ຊຸດຝຶກອົບຮົມໃນຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮຽນຮູ້ຄວາມຮູ້ພື້ນຖານກ່ຽວກັບການນຳໃຊ້ເຕັກໂນໂລຊີ ປັນຍາປະດິດ(AI) ກໍຄື ການນຳໃຊ້ AI ເຂົ້າໃນການຂຽນບົດລາຍງານ, ການຫຼຸບສັງລວມຂໍ້ມູນ, ວິເຄາະຂໍ້ມູນ, ຮູບແບບການສົ່ງອີແມວ, ການຂຽນຂ່າວ-ກວດຂ່າວ ແລະ ອື່ນໆ ແນໃສ່ເຮັດໃຫ້ຜູ້ເຂົ້າຮ່ວມ ຮູ້ນຳໃຊ້ລະບົບ AI ເຂົ້າໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຕົນ ໂດຍຜ່ານສື່ອອນລາຍ ໃຫ້ມີຄວາມວ່ອງໄວ, ທັນການ, ຖືກຕ້ອງ ແລະ ມີຈັນຍາບັນ.
ພ້ອມນີ້, ຍັງເປັນການເປີດໂອກາດ, ເປີດຄວາມຮູ້ໃໝ່ພັດທະນາພະນັກງານ-ລັດຖະກອນຈາກຂະແໜງການຕ່າງໆ ໂດຍສະພາະ ສື່ມວນຊົນລາວ ໃຫ້ຮູ້ນຳໃຊ້ເຕັກໂນໂລຊີໃໝ່ໆ ທີ່ທັນສະໄໝ ເຂົ້າໃນການປະຕິບັດໜ້າທີ່ວຽກງານຂອງຕົນ ກໍຄື ນຳໃຊ້ ເຕັກໂນໂລຊີ ຊ່ວຍໃນການຂຽນຂ່າວ, ຜະລິດລາຍການ ແລະ ອື່ນໆ, ທັງເປັນການເພີ່ມຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບການນຳສື່ແບບໃໝ່ ຢ່າງມີຄວາມຮັບຜິດຊອບ ແລະ ມີຈັນຍາບັນ, ລວມທັງວິທີຄວບຄຸມເນື້ອຫາ ແລະ ການໃຊ້ສື່ສັງຄົມອອນລາຍ ໃຫ້ປອດໄພ.
(ຂ່າວ-ພາບ: ທະນູທອງ)
ຄໍາເຫັນ