ເປີດສູນອະນຸລັກແຂ້ພື້ນເມືອງລາວ ພ້ອມ​ປ່ອຍ​ແຂ້ຄືນສູ່ທີ່ດິນບໍລິເວນນໍ້າເຊຈໍາພອນ

ເປີດສູນອະນຸລັກແຂ້ພື້ນເມືອງລາວ ພ້ອມ​ປ່ອຍ​ແຂ້ຄືນສູ່ທີ່ດິນບໍລິເວນນໍ້າເຊຈໍາພອນ

ເປີດສູນອະນຸລັກແຂ້ພື້ນເມືອງລາວ ພ້ອມ​ປ່ອຍ​ແຂ້ຄືນສູ່ທີ່ດິນບໍລິເວນນໍ້າເຊຈໍາພອນ
ພິທີ​ເປີດ​ສູນ​ອະນຸລັກແຂ້ພື້ນເມືອງລາວ ​ໄດ້​ຈັດ​ຂຶ້ນເມື່ອ​ບໍ່​ດົນ​ມາ​ນີ້ ​​ທີ່ບ້ານຕານ​ສຸມ ເມືອງຈຳພອນ ​ແຂວງສະ​ຫວັນ​ນະ​ເຂດ ໂດຍ​ມີ ທ່ານ ຄຳມອນ ທິລາວົງ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງ​ສະ​ຫວັນ​ນະ​ເຂດ, ທ່ານ ຄໍາຕາ ສິນນະສອນ ຮອງ​​ເຈົ້າ​ເມືອງຈຳພອນ, ອົງການ​ອະນຸລັກ​ສັດປ່າ (WCS) ແລະ ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ. ໃນ​ພິທີ​ດັ່ງກ່າວ, ຍັງ​ໄດ້ມີການປ່ອຍ​ແຂ້​ນໍ້າຈືດພັນພື້ນເມືອງລາວ ຈໍານວນ 10 ໂຕ ກັບຄືນສູ່ທີ່ດິນ​ບໍລິເວນນໍ້າ ​ເຊ​ຈຳ​ພອນ ​ເພື່ອ​ເປັນການເພີ່ມຈໍານວນປະຊາກອນແຂ້ໃນທຳມະຊາດ.

 

ຂໍ້ມູນຈາກອົງການອະນຸລັກສັດປ່າໃຫ້ຮູ້ວ່າ: ປັດຈຸບັນມີແຂ້ພັນພື້ນເມືອງລາວບໍ່ເຖິງ 1,000 ໂຕ (crocodylussiamensis) ທີ່ຍັງເຫຼືອຢູ່ໃນທຳມະຊາດ, ແຂ້ຊະນິດພັນນີ້ ຖືກຈັດໃຫ້ເປັນສັດປ່າທີ່ໃກ້ຈະສູນພັນໃນບັນຊີແດງຂອງອົງການສາກົນເພື່ອການອະນຸລັກທຳມະຊາດ (IUCN). ທີ່ດິນບໍລິເວນນໍ້າເຊຈໍາພອນຕັ້ງຢູ່ເມືອງຈໍາພອນ ແຂວງສະຫວັນນະເຂດ ຊຶ່ງແມ່ນຕົວແທນຂອງສອງເຂດຣາມຊາທີ່ໃຫຍ່ທີ່ສຸດໃນ ສປປ ລາວ ແລະ ເປັນຖິ່ນທີ່ຢູ່ອາໄສຂອງຊີວະນານາພັນສັດນ້ຳທີ່ອຸດົມສົມບູນ, ພ້ອມທັງເປັນບ່ອນຢູ່ອາໄສຂອງໜຶ່ງໃນປະຊາກອນສັດປ່າແຫ່ງສຸດທ້າຍຂອງໂລກເປັນຕົ້ນແມ່ນແຂ້ນໍ້າຈືດທີ່ໃກ້ຈະສູນ ພັນ, ຊະນິດເຕົ່າທີ່ໃກ້ຈະສູນພັນ ແລະ ນົກໃນເຂດທີ່ດິນບໍລິເວນນໍ້າ.

ສູນອະນຸລັກແຂ້ພື້ນເມືອງແຫ່ງນີ້ ຈະສະໜອງຂໍ້ມູນດ້ານຄວາມຫຼາກຫຼາຍທາງດ້ານຊີວະນານາພັນຂອງເຂດທີ່ດິນບໍລິເວນນໍ້າເຊຈໍາພອນໂດຍສະເພາະແມ່ນແຂ້ພື້ນເມືອງລາວໃຫ້ນັກທ່ອງທ່ຽວເຂົ້າເຖິງຂໍ້ມູນ ແລະ ມີຄວາມເຫັນອົກເຫັນໃຈຕໍ່ແຂ້ນ້ຳຈືດພື້ນເມືອງລາວທີ່ໃກ້ຈະສູນພັນຂັ້ນວິກິດແລ້ວ ແລະ ສະແດງໃຫ້ເຫັນເຖິງວຽກງານການອະນຸລັກທີ່ດໍາເນີນໂດຍຊຸມຊົນຮ່ວມມືກັບອໍານາດການປົກຄອງທ້ອງຖິ່ນ ໂດຍສະເພາະຄູ່ຮ່ວມງານຫຼັກຄື: ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງຈຳພອນ ແລະ ຄູ່ຮ່ວມງານ ແລະ ພາກສ່ວນອື່ນໆ. ສູນອະນຸລັກແຂ້ພື້ນເມືອງລາວຍັງຂໍເຊີນຊວນທຸກທ່ານເຂົ້າມາຢ້ຽມຊົມ ແລະ ຮຽນຮູ້ກ່ຽວກັບສັດປ່າທີ່ເປັນສັດປະຈຳທ້ອງຖິ່ນໃນເຂດທີ່ດິນບໍລິເວນນ້ຳເຊຈຳພອນທີ່ໃກ້ຈະສູນພັນ ແລະ ສາມາດພົບເຫັນໄດ້ໃນທຳມະຊາດຢູ່ແຂວງສະຫວັນນະເຂດຜ່ານຂໍ້ມູນທີ່ໄດ້ຖືກຕິດຕັ້ງໄວ້ຢູ່ຕາມທາງຍ່າງທັງພາຍໃນ ແລະ ນອກຂອງອາຄານ ພ້ອມກັບມີການຈຳລອງຖິ່ນທີ່ຢູ່ອາໄສຂອງແຂ້ທັງເປັນພາບວາດຝາຜະໜັງ ແລະ ມີຈຸດຊົມແຂ້ສຳລັບນັກທ່ອງທ່ຽວທີ່ມີຄວາມປອດໄພ ແລະ ສວຍງາມ.

ທ່ານ ຄໍາມອນ ທິລາວົງ ກ່າວວ່າ: ຫວັງເປັນຢ່າງຍິ່ງວ່າພິທີເປີດນໍາໃຊ້ສູນອະນຸລັກແຂ້ພື້ນເມືອງລາວ ແລະ ປ່ອຍແຂ້ຄືນສູ່ທໍາມະຊາດໃນຄັ້ງນີ້ຄົງຈະເປັນປະໂຫຍດຢ່າງຫຼວງຫຼາຍຕໍ່ຊຸມຊົນທ້ອງຖິ່ນສາມາດເຊື່ອມໂຍງກັບວຽກງານອະນຸລັກໃຫ້ຄົງຢູ່ກັບຊຸມຊົນຕະຫຼອດໄປ”.

ທີ່ດິນບໍລິເວນນໍ້າ ແລະ ຊີວະນານາພັນທີ່ເປັນເອກະລັກສະເພາະ, ລວມທັງແຂ້ນໍ້າຈືດພັນພື້ນເມືອງລາວທີ່ໃກ້ຈະສູນພັນ, ມີຄວາມສຳຄັນທາງດ້ານວັດທະນະທຳ, ນິເວດວິທະຍາ ແລະ ເສດຖະກິດຂອງຊຸມຊົນບ້ານຕານສຸມ ແລະ ສປປ ລາວ. ໃນຂະນະທີ່ແຂ້ບໍ່ໄດ້ຖືກລ່າພວກເຂົາກໍຍັງຄົງຖືກຮຸກຮານຈາກການໄປຕິດແຫ, ການບຸກເບີກຂະຫຍາຍພື້ນທີ່ລ່ວງລໍ້າເຂົ້າມາໃນທີ່ດິນບໍລິເວນນໍ້າ ແລະ ການນໍາໃຊ້ນໍ້າໃນເຂດທີ່ມີແຂ້ອາໄສຢູ່ເພື່ອການຜະລິດກະສິກໍາໃນລະດູແລ້ງ.

ແຂ້ນໍ້າຈືດສາຍພັນພື້ນເມືອງລາວນີ້ບໍ່ໄດ້ຂຶ້ນຊື່ວ່າເປັນສັດດຸຮ້າຍ ແລະ ບໍ່ແມ່ນສັດທີ່ມີໄພຕໍ່ມະນຸດ. ປະຊາຊົນທີ່ອາໄສຢູ່ໃກ້ເຂດບ່ອນຢູ່ອາໄສຂອງແຂ້ສາຍພັນນີ້ຍັງສືບຕໍ່ຫາປາ ແລະ ປູກຝັງຢູ່ໃນທີ່ດິນບໍລິເວນນໍ້າເຊຈຳພອນ ເນື່ອງຈາກແຂ້ຖືກຍົກສູງໃຫ້ເປັນທີ່ເພິ່ງທາງຈິດໃຈ ແລະ ນຳເອົາຄວາມໂຊກດີມາໃຫ້ຊຸມຊົນທ້ອງຖິ່ນ.

ໂຄງການອະນຸລັກແຂ້ນໍ້າຈືດໂດຍການຮ່ວມມືຢ່າງໃກ້ຊິດກັບຊຸມຊົນທ້ອງຖິ່ນ ແລະ ລັດຖະບານໄດ້ຈັດຂຶ້ນຢູ່ 4 ເມືອງເປົ້າໝາຍ (ເມືອງຊົນນະບູລີ, ຈຳພອນ, ສອງຄອນ ແລະ ໄຊບູລີ) ແຂວງສະຫວັນນະເຂດ ເພື່ອແນໃສ່ຟື້ນຟູປະຊາກອນສັດຊະນິດນີ້.

ໄຂ່ແຂ້ໄດ້ຖືກເກັບ ແລະ ຂົນຍ້າຍໄປໄວ້ຢູ່ທີ່ສູນຟັກໄຂ່ແຂ້ເພື່ອນຳໄປບົ່ມຝັກອຸນນະພູມທີ່ເໝາະສົມປະມານ 2 ເດືອນເມື່ອໄຂ່ແຂ້ເບາະອອກມາແລ້ວ, ລູກແຂ້ຈະຖືກອະນຸບານຕໍ່ອີກປະມານ 32 ເດືອນໂດຍຈະມີຄວາມຍາວເກີນ 1 ແມັດ ແລ້ວຈຶ່ງຖືກປ່ອຍຄືນສູ່ທໍາມະຊາດໃນທີ່ດິນບໍລິເວນນໍ້າ, ແຂ້ນ້ອຍທັງໝົດ 68 ໂຕ ໄດ້ຖືກປ່ອຍຄືນສູ່ທໍາມະຊາດໃນປີນີ້. ປັດຈຸບັນມີແຂ້ນ້ອຍນໍ້າຈືດ 163 ໂຕກໍາລັງຖືກອະນຸບານໂດຍທີມງານອະນຸລັກແຂ້ຂັ້ນບ້ານ.

ນັບຕັ້ງແຕ່ໂຄງການໄດ້ລິເລີ່ມມາ, ໄດ້ມີການປ່ອຍແຂ້ໄປທັງໝົດ 183 ໂຕຄືນສູ່ທໍາມະຊາດໃນທີ່ດິນບໍລິເວນນໍ້າເຊຈໍາພອນ, ມີການພົບຮັງໄຂ່ແຂ້ 6 ຫາ 8 ຮັງໃນແຕ່ລະປີ ແລະ ອີງຕາມຈຳນວນຮັງເຫຼົ່ານີ້, ໄດ້ມີການຄາດຄະເນວ່າປະຊາກອນແຂ້ນໍ້າຈືດປະມານ 200 ຫາ 250 ໂຕທີ່ອາໄສຢູ່ໃນທີ່ດິນບໍລິເວນນໍ້າເຊຈຳພອນ. ໂຄງການອະນຸລັກນີ້ເປັນສ່ວນໜຶ່ງຂອງໂຄງການ 'ການອະນຸລັກລະບົບນິເວດໂດຍຜ່ານການຄຸ້ມຄອງພູມີທັດແບບປະສົມປະສານໃນ ສປປ ລາວ' (ECILL) ທີ່ໄດ້ຮັບທຶນຈາກສະຫະພາບເອີຣົບ (EU) ແລະ ອົງການຝຣັ່ງເພື່ອການພັດທະນາ (AFD) ແລະ ຈັດຕັ້ງປະຕິບັດໂດຍອົງການອະນຸລັກສັດປ່າ (WCS).

ຂ່າວ: ຄຳປະສິດ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ