ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 16 ກັນຍາ ຜ່ານມານີ້, ທ່ານ ຫຼີເຈ່ຍຊ່າວ ຜູ້ວ່າການອົງການປົກຄອງເຂດບໍລິຫານພິເສດຮົງກົງຂອງຈີນ ໄດ້ປະກາດ “ແຜນພັດທະນາເສດຖະກິດ-ສັງຄົມເຂດບໍລິຫານພິເສດຮົງກົງ 5 ປີຄັ້ງທຳອິດ (2026-2030)” ໃນກອງປະຊຸມສະພານິຕິບັນຍັດຂອງເຂດພິເສດ ແລະ ໄດ້ເຜີຍແຜ່ບົດລາຍງານການບໍລິຫານການເມືອງປີ 2026. ທ່ານ ຫຼີເຈ່ຍຊ່າວ ກ່າວວ່າ: ແຜນພັດທະນາເສດຖະກິດ-ສັງຄົມເຂດບໍລິຫານພິເສດຮົງກົງ 5 ປີຄັ້ງທຳອິດແມ່ນແຜນຜັງສຳລັບການພັດທະນາເສດຖະກິດ-ສັງຄົມຂອງຮົງກົງ, ແມ່ນຂີດໝາຍທີ່ສຳຄັນຂອງຮົງກົງໃນການຫັນປ່ຽນຈາກໄລຍະການບໍລິຫານໄປສູ່ໄລຍະຄວາມຈະເລີນຮຸ່ງເຮືອງ.
ສຳນັກຂ່າວສານຊິນຮວາ ລາຍງານໃນວັນທີ 20 ກັນຍາ ຜ່ານມາວ່າ: ຂໍ້ມູນຈາກກະຊວງເສດຖະ ກິດ ແລະ ການເງິນຂອງຝຣັ່ງ ທີ່ເຜີຍແຜ່ໃນວັນ 19 ກັນຍາ ຜ່ານມາ ລະບຸວ່າ: ໜີ້ສິນສາທາລະນະຂອງ ຝຣັ່ງຈະສືບຕໍ່ເພີ່ມຂຶ້ນ, ໂດຍຄາດວ່າຈະບັນລຸ 119.3% ຂອງລວມຍອດຜະລິດຕະພັນພາຍໃນປະເທດ (GDP) ໃນປີ 2026 ຊຶ່ງເພີ່ມຂຶ້ນຈາກ 115.6% ໃນປີ 2025.
ສຳນັກຂ່າວສານຊິນຮວາ ລາຍງານຫວ່າງມໍ່ໆມານີ້ວ່າ: ບໍລິສັດ Moody's Ratings ຊຶ່ງບໍລິສັດຜູ້ໃຫ້ບໍລິການດ້ານຂໍ້ມູນທາງການເງິນ ໄດ້ເປີດເຜີຍວ່າ, ການຂະຫຍາຍຕົວຢ່າງໄວວາຂອງສູນຂໍ້ມູນໃນມາເລເຊຍຈະນໍາໄປສູ່ຄວາມຕ້ອງການໄຟຟ້າເພີ່ມຂຶ້ນຢ່າງຫຼວງຫຼາຍໃນໄລຍະ 10 ປີຂ້າງໜ້າ ແລະ ຂະແໜງພະລັງງານຕ້ອງອາໄສການລົງທຶນເພີ່ມຂຶ້ນຢ່າງຫຼວງຫຼາຍ. ໂດຍການເຕີບໂຕຂອງສູນຂໍ້ມູນຈະຖືກຂັບເຄື່ອນຈາກລາຄາພະລັງງານທີ່ແຂ່ງຂັນໄດ້, ການສະໜອງທີ່ພຽງພໍ ແລະ ມາດຕະການສະໜັບສະໜູນຂອງລັດຖະບານ, ລວມທັງຄວາມຕ້ອງການທີ່ເພີ່ມຂຶ້ນທີ່ຊຸກຍູ້ໂດຍສິງກະໂປ.
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານຫວ່າງມໍ່ໆມານີ້ວ່າ: ຫ້ອງການຖະແຫຼງຂ່າວຂອງລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ, ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຈາກກະຊວງການຄ້າຈີນໃຫ້ຮູ້ວ່າ, ໃນຖານະເປັນປະເທດການຄ້າສິນຄ້າທີ່ໃຫຍ່ທີ່ສຸດໃນໂລກ, ຈີນຍັງສືບຕໍ່ເປັນແຮງຂັບເຄື່ອນທີ່ສຳຄັນໃນການເຕີບໂຕຂອງການຄ້າໂລກ.
ສຳນັກຂ່າວສານຊິນຮວາ ລາຍງານຫວ່າງມໍ່ໆມານີ້ວ່າ: ທ່ານ ທັດ ສຸຂະ ໂຄສົກກະຊວງປ້ອງກັນຄວາມສະຫງົບຂອງກຳປູເຈຍ ໄດ້ລາຍງານການເນລະເທດຄົນເຂົ້າເມືອງຜິດກົດໝາຍ ຈຳນວນ 72,426 ຄົນ ລະຫວ່າງເດືອນກັນຍາ 2023 ຫາ ເດືອນກັນຍາ 2026 ຊຶ່ງໃນນັ້ນ, ມີຜູ້ທີ່ກ່ຽວຂ້ອງກັບການສໍ້ໂກງທາງອອນລາຍ ປະມານ 25,703 ຄົນ.
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 18 ກັນຍາ ຜ່ານມາ, ບໍລິສັດ Google ຂອງ ສະຫະລັດ ອາເມຣິກາ ໄດ້ຍອມຮັບເປັນເທື່ອທໍາອິດວ່າ: ໃນລະຫວ່າງການທົດລອງຄວາມສາມາດດ້ານຄວາມປອດໄພທາງອິນເຕີເນັດໃນເດືອນພຶດສະພາຜ່ານມາ, Gemini ຊຶ່ງເປັນແບບຈໍາລອງປັນຍາປະດິດ ຫຼື AI ຂອງຕົນເຄີຍເຈາະລະບົບປິດກັ້ນ ແລະ ລ່ວງລ້ຳເຂົ້າໃນລະບົບຂອງບໍລິສັດຕົວຈິງ 3 ແຫ່ງ.
ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 20 ກັນຍາ ຜ່ານມາວ່າ: ຕາມຕາຕະລາງກ່ຽວກັບກຳປັ່ນປີ 2026 ຂອງທ່າກໍາປັ່ນສາກົນ ຮະລອງ, ລະດູການທ່ອງທ່ຽວກຳປັ່ນປີນີ້ມີການເຂົ້າຮ່ວມຂອງຫຼາຍເຄື່ອງໝາຍການຄ້າກຳປັ່ນສາກົນ, ພານັກທ່ອງທ່ຽວມາຈາກ ສະຫະລັດ ອາເມລິກາ, ເຢຍລະມັນ, ອັງກິດ, ການາດາ, ຈີນ ແລະ ຫຼາຍປະເທດ ເອີລົບ ມາຍັງ ກວາງນິງ.
ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 17 ກັນຍາ ຜ່ານມາວ່າ: ບົດລາຍງານການຄາດຄະເນ 6 ປະເທດທີ່ມີເສດຖະກິດໃຫຍ່ທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້ຄື: ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ສິງກະໂປ, ໄທ ແລະ ຫວຽດນາມ ຈະເຕີບໂຕໃນອັດຕາສະເລ່ຍ 4.8% ຕໍ່ປີ ລະຫວ່າງປີ 2026 - 2035, ໂດຍໄດ້ຮັບແຮງຂັບເຄື່ອນຈາກການລົງທຶນຈາກຕ່າງປະເທດ ແລະ ການສະສົມທຶນ ຢ່າງຕໍ່ເນື່ອງ, ການພັດທະນາອຸດສາຫະກຳ ແລະ ພື້ນຖານໂຄງລ່າງ, ລວມທັງຜົນຜະລິດທີ່ເພີ່ມຂຶ້ນຈາກການນໍາໃຊ້ເຕັກໂນໂລຊີ.
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ຫວ່າງມໍ່ໆມານີ້, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດ ປະທານຄະນະກຳມະການການທະຫານສູນກາງຈີນໄດ້ໃຫ້ທິດຊີ້ນຳທີ່ສຳຄັນກ່ຽວກັບການພັດທະນາອຸດສາຫະກຳການຜະລິດທີ່ກ້າວໜ້າ ໂດຍຊີ້ໃຫ້ເຫັນວ່າ: ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກກອມມູນິດຈີນເປັນຕົ້ນມາ, ອຸດສາຫະກຳການຜະລິດທີ່ກ້າວໜ້າຂອງຈີນໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ກຳລັງປະດິດສ້າງໃໝ່, ກຳລັງແຂ່ງຂັນ ແລະ ກຳລັງສັງລວມໄດ້ຮັບການເພີ່ມທະວີຂຶ້ນຢ່າງຈະແຈ້ງ, ການສ້າງປະເທດທີ່ເຂັ້ມແຂງດ້ານການຜະລິດໄດ້ມີບາດກ້າວທີ່ໜັກແໜ້ນ.
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 17 ກັນຍາ ຜ່ານມາ ທີ່ສຳນັກງານສູນກາງພັກ, ຄະນະຊີ້ນຳການສະຫຼຸບ 100 ປີແຫ່ງພັກນໍາພາການປະຕິວັດ ຫວຽດນາມ, ການກຳນົດທິດນຳພາການພັດທະນາປະເທດຊາດ ໃນ 100 ປີຕໍ່ໄປ ແລະ ສະຫຼຸບ 40 ປີແຫ່ງການປະຕິບັດໂຄງການການເມືອງ ສ້າງສາປະເທດຊາດໃນໄລຍະຂ້າມຜ່ານຂຶ້ນສັງຄົມນິຍົມ ຄະນະຊີ້ນຳໄດ້ຈັດການປະຊຸມວາລະທີສອງ. ໂດຍມີ ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ປະທານປະເທດ ຫວຽດນາມ ເປັນປະທານວາລະປະຊຸມ.
ຄໍາເຫັນ