![]() |
ທ່ານ ຫຸມເພັງ ສີບຸນເຮືອງ ພະນັກງານບໍານານ ເຈົ້າຂອງສວນ ລາຍງານໃຫ້ຮູ້ວ່າ: ເມື່ອຕົ້ນປີ 2023 ຜ່ານມາ ໄດ້ເລີ່ມທົດລອງປູກຕົ້ນໝາກກາດີເມຍ ຈໍານວນ 315 ຕົ້ນ, ໃນເນື້ອທີ່ກວ່າ 2 ເຮັກຕາ ຍ້ອນເຫັນວ່າເປັນຕົ້ນໄມ້ທີ່ສາມາດໃຫ້ຜົນຜະລິດດີ ແລະ ເປັນທີ່ຕ້ອງການຂອງຕະຫຼາດຕ່າງປະເທດ ໂດຍໄດ້ທົດລອງປູກ 2 ແບບຄື: ປູກໃນສວນປູກຫຍ້າອາຫານສັດ ແລະ ປູກໃນສວນພືດຜັກລົ້ມລຸກ, ມາເຖິງປັດຈຸບັນເຫັນວ່າ ຕົ້ນໝາກກາດີເມຍ ມີການຈະເລີນເຕີບໂຕໃນລະດັບໜຶ່ງ ແລະ ບາງສ່ວນໄດ້ເລີ່ມໃຫ້ຜົນຜະລິດ, ຄາດວ່າໃນປີ 2027 ຈະໃຫ້ຜົນຜະລິດເຕັມທີ່ ແລະ ຈະສາມາດສ້າງລາຍຮັບໃຫ້ຄອບຄົວ ທັງເປັນແຫຼ່ງຮຽນຮູ້ໃຫ້ແກ່ປະຊາຊົນຜູ້ສົນໃຈ.
ທ່ານ ຫຸມເພັງ ສີບຸນເຮືອງ ໃຫ້ຮູ້ອີກວ່າ: ຕົ້ນໝາກກາດີເມຍ ທີ່ທົດລອງປູກ ໄດ້ຮັບການສະໜັບສະໜູນຈາກ ອົງການປົກຄອງແຂວງດຽນບຽນ ສສ ຫວຽດນາມ ໃນຕົ້ນປີ 2023 ພາຍໃຕ້ການຊ່ວຍເຫຼືອລ້າ ໃຫ້ກັບຄະນະກຳມະການປົກຄອງເມືອງ ແຈກຢາຍໃຫ້ປະຊາຊົນທົດລອງປູກ, ມາເຖິງປັດຈຸບັນ ຕົ້ນໄມ້ມີການເຕີບໂຕດີ ແລະ ມີທ່າອ່ຽງວ່າຈະໃຫ້ຜົນຜະລິດສູງ ໃນຕໍ່ໜ້າ.
![]() |
ໂອກາດນີ້, ທ່ານ ບຸນເລື່ອມ ມະນີວົງ ໄດ້ສະແດງຄວາມຊົມເຊີຍຕໍ່ຄວາມດຸໝັ່ນ ແລະ ຄວາມຕັ້ງໃຈຂອງເຈົ້າຂອງສວນ ທີ່ກ້ານຳເອົາພືດເສດຖະກິດ ຊະນິດໃໝ່ມາທົດລອງປູກ ພ້ອມທັງເນັ້ນໜັກໃຫ້ຂະແໜງການທີ່ກ່ຽວຂ້ອງ ສືບຕໍ່ໃຫ້ການຊ່ວຍເຫຼືອດ້ານວິຊາການ, ການບຳລຸງຮັກສາ ແລະ ການຂະຫຍາຍພັນ ເພື່ອໃຫ້ໝາກກາດີເມຍ ກາຍເປັນພືດເສດຖະກິດທີ່ມີທ່າແຮງ ສ້າງລາຍຮັບໃຫ້ປະຊາຊົນ ແລະ ປະກອບສ່ວນເຂົ້າໃນການພັດທະນາ ກະສິກຳຂອງແຂວງຫຼວງພະບາງ ໃຫ້ເຂັ້ມແຂງ ແລະ ຍືນຍົງ.
ພາບ-ຂ່າວ: ທະນູສິນ ອິດທິພົນ


ຄໍາເຫັນ