ເປີດຕົວປຶ້ມການຂະຫຍາຍຕົວຂອງລັດລາວ

ເປີດຕົວປຶ້ມການຂະຫຍາຍຕົວຂອງລັດລາວ

ເປີດຕົວປຶ້ມການຂະຫຍາຍຕົວຂອງລັດລາວ
ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ໄດ້ຈັດພິທີເປີດຕົວປື້ມ “ການຂະຫຍາຍຕົວຂອງລັດລາວ”ຂຽນໂດຍ ທ່ານ ພົງສະຫວັດ ບຸບຜາ ອະດີດລັດຖະມົນຕີ ຫົວໜ້າຫ້ອງວ່າການປະທານປະເທດ ອະດີດຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຂຶ້ນໃນວັນທີ 24 ພະຈິກນີ້, ທີ່ສະຖາບັນດັ່ງກ່າວ
ເປດຕວປມການຂະຫຍາຍຕວຂອງລດລາວ - image 1
 

ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ພົງສະຫວັນ ສີສຸລາດ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີ ພະນັກງານພາຍໃນ ກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດ ແລະ ຄະນະສະໂມສອນ ນັກການທູດເຂົ້າຮ່ວມ.

ການເປີດຕົວປື້ມໃນຄັ້ງນີ້, ເພື່ອເປັນການປະກອບສ່ວນເຂົ້າໃນກິດຈະກຳສະເຫລີມສະຫຼອງ 3 ວັນປະຫວັດສາດຄື: ວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ວັນຄົບຮອບວັນເກີດ 105 ປີ ຂອງ ທ່ານ ໄກສອນ ພົມວິຫານ ແລະ ວັນສ້າງຕັ້ງ ສປປ ລາວ ຄົບຮອບ 50 ປີ. ປຶ້ມ "ການຂະຫຍາຍຕົວຂອງລັດລາວ”ໄດ້ຈັດພິມ ຄັ້ງທໍາອິດໃນປີ 1996, ຄັ້ງທີ II ໃນປີ 2003 ແລະ ໄດ້ຮັບການແປເປັນພາສາອັງກິດ ໃນປີ 2015. ມາໃນປີ 2025, ທ່ານ ພົງສະຫວັດ ບຸນຜາ ກໍໄດ້ຕັ້ງໜ້າທຸ້ມເທເຮື່ອແຮງ ແລະ ສະຕິປັນຍາເຂົ້າໃນການຄົ້ນຄວ້າ ແລະ ປັບປຸງ ເນື້ອໃນປຶ້ມດັ່ງກ່າວໃຫ້ຄົບຖ້ວນສົມບູນຂຶ້ນກວ່າເກົ່າ ແລະ ໄດ້ຈັດພິມຄັ້ງ ທີ III ເພື່ອໃຫ້ປະຊາຊົນລາວບັນດາເຜົ່າ ແລະ ຊາວຕ່າງປະເທດ, ລວມທັງນັກວິຊາການ, ຜູ້ວາງນະໂຍບາຍ ໄດ້ສຶກສາຄົ້ນຄວ້າ ແລະ ມີຄວາມເຂົ້າໃຈອັນຖືກຕ້ອງ ກ່ຽວກັບ ປະຫວັດຄວາມເປັນມາ, ການເມືອງ, ກົດໝາຍ-ການປົກຄອງ, ການເຕີບໃຫຍ່ຂະຫຍາຍຕົວ, ການວິວັດທະນາການຂອງເຊື້ອຊາດລາວ-ລັດລາວ ແລະ ອື່ນໆ.

ເປດຕວປມການຂະຫຍາຍຕວຂອງລດລາວ - image 2
 

(ຂ່າວ-ພາບ: ວັນເພັງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຍ້ອນປະເທດຊາດໄດ້ຮັບການປົດປ່ອຍ ນໍ້າບາກຈຶ່ງພັດທະນາ

ຍ້ອນປະເທດຊາດໄດ້ຮັບການປົດປ່ອຍ ນໍ້າບາກຈຶ່ງພັດທະນາ

ວັນຊາດທີ 2 ທັນວາ ແມ່ນວັນໜຶ່ງທີ່ມີຄວາມໝາຍຄວາມສໍາຄັນ ທາງດ້ານປະຫວັດສາດຂອງຊາດລາວ, ແມ່ນວັນປົດປ່ອຍປະຊາຊົນລາວອອກຈາກແອກຄອບຄອງຂອງພວກຈັກກະພັດມາຫຼາຍທົດສະວັດ,ປະກາດໃຫ້ຊາວໂລກໄດ້ຮັບຮູ້ ສປປ ລາວຢ່າງເປັນທາງການ.
2026 ແກ່ນທ້າວຈະສັກຢາປ້ອງກັນພະຍາດສັດໃຫ້ໄດ້ 165,000 ກວ່າໂຕ

2026 ແກ່ນທ້າວຈະສັກຢາປ້ອງກັນພະຍາດສັດໃຫ້ໄດ້ 165,000 ກວ່າໂຕ

ທ່ານ ກອງທ່ຽນ ໄຊຍະພອນ ຫົວໜ້າຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ລາຍງານ ໃນພິທີສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ, ວັນສັກຢາກັນພະຍາດສັດແຫ່ງຊາດ ແລະ ວັນເປີດຂະບວນການຜະລິດລະດູແລ້ງ ປະຈໍາປີ 2025 ວ່າ: ທົ່ວເມືອງມີສັດລ້ຽງ ​ທັງ​ໝົດ 578.000 ກວ່າໂຕ. ໃນນີ້, ງົວ 50,000 ກວ່າໂຕ,ຄວາຍ 6,700 ກວ່າໂຕ, ມ້າ 40 ກວ່າໂຕ, ແກະ 20 ກວ່າໂຕ, ແບ້1,900 ກວ່າໂຕ, ໝູ 5,900 ກວ່າໂຕ, ໝາ 3,500 ກວ່າໂຕແລະ ສັດປີກ 510,000 ກວ່າໂຕ.ພົ້ນເດັ່ນກວ່າໝູ່ ແມ່ນການລ້ຽງສັດແບບເປັນຟາມ ແລະ ປູກຫຍ້າລ້ຽງສັດ.ພາຍໃນເມືອງມີຟາມລ້ຽງສັດທີ່ຂຶ້ນທະບຽນແລ້ວ 11ຟາມ (ລ້ຽງງົວ 8 ຟາມ, ລ້ຽງໝູ 2 ຟາມ ແລະ ລ້ຽງໄກ່ພັນໄຂ່ 1 ຟາມ).
ທະນາຄານ ພາບລິກ ລາວ ຈໍາກັດມອບຄວາມສຸກໃຫ້ແກ່ສັງຄົມ ໃນໂອກາດຄົບຮອບ 30 ປີ

ທະນາຄານ ພາບລິກ ລາວ ຈໍາກັດມອບຄວາມສຸກໃຫ້ແກ່ສັງຄົມ ໃນໂອກາດຄົບຮອບ 30 ປີ

ທະນາຄານພາບລິກ ລາວ ຈຳກັດ (PBLL) ສາຂານະຄອນຫຼວງ ໄດ້ຈັດກິດຈະກໍາ ໃນຫົວຂໍ້ ມອບຄວາມສຸກໃຫ້ແກ່ສັງຄົມ (CSR) ເນື່ອງໃນໂອກາດຄົບຮອບ 30 ປີ ຂຶ້ນໃນວັນທີ 22 ພະຈິກທີ່ຜ່ານມານີ້ ທີ່ໂຮງຮຽນມືແຫ່ງຄວາມຫວັງ ເປັນກຽດເຂົ້າຮ່ວມມີ ທ່ານ ລໍລິແກນ ຜູ້ອຳນວນການໃຫຍ່ ທະນາຄານພາບລິກລາວ (CEO) ທ່ານ ນາງ ໂສພາພອນ ເລືອງລິດ ຜູ້ອຳນວຍການສູນຝຶກວິຊາຊີບຄົນຫູໜວກ ມືແຫ່ງຄວາມຫວັງ ແລະ ໂຮງຮຽນມືແຫ່ງຄວາມຫວັງ ພ້ອມດ້ວຍພະນັກງານຄູ-ອາຈາ,ນັກຮຽນ ແລະ ພະນັກງານທະນາຄານພາບລິກ ລາວຈຳກັດ ຈຳນວນ40ຄົນເຂົ້ຮ່ວມ.
ກອງປະຊຸມສຳມະນາ “ໂຄງການຈາກຄວັນໄຟສູ່ຄວາມຍືນຍົງ:ຫຼຸດຜ່ອນການຖາງປ່າ-ເຮັດໄຮ່ ເພື່ອປັບປຸງຄຸນນະພາບອາກາດໃນພາກພື້ນແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ”

ກອງປະຊຸມສຳມະນາ “ໂຄງການຈາກຄວັນໄຟສູ່ຄວາມຍືນຍົງ:ຫຼຸດຜ່ອນການຖາງປ່າ-ເຮັດໄຮ່ ເພື່ອປັບປຸງຄຸນນະພາບອາກາດໃນພາກພື້ນແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ”

ໃນວັນທີ 19-20ພະຈິກຜ່ານມາ,ກົມເສດຖະກິດ, ກະຊວງການຕ່າງປະເທດໄດ້ຈັດພິທີເປີດໂຄງການ ແລະ ກອງປະຊຸມສຳມະນາ ພາຍໃຕ້ “ໂຄງການຈາກຄວັນໄຟສູ່ຄວາມຍືນຍົງ:ຫຼຸດຜ່ອນການຖາງປ່າ-ເຮັດໄຮ່ ເພື່ອປັບປຸງຄຸນນະພາບອາກາດໃນພາກພື້ນແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ”, ເຊິ່ງຈັດຂື້ນທີ່ ເມືອງ ວັງວຽງ, ແຂວງ ວຽງຈັນ, ໂດຍໄດ້ຮັບທຶນສະໜັບສະໜູນຈາກກອງທຶນພິເສດແມ່ນ້ໍາຂອງ-ແມ່ນ້ໍາລ້ານຊ້າງ.
ຮອງປະທານປະເທດໂອ້ລົມພະນັກງານຫຼັກແຫຼ່ງແຂວງຊຽງຂວາງ

ຮອງປະທານປະເທດໂອ້ລົມພະນັກງານຫຼັກແຫຼ່ງແຂວງຊຽງຂວາງ

ໃນວັນທີ21ພະຈິກຜ່ານມານີ້,ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ, ເຮັດວຽກ ແລະ ໂອ້ລົມພະນັກງານຫຼັກແຫຼ່ງແຂວງຊຽງຂວາງ.ໃນໂອກາດນີ້, ທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຊຽງຂວາງ ໄດ້ລາຍງານ ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງຊຽງຂວາງ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງແຂວງ, ການແກ້ໄຂຄວາມທຸກຍາກ, ວຽກງານລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານ3ສ້າງ, ວຽກງານກວດກາ, ວຽກງານຈັດຕັ້ງພະນັກງານ, ວຽກງານປກຊ-ປກສ ເຮັດໃຫ້ແຂວງຊຽງຂວາງມີຄວາມສະຫງົບສຸກ, ສະເລ່ຍລາຍຮັບໄດ້1,116ໂດລາສະຫະລັດຕໍ່ຄົນຕໍ່ປີ, ເສດຖະກິດຂະຫຍາຍຕົວ6%, ໄດ້ພົວພັນຮ່ວມມືກັບປະເທດເພື່ອມິດຍຸດທະສາດ ໂດຍສະເພາະແມ່ນ ສສຫວຽດນາມ, ສປ ຈີນ ເພື່ອຍາດແຍ່ງເອົາການຊ່ວຍເຫຼືອ, ການລົງທືຶນຈາກຕ່າງປະເທດ.
ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຊຸກຍູ້ວຽກງານປັບປຸງກົງຈັກການຈັດຕັ້ງ ຢູ່ແຂວງເຊກອງ

ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຊຸກຍູ້ວຽກງານປັບປຸງກົງຈັກການຈັດຕັ້ງ ຢູ່ແຂວງເຊກອງ

ວັນທີ 19 ພະຈິກນີ້, ທ່ານ ບົວຄົງ ນາມມະວົງ ກຳມະການສູນກາງພັກ ລັດຖະມົນຕີ ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ວຽກງານປັບປຸງກົງຈັກການຈັດຕັ້ງ ທີ່ຫ້ອງປະຊຸມຫ້ອງວ່າການແຂວງເຊກອງ, ໂດຍມີທ່ານ ນາງ ເພັດດາວອນ ວາດສະຫງ່າ ກຳມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງເຊກອງ ພ້ອມຄະນະນໍາ.
ມອບໃບຕາດິນໃຫ້ປະຊາຊົນ 38 ຄອບຄົວ ບ້ານນາຄໍາ ທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງ ອ່າງເກັບນໍ້າຍອດຫ້ວຍທ່າຮາວ.

ມອບໃບຕາດິນໃຫ້ປະຊາຊົນ 38 ຄອບຄົວ ບ້ານນາຄໍາ ທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງ ອ່າງເກັບນໍ້າຍອດຫ້ວຍທ່າຮາວ.

ປະຊາຊົນບ້ານນາຄໍາ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ຜູ້ທີ່ຖືກຜົນກະທົບ ຈາກໂຄງການ ກໍ່ສ້າງຊົນລະກະເສດ ອ່າງເກັບນໍ້າຍອດຫ້ວຍ ທ່າຮາວ ໄດ້ຮັບໃບຕາດິນຈໍານວນ 38 ຄອບຄົວ ຊຶ່ງມີ 46 ຕອນ ໃນເນື້ອທີ່ 92 ເຮັກຕາກວ່າ,
ຍົກສູງປະສິດທິພາບວຽກງານນຳພາ ແລະ ຄຸ້ມຄອງພະນັກງານ ຕິດພັນກັບນິຕິກຳ ແລະ ເປັນທັນສະໄໝ

ຍົກສູງປະສິດທິພາບວຽກງານນຳພາ ແລະ ຄຸ້ມຄອງພະນັກງານ ຕິດພັນກັບນິຕິກຳ ແລະ ເປັນທັນສະໄໝ

ໃນຕອນເຊົ້າຂອງວັນທີ 20 ພະຈິກ ນີ້, ທີ່ເມືອງວັງວຽງ, ແຂວງວຽງຈັນ, ກົມຈັດຕັ້ງ ແລະ ພະນັກງານ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມສໍາມະນາ ພາຍໃຕ້ຫົວຂໍ້: ຍົກສູງປະສິດທິພາບວຽກງານນຳພາ ແລະ ຄຸ້ມຄອງພະນັກງານ ຕິດພັນກັບນິຕິກຳ ແລະ ເປັນທັນສະໄໝໂດຍການໃຫ້ກຽດເປັນປະທານຂອງທ່ານ ໄມທອງ ທຳມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີຄະນະກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນ ຕາງໜ້າຈາກຫ້ອງການ, ບັນດາກົມ, ຫ້ອງການຄະນະກໍາມະການຊາຍແດນແຫ່ງຊາດ, ຫ້ອງການບໍລິການສະຖານທູດ ແລະ ສະຖາບັນການຕ່າງປະເທດກະຊວງການຕ່າງປະເທດເຂົ້າຮ່ວມ ຈຳນວນ 41 ທ່ານ.
ງານສະແດງຜົນງານການເຄື່ອນໄຫວຂອງສະພາແຫ່ງຊາດ ຄົບຮອບ 50 ປີ

ງານສະແດງຜົນງານການເຄື່ອນໄຫວຂອງສະພາແຫ່ງຊາດ ຄົບຮອບ 50 ປີ

ສະພາແຫ່ງຊາດ ໄດ້ຈັດງານສະແດງຜົນງານການເຄື່ອນໄຫວ ຄົບຮອບ 50 ປີ ຂຶ້ນທີ່່ຫໍສະພາແຫ່ງຊາດ ໃນລະຫວ່າງວັນທີ 19-21 ພະຈິກນີ້; ພິທີເປີດງານດັ່ງກ່າວ, ມີ ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ, ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍບັນດາທ່ານຄະນະເລຂາທິການສະພາແຫ່ງຊາດ, ກໍາມາທິການຕ່າງໆ ແລະ ບັນດາທ່ານສະມາຊິກສະພາແຫ່ງຊາດເຂົ້າຮ່ວມ.
ຄໍາມ່ວນເກັບກ່ຽວເຂົ້ານາປີສໍາເລັດ 100%

ຄໍາມ່ວນເກັບກ່ຽວເຂົ້ານາປີສໍາເລັດ 100%

ຕາມການໃຫ້ຂໍ້ມູນຈາກຂະແໜງປູກຝັງທີ່ຂຶ້ນກັບພະແນກກະສິກໍາ ແລະ ປ່າໄມ້ ແຂວງຄໍາມ່ວນໃຫ້ຮູ້ວ່າ: ໃນລະດູການປູກເຂົ້ານາປີ 2025 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນປູກເຂົ້າລວມທັງໝົດ 92,791 ເຮັກຕາ, ຄາດຄະເນຜົນຜະລິດ 351,604 ເຮັກຕາ. ໃນນັ້ນ, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສະບຽງອາຫານ 61,189 ເຮັກຕາ ຄາດຄະເນຜົນຜະລິດ 228,856 ໂຕນ , ເນື້ອທີ່ແຜນປູກເຂົ້າເພື່ອເປັນສິນຄ້າ 31,602 ເຮັກຕາ ຄາດຄະເນຜົນຜະລິດ 122,748 ໂຕນ.
ເພີ່ມເຕີມ