![]() |
ສະຫາຍ ພັອ ນາງ ຄໍາພູ ສິດທິເສນ ໄດ້ຍົກໃຫ້ເຫັນການກໍາເນີດເຕີບໃຫຍ່ຂະຫຍາຍຕົວຂອງ ອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ຜ່ານມາ ຊຶ່ງວັນທີ 20 ກໍລະກົດ 1955 ເປັນວັນທີ່ມີຄວາມ ໝາຍຄວາມສຳຄັນທີ່ສຸດ, ເປັນວັນກຳເນີດເກີດຂຶ້ນຂອງສະຫະພັນແມ່ຍິງລາວ, ນັບແຕ່ວັນທີ 22 ມີນາ 1955 ພັກປະຊາຊົນລາວ ໄດ້ຮັບການສ້າງຕັ້ງຂຶ້ນ, ພັກກໍໄດ້ຈັດຕັ້ງໜ່ວຍຄົ້ນຄວ້າວຽກງານແມ່ຍິງ ຂຶ້ນຢ່າງເປັນທາງການ (ຊຶ່ງເປັນຕົ້ນກຳເນີດຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ໃນປັດຈຸບັນ).ຕະຫຼອດໄລຍະຜ່ານມາ ຈົນເຖິງປັດຈຸບັນ, ເພື່ອໃຫ້ເອື້ອຍນ້ອງສະມາຊິກແມ່ຍິງໃນທົ່ວ ສນຫລ ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ. ກອງປະຊຸມໄດ້ຮັບຟັງການໂອ້ລົມ ຂອງ ສະຫາຍ ພົວ ຄໍາຫອມ ແສງບົວລົມ ໂດຍສະຫາຍ ໄດ້ເນັ້ນໜັກພາລະບົດບາດ ແລະ ໜ້າທີ່ຂອງເອື້ອຍນ້ອງແມ່ຍິງ ພາຍໃນ ສນຫລ ເພື່ອນໍາໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານແມ່ຍິງ ກໍຄືວຽກງານສະຫະພັນນັກຮົບເກົ່າ ເປັນຕົ້ນແມ່ນເພີ່ມຄວາມສາມັກຄີໃນໝູ່ຄະນະ, ສະມາຊິກແມ່ຍິງທົ່ວ ສນຫລ ເປັນປຶກແຜ່ນ; ຍົກສູງການສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກແມ່ຍິງທົ່ວ ສນຫລ ໃຫ້ເຂັ້ມແຂງ; ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມຄັ້ງທີ 4 ຂອງແມ່ຍິງ ສນຫລ; ຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ຕາມຄາດໝາຍທີ່ວາງໄວ້ ແລະ ສຸມໃສ່ສ້າງຂະບວນການປະກອບສ່ວນເຂົ້າໃນການກະກຽມກອງປະຊຸມໃຫຍ່ຂອງສະຫະພັນ ນັກຮົບເກົ່າຄັ້ງທີ 5 ແລະ ກອງປະຊຸມໃຫຍ່ສະມາຊິກພັກຂອງອົງຄະນະພັກຄັ້ງທີ 3 ທີ່ຈະເປີດ ຂຶ້ນໃນຕໍ່ໜ້າ.
![]() |
ຂ່າວ-ພາບ: ຍຸພິນທອງ


ຄໍາເຫັນ