ພາກພູມໃຈທີ່ຈະໄດ້ຮັບໃຊ້ປະຊາຊົນ

ພາກພູມໃຈທີ່ຈະໄດ້ຮັບໃຊ້ປະຊາຊົນ

ພາກພູມໃຈທີ່ຈະໄດ້ຮັບໃຊ້ປະຊາຊົນ
ທ່ານ ບຸນທ່ຽງ ລັດຕະນະວົງ ຜູ້ສະໝັກເລືອກຕັ້ງສະມາຊິກສະພາແຫ່ງຊາດ ເຂດ 1 ນະຄອນຫຼວງວຽງຈັນ ຜູ້ສະໝັກເລກ 25 ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ຮູ້ສຶກດີໃຈທີ່ໄດ້ມີສ່ວນຮ່ວມເປັນຜູ້ສະໝັກສະມາຊິກສະພາແຫ່ງຊາດ (ສສຊ) ຊຶ່ງເປັນໜ້າທີ່ການເມືອງທີ່ສຳຄັນ ແລະ ເຮັດວຽກດ້ານທຸລະກິດການກະສິກຳຈຶ່ງຮູ້ບັນຫາເລື່ອງໃນການສະໜອງວັດຖຸດິບເຊັ່ນ: ເຄື່ອງອຸປະໂພກບໍລິໂພກ ແລະ ອື່ນໆ.

 

 

ດັ່ງນັ້ນ, ຈຶ່ງໄດ້ລົງເລິກດ້ວຍການສຶກສາ ຕ່ອງໂສ້ສິນຄ້າກະສິກຳ ແລະ ໄດ້ລົງສູ່ວົງການກະສິກຳດ້ວຍການເຮັດຟາມ ແລະ ເປີດບໍລິສັດກ່ຽວກັບກະສິກຳເຊັ່ນ: ເມືອງລາວຟູດ ຊຶ່ງເປັນການຊຸກຍູ້ຊາວກະສິກອນທຳການຜະລິດ ແລະ ໄດ້ສົ່ງເສີມຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງຕ່າງໆ, ການສົ່ງເສີມແມ່ນໄດ້ໃກ້ຊິດຕິດແທດກັບປະຊາຊົນຜູ້ເຮັດວຽກກ່ຽວກັບກະສິກຳ ແລະ ໄດ້ເຫັນບັນຫາດ້ວຍຕົນເອງ, ໄດ້ຮັບຟັງຫາງສຽງ ຄວາມຄິດເຫັນຂອງປະຊາຊົນ ຈຶ່ງເຮັດໃຫ້ມີຄວາມຄິດຢາກມີສ່ວນຮ່ວມໃນການແກ້ໄຂບັນຫາທີ່ຍັງຄົງຄ້າງໃນຕ່ອງໂສ້ສິນຄ້າກະສິກຳ ແລະ ຍັງໄດ້ເຮັດວຽກກ່ຽວກັບລັດ ແລະ ອົງການຕ່າງໆບໍ່ວ່າຈະເປັນອົງການຈັດຕັ້ງສາກົນ ເຫັນໄດ້ທາງດ້ານຕັ້ງໜ້າດ້ວຍດ້ານດີ ຊຶ່ງບັນຫາດັ່ງກ່າວຖ້າພ້ອມກັນແກ້ໄຂມັນອາດຈະດີຂຶ້ນ ສປປ ລາວ ແມ່ນມີທ່າແຮງດ້ານກະສິກຳມີຫຼາຍ ແລະ ອີກບັນຫາໜຶ່ງຂ້າພະເຈົ້າໄດ້ມີຄວາມພະຍາຍາມແກ້ໄຂບັນຫາໃຫ້ກັບຊາວກະສິກອນທົ່ວປະເທດທີ່ມີຄວາມເຫັນຄ້າຍຄືກັນເຊັ່ນ: ຕະຫຼາດຮອງຮັບ, ການເຂົ້າຫາແຫຼ່ງທຶນ ແລະ ດ້ານເຕັກນິກວິຊາການ. ດັ່ງນັ້ນ, ຂ້າພະເຈົ້າຈຶ່ງໄດ້ມີສ່ວນຮ່ວມໃນການພັດທະນາໃນດ້ານຕະຫຼາດຮອງຮັບສິນຄ້າ ແລະ ມີສ່ວນຮ່ວມໃນການພະຍາຍາມເຮັດວຽກປະສົມປະສານກັບທະນາຄານແຫ່ງ ສປປ ລາວ ແລະ ທະນາຄານທຸລະກິດຕ່າງໆ ເພື່ອຊອກຫາທາງອອກໃນການຊອກຫາແຫຼ່ງທຶນໃຫ້ຊາວກະສິກອນໃຫ້ສະດວກຂຶ້ນ ແລະ ເຫັນໄດ້ວ່າໄດ້ຮັບການຮ່ວມມືໃນແຕ່ລະພາກສ່ວນ ແລະ ເຫັນໄດ້ວ່າວຽກງານນັ້ນມີຄວາມຄືບໜ້າດ້ວຍດີ, ອີກວົງການໜຶ່ງທີ່ໄດ້ມີສ່ວນຮ່ວມເລື່ອງແຮງງານ, ການພັດທະນາສີມືແຮງງານ ແລະ ການຈັດຫາງານທັງພາຍໃນ ແລະ ຕ່າງປະເທດໂດຍໄດ້ເປີດບໍລິສັດໄອຈ໋ອບ (ບໍລິສັດຈັດຫາງານ) ຊຶ່ງໄດ້ເຮັດວຽກພາຍໃຕ້ການຊີ້ນຳຂອງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນໄລຍະຜ່ານມາກໍໄດ້ເອົາໃຈໃສ່ການສ້າງວຽກເຮັດວຽກງານທຳຢູ່ພາຍໃນ ແລະ ສົ່ງອອກຕ່າງປະເທດ ແລະ ເປັນສ່ວນໜຶ່ງໃນການລິເລີ່ມສົ່ງແຮງງານໄປເຮັດວຽກຢູ່ ສ ເກົາຫຼີ ໃນເບື່ອງຕົ້ນໄດ້ສົ່ງໄປເຮັດວຽກປະມານ 50 ກວ່າຄົນ ໃນການສົ່ງໄປຜົນດີມີຫຼາຍຢ່າງ ສັງຄົມ ສ ເກົາຫຼີ ຮູ້ຈັກຫຼາຍຂຶ້ນ ແລະ ສ ເກົາຫຼີ ປະທັບໃຈໃນແຮງງານລາວເຮັດໃຫ້ແຕ່ລະປີໂຕເລກທີ່ຮັບເອົາແຮງງານລາວໄປ ສ ເກົາຫຼີນັບມື້ເພີ່ມຂຶ້ນ. ມາຮອດປັດຈຸບັນມີຫຼາຍກວ່າ 10 ພັນຄົນ ແລະ ໃນອະນາຄົດກໍຈະເພີ່ມຂຶ້ນອີກ ຊຶ່ງຈຸດດັ່ງກ່າວແມ່ນໄດ້ສ້າງວຽກເຮັດງານທໍາ ແລະ ສ້າງຮັບລາຍໄດ້ໃຫ້ປະຊາຊົນລາວ ແລະ ກຸ່ມຄົນທີ່ສົ່ງໄປ ສ ເກົາຫຼີ ແມ່ນຊາວກະສິກອນທີ່ເຄີຍເຮັດຜ່ານມາຢູ່ແລ້ວສົ່ງໄປເຮັດກະສິກຳແບບໃໝ່, ປັດຈຸບັນເຂົາເຈົ້າໄດ້ເຕັກນິກກະສິກຳແບບໃໝ່ທີ່ຈະມາຜັນຂະຫຍາຍໃນ ສປປ ລາວ ເຮົາ. ນອກນັ້ນ, ກໍໄດ້ສ້າງລາຍຮັບສູງເຮັດໃຫ້ຊີວິດການເປັນຢູ່ໃນຄອບຄົວໃນດ້ານການພັດທະນາດີຂຶ້ນຫຼາຍ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ໄຟຟ້າຫົງສາມອບກອງທຶນຄຸ້ມຄອງລະບົບສາຍສົ່ງໄຟຟ້າແຮງສູງ 500 ກິໂລໂວນ

ໄຟຟ້າຫົງສາມອບກອງທຶນຄຸ້ມຄອງລະບົບສາຍສົ່ງໄຟຟ້າແຮງສູງ 500 ກິໂລໂວນ

ເມື່ອ​ບໍ່​ດົນ​ມາ​ນີ້, ພະແນກຊຸມຊົນສໍາພັນ ຝ່າຍພັດທະນາສັງຄົມ ສາຍງານກິດຈະການອົງກອນບໍລິສັດ ໄຟຟ້າ ຫົງສາ ຈໍາກັດໄດ້ຈັດພິທີ ມອບກອງທຶນຄຸ້ມຄອງ ແລະ ປົກປັກຮັກສາລະບົບສາຍສົ່ງໄຟຟ້າແຮງສູງ 500 ກິໂລໂວນ ງວດທີ່ 1 ເດືອນພຶດສະພາ - ມິຖຸນາ 2026 ໃຫ້ເມືອງຫົງສາ, ເມືອງເງິນ ແລະ ເມືອງຊຽງຮ່ອນ ລວມທັງໝົດ ຈໍານວນ 200 ລ້ານກີບ ລວມພື້ນທີ່ແລວສາຍສົ່ງໄລຍະທາງທັງໝົດ 67 ກິໂລເມັດ.
ແກ່ນທ້າວ ປ່ອຍ​ປາສະຫຼອງວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ

ແກ່ນທ້າວ ປ່ອຍ​ປາສະຫຼອງວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີສະເຫຼີມສະຫຼອງວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ (13 ກໍລະກົດ) ຢ່າງຄຶກຄື້ນ ໃນ​ວັນ​ທີ 8 ກໍ​ລະ​ກົດ​ນີ້ ທີ່ບ້ານດອນເມນໂດຍມີ ທ່ານ ຄຳເຫຼັກ ແກ້ວວິໄລພອນ ກຳມະການປະຈຳພັກແຂວງປະທານຄະນະກວດກາພັກປະທານອົງການກວດກາລັດແຂວງ,ມີທ່ານ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງ, ມີການ​ນຳ​ເມືອງແລະພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ປີນີ້ ມີແຜນປ່ອຍປາ ແລະ ສັດນໍ້າ ໃຫ້ໄດ້ທັງໝົດ 72 ລ້ານໂຕ

ປີນີ້ ມີແຜນປ່ອຍປາ ແລະ ສັດນໍ້າ ໃຫ້ໄດ້ທັງໝົດ 72 ລ້ານໂຕ

ເນື່ອງໃນໂອກາດຈະເຖິງວັນປ່ອຍປາ ແລະ ສັດນໍ້າ ແຫ່ງຊາດ, ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຖະແຫຼງຂ່າວວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດໃນວັນທີ 9 ກໍລະກົດນີ້ ທີ່ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຊຶ່ງໄດ້ກ່າວວ່າ: ວັນທີ 13 ກໍລະກົດ ຂອງທຸກໆປີ ເປັນວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ ເພື່ອຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາສັດນໍ້າ ໃຫ້ອຸດົມສົມບູນ ແລະ ມີຄວາມຍືນຍົງ, ໂດຍໄດ້ເລີ່ມແຕ່ປີ 1997 ເປັນຕົ້ນມາ ແລະ ໃນປີນີ້ ກໍຄົບຮອບ 29 ປີ. ນອກຈາກນີ້, ວັນດັ່ງກ່າວ ຍັງກົງກັບ ວັນເກີດຂອງ ປະທານ ສຸພານຸວົງ ຜູ້ນໍາທີ່ ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ.
ການນຳເມືອງຄູນຄຳລົງຕິດຕາມສະພາບນ້ຳຖ້ວມ

ການນຳເມືອງຄູນຄຳລົງຕິດຕາມສະພາບນ້ຳຖ້ວມ

ເມືອງຄູນຄຳ ແຂວງຄຳມ່ວນ ມີຝົນຕົກໜັກຕິດຕໍ່ກັນຫຼາຍ​ວັນ,ມາ​ຮອດວັນທີ 07 ກໍລະກົດ 2026 ເຮັດໃຫ້ລະດັບນ້ຳເພີ່ມຂຶ້ນຫຼາຍ, ດັ່ງ​ນັ້ນ, ທ່ານ ຄຳປ່ຽນ ມະນີຄຳ ກຳມະການພັກແຂວງ ເລຂາພັກເມືອງຄູນຄຳ, ທ່ານ ພົມມະລາ ຄານລາຫວັນ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງຄູນຄຳ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງໄດ້ພ້ອມກັນລົງຕິດຕາມສະພາບຢ່າງໃກ້ສິດ.
ອັດຕະປື ມີແຜນການຈະປ່ອຍປາ ລົງສູ່ແຫຼ່ງນໍ້າທໍາມະຊາດ ໃຫ້ໄດ້ຫຼາຍກວ່າ 7.6 ລ້ານໂຕ

ອັດຕະປື ມີແຜນການຈະປ່ອຍປາ ລົງສູ່ແຫຼ່ງນໍ້າທໍາມະຊາດ ໃຫ້ໄດ້ຫຼາຍກວ່າ 7.6 ລ້ານໂຕ

ປີ 2026 ນີ້ ແຂວງອັດຕະປື ກະກຽມປ່ອຍລູກປາ ຫຼາກຫຼາຍຊະນິດລົງສູ່ແຫຼ່ງນໍ້າທໍາມະຊາດ ໃຫ້ໄດ້ຫຼາຍກວ່າ 7.6 ລ້ານໂຕ, ໃນນີ້ ສະເພາະ ວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ ວັນທີ 13 ກໍລະກົດ 2026 ຢູ່ບັນດາ 5 ຕົວເມືອງຂອງແຂວງ ແມ່ນຈະປ່ອຍລູກປາ ໃຫ້ໄດ້ 218,500 ໂຕ ແລະ ພິທີໃຫຍ່ຂອງແຂວງ ຈະຈັດຂຶ້ນທີ່ວັງສະຫງວນເຊນໍ້ານ້ອຍ, ບ້ານໃຫຍ່ໝື່ນຫົວເມືອງເມືອງສາມັກຄີໄຊ, ສ່ວນທີ່ເຫຼືອຈະສືບຕໍ່ປ່ອຍຕາມແຜນການຂອງແຕ່ລະເມືອງ ໃຫ້ໄດ້ທັງໝົດ 7.4 ລ້ານກວ່າໂຕ.
ແກ່ນທ້າວ ປະກາດສ້າງຕັ້ງ ຕາແສງ ດອນເມນ ເປັນຕາແສງສຸດທ້າຍຂອງເມືອງ

ແກ່ນທ້າວ ປະກາດສ້າງຕັ້ງ ຕາແສງ ດອນເມນ ເປັນຕາແສງສຸດທ້າຍຂອງເມືອງ

ພິທີປະກາດສ້າງຕັ້ງ ຕາແສງ ດອນເມນ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 8 ກໍລະກົດ 2026 ນີ້ ທີ່ບ້ານດອນເມນ ໂດຍມີທ່ານ ຄຳ​ເຫຼັກ ແກ້ວ​ວິ​ໄລ​ພອນ ກຳ​ມະ​ການ​ປະ​ຈຳ​ພັກ​ແຂວງປະ​ທານ​ຄະ​ນະ​ກວດ​ກາ​ພັກປະ​ທານ​ອົງ​ການກວດ​ກາ​ລັດ​ແຂວງ,ທ່ານ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງ,ທ່ານ ຈິນດາ ກະທາທອງ ຮອງເລຂາຄະນະບໍລິຫານງານພັກເມືອງ, ມີການນໍາຂັ້ນແຂວງ, ຂັ້ນເມືອງແລະພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ສື່ມວນຊົນ ທັດສະນະສຶກສາ ຢູ່ບໍລິສັດໄຟຟ້າ ນ້ຳເທີນ 2 ແຂວງຄໍາມ່ວນ

ສື່ມວນຊົນ ທັດສະນະສຶກສາ ຢູ່ບໍລິສັດໄຟຟ້າ ນ້ຳເທີນ 2 ແຂວງຄໍາມ່ວນ

ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ ໂດຍການມີສ່ວນຮ່ວມຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງສັງຄົມ ເພື່ອການພັດທະນາສີຂຽວ ໃນ ສປປ ລາວ ຫຼື GAMCIL ໄດ້ນຳພາສຳມະນາກອນສື່ມວນຊົນ ທີ່ມາຈາກ 6 ແຂວງ, ພາກກາງ ແລະ ພາກໃຕ້ ເຄື່ອນໄຫວທັດສະນະສຶກສາຮູບແບບການທ່ອງທ່ຽວແບບອະນຸລັກ ໂດຍຊຸມຊົນມີສ່ວນຮ່ວມ ແລະ ການຄຸ້ມຄອງສິ່ງແວດລ້ອມ ຢູ່ທີ່ບໍລິສັດໄຟຟ້າ ນ້ຳເທີນ 2 ເມືອງນາກາຍ ແຂວງຄໍາມວ່ນ , ນໍາພາໂດຍ ທ່ານ ທອງຫຼໍ່ ດວງສະຫວັນ ຄະນະສະມາຄົມນັກຂ່າວແຫ່ງ ສປປ ລາວ ແລະ ນາງ ບົວຄຳ ດວງປັນຍາ ຫົວໜ້າໂຄງການ GAMCIL ພ້ອມດ້ວຍຄະນະຜູ້ປະສານງານໂຄງການເຂົ້າຮ່ວມ.
ອັດຕະປື ສ້າງໄດ້ 18 ບ້ານແມ່ຍິງ 3 ດີ

ອັດຕະປື ສ້າງໄດ້ 18 ບ້ານແມ່ຍິງ 3 ດີ

ປັດຈຸບັນແຂວງອັດຕະປື ກໍ່ຄືສະຫະພັນແມ່ຍິງແຂວງ ໄດ້ສຸມໃສ່ການສ້າງບ້ານແມ່ຍິງ 3 ດີ ແລະ ສ້າງຄອບຄົວ 3 ດີ, ຊຶ່ງສ້າງໄດ້ແລ້ວ ຈໍານວນ 18 ບ້ານ ໂດຍມີຄອບຄົວເຂົ້າຮ່ວມທັງໝົດ 4,836 ຄອບຄົວ, ໃນນັ້ນ ຄອບຄົວປະເພດແຂງ ມີ 3,840 ຄອບຄົວ ກວມ 79.40%, ປະເພດກາງ 958 ຄອບຄົວ ກວມ 19.80% ແລະ ປະເພດອ່ອນ ມີພຽງ 38 ຄອບຄົວ ກວມ 0.78% ຂອງຈໍານວນຄອບຄົວທີ່ເຂົ້າຮ່ວມທັງໝົດ.
ສຊປລ ສໍາຫຼວດພື້ນທີ່ເພື່ອຈະນໍາແສງສະຫວ່າງ ແລະ ສັນຍານອິນເຕີເນັດລົງສູ່ຊົມຊົນ

ສຊປລ ສໍາຫຼວດພື້ນທີ່ເພື່ອຈະນໍາແສງສະຫວ່າງ ແລະ ສັນຍານອິນເຕີເນັດລົງສູ່ຊົມຊົນ

ໃນວັນທີ 7 ກໍລະກົດ 2026 ທ່ານ ທອງລີ ສີສຸລິດ ກໍາມະການສູນການພັກ, ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊົນປະຕິວັດລາວ(ສຊປລ) ພ້ອມດ້ວຍ ຄະນະຊາວໜຸ່ມ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ລັດວິສາຫະກິດໄຟຟ້າລາວ ພ້ອມດ້ວຍຄະນະ ແລະ ການນໍາແຂວງເມືອງລົງສໍາຫຼວດພື້ນທີ່ເຂດຈຸດສຸມພັດທະນາ ຢູ່ບ້ານແຮ້ວເມືອງວຽງໄຊ ແຂວງຫົວພັນ.
ປະທານສກລ ເຄື່ອນໄຫວຊຸກຍູ້ວຽກງານກຳມະບານຮອບດ້ານ ຢູ່ແຂວງອັດຕະປື

ປະທານສກລ ເຄື່ອນໄຫວຊຸກຍູ້ວຽກງານກຳມະບານຮອບດ້ານ ຢູ່ແຂວງອັດຕະປື

ວັນທີ 8 ກໍລະກົດ 2026, ທີ່ຫ້ອງຮັບແຂກ ຫ້ອງວ່າການແຂວງອັດຕະປືທ່ານ ຄຳຜອຍ ວັນນະສານກຳມະການສູນກາງພັກປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ(ສກລ) ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມ ແລະ ພົບປະ ທ່ານ ນາງ ມີນາພອນ ໄຊສົມພູ, ຮອງເລຂາພັກແຂວງອັດຕະປື.
ເພີ່ມເຕີມ