ວຽກງານພັດທະນາຊັບພະຍາກອນມະນຸດ

ພັກຍາມໃດກໍເຫັນຄວາມສໍາຄັນໃນການພັດທະນາຊັບພະຍາກອນມະນຸດ

ພັກຍາມໃດກໍເຫັນຄວາມສໍາຄັນໃນການພັດທະນາຊັບພະຍາກອນມະນຸດ
ໂດຍ:ວັນໄຊ ຕະວິນຍານ ໂດຍປະຕິບັດຕາມແນວທາງການພັດທະນາການສຶກສາຂອງພັກໃນການພັດທະນາຊັບພະຍາກອນມະນຸດໃນແຕ່ລະໄລຍະ ແລະ ປະຕິບັດບົດບັນທຶກການມອບຮັບວຽກງານພັດທະນາຊັບພະຍາກອນມະນຸດ

 

ລະຫວ່າງຄະນະຈັດຕັ້ງສູນກາງພັກ ແລະ ກະຊວງສຶກສາທິການ ແລະ ກິລາ ໃນປີ 2013 ໃນການປັບປຸງຍຸດທະສາດການພັດທະນາຊັບພະຍາກອນມະນຸດ ຮອດປີ 2020 ໃຫ້ຖືກຕ້ອງ, ແທດເໝາະກັບສະພາບຄວາມເປັນຈິງ ແລະ ສອດຄ່ອງກັບໜ້າທີ່ການເມືອງໃນໄລຍະໃໝ່ ພ້ອມທັງຕິດພັນກັບແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ ຊຶ່ງຈະເປັນນິຕິກໍາພື້ນຖານໃຫ້ແກ່ວຽກງານພັດທະນາຊັບພະຍາກອນມະນຸດ ໃຫ້ເປັນເອກະພາບກັນ ແລະ ໄປໃນທິດທາງດຽວກັນໃນຂອບເຂດທົ່ວປະເທດ ແຕ່ນີ້ຮອດປີ 2025ຄະນະກໍາມະການແຫ່ງຊາດເພື່ອການພັດທະນາຊັບພະຍາກອນມະນຸດທີ່ປະກອບມີ ບັນດາຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນ ແຂວງ/ນະຄອນຫຼວງ ຈຶ່ງໄດ້ສ້າງແຜນພັດທະນາຊັບພະຍາກອນມະນຸດແຫ່ງຊາດ 2016-2025 ໃຫ້ສອດຄ່ອງກັບສະພາບການພັດທະນາໃນໄລຍະໃໝ່ ໂດຍສຸມໃສ່ແກ້ໄຂການຂາດກໍາລັງແຮງງານທີ່ມີສີມື, ການເຄື່ອນຍ້າຍຂອງກໍາລັງແຮງງານໄປປະເທດໃກ້ຄຽງ, ຄວາມບໍ່ສົມດຸນໃນການພັດທະນາຊັບພະຍາກອນມະນຸດທາງດ້ານເພດ-ເຜົ່າ, ພູມສັນຖານ, ສະຖານະທາງດ້ານເສດຖະກິດ-ສັງຄົມ, ການລະບາດຂອງພະຍາດໃໝ່ທີ່ອາດຈະເກີດຂຶ້ນ. ແຜນຍຸດທະສາດໄດ້ຖືກຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການ ຕາມດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 95/ນຍ, ລົງວັນທີ 26 ເມສາ 2016 ຊຶ່ງໄດ້ກໍານົດວິໄສທັດຮອດປີ 2030 ແລະ ມີຈຸດປະສົງ ແລະ ຄາດໝາຍເພື່ອພັດທະນາຊັບພະຍາກອນມະນຸດໃຫ້ສອດຄ່ອງກັບໜ້າທີ່ການເມືອງໃນໄລຍະໃໝ່, ບັນລຸໄດ້ເປົ້າໝາຍການພັດທະນາ ແບບຍືນຍົງ ແລະ ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຊຶ່ງປະກອບດ້ວຍຍຸດທະສາດ ແລະ ແຜນປະຕິບັດງານ 5 ປີ (2016-2020) ທີ່ກວມເອົາ 6 ຍຸດທະສາດຕົ້ນຕໍ ແລະ 3 ຍຸດທະສາດປິ່ນອ້ອມ ຄື:1. ດ້ານການເມືອງ-ແນວຄິດ; 2. ດ້ານການກໍ່ສ້າງ ແລະ ຄຸ້ມຄອງພະນັກງານ;3.ດ້ານການສຶກສາ;4. ດ້ານສຸຂະພາບ ແລະ ພະລານາໄມ; 5. ດ້ານແຮງງານແລະ 6. ດ້ານວັດທະນະທໍາ; ພ້ອມນີ້ ຍັງມີຍຸດທະສາດອື່ນໆ ທີ່ປິ່ນອ້ອມ ປະກອບ ມີ: ການປົກປ້ອງປະຊາກອນຈາກຄວາມສ່ຽງ ການປ່ຽນແປງຂອງດິນຟ້າອາກາດ ແລະ ໄພພິບັດ; ສົ່ງເສີມຄວາມສະເໝີພາບບົດບາດຍິງ-ຊາຍ; ແລະ ສົ່ງເສີມການຮ່ວມມືການພັດທະນາຊັບພະຍາກອນມະນຸດກັບພາກພື້ນ ແລະ ສາກົນ. ຄະນະກໍາມະການແຫ່ງຊາດເພື່ອການພັດທະນາຊັບພະຍາກອນມະນຸດ ແຕ່ລະຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນໄດ້ຈັດຕັ້ງເຜີຍແຜ່ຍຸດທະສາດ ແລະ ຜັນຂະຫຍາຍແຜນຍຸດທະສາດດັ່ງກ່າວມາເປັນແຜນປະຕິບັດງານຂອງຂະແໜງການຕົນ. ມາຮອດປັດຈຸບັນ, ການຜັນຂະຫຍາຍເປັນຍຸດທະສາດ ແລະ ແຜນປະຕິບັດງານ ຂອງຂັ້ນກະຊວງ/ອົງ-ການ ສໍາເລັດແລ້ວ 19 ພາກສ່ວນ ໃນ 27 ພາກສ່ວນ, ຂັ້ນແຂວງ/ນະຄອນຫຼວງ ສໍາເລັດ 16 ພາກສ່ວນ ໃນ 18 ແຂວງ/ນະຄອນຫຼວງ. ພ້ອມກັນນີ້, ກໍໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນສະໄໝສາມັນປະຈໍາປີ, ມີການລາຍງານປະຈໍາ3 ເດືອນ,6 ເດືອນ ແລະ ປະເມີນການຈັດຕັ້ງປະຕິບັດຍຸດທະສາດເປັນປົກກະຕິ. ອີງໃສ່ຜົນການປະເມີນກາງສະໄໝ (2016-2020) ໃນ 9 ເປົ້າໝາຍລວມມີ 5 ເປົ້າໝາຍ ປະຕິບັດໄດ້ຕາມຄາດໝາຍ ເຊັ່ນ: ການເພີ່ມດັດສະນີຊັບສິນມະນຸດປະຕິບັດໄດ້ 72,8 (ເປົ້າໝາຍແມ່ນ 66), ການຫຼຸດອັດຕາການເສຍຊີວິດ ຂອງເດັກເກີດໃໝ່(ຕໍ່ 1,000 ຄົນ) ຫຼຸດເຫຼືອ 13 ຄົນ (ເປົ້າໝາຍແມ່ນ 26 ຄົນ); ເພີ່ມອັດຕາການລອດເຫຼືອຊັ້ນປະຖົມສຶກສາປະຕິບັດໄດ້ 96,4% (ເປົ້າໝາຍແມນ 90%); ອັດຕາສ່ວນການເສຍຊີວິດຂອງແມ່ເກີດລູກ ປະຕິບັດໄດ້ 99 ຄົນ (ເປົ້າໝາຍແມ່ນ 200 ຄົນ) ແລະ ຮັບປະກັນໃຫ້ພົນລະເມືອງລາວທຸກຄົນມີການສຶກສາຈົບຊັ້ນມັດທະຍົມສຶກສາຕອນຕົ້ນ ປະຕິບັດສໍາເລັດໂດຍພື້ນຖານ; ມີ 4 ເປົ້າໝາຍ ທີ່ມີຄວາມຄືບໜ້າເຊັ່ນ: ຫຼຸດອັດຕາຂອງເດັກທີ່ມີຄວາມສູງ ຕໍ່າກວ່າເກນອາຍຸ ປະຕິບັດໄດ້ 32,8% (ເປົ້າໝາຍ 28%); ເພີ່ມການເຂົ້າຮຽນລວມຊັ້ນມັດທະຍົມສຶກສາ ປະຕິບັດໄດ້ 59,8% (ເປົ້າໝາຍແມ່ນ 80%); ເພີ່ມອັດຕາການຮູ້ໜັງສືຂອງຊາວໜຸ່ມ ປະຕິບັດໄດ້ 86,3% (ເປົ້າໝາຍແມ່ນ 99%)ແລະ ເພີ່ມການສັກຢາປ້ອງກັນພະຍາດໝາກແດງ ແກ່ເດັກນ້ອຍ ປະຕິບັດໄດ້ 52% (ເປົ້າໝາຍແມ່ນ 95%).

ຜົນການຈັດຕັ້ງປະຕິບັດແຕ່ລະຍຸດທະສາດຂອງພັກ ນັບແຕ່ 2016 ຮອດປັດຈຸບັນ ແມ່ນມີຜົນສໍາເລັດເປັນຢ່າງດີ ເຊັ່ນ:ເພີ່ມທະວີວຽກງານການເມືອງ-ແນວຄິດ ເພື່ອເຮັດໃຫ້ທົ່ວປວງຊົນເຊື່ອໝັ້ນອຸດົມການສັງຄົມນິຍົມ ໄດ້ຫັນເອົາເນື້ອໃນທິດສະດີການເມືອງ, ວິຊາການເມືອງເຂົ້າໃນຫຼັກສູດການສຶກສາແຫ່ງຊາດທຸກຊັ້ນທຸກສາຍ. ຈໍານວນ ພະນັກງານ ທີ່ໄດ້ຮັບການຝຶກອົບຮົມທິດສະດີການເມືອງ-ການປົກຄອງເພີ່ມຂຶ້ນ ຈາກ 2,665 ຄົນ ໃນ ສົກ 2018/19 ເປັນ 3,580 ຄົນ ໃນປີ 2024; ພ້ອມດຽວກັນນີ້,ຍັງໄດ້ຮ່ວມມືການພັດທະນາຊັບພະຍາກອນມະນຸດກັບພາກພື້ນ ແລະ ສາກົນໃນການສົ່ງເສີມ ແລະ ສ້າງໂອກາດໃຫ້ນັກສຶກສາໄປຮຽນຕໍ່ໃນລະດັບຕ່າງໆ ຢູ່ຕ່າງປະເທດ ຊຶ່ງນັບແຕ່ປີ 2016-2023ໂຕເລກນັກສຶກສາທີ່ໄປຮຽນຕໍ່ຕ່າງປະເທດລະດັບປະລິນຍາເອກ 819 ຄົນຍິງ 211 ຄົນ, ປະລິນຍາໂທ 6,585 ຄົນຍິງ 2,435 ຄົນ, ປະລິນຍາຕີ 12,598 ຄົນຍິງ 5,819 ຄົນ, ພ້ອມທັງສ້າງເງື່ອນໄຂໃຫ້ແກ່ແຮງງານລາວຈໍານວນໜຶ່ງ ສາມາດໄປເຮັດວຽກຢູ່ຕ່າງປະເທດໃນອາຊີບທີ່ ມີຄວາມຕ້ອງການ.ຄົ້ນຄວ້າ ແລະ ສ້າງເອກະສານ ກ່ຽວກັບ ວຽກງານໂຄສະນາອົບຮົມການເມືອງ-ແນວຄິດໃຫ້ທົ່ວສັງຄົມ; ມີການປັບປຸງຫຼັກສູດທິດສະດີການເມືອງ ແລະ ຈັດຕັ້ງ ບໍາລຸງທິດສະດີການເມືອງຂັ້ນສູງ, ຂັ້ນກາງ, ຂັ້ນຕົ້ນ ຕາມລະບອບຮ່ໍາຮຽນທິດສະດີການເມືອງ. ກໍ່ສ້າງ ແລະ ຄຸ້ມຄອງພະນັກງານ-ລັດຖະກອນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນພະນັກງານ-ລັດຖະກອນສ່ວນຫຼາຍໄດ້ຮັບການຍົກລະດັບດ້ານວິຊາສະເພາະ ແລະ ລະດັບການສຶກສາສູງຂຶ້ນ ລວມທັງໄດ້ຜ່ານລະດັບທິດສະດີການເມືອງ-ການປົກຄອງ, ຫຼັກສູດການຝຶກອົບຮົມກ່ຽວກັບການບໍລິຫານຄຸ້ມຄອງລັດ, ຄວາມຮູ້ດ້ານອື່ນໆ ເຊັ່ນ: ຄວາມຮູ້ພາສາຕ່າງປະເທດໃດໜຶ່ງ, ຮູ້ນໍາໃຊ້ລະບົບໄອຊີທີ ເຂົ້າໃນການປະຕິບັດວຽກງານຫຼາຍຂຶ້ນ; ບັນດານິຕິກໍາສໍາຄັນກ່ຽວກັບວຽກງານຄຸ້ມຄອງພະນັກງານ-ລັດຖະກອນຫຼາຍສະບັບໄດ້ຮັບການປັບປຸງ ແລະ ສ້າງໃໝ່; ການປະຕິບັດນະໂຍບາຍພະນັກງານ-ລັດຖະກອນ ໄດ້ຮັບການປັບປຸງເປັນຕົ້ນ: ມູນຄ່າດັດສະນີເງິນເດືອນພື້ນ-ຖານ, ອຸດໜູນຄ່າຄອງຊີບ ແລະ ເງິນເດືອນຂັ້ນຕໍ່າ ກໍໄດ້ມີການເພີ່ມຂຶ້ນ.

ການພັດທະນາຄວາມຮູ້ພື້ນຖານດ້ານການສຶກສາ ແລະ ທັກສະວິຊາຊີບຄວາມຮູ້ພື້ນຖານດ້ານການສຶກສາ ແລະ ທັກສະວິຊາຊີບ ຂອງນັກຮຽນ-ນັກສຶກສາ ໄດ້ຮັບການປັບປຸງຢ່າງຕໍ່ເນື່ອງ, ຕາໜ່າງການສຶກສານັບແຕ່ການສຶກສາກ່ອນໄວຮຽນ ຮອດລະດັບມະຫາວິທະຍາໄລໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວ ຢ່າງກວ້າງຂວາງ ປະຊາຊົນບັນດາເຜົ່າມີໂອກາດເຂົ້າເຖິງການສຶກສາຢ່າງເທົ່າທຽມ. ປັດຈຸບັນ, ທຸກແຂວງໄດ້ສໍາເລັດການປະກາດຈົບການສຶກສາຊັ້ນມັດທະຍົມສຶກສາຕອນຕົ້ນບໍາລຸງ ໂດຍພື້ນຖານ; ບາງດ້ານທີ່ພົ້ນເດັ່ນຄື:ການຂະຫຍາຍຫ້ອງຮຽນອະນຸບານ ເດັກ 3-5 ປີ ມີຈໍານວນເພີ່ມຂຶ້ນ ຈາກປີ 2016 ຈໍານວນ 2,214 ແຫ່ງ ເປັນ 2,592 ແຫ່ງ ໃນປີ 2023 ພ້ອມທັງຂະຫຍາຍການສ້າງຫ້ອງຮຽນກຸ່ມພັດທະນາເດັກໃນຊຸມຊົນ ແລະ ບັນຈຸຜູ້ດູແລເດັກໃນຂອບເຂດທົ່ວປະເທດ; ສ້າງຖານຂໍ້ມູນການຮຽນຮູ້ໃໝ່ທີ່ເອີ້ນວ່າ “ຄັງປັນຍາລາວ” ແລະ ພັດທະນາສື່ການສອນຮູບແບບດີຈີຕອນ ເພື່ອຮັບໃຊ້ໃນການຝຶກອົບຮົມຄູ, ຜູ້ຮຽນ ແລະ ອອກລາຍການໂທລະພາບຊ່ອງສຶກສາ ແລະ ກິລາ ເພື່ອເຮັດໃຫ້ການສຶກສາໃຫ້ເຂົ້າເຖິງຜ່ານຫຼາຍຊ່ອງທາງ. ນອກຈາກນັ້ນກໍໄດ້ປັບປຸງຫຼັກສູດໃນສາຍອາຊີວະສຶກສາໄດ້ຈໍານວນ 173 ຫຼັກສູດ, ໃນສາຍການສຶກສາຊັ້ນສູງໄດ້ມີການພັດທະນາຫຼັກສູດຂຶ້ນໃໝ່ຈໍານວນ 26 ຫຼັກສູດ ທາງດ້ານສາຍວິທະຍາສາດທໍາມະຊາດ (STEM) ແລະ ວິທະຍາສາດສັງຄົມ (NON- STEM) ໃນລະດັບຊັ້ນສູງ/ອານຸປະລິນຍາ ແລະ ປະລິຍາຕີ ເພື່ອສົ່ງເສີມນັກຮຽນໃຫ້ມີທັກສະທີ່ສອດຄ່ອງ ກັບຄວາມຕ້ອງການໃນເງື່ອນໄຂໃໝ່ ແລະ ມີການສົ່ງເສີມສາຂາວິຊາຮຽນທີ່ເປັນບຸລິມະສິດຂອງລັດຖະບານ ດ້ວຍການໃຫ້ທຶນການສຶກສາ.ຄົ້ນຄວ້າສ້າງກົນໄກຄະນະວິຊາການຂັ້ນສູນກາງ,ແຂວງ/ນະຄອນຫຼວງ ເພື່ອໃຫ້ມີຂໍ້ມູນດັດສົມໃນການກໍ່ສ້າງຊັບພະຍາກອນມະນຸດ ໂດຍສະເພາະກະແສການເຂົ້າຮຽນຂອງນັກຮຽນ-ນັກສຶກສາ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ສອດຄ່ອງກັບທ່າອ່ຽງຄວາມຕ້ອງການຊົມໃຊ້ ແລະ ການພັດທະນາເສດຖະກິດ-ສັງຄົມ; ມີການສົ່ງເສີມ ແລະ ການນໍາໃຊ້ຜົນການຄົ້ນຄວ້າວິທະຍາສາດ, ນະວັດຕະກໍາ ແລະ ການບໍລິການດ້ານ ວິຊາການຫຼາຍຂຶ້ນ.

ສໍາລັບ ທິດທາງແຜນການໃນຕໍ່ໜ້າ ພັກຈະຊີ້ນໍາ ຈັດຕັ້ງປະຕິບັດຍຸດທະສາດການພັດທະນາຊັບພະຍາກອນມະນຸດ ແຫ່ງຊາດ ຮອດປີ 2025 ແລະ ວິໄສທັດຮອດປີ 2030 ໃນໄລຍະເວລາທີ່ຍັງເຫຼືອ ໃຫ້ໄດ້ຮັບຜົນດີ ຕາມລະດັບຄາດໝາຍ; ຝຶກອົບຮົມສ້າງຂີດຄວາມສາມາດ ໃຫ້ຄະນະກໍາມະການພັດທະນາຊັບພະຍາກອນມະນຸດ ຂັ້ນສູນກາງ ແລະ ທ້ອງຖິ່ນ; ສ້າງຄວາມເຂັ້ມແຂງ ໃຫ້ແກ່ກົນໄກປະສານງານ ຂອດການສ້າງຊັບພະຍາກອນມະນຸດ ແລະ ຄວາມຕ້ອງການນໍາໃຊ້ຊັບພະຍາກອນມະນຸດ ໃຫ້ສອດຄ່ອງ; ຄົ້ນຄວ້າ ແລະ ທົບທວນຄືນ ໂຄງປະກອບກົງຈັກ ແລະ ບຸກຄະລາກອນ, ໜ້າທີ່ພາລະບົດບາດ ຂອງຄະນະກໍາມາທິການລະດັບຊາດ, ຄະນະກໍາມະການລະດັບສູນກາງ ແລະ ແຂວງ/ນະຄອນຫຼວງ ແລະ ກົນໄກຈັດຕັ້ງປະຕິບັດ ໃຫ້ເປັນລະບົບຄົບຊຸດ.ປະເມີນການຈັດຕັ້ງປະຕິບັດຍຸດທະສາດ ການພັດທະນາຊັບພະຍາກອນມະນຸດແຫ່ງຊາດ ຮອດປີ 2025 ໄລຍະ 10 ປີ (2016-2025),ພ້ອມທັງກໍານົດຂະບວນການ ໃນການປຶກສາຫາລື, ຄົ້ນຄວ້າ ແລະ ສ້າງຍຸດທະສາດ ພັດທະນາຊັບພະຍາກອນມະນຸດແຫ່ງຊາດ ສໍາລັບໄລຍະ 10 ປີຕໍ່ໜ້າ (2026-2035) ແນໃສ່ສ້າງຊັບພະຍາກອນມະນຸດໃຫ້ມີຄຸນນະພາບ ສາມາດຕອບສະໜອງຄວາມຕ້ອງການໃນການພັດທະນາໃນເງື່ອນໄຂໃໝ່ຢ່າງມີຈຸດສຸມ ແລະ ຍືນຍົງ. ໂດຍສຸມໃສ່ສ້າງໃຫ້ຊັບພະຍາກອນມະນຸດ ໃຫ້ໄດ້ຮັບການສຶກສາທີ່ມີຄຸນນະພາບຢ່າງທົ່ວເຖິງ ແລະ ສາມາດນໍາໃຊ້ເຕັກໂນໂລຊີເຂົ້າໃນການສຶກສາ ແລະ ການພັດທະນາຕົນເອງ, ມີໂພຊະນາການທີ່ດີ ແລະ ມີສຸຂະພາບແຂງແຮງ, ໄດ້ຮັບການພັດທະນາທັກສະ ແລະ ສີມືແຮງງານທີ່ສອດຄ່ອງກັບຄວາມຕ້ອງການ ຂອງການພັດທະນາເສດຖະກິດ-ສັງຄົມໃນໄລຍະໃໝ່, ລວມທັງເສດຖະກິດດີຈີຕອນ, ພະນັກງານ-ລັດຖະກອນ ສາມາດເຮັດວຽກຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ, ມີຄຸນສົມບັດສິນທໍາປະຕິວັດທີ່ຖືກຕ້ອງ, ມີນ້ໍາໃຈຮັກຊາດ ແລະ ຮັກວັດທະນະທໍາອັນດີງາມຂອງຊາດ. ນອກຈາກນັ້ນ ຊັບພະຍາກອນມະນຸດໃນໄລຍະໃໝ່ ຕ້ອງສາມາດຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ພະຍາດລະບາດຕ່າງໆ, ຄໍານຶງເຖິງຄວາມສະເໝີພາບ ແລະ ບົດບາດຍິງ-ຊາຍ ແລະ ມີຄວາມສາມາດຮ່ວມມືກັບພາກພື້ນ ແລະ ສາກົນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ