ເຈົ້າແຂວງສະຫວັນນະເຂດ ຕິດຕາມ, ປະເມີນຄືນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VIII ອົງຄະນະພັກເມືອງໄຊບູລີ

ເຈົ້າແຂວງສະຫວັນນະເຂດ ຕິດຕາມ, ປະເມີນຄືນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VIII ອົງຄະນະພັກເມືອງໄຊບູລີ

ເຈົ້າແຂວງສະຫວັນນະເຂດ ຕິດຕາມ, ປະເມີນຄືນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VIII ອົງຄະນະພັກເມືອງໄຊບູລີ
ໃນວັນທີ 16 ກໍລະກົດຜ່ານມາ, ທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ ໄດ້ໄປພົບປະໂອ້ລົມພະນັກງານການນຳເມືອງໄຊບູລີ ເພື່ອຮັບຟັງການລາຍງານກ່ຽວກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກເມືອງ, ໂດຍມີທ່ານ ຄາລາໂຊ ຫຼຸຍບົວທອງ ເລຂາຄະນະບໍລິຫານງານພັກເມືອງໄຊບູລີ.
ເຈາແຂວງສະຫວນນະເຂດ ຕດຕາມ, ປະເມນຄນການຈດຕງຜນຂະຫຍາຍມະຕກອງປະຊມໃຫຍຄງທ VIII ອງຄະນະພກເມອງໄຊບລ - image 1
 

ທ່ານ ຄາລາໂຊ ຫຼຸຍບົວທອງ ໄດ້ລາຍງານວ່າ: ເມືອງໄຊບູລີ ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ລະບົບການເມືອງໄດ້ຮັບການປັບປຸງຢ່າງຕໍ່ເນື່ອງ ແຕ່ຂັ້ນຮາກຖານບ້ານ ເຮັດໃຫ້ເມືອງມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ. ເມືອງໄຊບູລີ ສໍາເລັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງສະໄໝສາມັນຄັ້ງທີ I ສະໄໝທີ VIII ແລະ ເຜີຍແຜ່ເຊື່ອມຊຶມມະຕິບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2026-2029) ໃຫ້ບັນດາສະຫາຍຄະນະພັກ, ຫົວໜ້າຫ້ອງການອ້ອມຂ້າງເມືອງ ແລະ ມອບໝາຍໃຫ້ແຕ່ລະຫ້ອງການນໍາໄປສ້າງເປັນແຜນວຽກ, ກໍານົດກິດຈະກໍາ, ໂຄງການລະອຽດຂອງໃຜລາວ ໂດຍໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ທີ່ວາງໄວ້. ສໍາລັບການຜະລິດນາປີຂອງປະຊາຊົນ ຮອດປັດຈຸບັນ ປັກດໍາແລ້ວ 14,300 ເຮັກຕາ ເທົ່າກັບ 92% ຂອງແຜນການ 15,500 ເຮັກຕາ. ພືດລະດູແລ້ງ ປະຕິບັດໄດ້ 8,235 ເຮັກຕາ. ໃນນີ້, ມີພືດອຸສາຫະກຳ ມີເນື້ອທີ່ 7,083 ເຮັກຕາ, ອ້ອຍ 6,711, ມີຢາສູບ, ມັນຕົ້ນ, ຖົ່ວດິນ, ພືດສະບຽງອາຫານ, ໝາກໂມ, ສາລີຫວານ, ຖົ່ວຕ່າງໆ, ໝາກເຜັດ, ໝາກເຂືອ, ໝາກເລັ່ນ, ຜັກບົ່ວແບ່ງ ແລະ ອື່ນໆ.

ສໍາລັບວຽກງານການປັບປຸງກົງຈັກການຈັດຕັ້ງ ໂຮມຫ້ອງການຕາມມະຕິ 03 ຂອງຄະນະບໍລິຫານງານສູນກາງພັກ, ເມືອງໄຊບູລີໄດ້ຈັດຕັ້ງເຊື່ອມຊຶມ ແລະ ບັນດານິຕິກຳທີ່ກ່ຽວຂ້ອງໃຫ້ພະນັກງານ-ລັດຖະກອນ ໂດຍສະເພາະແມ່ນເປົ້າໝາຍຫ້ອງການທີ່ຈະໂຮມເຂົ້າກັນ ເພື່ອໃຫ້ຮັບຮູ້, ເຂົ້າໃຈ ແລະ ປະຕິບັດຕາມທິດນໍາຂອງພັກກ່ຽວກັບການປັບປຸງກົງຈັກການຈັດຕັ້ງ. ການກະກຽມສ້າງຕາແສງ, ເມືອງໄດ້ຄົ້ນຄວ້າ ແລະ ນໍາສະເໜີການນໍາແຂວງ ຄາດຄະເນຈະສ້າງ 4 ຕາແສງຄື: ຕາແສງແກ້ງກະເບົາ, ຕາແສງເຄືອເຂົາກາດ, ຕາແສງເວີນ ແລະ ຕາແສງຊຽງໄຄ. ປັດຈຸບັນໄດ້ຄົ້ນຄວ້າສັບຊ້ອນຈັດວາງຄະນະພັກເມືອງ, ສະມາຊິກພັກ, ພະນັກງານ ເພື່ອແຕ່ງຕັ້ງລົງເປັນຄະນະພັກຮາກຖານກຸ່ມບ້ານໃນ 4 ກຸ່ມບ້ານ.

ເຈາແຂວງສະຫວນນະເຂດ ຕດຕາມ, ປະເມນຄນການຈດຕງຜນຂະຫຍາຍມະຕກອງປະຊມໃຫຍຄງທ VIII ອງຄະນະພກເມອງໄຊບລ - image 2
 

ໂອກາດນີ້, ທ່ານເຈົ້າແຂວງສະຫວັນນະເຂດ ໄດ້ສະແດງຄວາມຊົມເຊີຍຄະນະພັກ-ອຳນາດການປົກຄອງເມືອງ ທີ່ໄດ້ຜັນຂະຫຍາຍວຽກງານໄປຕາມທິດ, ວຽກງານ ປກຊ-ປກສ, ວຽກງານເສດຖະກິດມີການຂະຫຍາຍໂຕ ສະແດງເຖິງການເອົາໃຈໃສ່ຂອງຄະນະພັກ ອຳນາດການປົກຄອງໃນການຊີ້ນຳ-ນຳພາ ຈື່ງມີຜົນສຳເລັດ. ຄຽງຄູ່ກັບຜົນງານ ກໍຕ້ອງເອົາໃຈໃສ່ຕໍ່ແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງທີ່ວາງອອກ, ພາຍຫຼັງເຜີຍແຜ່ຜົນສຳເລັດມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງເມືອງແລ້ວ, ກໍຕ້ອງປະເມີນຄືນການກຳແໜ້ນເຊື່ອມຊຶມ, ສະເພາະໃນ 25 ສະຫາຍຄະນະພັກເມືອງ ໃຫ້ມີຄວາມຮັບຮູ້ເຂົ້າໃຈຕື່ມ, ຮັກສາ ແລະ ສືບຕໍ່ມູນເຊື້ອຜົນສຳເລັດ, ເບິ່ງຄືນຂໍ້ຄົງຄ້າງ ແລະ ນຳມາຄົ້ນຄ້ວາແກ້ໄຂ. ກຳແໜ້ນເລີກເຊີ່ງ ແລະ ເປັນເອກະພາບກັນໃນທ່າແຮງຂອງເມືອງ, ອັນທີ1, ແມ່ນທ່າແຮງການຜະລິດ ທີ່ເປັນອັນດັບຕົ້ນໆຂອງແຂວງ, ທ່າແຮງດ້ານທ່ອງທ່ຽວ ທີ່ສາມາດດຶງດູດການພັດທະນາ ແລະ ນຳລາຍໄດ້ມາໃຫ້ປະຊາຊົນ. ສືບຕໍ່ຄົນຄ້ວາເຊື່ອມຊືມມະຕິ 05 ຂອງກົມການເມືອງສູນກາງພັກ, ກຳແໜ້ນເນື້ອໃນມະຕິ 05 ໃນເນື້ອແທ້ແມ່ນເນັ້ນໃຫ້ລະບົບການເມືອງຢູ່ຂັ້ນຮາກຖານມີຄວາມເຂັ້ມແຂງ ເພື່ອແນ່ໃສ່ບູລະນະລະບອບປະຊາທິປະໄຕປະຊາຊົນ ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ ສ້າງເງື່ອນໄຂໃຫ້ປະຊາຊົນມີສ່ວນຮ່ວມໃນການພັດທະນາເສດຖະກິດ-ສັງຄົມ, ປະຊາຊົນໄດ້ປຶກສາຫາລື, ປະຊາຊົນເປັນຜູ້ເຮັດ, ປະຊາຊົນເປັນຜູ້ຕິດຕາມກວດກາ ແລະ ປະຊາຊົນໄດ້ຊົມໃຊ້. ການສ້າງຕາແສງ ແມ່ນການຫັນເອົານະໂຍບາຍ, ຫັນເອົາທຶນ, ຫັນເອົາການພັດທະນາລົງສູ່ປະຊາຊົນ ແມ່ນການສ້າງພະນັກງານນຳພາຄຸ້ມຄອງ, ສ້າງພະນັກງານກັບທີ່, ສ້າງໃຫ້ເປັນນັກພັດທະນາ ນຳພາປະຊາຊົນປ່ຽນແປງແບບແຜນວິຖີຊີວິດ, ນຳພາປະຊາຊົນທຳການຜະລິດທັນສະໄໝ, ຫັນການບໍລິການຄົນ, ງົບປະມານລົງສູ່ປະຊາຊົນ, ບ້ານທີ່ຈະສ້າງຕາແສງ ຕ້ອງບໍ່ໃຫ້ໄກຈາກປະຊາຊົນ, ໃຫ້ປະຊາຊົນເຂົ້າເຖິິງການບໍລິການທີ່ງ່າຍດາຍ, ບັນດາສະຫາຍໃນຄະນະບໍລິຫານງານພັກ ທີ່ຈະໄປເປັນປະທານປົກຄອງຕາແສງ ບໍ່ແມ່ນການລົງຮາກຖານ ໃຫ້ເຂົ້າໃຈເປັນເອກະພາບວ່າໄປຮັບໜ້າທີ່ໃໝ່ ທີ່ໄດ້ຮັບການມອບໝາຍ ເພື່ອໄປນຳພາຊີ້ນຳການພັດທະນາຂອງປະຊາຊົນ, ຕາແສງໜຶ່ງຕ້ອງມີລັດຖະກອນ 12 ຄົນ ມີ 4 ກຸ່ມວຽກ. ພ້ອມກັນນັ້ນ ກໍໃຫ້ອຳນາດການປົກຄອງເມືອງ ຊຸກຍູ້ປະຊາຊົນເສີມຂະຫຍາຍມູນເຊື້ອຄວາມດຸໝັ່ນ. ນອກຈາກປູກອ້ອຍ ແມ່ນເນັ້ນເລື່ອງພືດຜັກ ເພື່ອສະໜອງໃຫ້ນະຄອນໄກສອນ ກໍຄືເທສະບານແຂວງ ເພື່ອຊຸກຍູ້ສົ່ງເສີມໃຫ້ປະຊາຊົນເຮົາມີລາຍຮັບຫຼາຍຂຶ້ນ.

(ແຫຼ່ງຂ່າວ: ສະຫວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ