ຜະລິດຕະພັນຈັກສານ ບ້ານແບ່ງດ່ານ ໄດ້ຮັບການນຳສະເໜີເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ

ຜະລິດຕະພັນຈັກສານ ບ້ານແບ່ງດ່ານ ໄດ້ຮັບການນຳສະເໜີເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ
ຜະລິດຕະພັນຫັດຖະກຳຈັກສານຫວາຍ-ໄມ້ປ່ອງ ບ້ານແບ່ງດ່ານ ເມືອງລະຄອນເພັງ ແຂວງສາລະວັນ, ເປັນອີກຜະລິດຕະພັນໜຶ່ງທີ່ເປັນການສືບທອດສີໄມ້ລາຍມືການຈັກສານແບບດັ່ງເດີມແຕ່ສະໄໝບູຮານ ຈົນເຖິງປັດຈຸບັນ ແຕ່ເຄື່ອງມືການຜະລິດໄດ້ມີການປະຍົກລະດັບຕາມຍຸກສະໄໝ, ວິທີການຈັກສານແມ່ນຍັງສືບທອດແບບດັ້ງເດີມ ແລະຮູບແບບຂອງການຜະລິດຫຼາກຫຼາຍຂຶ້ນກ່ວາເກົ່າ, ຜະລິດຕະພັນຫັດຖະກຳຈັກສານຫວາຍ-ໄມ້ປ່ອງ ບ້ານແບ່ງດ່ານ ໄດ້ຖືກຮັບຮອງອອກໃບອະນຸຍາດນຳໃຊ້ກາໝາຍ ໜຶ່ງເມືອງໜຶ່ງຜະລິດພັນແຫ່ງຊາດ ຂອງແຂວງສາລະວັນ ເລກທີ 0245/ກສຄ.ອຄ ໃນວັນທີ 6 ສິງຫາ 2020.
ທ່ານ ນາງ ລັດດາວັນ ໄຊຍະບູລີ ປະທານກຸ່ມຫັດຖະກຳ: ຈັກສານຫວາຍ-ໄມ້ປ່ອງ ບ້ານດັ່ງກ່າວ ໄດ້ເລົ່າວ່າ: ຜະລິດຕະພັນຈັກສານຫວາຍ-ໄມ້ປ່ອງທີ່ຜະລິດໄດ້ມີທັງໝົດ 7 ຊະນິດຄື: ກະໂຕກ, ກະຕ່າຂັນໝາກ, ຖ້ານໃສ່ຈອກ, ຂັນພາຂວັນ, ກະຕ່າ, ກ່ອງໃສ່ກະດາດ ແລະກ່ອງເກັບມ້ຽນອຸປະກອນການຂຽນຊຶ່ງມາຮອປັດຈຸບັນພາຍໃນກຸ່ມມີສະມາຊິກກຸ່ມທັງໝົດ 42 ຄອບຄົວ  ຊຶ່ງໃນແຕ່ລະເດືອນສາມາດຂາຍສົ່ງພາຍໃນແຂວງ, ຕ່າງແຂວງ ແລະປະເທດໄທຈຳນວນໜຶ່ງ ສາມາດສ້າງລາຍຮັບເຂົ້າກຸ່ມໄດ້ 50- 60 ລ້ານກີບ/ເດືອນ, ລ້ວມາແບ່ງປັນໃຫ້ສະມາຊິກຕາມທ່າແຮງຂອງຄອບຄົວຜະລິດໄດ້ບໍ່ຫຼຸດຄອບຄົວລະ 1 ລ້ານກີບຂຶ້ນໄປ. ກຸ່ມພວກເຮົາໃນເມື່ອກ່ອນລູກຄ້າຍັງບໍ່ທັນຮັບຮູ້ຫຼາຍແມ່ນໄດ້ເລາະສົ່ງຂາຍໃຫ້ແມ່ຄ້າທົ່ວໄປພາຍໃນແຂວງ ແລະຕ່າງແຂວງ ແຕ່ມາຮອດປັດຈຸບັນມີລູກຄ້າຮັບຮູ້ຫຼາຍຂຶ້ນແມ່ນໄດ້ຜະລິດຕາມສັ່ງຂອງລູກຄ້າແລ້ວຈັດສົ່ງ ແລະຂາຍກັບທີ່ເປັນຈຳນວນຫຼາຍ, ຍອດການສັ່ງຈ່ອງປັດຈຸບັນເພີ່ມຂຶ້ນເລື້ອຍໆເຄື່ອງປ່າຂອງດົງ(ຫວາຍປ່າມີຈຳນວນຈຳກັດ) ເຄື່ອງມືການຜະລິດຍັງແບບດັ່ງເດີມ ເຮັດໃຫ້ການຜະລິດສົ່ງຕາມຍອດສັ່ງມີຄວາມຊັກຊ້າໄປໃນບາງລາຍການຜະລິດ, ສະຫຼຸບລວມແລ້ວຜະລິດຕະພັນຫັດຖະກຳຈັກສານຫວາຍ-ໄມ້ປ່ອງ   ຍັງເປັນທີ່ຕ້ອງການຂອງຕະຫຼາດສູງ.
ມາໃນກາງເດືອນຕຸລາ 2023 ນີ້ ພະແນກຖວທ ແຂວງສາລະວັນ ຮ່ວມກັບກົມມໍລະດົກ ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ລົງສຳຫຼວດ ແລະເກັບກຳຂໍ້ມູນ ຜະລິດຕະພັນຫັດຖະກຳ: ຈັກສານຫວາຍ-ໄມ້ປ່ອງ ບ້ານແບ່ງດ່ານ ເມືອງລະຄອນເພັງ ແຂວງສາລະວັນ ເພື່ອນຳສະເໜີຕາມຂັ້ນຕອນຄວາມເປັນໄດ້ ຈະໄດ້ປະກາດ ແລະຮັບຮອງເປັນເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ ຂອງແຂວງສາລະວັນ ເພື່ອເປັນການອະນຸລັກ ແລະສົ່ງເສີມຜະລິດຕະພັນຫັດຖະກຳຈັກສານຫວາຍ-ໄມ້ປ່ອງ ທ້ອງຖິ່ນໃຫ້ມີຄວາມຢືນຍົງ, ໂດຍມີທ່ານ ຄຳໄພ ໄຊຍະເດດ ຮອງຫົວໜ້າພະແນກຖວທ ແຂວງ,  ທ່ານ ພູເຮືອງ ສຸວັນນະລາດ, ຮອງຫົວໜ້າກົມມໍລະດົກ ກະຊວງຖວທ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
     ຜະລິດຕະພັນຫັດຖະກຳ ຈັກສານຫວາຍ-ໄມ້ປ່ອງ ບ້ານແບ່ງດ່ານ ເມືອງລະຄອນເພັງ ແມ່ນເປັນອີກຜະລິດຕະພັນ 1 ນອນໃນ 4 ຜະລິດຕະພັນທີ່ມີແຜນການເຄື່ອນໄຫວລົງສຳຫຼວດ ແລະເກັບກຳຂໍ້ມູນ ຂອງພະແນກຖວທ ແຂວງ ແລະກົມມໍລະດົກ ຖະຊວງ ຖວທ ລວມມີຄື: ປະເພດສິລະປະການສະແດງ ລຳສາລະວັນ, ຫັດຖະກຳຕໍ່າແຜ່ນແພ ຜ້າລາຍລູກໝາກປັດຂອງຊົນເຜົ່າກະຕູ ບ້ານຫ້ວຍຫູນ ເມືອງເລົ່າງາມ, ຫັດຖະກຳຈັກສານຫວາຍ-ໄມ້ປ່ອງ ບ້ານແບ່ງດ່ານ ເມືອງລະຄອນເພັງ ແລະຫັດຖະກຳຕໍ່າແຜ່ນແພ ຜ້າຕາ ບ້ານດິນດາກ ເມືອງຕຸ້ມລານ ທັງນີ້ກໍເພື່ອເປັນການສົ່ງເສີມຜະລິດຕະພັນຫັດຖະກຳ ການຈັກສານຫວາຍ-ໄມ້ປ່ອງ ທີ່ເປັນຜະລິດຕະພັນແບບຟື້ນບ້ານດັ້ງເດີມ ທີ່ຜະລິດຂຶ້ນມາດ້ວຍສີໄມລາຍມືຂອງປະຊາຊົນ, ສາມາດນຳໄປເປັນເຄື່ອງມື ແລະອຸປະກອນໄຊ້ໃນຊີວິດປະຈຳວັນໄດ້. 
(ຂ່າວ-ພາບ: ໂສພາ ສໍພະໄຊ)

 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປກສ ເມືອງສຳພັນ ມອບລົດຈັກ 2 ຄັນຄືນໃຫ້ເຈົ້າຂອງເດີມ

ປກສ ເມືອງສຳພັນ ມອບລົດຈັກ 2 ຄັນຄືນໃຫ້ເຈົ້າຂອງເດີມ

ໃນວັນທີ 17 ກໍລະກົດນີ້, ເຈົ້າໜ້າທີ່ໜ່ວຍງານ ສືບສວນ-ສອບສວນ ກອງບັນຊາການ ປກສ ເມືອງສຳພັນ ແຂວງຜົ້ງສາລີ ໄດ້ມອບລົດຈັກເວັບ 110 ສີດໍາ 1 ຄັນ ແລະ ລົດຈັກເວັບໄອ 125 ສີຟ້າດຳ 1 ຄັນ, ທີ່ຄົນ ຮ້າຍລັກໄປຄືນໃຫ້ເຈົ້າຂອງເດີມ. ຕາມການລາຍງານຂອງ ເຈົ້າໜ້າທີ່ໃຫ້ຮູ້ວ່າ: ໃນ ວັນທີ 12 ກໍລະກົດ 2025 ຜ່ານມາ, ໜ່ວຍງານ ສືບສວນ-ສອບສວນ ປກສ ເມືອງສຳພັນໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍວ່າ: ມີຄົນຮ້າຍໄດ້ລັກລົດຈັກ ທີ່ຈອດໄວ້ຢູ່ເຮືອນຕົນເອງ ບ້ານພູໄຊ ແລະ ບ້ານນາໄຊ ເມືອງສຳພັນແຂວງຜົ້ງສາລີ.
ແມ່ຍິງ ສນຫລ ຫວນຄືນມູນເຊື້ອ ວັນສ້າງຕັ້ງອົງການສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ແມ່ຍິງ ສນຫລ ຫວນຄືນມູນເຊື້ອ ວັນສ້າງຕັ້ງອົງການສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ສະຫະພັນແມ່ຍິງ ສະຫະພັນນັກຮົບເກົ່າແຫ່ງຊາດລາວ (ສນຫລ) ໄດ້ຈັດປາຖະກະຖາຫວນຄືນມູນເຊື້ອການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 - ກໍລະກົດ 2025) ຂຶ້ນໃນວັນທີ 18 ກໍລະກົດ ນີ້ ທີ່ ສນຫລ ໂດຍໃຫ້ກຽດເຜີຍແຜ່ ແລະ ເປັນປະທານຮ່ວມຂອງ ສະຫາຍ ພັອ ນາງ ຄໍາພູ ສິດທິເສນ ຫົວໜ້າກົມກວດກາ ສນຫລ; ສະຫາຍ ພົວ ຄໍາຫອມ ແສງບົວລົມ ຮອງປະທານ ສນຫລ; ສະຫາຍ ນາງ ນິດສະໄໝ ສິດທິໄຊ ປະທານສະຫະພັນແມ່ຍິງ ສນຫລ ພ້ອມດ້ວຍຄະນະສະຫະພະພັນແມ່ຍິງ, ໜ່ວຍແມ່ຍິງ, ສະມາຊິກສະຫະພັນແມ່ຍິງ ແລະ ແຂກຖືກເຊີນ ເຂົ້າຮ່ວມຮັບຟັງ.
ເຈົ້າແຂວງສະຫວັນນະເຂດ ຕິດຕາມ, ປະເມີນຄືນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VIII ອົງຄະນະພັກເມືອງໄຊບູລີ

ເຈົ້າແຂວງສະຫວັນນະເຂດ ຕິດຕາມ, ປະເມີນຄືນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VIII ອົງຄະນະພັກເມືອງໄຊບູລີ

ໃນວັນທີ 16 ກໍລະກົດຜ່ານມາ, ທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ ໄດ້ໄປພົບປະໂອ້ລົມພະນັກງານການນຳເມືອງໄຊບູລີ ເພື່ອຮັບຟັງການລາຍງານກ່ຽວກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກເມືອງ, ໂດຍມີທ່ານ ຄາລາໂຊ ຫຼຸຍບົວທອງ ເລຂາຄະນະບໍລິຫານງານພັກເມືອງໄຊບູລີ.
ເມືອງຊຽງຮ່ອນໄດ້ຮັບຜົນກະທົບຈາກນໍ້າຖ້ວມ

ເມືອງຊຽງຮ່ອນໄດ້ຮັບຜົນກະທົບຈາກນໍ້າຖ້ວມ

ໃນລະຫວ່າງວັນທີ 16-17 ກໍລະກົດ 2025ຜ່ານມານີ້, ໄດ້ມີຝົນຕົກຕິດຕໍ່ກັນເປັນເວລາຫຼາຍຊົ່ວໂມງ ເຮັດໃຫ້ປະລິມານນໍ້າຝົນຢູ່ພາຍໃນເມືອງແທກໄດ້ 201,5 ມີລີແມັດ ຢູ່ຈຸດວັດແທກປະລິມານນໍ້າຝົນຢູ່ເມືອງຊຽງຮ່ອນ ແຂວງໄຊຍະບູລີ ຢູ່ໃນລະດັບເຕືອນໄພ ເນື່ອງຈາກມີຝົນຕົກໜັກຕິດຕໍ່ກັນເປັນເວລາຫຼາຍຊົ່ວໂມງ ໄດ້ເຮັດໃຫ້ແມ່ນໍ້າສາຍຫຼັກ ຫຼາຍສາຍໄດ້ມີມວນນໍ້າເປັນຈຳນວນຫຼວງຫຼາຍໄຫຼສົມທົບກັນ ເຮັດໃຫ້ມີນໍ້າໄຫຼຊຸ ແລະ ຍື່ງຖ້ວມເຮືອນຊານບ້ານຊ່ອງ ທີ່ຢູ່ອາໃສ ແລະ ພື້ນທີ່ທຳການຜະລິດຂອງຊາວກະສິກອນ ຢູ່ພາຍໃນເມືອງ ເປັນຕົ້ນແມ່ນ: ຖ້ວມທີ່ຢູ່ອາໃສ ໄດ້ຮັບຜົນກະທົບຈຳນວນ 12 ບ້ານຄື: ບ້ານ ນາອອນ, ດອນເຟືອງ, ບ້ານປົ່ງ,ອນມູນ, ທາດ, ຫ້ວຍຮາກ, ທົ່ງກາບ, ບ້ານແກ່ນ, ບ້ານຄໍ້າ, ບ້ານຂິ່ງ, ໃໝ່ໜອງຊາງ ແລະ ບ້ານຊ້າງ ມີ 404 ຄອບຄົວ, ມີ 2,000 ກວ່າຄົນ.
ຫົວໜ້າ ຄອສພ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັັດຕະປື

ຫົວໜ້າ ຄອສພ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັັດຕະປື

ໃນວັນທີ 18 ກໍລະກົດນີ້, ທ່ານ ຄຳພັັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ພ້ອມຄະນະໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັດຕະປີ, ໂດຍໃຫ້ການຕ້ອນຮັບຂອງທ່ານນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ແລະ ໄດ້ພົບປະກັບຄະນະປະຈຳພັກແຂວງ ຄະນະໂຄສະນາອົບຮົບແຂວງທີ່ຫ້ອງວ່າການແຂວງ.
ອຸດົມໄຊ ລະດົມແນວຄວາມຄິດ ແກ້ໄຂບັນຫາຂາດແຄນແຮງງານ

ອຸດົມໄຊ ລະດົມແນວຄວາມຄິດ ແກ້ໄຂບັນຫາຂາດແຄນແຮງງານ

ໃນວັນທີ 18 ກໍລະກົດນີ້ ທີ່ຫ້ອງປະຊຸມຂອງພະແນກແຜນການ ແລະ ການລົງທຶນແຂວງອຸດົມໄຊ, ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງ ໄດ້ຈັດກອງປະຊຸມພົບປະຄູ່ຮ່ວມງານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອປຶກສາຫາລືກ່ຽວກັບການສົ່ງເສີມວຽກງານບໍລິການຈັດຫາງານພາຍໃນ ແລະ ຫາແນວທາງແກ້ໄຂບັນຫາການຂາດແຄນແຮງງານພາຍໃນແຂວງ ຂຶ້ນໂດຍການເປັນປະທານຂອງ ທ່ານ ສຸພອນ ແສງຈັນທະລາ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງອຸດົມໄຊ.
ເມືອງຄອບ ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມໃນເບື້ອງຕົ້ນຈໍານວນ 2 ຕື້ກວ່າກີບ

ເມືອງຄອບ ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມໃນເບື້ອງຕົ້ນຈໍານວນ 2 ຕື້ກວ່າກີບ

ໃນຕອນເຊົ້າຂອງວັນທີ 16-17 ກໍລະກົດຜ່ານມານີ້ ນໍ້າໄດ້ຖ້ວມຊຸຢ່າງກະທັນຫັນ ຢູ່ຫຼາຍບ້ານພາຍໃນເມືອງຄອບ ແຂວງໄຊຍະບູລີ ເນື່ອງຈາກມີຝົນຕົກໜັກຕິດຕໍ່ກັນເປັນເວລາຫຼາຍວັນ ຈົນເກີດມີນໍ້າໄຫຼຊຸ ເຮືອນຊານ ບ້ານຊ່ອງຂອງປະຊາຊົນ ໄດ້ຮັບຄວາມເສຍຫາຍຢ່າງໜັກໜວງ. ອີ່ງຕາມການລາຍງານຜົນເສຍຫາຍໃນເບື້ອງຕົ້ນ ຈາກໄພພິບັດນໍ້າຖ້ວມໃນຄັ້ງນີ້ ຂອງຄະນະກໍາມະການຕ້ານໄພພິບັດຂັ້ນເມືອງໃຫ້ຮູ້ວ່າ: ໃນທົ່ວເມືອງຖືກຜົນກະທົບທັງໝົດຈໍານວນ 6 ບ້ານຄື: ບ້ານຜາບ່ອງ, ມ່ວງດອນມູນ, ເຄິ່ງຫຼັກຄໍາ, ປາງໄຮ, ປ່າຄາ ແລະ ບ້ານນໍ້າພ້າວ ປະກອບມີ 258 ຄອບຄອບ, ມີ 1,336 ຄົນ ຍິງ 628 ຄົນ ຊຶ່ງຄິດເປັນມູນຄ່າເສຍຫາຍທັງໝົດ 2 ຕື້ກວ່າກີບ
ຜະລິດຕະພັນອໍຣ່າຟູດ ກິນແລ້ວດີເໝາະສໍາລັບຜູ້ທີ່ຮັກສາສຸຂະພາບ

ຜະລິດຕະພັນອໍຣ່າຟູດ ກິນແລ້ວດີເໝາະສໍາລັບຜູ້ທີ່ຮັກສາສຸຂະພາບ

ບໍລິສັດອໍຣ່າການຄ້າ ໄດ້ນໍາສະເໜີຜະລິດຕະພັນໃໝ່ທີ່ເປັນທັນຍາພຶດ ກິນແລ້ວດີຕໍ່ສຸຂະພາບເໝາະສໍາລັບທຸກເພດທຸກໄວ ໂດຍສະເພາະຜູ້ທີ່ກຳລັງເບິ່ງແຍງສຸຂະພາບ. ທ່ານນາງ ອານຸລັກ ວິລາວົງ ຮັບຜິດຊອບຝ່າຍການຕະຫຼາດ ບໍລິສັດອໍຣ່າການຄ້າ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 17 ກໍລະກົດຜ່ານມາ ໃນໂອກາດເຂົ້າຮ່ວມງານວາງສະແດງສິນຄ້າລາວ-ຫວຽດນາມ ປະຈໍາປີ 2025 ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນວ່າ:
ກອງປະຊຸມ ກອງເລຂາຄະນະກຳມະການອະໄພຍະໂທດ ລະດັບຊາດ

ກອງປະຊຸມ ກອງເລຂາຄະນະກຳມະການອະໄພຍະໂທດ ລະດັບຊາດ

ກອງປະຊຸມກອງເລຂາຄະນະກຳມະການອະໄພຍະໂທດ ລະດັບຊາດ ເພື່ອລາຍງານຜົນການຄົ້ນຄວ້າ, ກວດກາ ແລະ ສັງລວມ ການສະເໜີຂໍອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ການສະເໜີຂໍອະໄພຍະໂທດປ່ອຍຕົວ ປະຈຳປີ 2025 ໄດ້ຈັດໃນວັນທີ 18 ກໍລະກົດ ນີ້ ຢູ່ຫ້ອງປະຊຸມໃຫຍ່ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຫົວໜ້າກອງເລຂາຄະນະກຳມະການອະໄພຍະໂທດ ລະດັບຊາດ, ມີຕາງໜ້າອົງການໄອຍະການປະຊາຊົນສູງສຸດ, ກະຊວງປ້ອງກັນຄວາມສະຫງົບ, ຫ້ອງວ່າການສໍານັກງານປະທານປະເທດ, ສໍານັກງານນາຍົກລັດຖະມົນຕີ, ສານປະຊາຊົນສູງສຸດ, ກະຊວງຍຸຕິທໍາ, ກະຊວງປ້ອງກັນປະເທດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ແມ່ຍິງກະຊວງສາທາ ສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ແມ່ຍິງກະຊວງສາທາ ສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ສະຫະພັນແມ່ຍິງກະຊວງສາທາລະນະສຸກ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ (20/7/1955-20/7/2025) ຄົບຮອບ 70 ປີ ແລະ ເຜີຍແຜ່ຜົນການເຝົ້າລະວັງເຊື້ອຈຸລະຊີບທີ່ຕ້ານຕໍ່ຢາຕ້ານເຊື້ອ ຂຶ້ນໃນວັນທີ 15 ກໍລະກົດຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງທ່ານນາງ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ (ສສຍລ), ມີທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະ ນະສຸກ ຜູ້ຊີ້ນໍາ 3 ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ