ຜະລິດຕະພັນອາຫານ ສຳລັບເດັກ ໃນອາຊີຕາເວັນອອກສຽງໃຕ້ ມີນ້ຳຕານແລະເກືອສູງ

ຜະລິດຕະພັນອາຫານ ສຳລັບເດັກ ໃນອາຊີຕາເວັນອອກສຽງໃຕ້ ມີນ້ຳຕານແລະເກືອສູງ
ການສຶກສາຢູ່ 7 ປະເທດໄດ້ເຕືອນໃຫ້ຮູ້ວ່າ 72 ເປີເຊັນ ຂອງອາຫານຫວ່າງ ແລະ ຂອງກິນຫຼິ້ນ ທີ່ຂາຍຕາມທ້ອງຕະຫຼາດສໍາລັບເດັກນ້ອຍຕໍ່າກວ່າ 3 ປີ ມີປະລິມານນໍ້າຕານ ແລະ ສານເພີ່ມຄວາມຫວານເປັນສ່ວນປະກອບ.
ການສຶກສາລ່າສຸດໃນເຂດພາກພື້ນໄດ້ສະແດງໃຫ້ເຫັນວ່າອາຫານທີ່ຂາຍຕາມທ້ອງຕະຫຼາດສໍາລັບເດັກນ້ອຍອາຍຸລະຫວ່າງ 6 ເດືອນ ຫາ 3ປີ ໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ ມີປະລິມານນໍ້າຕານ ແລະ ເກືອໃນປະລິມານທີ່ສູງ, ພ້ອມທັງມີການນໍາໃຊ້ສື່ໂຄສະນາຢ່າງກວ້າງຂວາງເພື່ອຊວນເຊື່ອ ແລະ ຫຼອກລວງ, ຂາດຂໍ້ບັງຄັບທີ່ເຄັ່ງຄັດກ່ຽວກັບການປະກອບການ ແລະ ຄ້າຂາຍຜະລິດຕະພັນອາຫານເສີມສໍາລັບເດັກນ້ອຍ.
ການສຶກສານີ້, ແມ່ນໄດ້ຮັບການສະໜັບສະໜູນຈາກອົງການສະຫະປະຊາຊາດສໍາລັບເດັກ (UNICEF)ແລະ ຄູ່ຮ່ວມງານ ທີ່ເປັນພາຄີໃນການສົ່ງເສີມການໃຫ້ອາຫານເສີມເດັກນ້ອຍໃນເຂດອາຊີຕາເວັນອອກສ່ຽງໃຕ້ (COMMIT), ໄດ້ມີການປະເມີນອາຫານຫວ່າງ, ອາຫານເສີມສໍາເລັດຮູບສໍາລັບເດັກນ້ອຍຫຼາຍກວ່າ 1.600 ລາຍການ ທີ່ຂາຍຕາມທ້ອງຕະຫຼາດຢູ່ປະເທດກໍາປູເຈຍ, ອິນໂດເນເຊຍ, ລາວ,ມາເລເຊຍ, ຟີລິບປິນ, ໄທ ແລະ ຫວຽດນາມ. ນອກນັ້ນຍັງໄດ້ສຶກສາພຶດຕິກໍາຂອງຜູ້ບໍລິໂພກ ແລະ ລະບຽບການທີ່ມີຢູ່ໃນ 7ປະເທດທີ່ໄດ້ເຮັດການສຶກສາ.
ການສຶກສາຄົ້ນຄວ້າພົບວ່າ ເກືອບເຄິ່ງໜຶ່ງຂອງຜະລິດຕະພັນທີ່ໄດ້ສຶກສາ (44 ເປີເຊັນ) ໄດ້ເພີ່ມນໍ້າຕານ ແລະ ສານເພີ່ມຄວາມຫວານໃສ່ໃນອາຫານຫວ່າງ ແລະ ຂອງກິນຫຼິ້ນຫຼາຍເຖິງ 72 ເປີເຊັນ. ເມື່ອກ່າວເຖິງປະລິມານເກືອ, ຫຼາຍກວ່າໜຶ່ງງສ່ວນສາມຂອງຜະລິດຕະພັນທີ່ໄດ້ສຶກສາແມ່ນເພີ່ມທາດໂຊດຽມ ໃນປະລິມານທີ່ສູງກວ່າຂໍ້ແນະນໍາທີ່ກໍານົດໄວ້.
ຍິ່ງໄປກວ່ານັ້ນ, ເກືອບ 90 ເປີເຊັນ ຂອງສະຫຼາກສິນຄ້າຂອງຜະລິດຕະພັນເຫຼົ່ານັ້ນໄດ້ມີເນື້ອຫາໂຄສະນາຊວນເຊື່ອ ແລະ ຫຼອກລວງຄຸນປະໂຫຍດທາງດ້ານໂພຊະນາການຂອງຜະລິດຕະພັນ.
"ໃນ ສປປ ລາວ, ຜະລິດຕະພັນອາຫານຈໍານວນຫຼາຍທີ່ເລັ່ງໃສ່ລູກຫຼານຂອງພວກເຮົາແມ່ນບໍ່ພຽງແຕ່ບໍ່ດີຕໍ່ສຸຂະພາບເທົ່ານັ້ນ ແຕ່ຍັງມີສະຫຼາກໂຄສະນາຊວນເຊື່ອຫຼອກລວງນໍາອີກ" ທ່ານນາງ Pia Rebello Britto ໄດ້ກ່າວວ່າ:"ລູກຫຼານຂອງພວກເຮົາແລະພໍ່ແມ່ຂອງພວກເຂົາມີສິດທີ່ຈະໄດ້ຮັບຂໍ້ມູນທີ່ເປັນຈິງ ແລະ ເລືອກສິ່ງທີ່ດີເພື່ອສຸຂະພາບດີກວ່າ".
ສໍາລັບ ສປປ ລາວ, ບົດລາຍງານໄດ້ລະບຸໃຫ້ເຫັນສະພາບການກິນອາຫານໃນປັດຈຸບັນທີ່ຍັງຂາດແຄນ ໂດຍສະເພາະແມ່ນຂາດຈຸນລະສານອາຫານ ຫຼື ວິຕາມິນແຮ່ທາດ ແລະ ລວມໄປເຖິງການໄດ້ຮັບອິດທິພົນຈາກການໂຄສະນາຜະລິດຕະພັນອາຫານເສີມສໍາລັບເດັກໃນທ້ອງຕະຫຼາດຊຶ່ງມີຜົນຕໍ່ການເລືອກຂອງຜູ້ບໍລິໂພກ. ຂໍ້ບົກຜ່ອງຕ່າງໆ ຍັງລວມໄປເຖິງກອບວຽກດ້ານລະບຽບການໃນລະດັບປະເທດສໍາລັບການຄ້າຂາຍຜະລິດອາຫານອາຫານເສີມສໍາລັບເດັກລວມທັງຊ່ອງຫວ່າງໃນການຄວບຄຸມຕາຕະລາງສະແດງປະເພດ ແລະ ປະລິມານສານອາຫານທີ່ບັນຈຸໃນຜະລິດຕະພັນ, ສະຫຼາກສິນຄ້າ ແລະ ການໂຄສະນາ. ບົດລາຍງານນີ້ຈະຊ່ວຍຊຸກຍູ້ການພັດທະນາມາດຕະຖານແຫ່ງຊາດ ແລະ ຄູ່ມືແນະນໍາທີ່ຄົບຖ້ວນ ເພື່ອຮັບປະກັນໃຫ້ມີການຜະລິດອາຫານເສີມສໍາລັບເດັກທີ່ມີໂພຊະນາການພຽງພໍໃນທ້ອງຕະຫຼາດ ແລະ ມີການສົ່ງເສີມຢ່າງມີຄວາມຮັບຜິດຊອບ.
ການຊື້-ຂາຍຜະລິດຕະພັນອາຫານເສີມສໍາລັບເດັກ ແມ່ນເປັນເລື່ອງປົກະຕິສໍາລັບການໃຫ້ອາຫານແກ່ເດັກນ້ອຍໃນອາຊີຕາເວັນອອກສຽງໃຕ້, 79% ຂອງແມ່ທີ່ອາໄສຢູ່ໃນຕົວເມືອງລາຍງານວ່າພວກເຂົາເຈົ້າໃຫ້ອາຫານເຫຼົ່ານີ້ໃຫ້ແກ່ລູກນ້ອຍຂອງພວກເຂົາໃນແຕ່ລະວັນ. ໃນທົ່ວເຂດອາຊີຕາເວັນອອກສຽງໃຕ້, ການຄ້າຂາຍອາຫານເສີມສໍາລັບເດັກໄດ້ເຕີບໂຕຂຶ້ນເຖິງ 45% ໃນ ໄລຍະ 5ປີ ທີ່ຜ່ານມາ.
ດ້ານລະບຽບການຄຸ້ມຄອງ, ການສຶກສາໄດ້ໃຫ້ຂໍ້ສັງເກດວ່າ: ໃນບັນດາ 7ປະເທດ ແມ່ນບໍ່ມີປະເທດໃດທີ່ມີນະໂຍບາຍແຫ່ງຊາດກ່ຽວກັບການລະບຸປະເພດສານອາຫານທີ່ບັນຈຸ ແລະ ສະຫຼາກສິນຄ້າ ໃສ່ໃນກ່ອງອາຫານເສີມສໍາລັບເດັກທີ່ຜະລິດອອກມາຂາຍ ໂດຍອີງຕາມມາດຕະຖານສາກົນ. ພົບວ່າຫຼາຍປະເທດບໍ່ມີມາດຕະການ ທີ່ຖືກຕ້ອງຕາມກົດຫມາຍເພື່ອຄວບຄຸມປະລິມານສູງສຸດທີ່ອະນຸຍາດໃຫ້ເພີ່ມນ້ໍາຕານ ຫຼື ເກືອ ໃສ່ໃນອາຫານເສີມສຳລັບເດັກທີ່ຜະລິດຂາຍຕາມຕະຫຼາດ. ປະເທດທີ່ມີມາດຕາສ່ວນປະລິມານສູງສຸດຂອງນໍ້າຕານຫຼືເກືອ ແມ່ນມັກຈະນໍາໃຊ້ກັບບາງປະເພດເຊັ່ນ: ອາຫານກ່ອງສໍາເລັດຮູບ(Cereal)ຫຼື ຂອງກິນຫຼິ້ນ ແລະເຫັນວ່າສັດສ່ວນແມ່ນສູງກວ່າມາດຕະຖານສາກົນ. ການໄດ້ຮັບນໍ້າຕານຕັ້ງແຕ່ໄວຍັງນ້ອຍສາມາດສົ່ງຜົນໃຫ້ເປັນພະຍາດແຂ້ວແມງ, ນໍ້າໜັກເພີ່ມຂຶ້ນ ແລະ ພຶດຕິກໍາການກິນທີ່ບໍ່ດີ, ໃນຂະນະດຽວກັນເມື່ອໄດ້ຮັບເກືອໃນປະລິມານທີ່ສູງພາໃຫ້ເປັນຄວາມດັນເລືອດສູງ ຊຶ່ງມີຜົນຕໍ່ການມີອາຍຸຍືນຍາວ.
ນອກນີ້ ຍັງພົບການອ້າງອີງຢ່າງກວ້າງຂວາງ, ຕາມຂໍ້ມູນກ່ຽວກັບຕາຕະລາງປະເພດ ແລະ ປະລິມານສານອາຫານທີ່ປະກອບຢູ່ໃນຜະລິດຕະພັນເກືອບ 90% ທີ່ໄດ້ຮັບການປະເມີນ. ພົບວ່າມີການປະສົມເກືອ ແລະ ໄຂມັນໃນປະລິມານສູງ "ລວມເຖິງຈາກທໍາມະຊາດ", "ແຫຼ່ງທີ່ດີຂອງວິຕາມິນ"ແລະ "ບໍ່ມີສ່ວນປະກອບປອມ." ຍິ່ງໄປກວ່ານັ້ນ, ໃນປະເທດກໍາປູເຈຍ, ຟີລິບປິນ ແລະ ສປປ ລາວ, ຜະລິດຕະພັນສ່ວນໃຫຍ່ແມ່ນໃສ່ຊື່ເປັນພາສາອັງກິດເທົ່ານັ້ນ ຫຼືບໍ່ມີຄໍາອະທິບາຍເປັນພາສາປະຈໍາຊາດ, ສິ່ງນີ້ພາໃຫ້ພໍ່ແມ່ຫຼືຜູ້ປົກຄອງມີຂໍ້ຈໍາກັດໃນການໄດ້ຮັບຂໍ້ມູນຂ່າວສານເພື່ອພິຈາລະນາກ່ອນຈະເລືອກຊື້ຜະລິດຕະພັນອາຫານເສີມເພື່ອຮັບປະກັນໃຫ້ລູກຫຼານໄດ້ຮັບອາຫານທີ່ມີປະໂຫຍດເພື່ອໂພຊະນາການທີ່ດີຂອງພວກເຂົາ.
ຜົນການສຶກສາຄັ້ງນີ້, UNICEF ແລະ ຄູ່ຮ່ວມງານ ທີ່ເປັນພາຄີໃນການສົ່ງເສີມການໃຫ້ອາຫານເສີມເດັກນ້ອຍ (COMMIT)ຂໍຮຽກຮ້ອງໃຫ້:
1. ປັບປຸງລະບຽບການຄຸ້ມຄອງຂອງລັດຖະບານເພື່ອການຄ້າຂາຍຜະລິດຕະພັນອາຫານເສີມສໍາລັບເດັກ, ລວມເຖິງຂໍ້ຫ້າມໃນການເພີ່ມນໍ້າຕານ ແລະ ສານເພີ່ມຄວາມຫວານ,ຈໍາກັດປະລິມານນໍ້າຕານ ແລະ ເກືອແລະ ຫ້າມໂຄສະນາຊວນເຊື່ອ ແລະ ຕິດສະຫຼາກສິນຄ້າ;
2. ລັດຖະບານຄວນເຂັ້ມງວດໃນການຕິດຕາມກວດກາ ແລະ ປະຕິບັດຢ່າງຈິງຈັງ ກ່ຽວກັບລະບຽບການຄຸ້ມຄອງການຄ້າຂາຍອາຫານເສີມສໍາລັບເດັກນ້ອຍ;
3. ສົ່ງເສີມສະໜັບສະໜູນໃຫ້ພໍ່ແມ່ເອົາອາຫານທີ່ຫຼາກຫຼາຍໃຫ້ລູກນ້ອຍຂອງເຂົາເຈົ້າກິນ ແລະ ພິຈາລະນາໃຫ້ຖີ່ຖ້ວນການໂຄສະນາທີ່ບໍ່ຖືກຕ້ອງ ແລະ ກວດເບິ່ງສະຫຼາກສິນຄ້າ.
ຂໍ້ມູນຈາກ: Unicep-ຂ່າວ: ຄຳປະສິດ

ຄໍາເຫັນ

ຂ່າວການຮ່ວມມື

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ໃນວັນທີ 22ທັນວາ 2025 ທີ່ ກົວລາລໍາເປີ, ປະເທດ ມາເລເຊຍ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ເເທນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ ໂດຍການເປັນປະທານຂອງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ ໃນນາມປະທານອາຊຽນ ປີ 2025 ແລະ ມີບັນດາລັດຖະມົນຕີຕ່າງປະເທດອາຊຽນ, ຜູ້ຕາງໜ້າ ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ.
ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ໃນວັນທີ 17 ທັນວານີ້, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານນາງ ເບ່ເນ່ດິກ ເດ່ຊັອງ(Bénédicte Deschamps), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ຝຣັ່ງ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ເພີ່ມເຕີມ