັນເປັນດີຈີຕອນຈັດຕັ້ງປະຕິບັດບັນດາກິດຈະກຳແລະໂຄງການຫັນເປັນດີຈີຕອນໂດຍຄັດຈ້ອນເອົາຄູ່ຮ່ວມມືທີ່ມີປະສົບການ,ມີສັກກະຍາພາບແລະຮັບປະກັນຄວາມປອດໄພໄຊເບີແລະຄວາມໝັ້ນຄົງຂອງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.ຕິດຕາມ,ກວດກາ, ປະເມີນຜົນບັນດາໂຄງການໃຫ້ມີຄວາມປະຢັດ,ມີປະສິດທິພາບປະສິດທິຜົນແລະຫຼີກລ່ຽງການລົງທຶນຊໍ້າຊ້ອນ,ຍາດແຍ່ງເອົາບົດຮຽນ,ຄວາມຮູ້ແລະການລົງທຶນມາພັດທະນາການຫັນເປັນດີຈີຕອນຂອງສປປລາວ.ດຶງດູດແລະຍາດແຍ່ງການຊ່ວຍເຫຼືອແລະການລົງທຶນຈາກຕ່າງປະເທດຢ່າງມີປະສິດທິພາບເພື່ອສະໜັບສະໜູນການຄົ້ນຄວ້າເຕັກໂນໂລຊີ-ນະວັດຕະກຳອັນໃໝ່ແກ່ສປປລາວ.
ຂ່າວ: ແສງຈັນ, ພາບ: ພັດ ລໍວັນໄຊ

ຄໍາເຫັນ

ຂ່າວເດັ່ນ

ນາຍົກລັດຖະມົນຕີ ເຂົ້າຮ່ວມ​ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ປະຊາຊົນທີ່ຖືກນໍ້າຖ້ວມ ຢູ່ 8 ບ້ານ​ ຂອງ​ເມືອງຊະນະສົມບູນ​ ​

ນາຍົກລັດຖະມົນຕີ ເຂົ້າຮ່ວມ​ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ປະຊາຊົນທີ່ຖືກນໍ້າຖ້ວມ ຢູ່ 8 ບ້ານ​ ຂອງ​ເມືອງຊະນະສົມບູນ​ ​

ວັນທີ​ 7 ຕຸລາຜ່ານມານີ້,​ ທ່ານ​ ສອນໄຊ​ ສີພັນດອນ​ ນາຍົກ​ລັດຖະມົນຕີ​​ ພ້ອມພັນລະຍາ ໄດ້ໃຫ້ກຽດເຂົ້າຮ່ວມ​ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ປະຊາຊົນທີ່ຖືກນໍ້າຖ້ວມ ຢູ່ 8 ບ້ານ​ ຂອງ​ເມືອງຊະນະສົມບູນ​ ແຂວງຈໍາປາສັກ., ມີທ່ານ​​ອາລຸນໄຊ​ ສູນນະລາດ​ ເຈົ້າແຂວງ​ຈໍາປາສັກ​ ພ້ອມດ້ວຍ​ ພາກສ່ວນກ່ຽວຂ້ອງຂອງແຂວງ ແລະ ເມືອງຊະນະສົມບູນ​ເຂົ້າຮ່ວມ.​ ພິທີມອບເຄື່ອງຈັດຂຶ້ນຢູ່ສາລາໂຮງທໍາວັດບ້ານຄີລີ​,.
ສປປ ລາວ ແລະ ສປປ ເກົາຫຼີ ສືບຕໍ່ເພີ່ມທະວີຮັດແໜ້ນການພົວພັນຮ່ວມມື

ສປປ ລາວ ແລະ ສປປ ເກົາຫຼີ ສືບຕໍ່ເພີ່ມທະວີຮັດແໜ້ນການພົວພັນຮ່ວມມື

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ກິມ ເຈິງ ອຸນ ເລຂາທິການໃຫຍ່ພັກແຮງງານເກົາຫຼີ ປະທານກິດຈະການແຫ່ງລັດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ,​ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງ ຂອງ ພັກ ແລະ ລັດ ແຫ່ງ ສປປ ລາວ ເດີນທາງໄປຢ້ຽມຢາມລັດຖະກິດ ຢູ່ ສປປ ເກົາຫຼີ ໃນລະຫວ່າງວັນທີ 7-8 ຕຸລາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອ ມາແຕ່ດົນນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ສປປ ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ.
ກອງປະຊຸມເວທີຕົວເມືອງແຫ່ງຊາດ ຄັ້ງທີ 4

ກອງປະຊຸມເວທີຕົວເມືອງແຫ່ງຊາດ ຄັ້ງທີ 4

ກອງປະຊຸມເວທີຕົວເມືອງແຫ່ງຊາດ ຄັ້ງທີ 4 ພາຍໃຕ້ຄຳຂວັນ: ການຕອບໂຕ້ວິກິດໃນຕົວເມືອງ ໄດ້ຈັດຂຶ້ນ ໃນວັນທີ 6 ຕຸລາ ນີ້ ທີ່ໂຮງແຮມສຸພັດຕາ ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ກ່າວເປີດກອງປະຊຸມ ຢ່າງເປັນທາງການ ໂດຍທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຊຶ່ງມີ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ບາໂຄເດຍ ເບີຄະນ໋ອບ ຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາ ສປປ ລາວ, ທ່ານ ອາວີ ຊາຄາ ຫົວໜ້າອົງການສະຫະປະຊາຊາດ ດ້ານເຄຫາສະຖານ ປະຈໍາ ສປປ ລາວ, ລັດຖະມົນຕີ, ເຈົ້າແຂວງ ແລະ ພາກສວ່ນກ່ຽວຂ້ອງເຂົ້າຮ່ວມ.
ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ໃນວັນທີ 3 ຕຸລານີ້ທີ່ ທໍານຽບປະທານປະເທດ,ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາເອກອັກຄະລັດຖະທູດແຕ່ງຕັ້ງຕ່າງປະເທດ ຈໍານວນ6ທ່ານ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:
ນາຍົກລັດຖະມົນຕີໂອ້ລົມພີ່ນ້ອງຄົນເຊື້ອຊາດລາວ  ທີ່ ວໍຊິງຕັນ ສະຫະລັດ ອາເມຣິກາ

ນາຍົກລັດຖະມົນຕີໂອ້ລົມພີ່ນ້ອງຄົນເຊື້ອຊາດລາວ ທີ່ ວໍຊິງຕັນ ສະຫະລັດ ອາເມຣິກາ

ໃນໂອກາດທີ່ ພະນະທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ເຄື່ອນໄຫວຢ້ຽມຢາມເຮັດວຽກ ຢູ່ນະຄອນຫຼວງວໍຊິງຕັນ ດີ.ຊີ ສະຫະລັດ ອາເມຣິກາ ລະຫວ່າງວັນທີ 27-30 ກັນຍາ 2025, ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ທີ່ນະຄອນຫຼວງວໍຊິງຕັນ ດີ.ຊີ ໄດ້ຈັດງານພົບປະພີ່ນ້ອງຄົນເຊື້ອຊາດລາວຂຶ້ນໃນຕອນແລງຂອງວັນທີ 28 ກັນຍາ 2025 ໂດຍໃຫ້ກຽດເຂົ້າຮ່ວມຂອງ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໂດຍມີ ທ່ານລັດຖະມົນຕີກະຊວງການຕ່າງປະເທດ, ທ່ານຮອງລັດຖະມົນຕີ ແລະ ຄະນະຕິດຕາມ, ທ່ານເອກອັກຄະລັດຖະທູດ ພ້ອມດ້ວຍພະນັກງານສະຖານທູດ ແລະ ພີ່ນ້ອງຄົນເຊື້ອຊາດລາວ ທີ່ດຳລົງຊີວິດຢູ່ ສະຫະລັດ ອາເມລຣິກາ ແລະ ການາດາ ປະມານ 250 ທ່ານເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຂຶ້ນກ່າວຄໍາປາໄສຕໍ່ກອງປະຊຸມພາກອະພິປາຍທົ່ວໄປສະມັດຊາໃຫຍ່ອົງການ ສປຊ ສະໄໝທີ 80 ຢ່າງເປັນທາງການ ເນັ້ນໜັກການສົ່ງເສີມຫຼັກການພົວພັນຫຼາຍຝ່າຍ ແລະ ຮຽກຮ້ອງການສະໜັບສະໜູນປະເທດທີ່ຢູ່ໃນສະຖານະພາບພິເສດ

ນາຍົກລັດຖະມົນຕີ ຂຶ້ນກ່າວຄໍາປາໄສຕໍ່ກອງປະຊຸມພາກອະພິປາຍທົ່ວໄປສະມັດຊາໃຫຍ່ອົງການ ສປຊ ສະໄໝທີ 80 ຢ່າງເປັນທາງການ ເນັ້ນໜັກການສົ່ງເສີມຫຼັກການພົວພັນຫຼາຍຝ່າຍ ແລະ ຮຽກຮ້ອງການສະໜັບສະໜູນປະເທດທີ່ຢູ່ໃນສະຖານະພາບພິເສດ

ວັນທີ 27 ກັນຍາ ຜ່ານມາ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ໄດ້ນຳພາຄະນະຜູ້ແທນເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ (ສປຊ) ສະໄໝທີ 80 ແລະ ໄດ້ກ່າວຄໍາປາໄສຢ່າງເປັນທາງການ ໃນພາກອະພິປາຍທົ່ວໄປ ພາຍໃຕ້ຄໍາຂວັນ: “ຮ່ວມກັນເພື່ອອະນາຄົດທີ່ດີ: 80 ປີ ແລະ ໃນຕໍ່ໜ້າເພື່ອສັນຕິພາບ, ການພັດທະນາ ແລະ ສິດທິມະນຸດທີ່ ຫ້ອງການໃຫຍ່ ອົງການ ສປຊ, ນະຄອນນິວຢອກ ສະຫະລັດ ອາເມຣິກາ.
ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງຄະນະບໍລິຫານງານພັກແຂວງອັດຕະປື

ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງຄະນະບໍລິຫານງານພັກແຂວງອັດຕະປື

ກອງປະຊຸມທາບທາມບຸກຄະລາກອນ ອອກຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງອັດຕະປື ສະໄໝທີ XII ຮອບທີ III ຈັດຂຶ້ນໃນວັນທີ 11 ກັນຍາ ຜ່ານມານີ້ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ສອນໄຊ ສີພັນດອນ ກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ, ມີ ສະຫາຍ ພົນໂທ ວັນທອງ ກອງມະນີ ກຳມະການສູນກາງພັກ ເລຂາພັກແຂວງອັດຕະປື, ມີບັນດາສະຫາຍຄະນະປະຈໍາພັກ, ກໍາມະການພັກ, ຄະນະບໍລິຫານງານພັກເມືອງ, ຄະນະພັກຮາກຖານ ແລະ ສະມາຊິກພັກສົມບູນເຂົ້າຮ່ວມ.
ນາຍົກເຂົ້າຮ່ວມກອງປະຊຸມທ້າຍສະໄໝ ອົງຄະນະພັກກະຊວງ ຍທຂ ສະໄໝທີ V

ນາຍົກເຂົ້າຮ່ວມກອງປະຊຸມທ້າຍສະໄໝ ອົງຄະນະພັກກະຊວງ ຍທຂ ສະໄໝທີ V

ວັນທີ 9 ກັນຍານີ້ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ສະຫາຍ ສອນໄຊ ສີພັນດອນ ກຳມະ ການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີໄດ້ໃຫ້ກຽດເຂົ້າຮ່ວມເປັນປະທານກອງປະຊຸມດຳເນີນຊີວິດການເມືອງທ້າຍສະໄໝຂອງຄະນະບໍລິຫານງານພັກ ກະຊວງ ຍທຂ ສະໄໝທີ V ພ້ອມທັງໃຫ້ກຽດໂອ້ລົມບັນດາສະຫາຍຜູ້ແທນທີ່ຈະເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກກະຊວງ ຍທຂ ທີ່ຈະເປີດຂຶ້ນໃນໄວໆນີ້ ຊຶ່ງນຳພາຄະນະເຂົ້າຮ່ວມຮັບຟັງໂດຍສະຫາຍ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງ ຍທຂ.
ນາຍົກລັດຖະມົນຕີ ພົບປະກັບ ປະທານປະເທດ ແຫ່ງ ສ ກູບາ

ນາຍົກລັດຖະມົນຕີ ພົບປະກັບ ປະທານປະເທດ ແຫ່ງ ສ ກູບາ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະ​ຫາຍ ມີເກນ ດີເອັດຊ-ກາແນນ ເບີຣມູເດັດຊ ເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດກູບາ ປະທານປະເທດ ແຫ່ງ ສ ກູບາ ໃນວັນທີ 7 ກັນຍານີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ໃນໂອກາດເດີນທາງມາຢ້ຽມຢາມລັດຖະກິດ ທີ່ ສປປ ລາວ ໃນວັນທີ 6-7 ກັນຍາ 2025.
ລາວ-ກູບາ ສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ

ລາວ-ກູບາ ສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ມີເກນ ດີເອັດຊ-ກາແນນ ເບີຣມູເດັດຊ (Miguel Diaz-Canel Bermudez) ເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດກູບາ ປະທານປະເທດແຫ່ງ ສາທາລະນະລັດ ກູບາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາຢ້ຽມຢາມ ລັດຖະກິດ ສປປ ລາວ ໃນວັນທີ 6-7 ກັນຍາ 2025 ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ລະຫວ່າງ ສປປ ລາວ ແລະ ສ ກູບາ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ເພີ່ມເຕີມ