![]() |
ທ່ານ ດວງໃຈ ມີນາວົງ ຮອງຜູ້ອໍານວຍການ ລັດວິສາຫະກິດ ໄດ້ກ່າວລາຍງານຫຍໍ້ກ່ຽວກັບຄວາມເປັນມາວ່າ: ລັດວິສາຫະກິດຮັກສາຄວາມປອດໄພ ໄດ້ສ້າງຕັ້ງ ແລະ ມີປະສົບການຫຼາຍກວ່າ 30 ປີ ໃນວຽກງານຮັກສາຄວາມປອດໄພ ແລະ ປັດຈຸບັນ ມີສັນຍາບໍລິການທັງໝົດ 181 ສັນຍາ, ມີພະນັກງານຫຼາຍກວ່າ 1,000 ຄົນ. ໃຫ້ບໍລິການແບບຄົບວົງຈອນ ແລະ ຄວາມຕ້ອງການຂອງລູກຄ້າເຊັ່ນ: ໃຫ້ບໍລິການໄລຍະສັ້ນ, ໄລຍະຍາວ, ປ້ອງກັນແຂກ VIP ຍາມງານອີເວັ້ນ ແລະ ງານບຸນຕ່າງໆ. ປັດຈຸບັນ ມີ 4 ສາຂາຄື: ນະຄອນຫຼວງ, ແຂວງຫຼວງພະບາງ, ແຂວງໄຊຍະບູລີ ແລະ ແຂວງຄໍາມ່ວນ. ສໍາລັບສາຂາ ແຂວງຄໍາມ່ວນ ສໍານັກງານລັດວິສາຫະກິດລາວບໍລິການຄວາມປອດໄພ ຕັ້ງຢູ່ ບ້ານ ວຽງວິໄລ ເມືອງທ່າແຂກ ມີສັນຍາທັງໝົດ 61 ສັນຍາ, ມີພະນັກງານ ລປພ 21 ຄົນ.
(ຂ່າວ: ມະນີວັນ, ພາບ: ກອງຄໍາ)

ຄໍາເຫັນ