ປຶກສາຫາລືກ່ຽວກັບການຊື້-ຂາຍ ຜົນຜະລິດກະສິກຳ

ພາກລັດ ແລະ ທຸລະກິດ ຢູ່ເມືອງເງິນ ຫາລືການຊື້-ຂາຍ ຜົນຜະລິດກະສິກຳ

ພາກລັດ ແລະ ທຸລະກິດ ຢູ່ເມືອງເງິນ ຫາລືການຊື້-ຂາຍ ຜົນຜະລິດກະສິກຳ
ວັນທີ 19 ທັນວາ ນີ້, ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ເມືອງເງິນ ແຂວງໄຊຍະບູລີ ພາກລັດ ແລະ ພາກທຸລະກິດ ຜູ້ປະກອບການ ຮ່ວມກັນປຶກສາຫາລືກ່ຽວກັບການຊື້-ຂາຍ ຜົນຜະລິດກະສິກຳ. ພາຍໃຕ້ການເປັນປະທານ ຂອງທ່ານ ທອງພັນ ສຸກສະຫວັດ

 ຮອງເຈົ້າເມືອງ ເມືອງເງິນ ຜູ້ຊີ້ນຳເສດຖະກິດຂັ້ນເມືອງ, ມີພະນັກງານຈາກຫ້ອງການອຸດສາຫະກຳ ແລະ ການຄ້າ, ນັກທຸລະກິດ ຜູ້ປະກອບການເກັບຊື້ພຶດກະສິກຳ-ເຄື່ອງປ່າຂອງດົງ ພາຍໃນເມືອງເຂົ້າຮ່ວມ.
ກອງປະຊຸມ ໄດ້ຮັບຟັງການຜ່ານແຈ້ງການຂອງກົມທະບຽນວິສາຫະກິດວ່າດ້ວຍການໃຫ້ວິສາຫະກິດປ່ຽນແປງເນື້ອໃນທະບຽນວິສາຫະກິດ ແລະ ຍຸບເລີກວິສາຫະກິດ ສະບັບເລກທີ 0428/ກທວ,ລົງວັນທີ 24 ຕຸລາ 2024, ຮັບຟັງການລາຍງານຫຍໍ້ກ່ຽວກັບການຄຸ້ມຄອງຫົວໜ່ວຍທຸລະກິດເກັບຊື້-ຂາຍ ຜົນຜະລິດກະສິກຳ-ເຄື່ອງປ່າຂອງດົງ ຢູ່ພາຍໃນເມືອງເງິນໃນໄລຍະຜ່ານມາ, ຮັບຟັງການລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດການບໍລິການຕໍ່ກັບນັກທຸລະກິດ, ຜູ້ປະກອບການເກັບຊື້ຜົນຜະລິດກະສິກຳ ກໍຄືການບໍລິການຜ່ານ (ໜ່ວຍບໍລິການປະຕູດຽວ), ການລາຍງານການອອກໃບອະນຸຍາດດຳເນີນກິດຈະການກະສິກໍາ ແລະ ປ່າໄມ້ ຕໍ່ຜູ້ເກັບຊື້ຜົນຜະລິດກະສິກຳ ຢູ່ພາຍໃນເມືອງ, ການອອກໃບອະນຸຍາດປຸກສ້າງ ແລະ ການຄຸ້ມຄອງລະບົບສາງເກັບຊື້ຜົນຜະລິດກະສິກຳ, ການຄຸ້ມຄອງການຈາລະຈອນລົດຂົນສົ່ງສິນຄ້າ ຂອງທຸລະກິດ, ຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ, ການຄຸ້ມຄອງທາງດ້ານສິ່ງແວດລ້ອມ ຂອງທຸລະກິດ, ຜູ້ປະກອບການເກັບຊື້ຜົນຜະລິດກະສິກໍາ. ຈາກນັ້ນ, ພາກສ່ວນຕ່າງໆ ທີ່ເຂົ້າຮ່ວມກໍໄດ້ປະກອບຄຳຄິດເຫັນ ຢ່າງກົງໄປກົງມາ ເພື່ອຊອກໃຫ້ເຫັນຈຸດຄົງຄ້າງ ແລະ ພ້ອມກັນຊອກຫາວິທີແກ້ໄຂໃນຕໍ່ໜ້າ.
(ຂ່າວ: ອິນແປງ ແຫວນຄຳ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄໍາມ່ວນ ມີນໍ້າມັນພຽງພໍສຳລັບການນຳໃຊ້ພາຍໃນ

ຄໍາມ່ວນ ມີນໍ້າມັນພຽງພໍສຳລັບການນຳໃຊ້ພາຍໃນ

ທ່ານ ຂວັນໃຈ ສຸວັນລາສີ ຮັກສາການ ຫົວໜ້າຂະແໜງການຄ້າພາຍໃນ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຄຳມ່ວນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນແຂວງ ໃນວັນທີ 5 ມີນາ 2026ນີ້ວ່າ: ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຄຳມ່ວນ ໄດ້ມີການປະສານງານຢ່າງໃກ້ສິດ ກັບກົມການຄ້າພາຍໃນ ກະຊວງອຸກສາຫະກຳ ແລະ ການຄ້າ (ອຄ) ແລະ ບັນດາບໍລິສັດຜູ້ນຳເຂົ້ານໍ້າມັນເຊື້ອໄຟ ພາຍໃນແຂວງ. ຊຶ່ງແຂວງຄໍາມ່ວນ ມີບໍລິສັດນໍາເຂົ້ານໍ້າມັນເຊື້ອໄຟທັງໝົດ 9 ບໍລິສັດ, ມີສາງທີ່ສາມາດບັນຈຸນໍ້າມັນໄດ້ທັງໝົດຄື: ນໍ້າມັນແອັດຊັງ 772,000 ລິດ, ນໍ້າມັນກາຊວນ 2,906,000 ລິດ.
ກອງປະຊຸມຫາລືວຽກງານຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ

ກອງປະຊຸມຫາລືວຽກງານຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ

ກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອົງການໄອຍະການປະຊາຊົນສູງສຸດ(ອອປສ) ໄດ້ຈັດກອງປະຊຸມປຶກສາຫາລືວຽກງານຕິດຕາມກວດກາຄ້າຍຄຸມຂັງ - ດັດສ້າງ ຂຶ້ນໃນວັນທີ 5 ມີນາ ນີ້ ທີ່ ອອປສ, ໂດຍການເປັນປະທານຂອງ ທ່ານ ບົວລີ ເພັດມີໄຊ ຫົວໜ້າກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອອປສ, ມີ ຫົວໜ້າຄະນະສານອາຍາ ສານປະຊາຊົນສູງສຸດ, ຕາງໜ້າຄະນະກົມ ຈາກກົມຕຳຫຼວດຄຸມຂັງ-ດັດສ້າງ, ກົມຕໍາຫຼວດສືບສວນ-ສອບສວນ, ກົມຕໍາຫຼວດປ້ອງກັນ-ປາບປາມຢາເສບຕິດ ກະຊວງປ້ອງກັນຄວາມສະຫງົບ, ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສສຍລ ສະ​ເຫຼີມ​ສະຫຼອງວັນ​ແມ່​ຍິງ​ສ​າ​ກົນ ຄົບຮອບ 116 ປີ

ສສຍລ ສະ​ເຫຼີມ​ສະຫຼອງວັນ​ແມ່​ຍິງ​ສ​າ​ກົນ ຄົບຮອບ 116 ປີ

ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຈັດພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ແມ່​ຍິງ​ສ​າ​ກົນ ວັນທີ 8 ມີນາ ຄົບຮອບ116 ປີ ຂຶ້ນໃນວັນທີ 6 ມີນານີ້ ທີ່ໂຮງແຮມ ຮໍລີເດອິນ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ອາລີ ວົງໜໍ່ບຸນທໍາ ກໍາມະການສູນກາງພັກ ປະທານຄະນະບໍລິຫານງານ ສສຍລ, ມີບັນ​ດາ​​ພະ​ນັກ​ງານ​ປະ​ຕິ​ວັດ​ອາ​ວຸ​ໂສບໍານານ, ຜູ້ຕາງໜ້າຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ.
ແກ່ນທ້າວ ສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 2025

ແກ່ນທ້າວ ສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 2025

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2025 ແລະ ແນະນໍາການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2026 ຂຶ້ນໃນວັນທີ 4 ມີນາຜ່ານມາ ຢູ່ທີ່ສະໂມສອນຫ້ອງວ່າການເມືອງ. ໂດຍການເຂົ້າຮ່ວມຂອງທ່ານ ສົມສີ ຊາວພິລາ ຮອງປະທານຄະນະກໍາມະການປົກຄອງເມືອງ.
ຄະນະໂຄສະນາອົບຮົມແຂວງເຊກອງ ດໍາເນີນຊິວິດການເມືອງທ້າຍສະໄໝ

ຄະນະໂຄສະນາອົບຮົມແຂວງເຊກອງ ດໍາເນີນຊິວິດການເມືອງທ້າຍສະໄໝ

ໜ່ວຍພັກຮາກຖານ ຄະນະໂຄສະນາອົບຮົມແຂວງເຊກອງ ເປີດກອງປະຊຸມດໍາເນີນຊີວິດການເມືອງທ້າຍສະໄໝ ແລະ ທາບທາມບຸກຄະລາກອນ ອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະໜ່ວຍພັກ ສະໄໝທີ VI ຮອບທີ II ຂຶ້ນໃນວັນທີ 5 ມີນານີ້ ໂດຍການເປັນປະທານຂອງ ສະຫາຍ ວົງເດືອນ ຈັນທະບຸດຊຽງ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ປະກາດສ້າງຕັ້ງຕາແສງ ບືງໄຊ ເປັນຕາແສງທຳອິດ ຂອງເມືອງ

ປະກາດສ້າງຕັ້ງຕາແສງ ບືງໄຊ ເປັນຕາແສງທຳອິດ ຂອງເມືອງ

​ເມືອງສາລະວັນ ຈັດພິທີປະກາດສ້າງຕັ້ງ ຕາແສງ “ບຶງໄຊ" ຢ່າງເປັນທາງການ, ເປັນຕາແສງທຳອິດຂອງເມືອງສາລະວັນ ແຂວງສາລະວັນ ໄດ້ຈັດຂຶ້ນໃນວັນທີ 5 ມີນານີ້ ຢູ່ທີ່ບ້ານບຶງໄຊ,ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ ປະທານຄະນະກໍາມະການປົກຄອງແຂວງ, ທ່ານ ສະໄໝ ໂພທິສານ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງສາລະວັນ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫວັນນະເຂດ ປາຖະກະຖາວັນສ້າງຕັ້ງອົງການກວດກາ ພັກ-ລັດ ແລະວັນຕ້ານການສໍ້ລາດບັງຫຼວງສາກົນ

ສະຫວັນນະເຂດ ປາຖະກະຖາວັນສ້າງຕັ້ງອົງການກວດກາ ພັກ-ລັດ ແລະວັນຕ້ານການສໍ້ລາດບັງຫຼວງສາກົນ

ໃນວັນທີ 4 ມີນາຜ່ານມານີ້ທີ່ສະໂມສອນຫ້ອງວ່າການແຂວງສະຫວັນນະເຂດ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງອົງການກວດກາພັກ-ລັດຄົບຮອບ 44 ປີ(16/2/1982-16/2/2026) ແລະວັນການສໍ້ລາດບັງຫຼວງສາກົນຄົບຮອບ 22 ປີ(9/12/2003-9/12/2026) ໂດຍເປັນກຽດເຂົ້າຮ່ວມ ແລະປາຖະກະຖາຂອງທ່ານ ແສນສັກ ພິມວົງສາ ປະທານອົງການກວດກາພັກ-ລັດແຂວງ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ ແຂວງ, ມີຫົວໜ້າ-ຮອງຫົວໜ້າພະແນກການ-ກົມກອງທຽບເທົ່າຂັ້ນແຂວງ, ພະນັກງານ-ລັດຖະກອນ ແລະພາກສ່ວນກ່ຽວຂ້ອງພາຍໃນແຂວງເຂົ້າຮ່ວມ.
ສະຫະພັນແມ່ຍິງໂຄສະນາອົບຮົມແຂວງຄຳມ່ວນ ປາຖະກະຖາວັນແມ່ຍິງສາກົນຄົບຮອບ 116 ປີ

ສະຫະພັນແມ່ຍິງໂຄສະນາອົບຮົມແຂວງຄຳມ່ວນ ປາຖະກະຖາວັນແມ່ຍິງສາກົນຄົບຮອບ 116 ປີ

ຮາກຖານສະຫະພັນແມ່ຍິງໂຄສະນາອົບຮົມແຂວງຄໍາມ່ວນ ໄດ້ຈັດປາຖະກະຖາລະນຶກວັນແມ່ຍິງສາກົນ ຄົບຮອບ 116 ປີ (8 ມີນາ 1910-8 ມີນາ 2026) ຂຶ້ນໃນວັນທີ 5 ມີນານີ້,ພາຍໃຕ້ຄໍາຂວັນ " ສິດທິ, ຄວາມຍຸດຕິທໍາ ການລົງມືປະຕິບັດ ເພື່ອແມ່ຍິງ ແລະ ເດັກຍິງທຸກຄົນ”. ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນວນຕາ ແກ້ວນະວົງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ພ້ອມດ້ວຍບັນດາຄະນະຮາກຖານ, ແຂກຖືກເຊີນ ແລະ ສະມາຊິກແມ່ຍິງພາຍໃນຮາກຖານເຂົ້າຮ່ວມ.
8 ມີນາ ວັນແຫ່ງຄວາມເອກອ້າງທະນົງໃຈຂອງແມ່ຍິງທົ່ວໂລກ

8 ມີນາ ວັນແຫ່ງຄວາມເອກອ້າງທະນົງໃຈຂອງແມ່ຍິງທົ່ວໂລກ

ເນື່ອງໃນໂອກາດວັນແມ່ຍິງສາກົນ ຄົບຮອບ 116 ປີ (8 ມີນາ 1910- 8 ມີນາ 2026) ທີ່ຈະມາເຖິງນີ້ ວັນທີ 8 ມີນາ ແມ່ນເຫດການ-ການເມືອງທີ່ສໍາຄັນ, ເປັນຂີດໝາຍ ແຫ່ງໄຊຊະນະພື້ນຖານຂອງຂະບວນການແມ່ຍິງສາກົນ ໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນຊອບທໍາໃຫ້ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງ ເພື່ອປົດປ່ອຍຕົນເອງ ແລະ ທວງໃຫ້ມີສິດສະເໝີພາບ ປະຊາທິປະໄຕ ຄືກັນກັບຜູ້ຊາຍ, ທວງໃຫ້ພວກນາຍທຶນແກ້ໄຂຊີວິດການເປັນຢູ່ພາຍໃຕ້ຄໍາຂວັນ: “ຜູ້ໜຶ່ງເຮັດວຽກມື້ລະ 8 ຊົ່ວໂມງ, ແມ່ຍິງ ແລະ ຜູ້ຊາຍເຮັດວຽກຄືກັນ ຕ້ອງໄດ້ຮັບເງິນເດືອນເທົ່າກັນ, ຕ້ອງມີລະບອບປ້ອງກັນສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ, ຕ້ານສົງຄາມຮຸກຮານ, ປົກປັກຮັກສາສັນຕິພາບຂອງໂລກ".
ຍົກລະດັບຄວາມຮູ້ ວຽກງານກວດກາລັດ ຂອງຂະແໜງການເງິນ

ຍົກລະດັບຄວາມຮູ້ ວຽກງານກວດກາລັດ ຂອງຂະແໜງການເງິນ

ກົມກວດກາລັດ ກະຊວງການເງິນ ເປີດຊຸດຝຶກອົບຮົມວຽກງານກວດກາລັດ ໃນວັນທີ 2 ມີນາຜ່ານມາ ໂດຍການເປັນປະທານຂອງທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງການເງິນ, ມີທ່ານຮັກສາການຫົວໜ້າກົມກວດກາລັດ, ຫົວໜ້າສະຖາບັນເສດຖະກິດ-ການເງິນ, ບັນດາທ່ານຮອງຫົວໜ້າກົມ, ພະນັກງານຫຼັກແຫຼ່ງກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ